Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 42:21 - ພຣະຄຳພີສັກສິ

21 ບັດນີ້ ຂ້ອຍ​ໄດ້​ບອກ​ພວກເຈົ້າ​ແລ້ວ, ແຕ່​ພວກເຈົ້າ​ບໍ່​ເຊື່ອຟັງ​ທຸກໆ​ສິ່ງ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ​ໄດ້​ໃຊ້​ຂ້ອຍ​ມາ​ບອກ​ພວກເຈົ້າ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 42:21
16 Jak'a apnaqawi uñst'ayäwi  

ສະນັ້ນ ເຮົາ​ຈຶ່ງ​ປ່ອຍ​ໃຫ້​ພວກເຂົາ​ດື້ດຶງ​ຕາມໃຈ ໃຫ້​ເຮັດ​ຕາມ​ລຳພັງ​ໃຈ​ໃນ​ສິ່ງ​ທີ່​ພວກເຂົາ​ມັກ.


ເມື່ອ​ເຢເຣມີຢາ​ກ່າວ​ຕໍ່​ປະຊາຊົນ​ເຖິງ​ຖ້ອຍຄຳ​ທັງໝົດ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ ຊຶ່ງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ​ໄດ້​ໃຊ້​ເພິ່ນ​ໃຫ້​ບອກ​ພວກເຂົາ​ຈົບ​ແລ້ວ.


ສະນັ້ນ ຈຶ່ງ​ບໍ່ມີ​ຜູ້ໃດ​ເລີຍ​ທີ່​ເຊື່ອຟັງ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ ເພື່ອ​ອາໄສ​ຢູ່​ໃນ​ດິນແດນ​ຢູດາຍ ບໍ່​ວ່າ​ແຕ່​ໂຢຮານານ​ລູກຊາຍ​ຂອງ​ກາເຣຢາ ຫລື​ຜູ້ນຳ​ຝ່າຍ​ທະຫານ​ຜູ້ໃດ​ຜູ້ໜຶ່ງ ຫລື​ປະຊາຊົນ​ຄົນໃດ​ຄົນໜຶ່ງ.


ພວກເຂົາ​ບໍ່​ເຊື່ອຟັງ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ ແລະ​ຕ່າງ​ກໍ​ມຸ່ງໜ້າ​ເຂົ້າ​ໄປ​ສູ່​ປະເທດ​ເອຢິບ ຈົນເຖິງ​ເມືອງ​ຕາປັນເຮັດ.


ເຖິງ​ແມ່ນ​ວ່າ​ພວກເຂົາ​ຈະ​ຟັງ​ເຈົ້າ​ຫລື​ບໍ່​ກໍຕາມ ເຈົ້າ​ຈະ​ຕ້ອງ​ບອກ​ສິ່ງ​ທີ່​ເຮົາ​ບອກ​ເຈົ້າ​ໃຫ້​ກ່າວ. ຈົ່ງ​ຈຳ​ໄວ້​ວ່າ​ພວກເຂົາ​ກະບົດ​ຕໍ່ສູ້​ເຮົາ.


“ມະນຸດ​ເອີຍ ເຮົາ​ຈະ​ຕັ້ງ​ເຈົ້າ​ໃຫ້​ເປັນ​ຜູ້ເຝົ້າຍາມ​ຊົນຊາດ​ອິດສະຣາເອນ. ເຈົ້າ​ຈະ​ຖ່າຍທອດ​ຄຳ​ຕັກເຕືອນ​ທີ່​ເຮົາ​ໃຫ້​ເຈົ້າ​ສູ່​ພວກເຂົາ​ຟັງ.


ສະນັ້ນ ປະຊາຊົນ​ຂອງເຮົາ​ຈຶ່ງ​ຫລັ່ງໄຫລ​ກັນ​ມາ​ຟັງ​ສິ່ງ​ທີ່​ເຈົ້າ​ຕ້ອງ​ກ່າວ, ແຕ່​ພວກເຂົາ​ບໍ່ໄດ້​ເຮັດ​ຕາມ. ພວກເຂົາ​ຖື​ຄຳເວົ້າ​ຂອງເຈົ້າ​ນັ້ນ​ເປັນ​ດັ່ງ​ບົດເພງ​ງ່າຍໆ ແລະ​ພວກເຂົາ​ຍັງ​ສືບຕໍ່​ໂລບມາກ​ໂລພາ.


ສຳລັບ​ພວກເຂົາ​ແລ້ວ ເຈົ້າ​ນັ້ນ​ເປັນ​ດັ່ງ​ນັກຮ້ອງ​ແລະ​ນັກດົນຕຼີ ທີ່​ຮ້ອງເພງ​ຮັກ ຫລື​ດີດພິນ. ພວກເຂົາ​ຟັງ​ຄຳເວົ້າ​ຂອງເຈົ້າ​ທຸກ​ຄຳ; ແຕ່​ພວກເຂົາ​ບໍ່ໄດ້​ປະຕິບັດ​ຕາມ​ແມ່ນແຕ່​ຄຳດຽວ.


ພວກທ່ານ​ກໍ​ຮູ້​ແລ້ວ​ວ່າ ຂ້າພະເຈົ້າ​ບໍ່ໄດ້​ຖ່ວງດຶງ​ສິ່ງໃດໆ ທີ່​ເປັນ​ຄຸນ​ປະໂຫຍດ​ແກ່​ພວກທ່ານ ຂ້າພະເຈົ້າ​ບໍ່ໄດ້​ທໍ້ຖອຍ​ຈາກ​ການ​ປະກາດ ຫລື​ສັ່ງສອນ​ພວກທ່ານ​ຕາມ​ທີ່​ປະຊຸມ ແລະ​ຕາມ​ບ້ານ​ເຮືອນ.


ຈົ່ງ​ໃຫ້​ແນ່ໃຈ​ວ່າ​ບໍ່ມີ​ຜູ້ໃດ​ໃນ​ທີ່ນີ້ ວັນນີ້ ທີ່​ຍິນ​ຄຳ​ກ່າວ​ສາບານ​ອັນ​ໜັກແໜ້ນ​ເຫຼົ່ານີ້​ແລ້ວ ຄິດ​ອວດຕົວ​ວ່າ​ຕົນ​ຈະ​ຢູ່ເຢັນ​ເປັນສຸກ ເຖິງ​ແມ່ນ​ວ່າ​ຈະ​ດື້ດ້ານ​ໄປ​ຕາມ​ວິຖີ​ທາງ​ຂອງຕົນ​ກໍຕາມ. ການ​ເຮັດ​ເຊັ່ນນັ້ນ ເປັນ​ການ​ນຳ​ໄພພິບັດ​ມາ​ສູ່​ດິນແດນ​ທີ່​ອຸດົມສົມບູນ​ແລະ​ແຫ້ງແລ້ງ​ຂອງ​ພວກເຈົ້າ.


ວັນນີ້ ຂ້າພະເຈົ້າ​ຈະ​ໃຫ້​ພວກເຈົ້າ​ເລືອກ​ເອົາ ລະຫວ່າງ​ຊີວິດ​ແລະ​ຄວາມ​ຈະເລີນ ກັບ​ຄວາມຕາຍ​ແລະ​ຄວາມ​ຈິບຫາຍ.


ບັດນີ້ ຂ້າພະເຈົ້າ​ຂໍ​ໃຫ້​ພວກເຈົ້າ​ເລືອກເອົາ ລະຫວ່າງ​ຊີວິດ​ແລະ​ຄວາມຕາຍ, ພຣະພອນ​ແລະ​ຄຳສາບແຊ່ງ, ແລະ​ຂ້າພະເຈົ້າ​ວິງວອນ​ສະຫວັນ​ແລະ​ແຜ່ນດິນ​ໂລກ​ໃຫ້​ເປັນ​ພະຍານ​ໃນ​ສິ່ງ​ທີ່​ພວກເຈົ້າ​ເລືອກເອົາ. ຈົ່ງ​ເລືອກເອົາ​ຊີວິດ​ເຖີດ ເພື່ອ​ໃຫ້​ພວກເຈົ້າ​ແລະ​ລູກຫລານ​ຂອງ​ພວກເຈົ້າ​ມີ​ຊີວິດ​ຢູ່.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka