Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 42:22 - ພຣະຄຳພີສັກສິ

22 ສະນັ້ນ ຈົ່ງ​ຈົດຈຳ​ສິ່ງ​ນີ້​ໄວ້ ຄື​ພວກເຈົ້າ​ຈະ​ຕາຍ​ໃນ​ສົງຄາມ ຫລື​ເພາະ​ການ​ຕາຍອຶດ​ຕາຍຫິວ ຫລື​ເພາະ​ການ​ເຈັບໄຂ້​ໄດ້ປ່ວຍ​ຢູ່​ໃນ​ດິນແດນ ບ່ອນ​ທີ່​ພວກເຈົ້າ​ຢາກ​ໄປ​ອາໄສ​ຢູ່​ນັ້ນ.”

Uka jalj uñjjattʼäta Copia luraña




ເຢເຣມີຢາ 42:22
10 Jak'a apnaqawi uñst'ayäwi  

ແຕ່​ກະສັດ​ບໍ່ມີ​ອຳນາດ​ທີ່​ຈະ​ຊ່ວຍເຫລືອ​ພວກເຂົາ​ໄດ້ ແລະ​ການ​ຄຸ້ມຄອງ​ຂອງ​ປະເທດ​ເອຢິບ​ກໍ​ຈະ​ຈົບລົງ​ຢ່າງ​ພິນາດ.


ເຮົາ​ຈະ​ນຳ​ເສິກ​ສົງຄາມ, ຄວາມ​ຕາຍອຶດ​ຕາຍຫິວ ແລະ​ການ​ເຈັບໄຂ້​ໄດ້ປ່ວຍ​ມາ​ສູ່​ພວກເຂົາ ຈົນ​ບໍ່ມີ​ຜູ້ໃດ​ໃນ​ພວກເຂົາ​ເຫລືອຢູ່​ໃນ​ດິນແດນ​ທີ່​ເຮົາ​ໄດ້​ມອບ​ໃຫ້​ພວກເຂົາ ແລະ​ບັນພະບຸລຸດ​ຂອງ​ພວກເຂົາ.”


ປະຊາຊົນ​ທຸກຄົນ​ທີ່​ຕັ້ງໃຈ​ໄປ​ອາໄສ​ຢູ່​ໃນ​ປະເທດ​ເອຢິບ​ຈະ​ຕາຍ​ໃນ​ສົງຄາມ ຫລື​ເພາະ​ການ​ຕາຍອຶດ​ຕາຍຫິວ ຫລື​ເພາະ​ການ​ເຈັບໄຂ້​ໄດ້ປ່ວຍ. ບໍ່ມີ​ຜູ້ໃດ​ທີ່​ຈະ​ລອດຊີວິດ​ໄດ້ ບໍ່ມີ​ຜູ້ໃດ​ທີ່​ຈະ​ປົບໜີ​ຈາກ​ໄພພິບັດ ທີ່​ເຮົາ​ກຳລັງ​ນຳ​ມາ​ສູ່​ພວກເຂົາ​ໄດ້.’


ເນບູ​ກາດເນັດຊາ​ຈະ​ມາ​ເອົາ​ຊະນະ​ເອຢິບ. ປະຊາຊົນ​ເຫຼົ່ານັ້ນ​ທີ່​ຮັບ​ເຄາະກຳ​ໃຫ້​ຕາຍ​ຍ້ອນ​ການ​ເຈັບໄຂ້​ໄດ້ປ່ວຍ ກໍ​ຈະ​ຕາຍ​ຍ້ອນ​ການ​ເຈັບໄຂ້​ໄດ້ປ່ວຍ; ພວກ​ທີ່​ຮັບ​ເຄາະກຳ​ໃຫ້​ຖືກ​ຈັບ​ໄປ​ເປັນ​ຊະເລີຍເສິກ ກໍ​ຈະ​ຖືກ​ຈັບ​ໄປ​ເປັນ​ຊະເລີຍເສິກ; ແລະ​ພວກ​ທີ່​ຮັບ​ເຄາະກຳ​ໃຫ້​ຖືກ​ຂ້າ​ໃນ​ສົງຄາມ ກໍ​ຈະ​ຖືກ​ຂ້າ​ໃນ​ສົງຄາມ.


ສຳລັບ​ປະຊາຊົນ​ຢູດາ​ທີ່​ຍັງເຫລືອ​ແລະ​ຕັ້ງໃຈ​ໄປ​ຢູ່​ໃນ​ເອຢິບ​ນັ້ນ ເຮົາ​ຈະ​ເຮັດ​ໃຫ້​ພວກເຂົາ​ຖືກ​ທຳລາຍ​ໄປ​ຢ່າງ​ໝົດສິ້ນ. ພວກເຂົາ​ທັງໝົດ​ບໍ່​ວ່າ​ໃຫຍ່​ຫລື​ນ້ອຍ​ຈະ​ຕາຍ​ໃນ​ເອຢິບ ຄື​ຕາຍ​ໃນ​ສົງຄາມ​ຫລື​ຕາຍ​ຍ້ອນ​ການ​ອຶກຢາກ. ພວກເຂົາ​ຈະ​ເປັນ​ເປົ້າ​ສາຍຕາ​ອັນ​ໜ້າກຽດ​ໜ້າກົວ; ຄົນ​ທັງຫລາຍ​ຈະ​ຫົວ​ເຢາະເຢີ້ຍ​ພວກເຂົາ​ແລະ​ໃຊ້​ຊື່​ຂອງ​ພວກເຂົາ​ເປັນ​ຄຳສາບແຊ່ງ.


ຈົ່ງ​ບອກ​ພວກເຂົາ​ວ່າ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ, ‘ເຮົາ​ເປັນ​ພຣະເຈົ້າ​ອົງ​ຊົງ​ຊີວິດ​ຢູ່​ຢ່າງ​ແນ່ແທ້ ປະຊາຊົນ​ທີ່​ກຳລັງ​ອາໄສ​ຢູ່​ໃນ​ເມືອງ​ທີ່​ຮົກຮ້າງ​ເພພັງ​ຈະ​ຖືກ​ຂ້າ. ພວກ​ທີ່​ຢູ່​ນອກ​ເມືອງ​ຈະ​ຖືກ​ສັດປ່າ​ກິນ. ພວກ​ທີ່​ລີ້​ຢູ່​ຕາມ​ພູ​ແລະ​ໃນ​ຖໍ້າ ຈະ​ຕາຍ​ຍ້ອນ​ການ​ເຈັບໄຂ້​ໄດ້ປ່ວຍ.


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ, “ຈົ່ງ​ຕົບ​ມື​ສາ ຈົ່ງ​ທືບ​ຕີນ​ເຖີດ ຈົ່ງ​ຮ້ອງ​ຢ່າງ​ໂສກເສົ້າ​ເສຍໃຈ​ເພາະ​ຄວາມຊົ່ວ​ທັງໝົດ ຄື​ສິ່ງ​ອັນ​ໜ້າກຽດຊັງ​ຕ່າງໆ​ທີ່​ຊາວ​ອິດສະຣາເອນ​ໄດ້​ເຮັດ. ພວກເຂົາ​ຈະ​ຕາຍ​ໃນ​ເສິກ​ສົງຄາມ ຫລື​ໃນ​ການອຶດຢາກ ຫລື​ຍ້ອນ​ການ​ເຈັບໄຂ້​ໄດ້ປ່ວຍ.


ພວກ​ທີ່​ຢູ່​ຫ່າງໄກ​ຈະ​ເຈັບໄຂ້ ແລະ​ຕາຍ; ພວກ​ທີ່​ຢູ່​ອ້ອມແອ້ມ​ຈະ​ຖືກ​ຂ້າ​ໃນ​ສົງຄາມ; ພວກ​ທີ່​ລອດ​ມາ​ໄດ້​ກໍ​ຈະ​ອຶດ​ຕາຍ. ພວກເຂົາ​ຈະ​ໄດ້​ຊີມ​ຣິດ​ແຫ່ງ​ຄວາມ​ໂກດຮ້າຍ​ຂອງເຮົາ​ຢ່າງ​ສຸດຂີດ.


ເມື່ອ​ໄພພິບັດ​ມາເຖິງ ແລະ​ປະຊາຊົນ​ຖືກ​ກະຈັດ​ກະຈາຍ​ໄປ ຊາວ​ເອຢິບ​ຈະ​ທ້ອນໂຮມ​ເອົາ​ພວກເຂົາ ຄື​ໂຮມ​ເອົາ​ໄປ​ຝັງ​ໄວ້​ຢູ່​ໃນ​ເມືອງ​ມຳຟິດ ຊັບສົມບັດ​ທີ່​ເປັນ​ເຄື່ອງ​ເງິນ ແລະ​ບ່ອນ​ທີ່​ຕັ້ງ​ບ້ານເຮືອນ​ຂອງ​ພວກເຂົາ ກໍ​ຈະ​ມີ​ຫຍ້າ​ແລະ​ພຸ່ມໜາມ​ເກີດຂຶ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka