Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 42:17 - ພຣະຄຳພີສັກສິ

17 ປະຊາຊົນ​ທຸກຄົນ​ທີ່​ຕັ້ງໃຈ​ໄປ​ອາໄສ​ຢູ່​ໃນ​ປະເທດ​ເອຢິບ​ຈະ​ຕາຍ​ໃນ​ສົງຄາມ ຫລື​ເພາະ​ການ​ຕາຍອຶດ​ຕາຍຫິວ ຫລື​ເພາະ​ການ​ເຈັບໄຂ້​ໄດ້ປ່ວຍ. ບໍ່ມີ​ຜູ້ໃດ​ທີ່​ຈະ​ລອດຊີວິດ​ໄດ້ ບໍ່ມີ​ຜູ້ໃດ​ທີ່​ຈະ​ປົບໜີ​ຈາກ​ໄພພິບັດ ທີ່​ເຮົາ​ກຳລັງ​ນຳ​ມາ​ສູ່​ພວກເຂົາ​ໄດ້.’

Uka jalj uñjjattʼäta Copia luraña




ເຢເຣມີຢາ 42:17
7 Jak'a apnaqawi uñst'ayäwi  

ເຮົາ​ຈະ​ນຳ​ເສິກ​ສົງຄາມ, ຄວາມ​ຕາຍອຶດ​ຕາຍຫິວ ແລະ​ການ​ເຈັບໄຂ້​ໄດ້ປ່ວຍ​ມາ​ສູ່​ພວກເຂົາ ຈົນ​ບໍ່ມີ​ຜູ້ໃດ​ໃນ​ພວກເຂົາ​ເຫລືອຢູ່​ໃນ​ດິນແດນ​ທີ່​ເຮົາ​ໄດ້​ມອບ​ໃຫ້​ພວກເຂົາ ແລະ​ບັນພະບຸລຸດ​ຂອງ​ພວກເຂົາ.”


“ພຣະເຈົ້າຢາເວ​ກ່າວ​ວ່າ, ‘ຜູ້ໃດ​ກໍຕາມ​ທີ່​ຢູ່​ໃນ​ເມືອງ ຈະ​ຕ້ອງ​ຕາຍ​ຍ້ອນ​ສົງຄາມ ຫລື​ຍ້ອນ​ການ​ຕາຍອຶດ​ຕາຍຫິວ ຫລື​ຍ້ອນ​ເຈັບໄຂ້​ໄດ້ປ່ວຍ. ແຕ່​ພວກ​ທີ່​ອອກ​ໄປ​ຍອມ​ຈຳນົນ​ຕໍ່​ພວກ​ບາບີໂລນ​ຈະ​ບໍ່​ຖືກ​ຂ້າ; ຢ່າງໜ້ອຍ​ພວກເຂົາ​ຈະ​ປົບໜີ​ໄດ້​ແລະ​ມີ​ຊີວິດ​ຢູ່.”’


ສະນັ້ນ ຈົ່ງ​ຈົດຈຳ​ສິ່ງ​ນີ້​ໄວ້ ຄື​ພວກເຈົ້າ​ຈະ​ຕາຍ​ໃນ​ສົງຄາມ ຫລື​ເພາະ​ການ​ຕາຍອຶດ​ຕາຍຫິວ ຫລື​ເພາະ​ການ​ເຈັບໄຂ້​ໄດ້ປ່ວຍ​ຢູ່​ໃນ​ດິນແດນ ບ່ອນ​ທີ່​ພວກເຈົ້າ​ຢາກ​ໄປ​ອາໄສ​ຢູ່​ນັ້ນ.”


ແຕ່​ມີ​ໜ້ອຍຄົນ​ເທົ່ານັ້ນ​ໃນ​ພວກເຈົ້າ ທີ່​ຈະ​ໜີ​ພົ້ນ​ຈາກ​ຄວາມຕາຍ ແລະ​ກັບຄືນ​ຈາກ​ເອຢິບ​ມາ​ສູ່​ດິນແດນ​ຢູດາຍ. ແລ້ວ​ພວກ​ທີ່​ລອດຊີວິດ​ມາ​ນັ້ນ​ກໍ​ຈະ​ຮູ້​ວ່າ ຄຳເວົ້າ​ຂອງ​ຜູ້ໃດ​ກາຍເປັນຈິງ ຂອງເຮົາ​ຫລື​ຂອງ​ພວກເຂົາ​ແທ້.’


ພວກເຈົ້າ​ຢ້ານ​ດາບ​ບໍ? ເຮົາ​ຈະ​ນຳ​ນັກຟັນດາບ​ມາ​ໂຈມຕີ​ພວກເຈົ້າ, ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka