Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 42:4 - ພຣະຄຳພີສັກສິ

4 ຂ້າພະເຈົ້າ​ຈຶ່ງ​ຕອບ​ວ່າ, “ຖ້າດັ່ງນັ້ນ ກໍດີ​ແລ້ວ; ຂ້ອຍ​ຈະ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ​ຕາມ​ທີ່​ພວກເຈົ້າ​ໄດ້​ຂໍຮ້ອງ​ມາ, ແລະ​ເມື່ອ​ພຣະເຈົ້າຢາເວ​ກ່າວ​ສິ່ງໃດ​ສິ່ງໜຶ່ງ​ແລ້ວ ຂ້ອຍ​ຈະ​ບອກ​ພວກເຈົ້າ. ຂ້ອຍ​ຈະ​ບໍ່​ປິດບັງ​ສິ່ງໃດໆ​ຕໍ່​ພວກເຈົ້າ​ເລີຍ.”

Uka jalj uñjjattʼäta Copia luraña




ເຢເຣມີຢາ 42:4
13 Jak'a apnaqawi uñst'ayäwi  

ຂ້ານ້ອຍ​ບໍ່ໄດ້​ເກັບ​ເລື່ອງ​ຄວາມພົ້ນ​ໄວ້​ສຳລັບ​ຕົວເອງ ຂ້ານ້ອຍ​ກ່າວ​ວ່າ​ພຣະອົງ​ສັດຊື່​ແລະ​ຊ່ວຍຊູ​ຢູ່​ເລື້ອຍ. ໃນ​ທີ່​ຊຸມນຸມຊົນ​ນັ້ນ ຂ້ານ້ອຍ​ບໍ່ໄດ້​ປິດບັງ​ຄວາມສັດຊື່ ແລະ​ຄວາມຮັກ​ອັນ​ໝັ້ນຄົງ​ຂອງ​ພຣະອົງ​ຈັກເທື່ອ.


ໂມເຊ​ຕອບ​ວ່າ, “ເມື່ອ​ຂ້ານ້ອຍ​ກັບຄືນ​ເມືອ​ແລ້ວ ຂ້ານ້ອຍ​ຈະ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ ຂໍ​ໃຫ້​ຝູງເຫລືອກ​ໜີໄປ​ຈາກ​ທ່ານ ຈາກ​ຂ້າຣາຊການ ແລະ​ຈາກ​ປະຊາຊົນ​ຂອງທ່ານ​ໃນ​ມື້ອື່ນ. ແຕ່​ຂໍ​ທ່ານ​ຢ່າ​ຫລອກລວງ​ພວກ​ຂ້ານ້ອຍ​ຕໍ່ໄປ ແລະ​ຢ່າ​ຂັດຂວາງ​ພວກຂ້ານ້ອຍ ເພື່ອ​ໄປ​ຖວາຍບູຊາ​ແກ່​ພຣະເຈົ້າຢາເວ.”


ຜູ້ທຳນວາຍ​ທີ່​ໄດ້​ຝັນ​ກໍ​ຄວນ​ກ່າວ​ວ່າ ເປັນ​ແຕ່​ຄວາມຝັນ​ເທົ່ານັ້ນ; ແຕ່​ຜູ້ທຳນວາຍ​ທີ່​ໄດ້ຍິນ​ຖ້ອຍຄຳ​ຂອງເຮົາ ກໍ​ຕ້ອງ​ປະກາດ​ຖ້ອຍຄຳ​ນັ້ນ​ຢ່າງ​ສັດຊື່. ເຟືອງເຂົ້າ​ຈະ​ປຽບ​ກັບ​ເຂົ້າ​ໄດ້​ບໍ?” ພຣະເຈົ້າຢາເວ​ກ່າວ​ດັ່ງນັ້ນແຫຼະ.


ແທນ​ທີ່​ລາວ​ຈະ​ເວົ້າ​ເຊັ່ນນັ້ນ ໃຫ້​ແຕ່ລະຄົນ​ຖາມ​ໝູ່ເພື່ອນ ແລະ​ພີ່ນ້ອງ​ຂອງຕົນ​ວ່າ, ‘ພຣະເຈົ້າຢາເວ​ໃຫ້​ຄຳຕອບ​ຢ່າງໃດ? ພຣະເຈົ້າຢາເວ​ກ່າວ​ວ່າ​ຢ່າງໃດ?’


ພຣະເຈົ້າຢາເວ​ກ່າວ​ວ່າ, “ເຈົ້າ​ຈົ່ງ​ຢືນ​ຢູ່​ໃນ​ເດີ່ນ​ຂອງ​ວິຫານ​ຂອງ​ພຣະເຈົ້າຢາເວ ແລະ​ປະກາດ​ຖ້ອຍຄຳ​ທັງໝົດ​ທີ່​ເຮົາ​ໄດ້​ສັ່ງ​ເຈົ້າ​ໃຫ້​ກ່າວ​ຕໍ່​ປະຊາຊົນ ທີ່​ມາ​ຈາກ​ເມືອງ​ຕ່າງໆ​ຂອງ​ອານາຈັກ​ຢູດາຍ​ເພື່ອ​ນະມັດສະການ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ. ຢ່າ​ສູ່​ກ່າວ​ໃຫ້​ຂາດ​ໄປ​ຈັກ​ຄຳ.


ເຖິງ​ແມ່ນ​ວ່າ​ພວກເຂົາ​ຈະ​ຟັງ​ເຈົ້າ​ຫລື​ບໍ່​ກໍຕາມ ເຈົ້າ​ຈະ​ຕ້ອງ​ບອກ​ສິ່ງ​ທີ່​ເຮົາ​ບອກ​ເຈົ້າ​ໃຫ້​ກ່າວ. ຈົ່ງ​ຈຳ​ໄວ້​ວ່າ​ພວກເຂົາ​ກະບົດ​ຕໍ່ສູ້​ເຮົາ.


ພວກທ່ານ​ກໍ​ຮູ້​ແລ້ວ​ວ່າ ຂ້າພະເຈົ້າ​ບໍ່ໄດ້​ຖ່ວງດຶງ​ສິ່ງໃດໆ ທີ່​ເປັນ​ຄຸນ​ປະໂຫຍດ​ແກ່​ພວກທ່ານ ຂ້າພະເຈົ້າ​ບໍ່ໄດ້​ທໍ້ຖອຍ​ຈາກ​ການ​ປະກາດ ຫລື​ສັ່ງສອນ​ພວກທ່ານ​ຕາມ​ທີ່​ປະຊຸມ ແລະ​ຕາມ​ບ້ານ​ເຮືອນ.


ດ້ວຍວ່າ, ຂ້າພະເຈົ້າ​ບໍ່ໄດ້​ທໍ້ຖອຍ ໃນ​ການ​ປະກາດ​ພຣະ​ປະສົງ​ທຸກຢ່າງ​ຂອງ​ພຣະເຈົ້າ​ໃຫ້​ພວກທ່ານ​ຮູ້.


ພີ່ນ້ອງ​ທັງຫລາຍ​ຂອງເຮົາ​ເອີຍ ຄວາມ​ປາຖະໜາ​ໃນ​ຈິດໃຈ​ຂອງເຮົາ ແລະ​ຄຳ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າ​ສຳລັບ​ຊາວ​ອິດສະຣາເອນ ແມ່ນ​ຂໍ​ໃຫ້​ພວກເຂົາ​ໄດ້​ພົ້ນ.


ສ່ວນ​ຂ້າພະເຈົ້າ ພຣະເຈົ້າຢາເວ​ໄດ້​ຫ້າມ​ຂ້າພະເຈົ້າ​ບໍ່​ໃຫ້​ຢຸດ​ເຊົາ​ພາວັນນາ​ອະທິຖານ​ສຳລັບ​ພວກເຈົ້າ ເພາະ​ການ​ຢຸດ​ເຊົາ​ພາວັນນາ​ອະທິຖານ​ສຳລັບ​ພວກເຈົ້າ​ນັ້ນ ເປັນ​ການ​ຜິດ​ຕໍ່​ພຣະອົງ; ແຕ່​ຂ້າພະເຈົ້າ​ຈະ​ສັ່ງສອນ​ພວກເຈົ້າ​ໃຫ້​ຮູ້​ສິ່ງ​ດີ​ແລະ​ສິ່ງ​ທີ່​ຖືກຕ້ອງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka