19 ໂອ ຊາວຢູດາທີ່ຍັງເຫຼືອຢູ່ເອີຍ ພຣະເຈົ້າຢາເວໄດ້ບອກພວກເຈົ້າວ່າ, ‘ຢ່າສູ່ໄປປະເທດເອຢິບ.’ ຈົ່ງຮູ້ແນ່ວ່າ ຂ້ອຍໄດ້ເຕືອນພວກເຈົ້າໃນວັນນີ້
ສະນັ້ນ ພຣະເຈົ້າຢາເວຈຶ່ງໃຊ້ບັນດາຜູ້ທຳນວາຍ ມາເຕືອນພວກເຂົາໃຫ້ກັບມາຫາພຣະອົງ ແຕ່ປະຊາຊົນບໍ່ເຊື່ອຟັງ.
ແຕ່ພວກເພິ່ນພັດຄິດຄົດ ແລະບໍ່ເຊື່ອຟັງ ກົດບັນຍັດ ແລະໄດ້ຫັນຫລັງໃຫ້ພຣະເຈົ້າ. ພວກເພິ່ນຂ້າຜູ້ທຳນວາຍທີ່ໄດ້ກ່າວຕັກເຕືອນ ໃຫ້ພວກເພິ່ນຕ່າວຄືນມາຫາພຣະອົງ. ແຕ່ພວກເພິ່ນຊໍ້າປະໝາດດູຖູກພຣະອົງ ຫລາຍຄັ້ງຫລາຍຄາວສືບມາເລື້ອຍໆ.
ຂ້າພະເຈົ້າຕອບວ່າ, “ຕອນເຊົ້າກຳລັງມາ ແຕ່ຕອນຄໍ່າຈະມາອີກ. ຖ້າເຈົ້າຢາກຈະຖາມອີກກໍກັບມາຖາມໄດ້.”
ແຕ່ຖ້າທ່ານບໍ່ຍອມຈຳນົນ ພຣະເຈົ້າຢາເວໄດ້ໃຫ້ຂ້ານ້ອຍເຫັນທາງນິມິດ ສິ່ງທີ່ຈະເກີດຂຶ້ນກັບທ່ານ
ແຕ່ກະສັດແຫ່ງຢູດາຍໄດ້ກໍ່ການກະບົດ ແລະສົ່ງຄະນະຜູ້ຕາງໜ້າຂອງຕົນໄປປະເທດເອຢິບ ເພື່ອຫາຝູງມ້າ ແລະກອງທັບອັນມີທະຫານຫລວງຫລາຍມາ. ລາວຈະເຮັດຫລ້ອນໜ້າທີ່ຫລື? ລາວຈະໄປລອດບໍ? ລາວຝ່າຝືນຄຳໝັ້ນສັນຍາໂດຍບໍ່ຮັບໂທດໄດ້ບໍ?
ເຖິງແມ່ນວ່າຄົນກະບົດເຫຼົ່ານັ້ນຈະຟັງເຈົ້າຫລືບໍ່ກໍຕາມ ພວກເຂົາກໍຈະຮູ້ວ່າຍັງມີຜູ້ທຳນວາຍຄົນໜຶ່ງໃນທ່າມກາງພວກເຂົາ.
ຖ້າເຈົ້າຕັກເຕືອນຄົນດີມີສິນທຳຜູ້ໜຶ່ງບໍ່ໃຫ້ເຮັດບາບ ແລະລາວເຊື່ອຟັງເຈົ້າໂດຍບໍ່ເຮັດບາບນັ້ນ ລາວຈະມີຊີວິດຢູ່ ແລະເຈົ້າກໍໄດ້ຊ່ວຍຊີວິດຂອງເຈົ້າໄວ້.”
ເປັນຫຍັງພຣະເຈົ້າຢາເວຈຶ່ງຈະນຳພວກເຮົາເຂົ້າໄປໃນດິນແດນນັ້ນ? ພວກເຮົາຈະຖືກຂ້າໃນສະໜາມຮົບ ແລະບັນດາລູກເມຍຂອງພວກເຮົາກໍຈະຖືກຈັບໄປ. ພວກເຮົາກັບຄືນໄປເອຢິບບໍ່ດີກວ່າບໍ?”
ແລ້ວເປໂຕກໍສັ່ງ ແລະຕັກເຕືອນໜູນໃຈພວກເຂົາຕື່ມອີກຫລາຍປະການ ເພິ່ນກ່າວວ່າ, “ຈົ່ງເອົາຕົວລອດພົ້ນຈາກເຊື້ອຊາດອັນຄົດໂກງນີ້ເສຍ.”
ເຫດສະນັ້ນ ຂ້າພະເຈົ້າຈຶ່ງຂໍຢືນຢັນ ແລະເປັນພະຍານໃນພຣະນາມຂອງອົງພຣະຜູ້ເປັນເຈົ້າວ່າ, ຕັ້ງແຕ່ນີ້ຕໍ່ໄປ ເຈົ້າທັງຫລາຍຢ່າດຳເນີນຊີວິດຕາມຢ່າງຄົນຕ່າງຊາດທີ່ເຂົາດຳເນີນນັ້ນ ຄືດ້ວຍໃຈໂງ່ອັນຫາປະໂຫຍດບໍ່ໄດ້.
ກະສັດບໍ່ຕ້ອງມີມ້າຈຳນວນຫລວງຫລາຍໄວ້ໃຊ້ໃນກອງທັບ ແລະບໍ່ຕ້ອງສົ່ງຄົນໄປຊື້ມ້າ ທີ່ປະເທດເອຢິບ ເພາະພຣະເຈົ້າຢາເວໄດ້ບອກໄພ່ພົນຂອງພຣະອົງບໍ່ໃຫ້ພວກເຂົາກັບໄປທີ່ນັ້ນອີກຈັກເທື່ອ.
ແລະໄພພິບັດອັນຮ້າຍແຮງຫລາຍຢ່າງຈະມາເຖິງພວກເຂົາ, ແຕ່ຄົນຍັງຈະຮ້ອງເພງນີ້ຢູ່ຕໍ່ໄປ ແລະມັນຈະເປັນຈຸດຢືນແຫ່ງຄວາມຈິງຕໍ່ສູ້ພວກເຂົາ. ແມ່ນແຕ່ເວລານີ້ ກ່ອນເຮົານຳພວກເຂົາເຂົ້າໄປໃນດິນແດນທີ່ເຮົາໄດ້ສັນຍາວ່າຈະມອບໃຫ້ພວກເຂົາ ເຮົາກໍຮູ້ວ່າພວກເຂົາກຳລັງຄິດຢ່າງໃດແລ້ວ.”
ໃນເລື່ອງນີ້ ຢ່າໃຫ້ຄົນໃດລ່ວງເຮັດຜິດຕໍ່ພີ່ນ້ອງຄຣິສຕຽນຂອງຕົນ ຕາມທີ່ພວກເຮົາໄດ້ບອກພວກເຈົ້າໄວ້ກ່ອນແລ້ວ ແລະພວກເຮົາກໍໄດ້ເຕືອນພວກເຈົ້າຢ່າງໜັກແໜ້ນວ່າ ອົງພຣະຜູ້ເປັນເຈົ້າຈະລົງໂທດຄົນທີ່ເຮັດຜິດໃນເລື່ອງນີ້.