1 ເມື່ອເຢເຣມີຢາກ່າວຕໍ່ປະຊາຊົນເຖິງຖ້ອຍຄຳທັງໝົດທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຂົາ ຊຶ່ງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຂົາໄດ້ໃຊ້ເພິ່ນໃຫ້ບອກພວກເຂົາຈົບແລ້ວ.
ແລ້ວໂລດກໍໄປເວົ້າກັບຄູ່ໝັ້ນຂອງລູກສາວຕົນວ່າ, “ຈົ່ງໜີອອກຈາກເມືອງນີ້ໄວໆ ເພາະພຣະເຈົ້າຢາເວຈະທຳລາຍເມືອງນີ້.” ແຕ່ພວກເຂົາຄິດວ່າໂລດເວົ້າຫລິ້ນ.
ໂມເຊຈຶ່ງໄດ້ນຳຂໍ້ຄຳສັ່ງ ແລະກົດຕ່າງໆຂອງພຣະເຈົ້າຢາເວໄປບອກປະຊາຊົນ ແລະປະຊາຊົນທຸກຄົນໄດ້ຕອບພ້ອມກັນວ່າ, “ພວກເຮົາຈະເຮັດທຸກໆສິ່ງຕາມທີ່ພຣະເຈົ້າຢາເວໄດ້ກ່າວ.”
ເຢເຣມີຢາເອີຍ ຈົ່ງຕຽມຕົວໄປບອກພວກເຂົາທຸກສິ່ງທີ່ເຮົາສັ່ງເຈົ້າໃຫ້ກ່າວ. ບັດນີ້ຢ່າສູ່ຢ້ານກົວພວກເຂົາ ບໍ່ດັ່ງນັ້ນ ເຮົາຈະເຮັດໃຫ້ເຈົ້າຢ້ານຫລາຍຂຶ້ນຕື່ມ ເມື່ອເຈົ້າຢູ່ນຳພວກເຂົາ.
ແຕ່ພຣະເຈົ້າຢາເວກໍຍັງກ່າວແກ່ຂ້າພະເຈົ້າວ່າ, “ຢ່າເວົ້າວ່າ, ເຈົ້າຍັງໜຸ່ມເກີນໄປ ແຕ່ຈົ່ງໄປຫາປະຊາຊົນທີ່ເຮົາສັ່ງເຈົ້າໃຫ້ໄປພົບ ແລະບອກພວກເຂົາທຸກໆສິ່ງທີ່ເຮົາສັ່ງເຈົ້າໃຫ້ກ່າວ.
ພຣະເຈົ້າຢາເວກ່າວວ່າ, “ເຈົ້າຈົ່ງຢືນຢູ່ໃນເດີ່ນຂອງວິຫານຂອງພຣະເຈົ້າຢາເວ ແລະປະກາດຖ້ອຍຄຳທັງໝົດທີ່ເຮົາໄດ້ສັ່ງເຈົ້າໃຫ້ກ່າວຕໍ່ປະຊາຊົນ ທີ່ມາຈາກເມືອງຕ່າງໆຂອງອານາຈັກຢູດາຍເພື່ອນະມັດສະການໃນວິຫານຂອງພຣະເຈົ້າຢາເວ. ຢ່າສູ່ກ່າວໃຫ້ຂາດໄປຈັກຄຳ.
ແລະພໍຂ້າພະເຈົ້າໄດ້ກ່າວສິ່ງທັງໝົດ ທີ່ພຣະເຈົ້າຢາເວໄດ້ສັ່ງໃຫ້ຂ້າພະເຈົ້າກ່າວຈົບແລ້ວ ພວກເຂົາກໍແລ່ນເຂົ້າມາເພື່ອຫຸ້ມຈັບກຸມຂ້າພະເຈົ້າໄວ້ ແລະຮ້ອງຂຶ້ນວ່າ, “ເຈົ້າຄວນຈະຖືກຂ້າຍ້ອນຄຳເວົ້າຂອງເຈົ້າ
ບັດນີ້ ຂ້ອຍໄດ້ບອກພວກເຈົ້າແລ້ວ, ແຕ່ພວກເຈົ້າບໍ່ເຊື່ອຟັງທຸກໆສິ່ງທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາໄດ້ໃຊ້ຂ້ອຍມາບອກພວກເຈົ້າ.
ສະນັ້ນ ຈົ່ງຈົດຈຳສິ່ງນີ້ໄວ້ ຄືພວກເຈົ້າຈະຕາຍໃນສົງຄາມ ຫລືເພາະການຕາຍອຶດຕາຍຫິວ ຫລືເພາະການເຈັບໄຂ້ໄດ້ປ່ວຍຢູ່ໃນດິນແດນ ບ່ອນທີ່ພວກເຈົ້າຢາກໄປອາໄສຢູ່ນັ້ນ.”
ປະຊາຊົນຂອງພຣະເຈົ້າຢາເວຕ່າງກໍປະຕິເສດພຣະອົງ ໂດຍເວົ້າວ່າ, “ພຣະອົງບໍ່ມີຣິດອຳນາດຫຍັງດອກ. ພວກເຮົາຈະບໍ່ມີຄວາມຍາກລຳບາກ; ພວກເຮົາຈະບໍ່ມີເສິກ ແລະຄວາມອຶດຢາກ.”
ເສຣາອີຢາເອີຍ ເມື່ອເຈົ້າອ່ານພຣະທຳນີ້ສູ່ປະຊາຊົນຟັງຈົບແລ້ວ ເຈົ້າຈົ່ງມັດມັນໃສ່ກັບຫີນກ້ອນໜຶ່ງ ແລະຖິ້ມມັນລົງໃນແມ່ນໍ້າເອີຟຣັດ
ສັ່ງສອນພວກເຂົາໃຫ້ຖືຮັກສາທຸກໆສິ່ງທີ່ເຮົາໄດ້ສັ່ງພວກເຈົ້າໄວ້ແລ້ວນັ້ນ ນີ້ແຫຼະ ເຮົາຢູ່ກັບເຈົ້າທັງຫລາຍທຸກໆວັນຈົນສິ້ນໂລກນີ້.”
ດ້ວຍວ່າ, ຂ້າພະເຈົ້າບໍ່ໄດ້ທໍ້ຖອຍ ໃນການປະກາດພຣະປະສົງທຸກຢ່າງຂອງພຣະເຈົ້າໃຫ້ພວກທ່ານຮູ້.
“ຈົ່ງໄປຢືນຢູ່ໃນບໍລິເວນພຣະວິຫານ ແລ້ວປະກາດບັນດາຖ້ອຍຄຳທັງໝົດເຖິງເລື່ອງຊີວິດໃໝ່ນີ້ ສູ່ປະຊາຊົນຟັງ.”
ຊາມູເອນຈຶ່ງບອກປະຊາຊົນທີ່ມາຂໍໃຫ້ມີກະສັດ ຕາມທຸກໆສິ່ງທີ່ພຣະເຈົ້າຢາເວໄດ້ບອກເພິ່ນ.