ເຢເຣມີຢາ 42:2 - ພຣະຄຳພີສັກສິ2 ແລະເວົ້າວ່າ, “ກະລຸນາເຮັດຕາມທີ່ພວກເຮົາຂໍຮ້ອງເຖີດ ຈົ່ງພາວັນນາອະທິຖານຕໍ່ພຣະເຈົ້າຢາເວ ພຣະເຈົ້າຂອງທ່ານໃຫ້ພວກເຮົາດ້ວຍ. ຈົ່ງພາວັນນາອະທິຖານສຳລັບພວກເຮົາທຸກຄົນທີ່ຍັງມີຊີວິດຢູ່. ຄັ້ງໜຶ່ງນັ້ນ ພວກເຮົາເຄີຍມີຫລາຍຄົນ, ແຕ່ບັດນີ້ພວກເຮົາເຫຼືອຢູ່ພຽງໜ້ອຍຄົນເທົ່ານັ້ນ ດັ່ງທີ່ທ່ານໄດ້ເຫັນນີ້ແຫລະ. Uka jalj uñjjattʼäta |
ກະສັດແຫ່ງອັດຊີເຣຍໄດ້ສົ່ງຂ້າຣາຊການຊັ້ນຜູ້ໃຫຍ່ ມາເວົ້າໝິ່ນປະໝາດພຣະເຈົ້າອົງຊົງຊີວິດຢູ່. ຂໍໃຫ້ພຣະເຈົ້າຢາເວ ພຣະເຈົ້າຂອງທ່ານໄດ້ຍິນຄຳໝິ່ນປະໝາດເຫຼົ່ານີ້ ແລະລົງໂທດພວກທີ່ເວົ້າຄຳໝິ່ນປະໝາດຕໍ່ພຣະເຈົ້າຢາເວ ພຣະເຈົ້າຂອງທ່ານດ້ວຍ. ສະນັ້ນ ຈົ່ງພາວັນນາອະທິຖານພຣະເຈົ້າສຳລັບປະຊາຊົນຂອງພວກເຮົາ ໃຫ້ມີຊີວິດລອດຢູ່ດ້ວຍເຖີດ.”
ພວກເຈົ້າທຸກຄົນຈະໄດ້ຮັບຄວາມອັບອາຍ ຍ້ອນພວກເຈົ້າໄດ້ເວົ້າວ່າ, ‘ກົກໄມ້ແມ່ນພໍ່ຂອງພວກເຈົ້າ ແລະໂງ່ນຫີນແມ່ນແມ່ຂອງພວກເຈົ້າ.’ ເຫດການນີ້ຈະເກີດຂຶ້ນ ເພາະພວກເຈົ້າໄດ້ຫັນໜີໄປຈາກເຮົາ ແທນທີ່ຈະກັບຄືນມາຫາເຮົາ. ແຕ່ເມື່ອພວກເຈົ້າມີຄວາມເດືອດຮ້ອນ ພວກເຈົ້າຊໍ້າພັດຮ້ອງຂໍເຮົາໃຫ້ຊ່ວຍເຫລືອ.
ແລ້ວໂຢຮານານລູກຊາຍຂອງກາເຣຢາກໍເວົ້າຕໍ່ເພິ່ນເປັນທາງລັບທີ່ມີຊະປາວ່າ, “ຈົ່ງໃຫ້ຂ້ານ້ອຍໄປສັງຫານອິດຊະມາເອນສາ ແລະຈະບໍ່ມີຄົນຮູ້ວ່າແມ່ນຜູ້ໃດເປັນຄົນຂ້າ. ເປັນຫຍັງຈຶ່ງຈະປ່ອຍໃຫ້ລາວມາລອບສັງຫານທ່ານ? ການກະທຳເຊັ່ນນັ້ນກໍຈະເປັນເຫດໃຫ້ຊາວຢິວທັງໝົດ ທີ່ມາເຕົ້າໂຮມກັນຢູ່ນຳທ່ານນັ້ນຕ້ອງຖືກກະຈັດກະຈາຍໄປ ຊຶ່ງຈະນຳຄວາມຈິບຫາຍຢ່າງໃຫຍ່ຫລວງ ມາສູ່ປະຊາຊົນທຸກໆຄົນທີ່ຍັງເຫລືອຢູ່ໃນຢູດາຍ.”
ເພາະພວກເຈົ້າກຳລັງເຮັດຜິດພາດຢ່າງຮ້າຍແຮງ. ພວກເຈົ້າໄດ້ຂໍຮ້ອງຂ້ອຍໃຫ້ພາວັນນາອະທິຖານຕໍ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາສຳລັບພວກເຈົ້າວ່າ, ‘ຂໍທ່ານຈົ່ງພາວັນນາອະທິຖານຕໍ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາ ແລະພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາສັ່ງສິ່ງໃດ ທ່ານຈົ່ງບອກພວກເຮົາ ແລະພວກເຮົາກໍຈະເຮັດຕາມທຸກສິ່ງທີ່ພຣະອົງສັ່ງ.’
ພວກເຂົາໄດ້ເວົ້າກັບຊາມູເອນວ່າ, “ທ່ານເອີຍ ກະລຸນາພາວັນນາອະທິຖານຕໍ່ພຣະເຈົ້າຢາເວ ພຣະເຈົ້າຂອງທ່ານສຳລັບພວກຜູ້ຮັບໃຊ້ຂອງທ່ານແດ່ ເພື່ອພວກຂ້ານ້ອຍຈະບໍ່ຕາຍ. ບັດນີ້ ພວກຂ້ານ້ອຍຮູ້ແລ້ວວ່າ ນອກຈາກການບາບອື່ນໆທີ່ພວກຂ້ານ້ອຍໄດ້ເຮັດແລ້ວ ພວກຂ້ານ້ອຍຍັງໄດ້ເຮັດບາບອີກທີ່ໄດ້ຂໍເອົາກະສັດ.”