Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 42:5 - ພຣະຄຳພີສັກສິ

5 ແລ້ວ​ພວກເຂົາ​ກໍ​ເວົ້າ​ຕໍ່​ຂ້າພະເຈົ້າ​ວ່າ, “ຂໍ​ໃຫ້​ພຣະເຈົ້າຢາເວ​ເປັນ​ພະຍານ​ຢ່າງ​ແທ້ຈິງ ແລະ​ຢ່າງ​ສັດຊື່​ຕໍ່​ພວກເຮົາ ຖ້າ​ພວກເຮົາ​ບໍ່​ປະຕິບັດ​ຕາມ​ຂໍ້ຄຳສັ່ງ​ທັງໝົດ ທີ່ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ​ໄດ້​ມອບ​ໃຫ້.

Uka jalj uñjjattʼäta Copia luraña




ເຢເຣມີຢາ 42:5
17 Jak'a apnaqawi uñst'ayäwi  

ລາບານ​ເວົ້າ​ຕໍ່ໄປ​ວ່າ, “ຖ້າ​ເຈົ້າ​ຂົ່ມເຫັງ​ລູກສາວ​ຂອງຂ້ອຍ ຫລື​ແຕ່ງງານ​ກັບ​ຍິງ​ອື່ນ​ອີກ; ເຖິງ​ແມ່ນ​ຂ້ອຍ​ບໍ່​ຮູ້​ກໍຕາມ ຈົ່ງ​ຈົດຈຳ​ໄວ້​ວ່າ​ພຣະເຈົ້າ​ຄອຍ​ເຝົ້າ​ເບິ່ງ​ພວກເຮົາ​ສະເໝີ.” ລາບານ​ເວົ້າ​ຕໍ່​ຢາໂຄບ​ວ່າ,


ພວກເຂົາ​ຕ່າງ​ກໍ​ເວົ້າ​ກັບ​ໂມເຊ​ວ່າ, “ຖ້າ​ທ່ານ​ກ່າວ​ກັບ​ພວກເຮົາ ພວກເຮົາ​ຈະ​ຍອມ​ຟັງ​ທ່ານ, ແຕ່​ຖ້າ​ພຣະເຈົ້າ​ກ່າວ​ແກ່​ພວກເຮົາ ພວກເຮົາ​ຈະ​ຕ້ອງ​ຕາຍ​ເປັນ​ແນ່.”


ຢ່າ​ໃຊ້​ຊື່​ຂອງເຮົາ​ໄປ​ໃນ​ທາງ​ຊົ່ວຮ້າຍ ເພາະ​ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເຈົ້າ, ພຣະເຈົ້າຢາເວ​ຈະ​ເອົາ​ໂທດ​ກັບ​ທຸກໆ​ຄົນ​ທີ່​ເຮັດ​ເຊັ່ນນັ້ນ.


ເພາະ​ພວກເຈົ້າ​ກຳລັງ​ເຮັດ​ຜິດພາດ​ຢ່າງ​ຮ້າຍແຮງ. ພວກເຈົ້າ​ໄດ້​ຂໍຮ້ອງ​ຂ້ອຍ​ໃຫ້​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ​ສຳລັບ​ພວກເຈົ້າ​ວ່າ, ‘ຂໍ​ທ່ານ​ຈົ່ງ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ ແລະ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ​ສັ່ງ​ສິ່ງໃດ ທ່ານ​ຈົ່ງ​ບອກ​ພວກເຮົາ ແລະ​ພວກເຮົາ​ກໍ​ຈະ​ເຮັດ​ຕາມ​ທຸກສິ່ງ​ທີ່​ພຣະອົງ​ສັ່ງ.’


ອາຊາຣີຢາ​ລູກຊາຍ​ຂອງ​ໂຮຊາອີຢາ ແລະ​ໂຢຮານານ​ລູກຊາຍ​ຂອງ​ກາເຣຢາ ພ້ອມ​ດ້ວຍ​ຄົນ​ອວດດີ​ອື່ນໆ​ທັງໝົດ​ໄດ້​ເວົ້າ​ຕໍ່​ຂ້າພະເຈົ້າ​ວ່າ, “ເຈົ້າ​ເວົ້າ​ບໍ່​ຈິງ. ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ ບໍ່ໄດ້​ໃຊ້​ເຈົ້າ​ມາ​ບອກ​ພວກເຮົາ​ບໍ່​ໃຫ້​ໄປ​ອາໄສ​ຢູ່​ທີ່​ປະເທດ​ເອຢິບ.


ສະນັ້ນ ຈຶ່ງ​ບໍ່ມີ​ຜູ້ໃດ​ເລີຍ​ທີ່​ເຊື່ອຟັງ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ ເພື່ອ​ອາໄສ​ຢູ່​ໃນ​ດິນແດນ​ຢູດາຍ ບໍ່​ວ່າ​ແຕ່​ໂຢຮານານ​ລູກຊາຍ​ຂອງ​ກາເຣຢາ ຫລື​ຜູ້ນຳ​ຝ່າຍ​ທະຫານ​ຜູ້ໃດ​ຜູ້ໜຶ່ງ ຫລື​ປະຊາຊົນ​ຄົນໃດ​ຄົນໜຶ່ງ.


ເຖິງປານນັ້ນ ເຈົ້າ​ກໍ​ຍັງ​ອ້າງວ່າ​ນະມັດສະການ​ພຣະເຈົ້າຢາເວ​ອົງ​ຊົງ​ພຣະຊົນຢູ່. ພວກເຈົ້າ​ບໍ່ໄດ້​ເຮັດ​ຕາມ​ຄຳ​ສາບານ​ທີ່​ພວກເຈົ້າ​ກ່າວ​ນັ້ນ.


ຈົ່ງ​ຟັງ​ເລື່ອງ​ນີ້​ບັນດາ​ທຸກ​ຊົນຊາດ​ເອີຍ ຈົ່ງ​ຟັງ​ເລື່ອງ​ນີ້​ທຸກຄົນ ທັງ​ທຸກສິ່ງ​ທີ່​ແຜ່ນດິນ​ໂລກ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຈະ​ເປັນ​ພະຍານ​ຕໍ່ສູ້​ພວກເຈົ້າ​ໃດ ອົງພຣະ​ຜູ້​ເປັນເຈົ້າ​ຈາກ​ພຣະວິຫານ​ທີ່​ບໍຣິສຸດ​ຂອງ​ພຣະອົງ.


ພວກເຈົ້າ​ຖາມ​ວ່າ, “ເປັນຫຍັງ​ພຣະອົງ​ຈຶ່ງ​ບໍ່​ຍອມ​ຮັບ​ເອົາ?” ກໍ​ເພາະ​ພຣະເຈົ້າຢາເວ​ຮູ້ວ່າ​ພວກເຈົ້າ​ໄດ້​ລະເມີດ​ຄຳສັນຍາ ທີ່​ໄດ້​ເຮັດ​ໄວ້​ກັບ​ເມຍ​ຂອງຕົນ​ສະໄໝ​ແຕ່ງງານ​ກັນ​ແຕ່​ຍັງ​ໜຸ່ມ​ຢູ່​ນັ້ນ. ນາງ​ເປັນ​ຄູ່ຄອງ​ຂອງເຈົ້າ ແລະ​ເຈົ້າ​ໄດ້​ລະເມີດ​ຄຳສັນຍາ​ທີ່​ມີ​ໄວ້​ກັບ​ນາງ ເຖິງ​ແມ່ນ​ວ່າ ເຈົ້າ​ໄດ້​ສັນຍາ​ຢູ່​ຊ້ອງໜ້າ​ພຣະເຈົ້າ​ວ່າ ຈະ​ສັດຊື່​ຕໍ່​ນາງ​ກໍດີ.


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ, “ເຮົາ​ຈະ​ມາ​ປາກົດ​ຢູ່​ທ່າມກາງ​ພວກເຈົ້າ​ເພື່ອ​ຕັດສິນ ແລະ​ເຮົາ​ຈະ​ເປັນ​ພະຍານ​ຕໍ່ສູ້​ພວກ​ທີ່​ລົງມື​ຝຶກ​ເວດມົນ​ຄາຖາ, ຕໍ່ສູ້​ພວກ​ທີ່​ຫລິ້ນຊູ້​ສູ່ຜົວເມຍ, ຕໍ່ສູ້​ພວກ​ທີ່​ເປັນ​ພະຍານ​ບໍ່ຈິງ, ຕໍ່ສູ້​ພວກ​ທີ່​ສໍ້ໂກງ​ຄ່າ​ແຮງງານ​ຂອງ​ລູກຈ້າງ, ຕໍ່ສູ້​ພວກ​ທີ່​ເອົາປຽບ​ແມ່ໝ້າຍ, ເດັກ​ກຳພ້າ ແລະ​ຄົນຕ່າງດ້າວ ຄື​ຕໍ່ສູ້​ທຸກຄົນ​ທີ່​ບໍ່​ຢຳເກງ​ເຮົາ.”


ເພາະວ່າ​ພຣະເຈົ້າ​ຜູ້​ທີ່​ເຮົາ​ຮັບໃຊ້​ດ້ວຍ​ຊີວິດ​ຈິດໃຈ ໃນ​ການ​ປະກາດ​ຂ່າວປະເສີດ​ເລື່ອງ​ພຣະບຸດ​ຂອງ​ພຣະອົງ​ນັ້ນ ພຣະອົງ​ຊົງ​ເປັນ​ພະຍານ​ຝ່າຍ​ເຮົາ​ວ່າ ເມື່ອ​ເຮົາ​ພາວັນນາ​ອະທິຖານ​ນັ້ນ ເຮົາ​ກໍ​ລະນຶກເຖິງ​ພວກເຈົ້າ​ສະເໝີ​ບໍ່ໄດ້​ຂາດ.


ແລະ​ຈາກ​ພຣະເຢຊູ​ຄຣິດເຈົ້າ​ຜູ້​ຊົງ​ເປັນ​ພະຍານ​ທີ່​ສັດຊື່ ແລະ​ຊົງ​ເປັນ​ຜູ້​ທຳອິດ​ທີ່​ໄດ້​ເປັນ​ຄືນ​ມາ​ຈາກ​ຄວາມ​ຕາຍ ກັບ​ທັງ​ຊົງ​ຄອບຄອງ​ກະສັດ​ທັງຫລາຍ​ໃນ​ໂລກ. ພຣະອົງ​ຊົງ​ຮັກ​ເຮົາ​ທັງຫລາຍ ແລະ​ໄດ້​ຊົງ​ປົດປ່ອຍ​ພວກເຮົາ​ຈາກ​ການ​ຜິດບາບ ດ້ວຍ​ພຣະ​ໂລຫິດ​ຂອງ​ພຣະອົງ.


“ຈົ່ງ​ຂຽນ​ໄປ​ຍັງ​ເທວະດາ​ຂອງ​ພຣະເຈົ້າ ໃນ​ຄຣິສຕະຈັກ​ທີ່​ເມືອງ​ລາວດີເກອາ​ວ່າ, ນີ້​ເປັນ​ຖ້ອຍຄຳ​ຂອງ​ພຣະອົງ​ທີ່​ເປັນ ອາແມນ ພຣະອົງ​ຜູ້​ເປັນ​ພະຍານ​ຜູ້​ສັດຊື່​ແລະ​ຍຸດຕິທຳ ພຣະອົງ​ເປັນ​ຕົ້ນ​ກຳເນີດ ແຫ່ງ​ສິ່ງສາລະພັດ​ທີ່​ພຣະເຈົ້າ​ຊົງ​ສ້າງ​ໄວ້ ຊົງ​ກ່າວ​ດັ່ງນີ້​ວ່າ,


ພວກເຂົາ​ຕອບ​ວ່າ, “ຕົກລົງ ຂໍ​ໃຫ້​ພຣະເຈົ້າຢາເວ​ເປັນ​ພະຍານ​ໃນ​ເລື່ອງ​ນີ້​ເຖີດ.”


ຊາມູເອນ​ຕອບ​ຄືນ​ວ່າ, “ມື້ນີ້ ພຣະເຈົ້າຢາເວ​ພ້ອມ​ກັບ​ກະສັດ​ທີ່​ພຣະອົງ​ເລືອກ​ເອົາ​ນັ້ນ ໄດ້​ເປັນ​ພະຍານ​ຕໍ່ໜ້າ​ພວກເຈົ້າ​ວ່າ ພວກເຈົ້າ​ບໍ່​ພົບ​ຄວາມຜິດ​ໃດໆ​ໃນ​ຕົວ​ຂ້າພະເຈົ້າ.” ພວກເຂົາ​ຕອບ​ວ່າ, “ແມ່ນແລ້ວ ພຣະອົງ​ເປັນ​ພະຍານ​ໃຫ້​ພວກ​ຂ້ານ້ອຍ.”


ໂຢນາທານ​ເວົ້າ​ກັບ​ດາວິດ​ວ່າ, “ຈົ່ງ​ໄປ​ດ້ວຍ​ຄວາມ​ສະຫງົບສຸກ ຕາມທີ່​ເຮົາ​ທັງສອງ​ໄດ້​ສາບານ​ໃນ​ນາມ​ຂອງ​ພຣະເຈົ້າຢາເວ​ວ່າ, ພຣະເຈົ້າຢາເວ​ຈະ​ໂຜດ​ໃຫ້​ເຈົ້າ​ກັບ​ຂ້ອຍ ແລະ​ເຊື້ອສາຍ​ຂອງ​ເຈົ້າ​ກັບ​ເຊື້ອສາຍ​ຂອງຂ້ອຍ​ເປັນ​ມິດ​ຕໍ່ກັນ​ຕະຫລອດໄປ​ຢ່າງ​ແນ່ນອນ.” ແລ້ວ​ດາວິດ​ກໍ​ຈາກ​ໄປ ແລະ​ໂຢນາທານ​ໄດ້​ກັບເມືອ​ໃນເມືອງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka