Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 42:16 - ພຣະຄຳພີສັກສິ

16 ແລ້ວ​ເສິກ​ທີ່​ພວກເຈົ້າ​ຢ້ານ​ນີ້ ກໍ​ຈະ​ເກີດຂຶ້ນ​ກັບ​ພວກເຈົ້າ​ຄືກັນ​ຢູ່​ໃນ​ປະເທດ​ເອຢິບ ແລະ​ການ​ຕາຍອຶດ​ຕາຍຫິວ​ທີ່​ພວກເຈົ້າ​ຢ້ານກົວ​ນັ້ນ ຈະ​ຕາມ​ພວກເຈົ້າ​ໄປ ແລະ​ພວກເຈົ້າ​ຈະ​ຕາຍ​ຢູ່​ໃນ​ປະເທດ​ເອຢິບ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 42:16
13 Jak'a apnaqawi uñst'ayäwi  

ຄວາມ​ລຳບາກ​ຕິດຕາມ​ຄົນບາບ​ໄປ​ທຸກແຫ່ງ​ທຸກຫົນ, ແຕ່​ຄວາມ​ຈະເລິນ​ຮຸ່ງເຮືອງ​ເປັນ​ບຳເໜັດ​ຂອງ​ຄົນ​ຊອບທຳ.


ແຕ່​ຖ້າ​ປະເທດ​ຫລື​ອານາຈັກ​ໃດ​ທີ່​ບໍ່​ຍອມ​ຢູ່ໃຕ້​ການປົກຄອງ​ຂອງ​ລາວ ແລ້ວ​ເຮົາ​ກໍ​ຈະ​ລົງໂທດ​ປະເທດ​ນັ້ນ​ໂດຍ​ໃຫ້​ເກີດ​ສົງຄາມ, ເກີດ​ການ​ຕາຍອຶດ​ຕາຍຫິວ ແລະ​ການ​ເຈັບໄຂ້​ໄດ້ປ່ວຍ. ພຣະເຈົ້າຢາເວ​ກ່າວ​ວ່າ ຈົນເຖິງ​ຂັ້ນ​ເຮົາ​ອະນຸຍາດ​ໃຫ້​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ​ທຳລາຍ​ປະເທດ​ຢ່າງ​ໝົດສິ້ນ.


ແຕ່​ພວກເຈົ້າ​ຜູ້​ທີ່​ເຫຼືອ​ຢູ່​ໃນ​ດິນແດນ​ຢູດາຍ​ນີ້ ຈະ​ຕ້ອງ​ເຊື່ອຟັງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ແລະ​ຈະ​ຕ້ອງ​ຍອມ​ຮັບ​ວ່າ​ຈະ​ບໍ່​ໜີໄປ​ຈາກ​ດິນແດນ​ນີ້. ພວກເຈົ້າ​ຈະ​ບໍ່​ຕ້ອງ​ເວົ້າ​ວ່າ, ‘ບໍ່ ພວກເຮົາ​ຈະ​ໄປ​ອາໄສ​ຢູ່​ໃນ​ປະເທດ​ເອຢິບ ບ່ອນ​ທີ່​ພວກເຮົາ​ຈະ​ບໍ່​ຕ້ອງ​ປະເຊີນ​ໜ້າ​ກັບ​ສົງຄາມ ຫລື​ໄດ້ຍິນ​ສຽງ​ເອີ້ນ​ໃຫ້​ເຂົ້າ​ໄປ​ເຮັດ​ເສິກ ຫລື​ຕ້ອງ​ອຶດຢາກ​ອີກ​ຕໍ່ໄປ.’ ຖ້າ​ພວກເຈົ້າ​ເວົ້າ​ເຊັ່ນນີ້ ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ຄື​ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ກ່າວ​ວ່າ, ‘ຖ້າ​ພວກເຈົ້າ​ຕັ້ງໃຈ​ທີ່​ຈະ​ໄປ​ອາໄສ​ຢູ່​ໃນ​ປະເທດ​ເອຢິບ


ເຮົາ​ຈະ​ເຝົ້າ​ເບິ່ງ​ບໍ່​ໃຫ້​ພວກເຈົ້າ​ຈະເລີນ​ຮຸ່ງເຮືອງ​ຂຶ້ນ ແຕ່​ພວກເຈົ້າ​ຈະ​ຕ້ອງ​ຖືກ​ທຳລາຍ. ພວກເຈົ້າ​ທັງໝົດ​ຈະ​ຕ້ອງ​ຕາຍ​ໃນ​ສົງຄາມ ຫລື​ເພາະ​ການ​ເຈັບໄຂ້​ໄດ້ປ່ວຍ ຈົນ​ບໍ່ມີ​ຜູ້ໃດ​ໃນ​ພວກເຈົ້າ​ເຫລືອຢູ່.


ພວກເຈົ້າ​ຢ້ານ​ດາບ​ບໍ? ເຮົາ​ຈະ​ນຳ​ນັກຟັນດາບ​ມາ​ໂຈມຕີ​ພວກເຈົ້າ, ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ.


ແຕ່​ໂດຍ​ຜ່ານ​ທາງ​ພວກ​ຜູ້ທຳນວາຍ​ຄື​ຄົນ​ຮັບໃຊ້​ຂອງເຮົາ ເຮົາ​ໄດ້​ມອບ​ຖ້ອຍຄຳ​ແລະ​ຄຳ​ຕັກເຕືອນ​ຕ່າງໆ ໃຫ້​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ; ແຕ່​ພວກເຂົາ​ບໍ່ໄດ້​ເອົາໃຈໃສ່ ຈຶ່ງ​ໄດ້​ຮັບ​ໂທດກຳ ແລ້ວ​ພວກເຂົາ​ກໍໄດ້​ກັບໃຈໃໝ່​ແລະ​ກ່າວ​ວ່າ, ‘ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ໄດ້​ລົງໂທດ​ພວກເຮົາ ສົມກັບ​ທີ່​ພວກເຮົາ​ສົມຄວນ​ໄດ້​ຮັບ ຕາມ​ທີ່​ພຣະອົງ​ໄດ້​ຕັດສິນໃຈ​ເຮັດ​ເຊັ່ນນັ້ນ.”’


ຖ້າ​ພວກເຮົາ​ປ່ອຍ​ໃຫ້​ລາວ​ເຮັດ​ຢູ່​ຢ່າງ​ນີ້​ແລ້ວ ຄົນ​ທັງຫລາຍ​ກໍ​ຈະ​ເຊື່ອ​ລາວ ແລະ​ພວກ​ໂຣມ​ກໍ​ຈະ​ມາ ທຳລາຍ​ພຣະວິຫານ​ກັບ​ປະເທດ​ຊາດ​ຂອງ​ພວກເຮົາ.”


“ແຕ່​ຖ້າ​ພວກເຈົ້າ​ບໍ່​ເຊື່ອຟັງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ແລະ​ບໍ່​ຢຶດຖື​ຢ່າງ​ຕັ້ງ​ໜ້າ​ຄຳສັ່ງ​ທຸກ​ຂໍ້​ຂອງ​ພຣະອົງ ພ້ອມ​ກັບ​ກົດບັນຍັດ​ທັງຫລາຍ​ທີ່​ຂ້າພະເຈົ້າ​ກຳລັງ​ໃຫ້​ພວກເຈົ້າ​ໃນວັນນີ້ ແລ້ວ​ຄຳສາບແຊ່ງ​ທັງໝົດ​ເຫຼົ່ານີ້​ຈະ​ເກີດຂຶ້ນ​ກັບ​ພວກເຈົ້າ​ດັ່ງນີ້:


ພຣະເຈົ້າຢາເວ​ຈະ​ລົງໂທດ​ພວກເຈົ້າ​ດ້ວຍ​ພະຍາດ​ຕິດຕໍ່, ພະຍາດ​ອັກເສບ​ແລະ​ຄວາມ​ເຈັບໄຂ້​ໄດ້ປ່ວຍ; ນອກຈາກນີ້ ພຣະອົງ​ຈະ​ໃຫ້​ເກີດ​ການ​ແຫ້ງແລ້ງ ແລະ​ແມງໄມ້​ຈະ​ມາ​ທຳລາຍ​ເຄື່ອງປູກ​ຂອງຝັງ​ຂອງ​ພວກເຈົ້າ​ຈົນ​ໝົດ. ຄວາມ​ຈິບຫາຍ​ເຫຼົ່ານີ້​ຈະ​ຄຸກຄາມ​ປະຈຳ ຈົນ​ພວກເຈົ້າ​ຕາຍ.


ໄພພິບັດ​ເຫຼົ່ານີ້ ຈະ​ມາ​ສູ່​ພວກເຈົ້າ​ແລະ​ຕົກ​ຖືກ​ພວກເຈົ້າ ຈົນກວ່າ​ພວກເຈົ້າ​ຖືກ​ທຳລາຍ ເພາະ​ພວກເຈົ້າ​ບໍ່​ເຊື່ອຟັງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ແລະ​ຍືດຖື​ກົດບັນຍັດ​ທັງໝົດ​ທີ່​ຂ້າພະເຈົ້າ​ໄດ້​ມອບ​ໃຫ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka