11 ຢ່າຢ້ານກົວກະສັດແຫ່ງບາບີໂລນຜູ້ທີ່ເຈົ້າຢ້ານກົວຢູ່ນັ້ນ ພຣະເຈົ້າຢາເວກ່າວວ່າ ຢ່າຢ້ານກົວເລີຍ ເພາະເຮົາສະຖິດຢູ່ກັບພວກເຈົ້າ ແລະເຮົາຈະຊ່ວຍກູ້ເອົາພວກເຈົ້າອອກຈາກອຳນາດຂອງລາວ.
ຊາວອິດສະຣາເອນທັງໝົດກັບຄົນຮັ່ງມີ ແລະຄົນທຸກຈົນ ພ້ອມທັງພວກນາຍທະຫານຕ່າງກໍປົບໜີໄປປະເທດເອຢິບ ເພາະຢ້ານຊາວບາບີໂລນ.
ພຣະເຈົ້າຢາເວຢູ່ນຳຂ້ານ້ອຍ ຂ້ານ້ອຍຈະບໍ່ຢ້ານກົວເລີຍ ແມ່ນຜູ້ໃດເຮັດຫຍັງໃຫ້ຂ້ານ້ອຍໄດ້?
ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ຢູ່ກັບພວກຂ້ານ້ອຍ ພຣະເຈົ້າຂອງຢາໂຄບເປັນປ້ອມປ້ອງກັນຂອງພວກຂ້ານ້ອຍ.
ເພາະເຮົາຢູ່ກັບພວກເຈົ້າ ສະນັ້ນ ຢ່າສູ່ຢ້ານກົວ ຢ່າສູ່ຢ້ານສິ່ງໃດໆ ເຮົາຄືພຣະເຈົ້າຂອງພວກເຈົ້າ ເຮົາຈະຊ່ວຍເຫຼືອໃຫ້ພວກເຈົ້າໄດ້ເຂັ້ມແຂງ ເຮົາຈະປົກປັກຮັກສາຊ່ວຍພວກເຈົ້າໃຫ້ພົ້ນ.
ເຮົາຈະຢູ່ນຳເມື່ອຍ່າງຂ້າມບ່ອນນໍ້າເລິກໄປ ຄວາມລຳບາກຂອງພວກເຈົ້າຈະບໍ່ຖ້ວມພວກເຈົ້າ. ໄຟຈະບໍ່ໄໝ້ພວກເຈົ້າເມື່ອຜ່ານຜ່າໄຟໄປ ການທົດລອງທີ່ລຳບາກຈະທຳຮ້າຍພວກເຈົ້າບໍ່ໄດ້.
ສະນັ້ນ ຢ່າສູ່ຢ້ານກົວແຕ່ຢ່າງໃດເລີຍ ຝ່າຍເຮົາສະຖິດຢູ່ກັບພວກເຈົ້າ. ແຕ່ທີ່ໄກສຸດທາງຕາເວັນອອກແລະຕາເວັນຕົກ ເຮົາຈະນຳຄົນຂອງເຈົ້າກັບຄືນມາບ້ານ.
ຢ່າສູ່ຢ້ານກົວພວກເຂົາເລີຍ, ເພາະເຮົາຢູ່ກັບເຈົ້າເພື່ອປົກປ້ອງຄຸ້ມຄອງເຈົ້າ.” ພຣະເຈົ້າຢາເວໄດ້ກ່າວດັ່ງນີ້ແຫລະ.
ເຮົາຈະໃຫ້ເຈົ້າເປັນດັ່ງກຳແພງທອງສຳຣິດ ອັນແຂງແກ່ນສຳລັບພວກເຂົາ. ພວກເຂົາຈະຕໍ່ສູ້ເຈົ້າ ແຕ່ພວກເຂົາຈະບໍ່ຊະນະເຈົ້າໄດ້ຈັກເທື່ອ. ເຮົາຈະຢູ່ກັບເຈົ້າເພື່ອປົກປ້ອງຄຸ້ມຄອງເຈົ້າໃຫ້ປອດໄພ.
ແຕ່ຖ້າປະເທດໃດຍອມຢູ່ໃຕ້ບັງຄັບຂອງກະສັດແຫ່ງບາບີໂລນ ແລະຮັບໃຊ້ລາວ ແລ້ວເຮົາກໍຈະປ່ອຍໃຫ້ປະເທດນັ້ນມີດິນແດນທີ່ເປັນຂອງຕົນເອງ ເພື່ອເຮັດໄຮ່ໄຖນາແລະຢູ່ທີ່ນັ້ນ. ເຮົາຄືພຣະເຈົ້າຢາເວໄດ້ກ່າວດັ່ງນີ້ແຫຼະ.”
ຂ້າພະເຈົ້າໄດ້ກ່າວຢ່າງດຽວກັນແກ່ກະສັດເຊເດກີຢາແຫ່ງຢູດາຍວ່າ, “ຈົ່ງຍອມຢູ່ໃຕ້ບັງຄັບຂອງກະສັດແຫ່ງບາບີໂລນ. ຈົ່ງຮັບໃຊ້ເພິ່ນແລະປະຊາຊົນຂອງເພິ່ນແລະທ່ານກໍຈະມີຊີວິດຢູ່.
ຢ່າສູ່ເຊື່ອຟັງພວກເຂົາ; ຈົ່ງຍອມຢູ່ໃຕ້ບັງຄັບຂອງກະສັດແຫ່ງບາບີໂລນ ແລະພວກເຈົ້າຈະມີຊີວິດຢູ່ ເປັນຫຍັງຈຶ່ງຈະເຮັດໃຫ້ເມືອງນີ້ກາຍເປັນກອງສິ່ງຮົກຮ້າງເພພັງ?
ຢ່າກະບົດຕໍ່ສູ້ພຣະເຈົ້າຢາເວເລີຍ ແລະຢ່າສູ່ຢ້ານປະຊາຊົນທີ່ອາໄສຢູ່ທີ່ນັ້ນ. ພວກເຮົາຈະຊະນະພວກເຂົາຢ່າງງ່າຍດາຍ. ພຣະເຈົ້າຢາເວສະຖິດຢູ່ນຳພວກເຮົາ ແລະຈະຊົງທຳລາຍບັນດາພະທີ່ປົກປັກຮັກສາພວກເຂົາໃຫ້ສູນສິ້ນໄປໝົດ; ສະນັ້ນ ຢ່າສູ່ຢ້ານເລີຍ.”
ຢ່າສູ່ຢ້ານຜູ້ທີ່ຂ້າໄດ້ແຕ່ຮ່າງກາຍ, ແຕ່ຂ້າຈິດວິນຍານບໍ່ໄດ້, ແຕ່ຈົ່ງຢ້ານພຣະເຈົ້າຜູ້ທີ່ທຳລາຍໄດ້ ທັງຮ່າງກາຍ ແລະຈິດວິນຍານໃນໄຟນະຣົກ.
ສັ່ງສອນພວກເຂົາໃຫ້ຖືຮັກສາທຸກໆສິ່ງທີ່ເຮົາໄດ້ສັ່ງພວກເຈົ້າໄວ້ແລ້ວນັ້ນ ນີ້ແຫຼະ ເຮົາຢູ່ກັບເຈົ້າທັງຫລາຍທຸກໆວັນຈົນສິ້ນໂລກນີ້.”
ເພາະເຮົາຢູ່ກັບເຈົ້າ, ບໍ່ມີຜູ້ໃດຈະເຮັດຮ້າຍໃຫ້ເຈົ້າໄດ້ ເພາະປະຊາຊົນຂອງພຣະເຈົ້າໃນເມືອງນີ້ກໍມີຫລາຍ.”
ຖ້າເປັນຢ່າງນັ້ນ ເຮົາທັງຫລາຍຈະວ່າຢ່າງໃດ? ຖ້າພຣະເຈົ້າຢູ່ຝ່າຍພວກເຮົາ ຜູ້ໃດຈະຕໍ່ສູ້ພວກເຮົາໄດ້?
ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ກໍສະຖິດຢູ່ນຳພວກເຈົ້າ ແລະໃຫ້ພວກເຈົ້າໄດ້ຮັບໄຊຊະນະ.’
ແຕ່ອົງພຣະຜູ້ເປັນເຈົ້າສະຖິດຢູ່ກັບເຮົາ ແລະຊູກຳລັງເຮົາຂຶ້ນ ເພື່ອໃຫ້ເຮົາສາມາດປະກາດຂ່າວປະເສີດອັນຄົບຖ້ວນ ແກ່ຄົນຕ່າງຊາດທຸກຄົນ ແລະເຮົາກໍໄດ້ຖືກຊ່ວຍກູ້ເອົາໃຫ້ພົ້ນຈາກປາກຂອງສິງໂຕ.
ໂຢຊວຍເອີຍ ຕາບໃດທີ່ເຈົ້າຍັງມີຊີວິດຢູ່ ຈະບໍ່ມີໃຜຊະນະເຈົ້າໄດ້. ເຮົາຈະຢູ່ກັບເຈົ້າດັ່ງທີ່ເຮົາໄດ້ຢູ່ກັບໂມເຊ ເຮົາຈະຢູ່ກັບເຈົ້າເລື້ອຍໄປ ເຮົາຈະບໍ່ປະຖິ້ມເຈົ້າ.
ຈົ່ງຈົດຈຳວ່າເຮົາໄດ້ສັ່ງເຈົ້າ ຈົ່ງມີໃຈເດັດດ່ຽວແລະກ້າຫານ ຢ່າຢ້ານຫລືທໍ້ຖອຍກຳລັງໃຈ ເພາະເຮົາຄືພຣະເຈົ້າຢາເວ ພຣະເຈົ້າຂອງເຈົ້າ ຢູ່ກັບເຈົ້າໃນທຸກໆບ່ອນທີ່ເຈົ້າໄປ.”