Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 42:8 - ພຣະຄຳພີສັກສິ

8 ດັ່ງນັ້ນ ຂ້າພະເຈົ້າ​ຈຶ່ງ​ເອີ້ນ​ໂຢຮານານ​ລູກຊາຍ​ຂອງ​ກາເຣຢາ ແລະ​ບັນດາ​ຜູ້ນຳ​ຝ່າຍ​ທະຫານ​ທຸກໆ​ຄົນ​ທີ່​ມາ​ນຳ​ລາວ​ນັ້ນ ພ້ອມທັງ​ປະຊາຊົນ​ອື່ນໆ​ອີກ​ທັງໝົດ​ມາ​ໂຮມກັນ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 42:8
7 Jak'a apnaqawi uñst'ayäwi  

ຫລັງຈາກ​ນີ້ ໂຢຮານານ​ລູກຊາຍ​ຂອງ​ກາເຣຢາ ແລະ​ບັນດາ​ຜູ້ນຳ​ຝ່າຍ​ທະຫານ​ທີ່​ບໍ່​ຍອມ​ຈຳນົນ ໄດ້​ມາ​ຫາ​ເກດາລີຢາ​ທີ່​ເມືອງ​ມີຊະປາ


ສະນັ້ນ ອິດຊະມາເອນ​ລູກຊາຍ​ຂອງ​ເນທານີຢາ, ໂຢຮານານ​ລູກຊາຍ​ຂອງ​ກາເຣຢາ, ເສຣາອີຢາ​ລູກຊາຍ​ຂອງ​ຕັນຮູເມັດ, ບັນດາ​ລູກຊາຍ​ຂອງ​ເອຟາອີ​ຈາກ​ເມືອງ​ເນໂຕຟາ ແລະ​ຢາອາຊານີຢາ ຈາກ​ເມືອງ​ມາອາກາ ຈຶ່ງ​ໄດ້​ນຳ​ຄົນ​ຂອງ​ພວກ​ຕົນ​ໄປ​ຫາ​ເກດາລີຢາ​ທີ່​ເມືອງ​ມີຊະປາ.


ແລ້ວ​ບັນດາ​ຜູ້ນຳ​ຝ່າຍ​ທະຫານ​ທັງໝົດ​ຮ່ວມ​ກັບ​ໂຢຮານານ​ລູກຊາຍ​ຂອງ​ກາເຣຢາ ແລະ​ອາຊາຣີຢາ ລູກຊາຍ​ຂອງ​ໂຮຊາອີຢາ ກໍໄດ້​ພາ​ປະຊາຊົນ​ທຸກ​ຊົນຊັ້ນ​ມາ​ຫາ​ຂ້າພະເຈົ້າ


ສິບ​ວັນ​ຕໍ່ມາ ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ຂ້າພະເຈົ້າ;


ຂ້າພະເຈົ້າ​ໄດ້​ກ່າວ​ແກ່​ພວກເຂົາ​ວ່າ, “ພຣະເຈົ້າຢາເວ ພຣະເຈົ້າ​ແຫ່ງ​ຊາດ​ອິດສະຣາເອນ ອົງ​ທີ່​ພວກເຈົ້າ​ຮ້ອງຂໍ​ໃຫ້​ຂ້ອຍ​ພາວັນນາ​ອະທິຖານ​ເພື່ອ​ນັ້ນ​ໄດ້​ກ່າວ​ວ່າ,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka