Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 42:6 - ພຣະຄຳພີສັກສິ

6 ເຖິງ​ແມ່ນ​ວ່າ​ຂໍ້ຄຳສັ່ງ​ນັ້ນ​ຈະ​ພໍໃຈ​ພວກເຮົາ ຫລື​ບໍ່​ກໍຕາມ ພວກເຮົາ​ກໍ​ຈະ​ເຊື່ອຟັງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ ຄື​ອົງ​ທີ່​ພວກເຮົາ​ກຳລັງ​ຂໍຮ້ອງ​ທ່ານ​ໃຫ້​ພາວັນນາ​ອະທິຖານ​ຫາ​ນັ້ນ. ທຸກສິ່ງ​ຈະ​ເປັນ​ໄປ​ໂດຍ​ດີ​ສຳລັບ​ພວກເຮົາ ຖ້າ​ພວກເຮົາ​ເຊື່ອຟັງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ.”

Uka jalj uñjjattʼäta Copia luraña




ເຢເຣມີຢາ 42:6
16 Jak'a apnaqawi uñst'ayäwi  

ເຈົ້າ​ຈະ​ທຳມາ​ຫາກິນ​ດ້ວຍ​ເຫື່ອແຮງ​ຂອງເຈົ້າ ເຈົ້າ​ຈະ​ມີ​ຄວາມສຸກ​ແລະ​ມີ​ຄວາມ​ຈະເລີນ​ຂຶ້ນ.


ແຕ່​ຄຳເວົ້າ​ຂອງ​ພວກເຂົາ​ເປັນ​ຄຳຕົວະ​ທັງໝົດ ບໍ່ມີ​ຄຳເວົ້າ​ຄຳ​ໃດໆ​ທີ່​ເປັນ​ຄຳຈິງ​ຈັກຢ່າງ.


ແລ້ວ​ເພິ່ນ​ກໍ​ອ່ານ​ໜັງສື​ພັນທະສັນຍາ​ດ້ວຍ​ສຽງດັງ​ສູ່​ປະຊາຊົນ​ຟັງ. ພວກເຂົາ​ຕ່າງ​ກໍ​ເວົ້າ​ວ່າ, “ພວກ​ຂ້ານ້ອຍ​ທັງໝົດ​ຈະ​ເຊື່ອຟັງ​ພຣະເຈົ້າຢາເວ ແລະ​ຈະ​ເຮັດ​ທຸກໆ​ສິ່ງ​ຕາມ​ທີ່​ພຣະອົງ​ໄດ້​ສັ່ງ​ໄວ້.”


ຝ່າຍ​ຄົນ​ຊອບທຳ​ຈະ​ມີ​ຄວາມສຸກ ແລະ​ສິ່ງ​ທັງຫລາຍ​ຈະ​ເປັນ​ໄປ​ໂດຍ​ດີ​ສຳລັບ​ພວກເຂົາ. ພວກເຂົາ​ສາມາດ​ທີ່​ຈະ​ສະໜຸກ​ຢູ່​ກັບ​ສິ່ງ​ທີ່​ຫາ​ມາ​ໄດ້.


ຈະ​ເປັນ​ກະສັດ​ເດັ່ນ​ຍ້ອນ​ມີ​ໄມ້ແປກ​ສ້າງ​ເຮືອນ​ບໍ? ຄື​ສ້າງ​ຕຶກ​ຫລັງ​ງາມໆ​ກວ່າ​ກະສັດ​ຄົນອື່ນ​ໄດ້​ສ້າງ? ພໍ່​ຂອງ​ເຈົ້າ​ມີ​ຊີວິດ​ເຕັມ​ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ ຊອບທຳ​ທັງ​ທ່ຽງທຳ​ຈຶ່ງ​ເກີດຜົນ​ດີ​ໃນ​ທຸກສິ່ງ.


ສະນັ້ນ ຈຶ່ງ​ບໍ່ມີ​ຜູ້ໃດ​ເລີຍ​ທີ່​ເຊື່ອຟັງ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ ເພື່ອ​ອາໄສ​ຢູ່​ໃນ​ດິນແດນ​ຢູດາຍ ບໍ່​ວ່າ​ແຕ່​ໂຢຮານານ​ລູກຊາຍ​ຂອງ​ກາເຣຢາ ຫລື​ຜູ້ນຳ​ຝ່າຍ​ທະຫານ​ຜູ້ໃດ​ຜູ້ໜຶ່ງ ຫລື​ປະຊາຊົນ​ຄົນໃດ​ຄົນໜຶ່ງ.


ແຕ່​ໄດ້​ສັ່ງ​ພວກເຂົາ​ໃຫ້​ເຊື່ອຟັງ​ເຮົາ ເພື່ອ​ວ່າ​ເຮົາ​ຈະ​ໄດ້​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ ແລະ​ພວກເຂົາ​ຈະ​ໄດ້​ເປັນ​ປະຊາຊົນ​ຂອງເຮົາ. ແລະ​ເຮົາ​ກໍໄດ້​ບອກ​ພວກເຂົາ​ໃຫ້​ດຳເນີນ​ຊີວິດ​ຕາມ​ທີ່​ເຮົາ​ໄດ້​ສັ່ງ​ນັ້ນ ເພື່ອ​ພວກເຂົາ​ຈະ​ໄດ້​ຢູ່ເຢັນ​ເປັນສຸກ.


ແຕ່​ເລື່ອງ​ນີ້​ໝາຍຄວາມວ່າ ສິ່ງ​ທີ່​ດີ​ນຳ​ຄວາມ​ຕາຍ​ມາ​ສູ່​ເຮົາ​ຊັ້ນບໍ? ບໍ່​ເປັນ​ຢ່າງ​ນັ້ນ​ດອກ ແມ່ນ​ຄວາມ​ຜິດບາບ​ນັ້ນ​ແຫຼະ ຄື​ບາບ​ທີ່​ອາໄສ​ສິ່ງ​ດີ​ນຳ​ຄວາມ​ຕາຍ​ມາ​ສູ່​ເຮົາ ເພື່ອ​ໃຫ້​ສັນດານ​ແທ້​ຂອງ​ຄວາມ​ບາບ​ຖືກ​ເປີດເຜີຍ. ສະນັ້ນ ໂດຍ​ທາງ​ກົດບັນຍັດ​ຄວາມ​ຜິດບາບ​ຈຶ່ງ​ຖືກ​ສະແດງ​ໃຫ້​ເຫັນ​ວ່າ ມັນ​ຊົ່ວຮ້າຍ​ຫລາຍ​ທີ່ສຸດ.


ຖ້າ​ເປັນ​ເຊັ່ນນັ້ນ​ແລ້ວ ພວກເຮົາ​ຈະ​ວ່າ​ຢ່າງ​ໃດ? ກົດບັນຍັດ​ຄື​ບາບ​ຊັ້ນບໍ? ບໍ່ແມ່ນ​ຢ່າງ​ນັ້ນ​ດອກ ແຕ່​ແມ່ນ​ກົດບັນຍັດ​ທີ່​ໄດ້​ເຮັດ​ໃຫ້​ເຮົາ​ຮູ້​ວ່າ​ອັນ​ໃດ​ຄື​ບາບ, ຖ້າ​ກົດບັນຍັດ​ບໍ່ໄດ້​ຫ້າມ​ວ່າ, “ຢ່າ​ໂລບ” ເຮົາ​ກໍ​ບໍ່​ຮູ້​ວ່າ​ຄວາມ​ໂລບ​ນັ້ນ​ຄື​ອັນ​ໃດ.


ເຫດ​ວ່າ, ການ​ທີ່​ເອົາໃຈໃສ່​ຝ່າຍ​ເນື້ອໜັງ ນັ້ນ ກໍ​ເປັນ​ສັດຕູ​ຕໍ່​ພຣະເຈົ້າ ເພາະ​ບໍ່​ຍອມ​ຢູ່​ໃຕ້​ກົດບັນຍັດ​ຂອງ​ພຣະເຈົ້າ, ແທ້ຈິງ​ແລ້ວ​ຈະ​ຢູ່​ໃຕ້​ກົດບັນຍັດ​ຂອງ​ພຣະເຈົ້າ​ນັ້ນ​ກໍ​ບໍ່ໄດ້


ໂມເຊ​ເອີຍ ຈົ່ງ​ກັບຄືນ​ໄປ​ຟັງ​ທຸກ​ຖ້ອຍຄຳ​ທີ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຂອງ​ພວກເຮົາ​ໄດ້​ກ່າວ​ສາ. ແລ້ວ​ໃຫ້​ທ່ານ​ກັບ​ມາ​ບອກ​ພວກເຮົາ ໃນ​ສິ່ງ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ​ໄດ້​ກ່າວ​ແກ່​ທ່ານ. ພວກເຮົາ​ຈະ​ເຊື່ອຟັງ ແລະ​ປະຕິບັດ​ຕາມ.’


ຖ້າ​ພວກເຂົາ​ພ້ອມ​ທີ່​ຈະ​ຍ້ອງຍໍ​ສັນລະເສີນ​ໃຫ້ກຽດ​ແກ່​ເຮົາ ແລະ​ເຊື່ອຟັງ​ຄຳສັ່ງ​ທຸກ​ຂໍ້​ຂອງເຮົາ​ສະເໝີ ພວກເຂົາ​ແລະ​ລູກຫລານ​ຂອງ​ພວກເຂົາ​ກໍ​ຈະ​ຢູ່ເຢັນ​ເປັນ​ສຸກ​ຈະເລີນ​ຮຸ່ງເຮືອງ​ຕະຫລອດໄປ.


ຈົ່ງ​ດຳເນີນ​ຕາມ​ວິຖີ​ທາງ​ທັງໝົດ ຊຶ່ງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ສັ່ງ​ພວກເຈົ້າ​ໄວ້ ເພື່ອ​ວ່າ​ພວກເຈົ້າ​ຈະ​ຢູ່ເຢັນ​ເປັນສຸກ​ຈະເລີນ​ຮຸ່ງເຮືອງ ແລະ​ມີ​ຊີວິດ​ຍືນຍາວ​ໃນ​ດິນແດນ​ທີ່​ພວກເຈົ້າ​ກຳລັງ​ຈະ​ເຂົ້າ​ໄປ​ຄອບຄອງ​ນັ້ນ.”


ແລ້ວ​ປະຊາຊົນ​ກໍ​ເວົ້າ​ກັບ​ໂຢຊວຍ​ວ່າ, “ພວກເຮົາ​ຈະ​ບົວລະບັດ​ຮັບໃຊ້​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ ແລະ​ຈະ​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງ​ພຣະອົງ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka