Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 42:10 - ພຣະຄຳພີສັກສິ

10 ‘ຖ້າ​ພວກເຈົ້າ​ຢາກ​ອາໄສ​ຢູ່​ໃນ​ດິນແດນ​ນີ້​ຕໍ່ໄປ​ແລ້ວ ເຮົາ​ກໍ​ຈະ​ສ້າງ​ພວກເຈົ້າ​ຂຶ້ນ ແລະ​ບໍ່ແມ່ນ​ທຳລາຍ​ພວກເຈົ້າ​ລົງ; ເຮົາ​ຈະ​ປູກ​ພວກເຈົ້າ ແລະ​ຈະ​ບໍ່​ຫລົກ​ພວກເຈົ້າ​ຖິ້ມ. ການທຳລາຍ​ທີ່​ເຮົາ​ນຳ​ມາ​ສູ່​ພວກເຈົ້າ​ນັ້ນ ໄດ້​ເຮັດ​ໃຫ້​ເຮົາ​ມີ​ຄວາມທຸກໃຈ​ຫລາຍ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 42:10
25 Jak'a apnaqawi uñst'ayäwi  

ໃນ​ຂະນະທີ່​ເທວະດາ​ເກືອບ​ຈະ​ທຳລາຍ​ນະຄອນ​ເຢຣູຊາເລັມ​ນັ້ນ ພຣະເຈົ້າຢາເວ​ປ່ຽນໃຈ​ເຖິງ​ການ​ລົງໂທດ​ປະຊາຊົນ. ພຣະອົງ​ສັ່ງ​ເທວະດາ​ທີ່​ກຳລັງ​ຂ້າ​ພວກເຂົາ​ຢູ່​ນັ້ນ​ວ່າ, “ຢຸດ! ສໍ່າ​ນີ້​ກໍ​ພໍ​ແລ້ວ.” ໃນ​ຂະນະ​ນັ້ນ ເທວະດາ​ຂອງ​ພຣະເຈົ້າຢາເວ​ກຳລັງ​ຢືນ​ຢູ່​ໃກ້​ກັບ​ລານ​ຟາດເຂົ້າ​ຂອງ​ອາໂຣນາ ຊາວ​ເຢບຸດ.


ເມື່ອ​ພຣະເຈົ້າຢາເວ​ສ້າງ​ຊີໂອນ​ຂຶ້ນ​ໃຫມ່ ພຣະອົງ​ຈະ​ປາກົດ​ດ້ວຍ​ສະຫງ່າຣາສີ​ຂອງ​ພຣະອົງ.


ເພື່ອ​ເຫັນ​ແກ່​ພວກເຂົາ ພຣະອົງ​ຈຶ່ງ​ຈົດຈຳ​ພັນທະສັນຍາ​ຂອງ​ພຣະອົງ ຍ້ອນ​ຄວາມຮັກ​ອັນ​ໝັ້ນຄົງ​ຂອງ​ພຣະອົງ ພຣະອົງ​ຈຶ່ງ​ຊົງ​ເມດຕາ​ພວກ​ເຂົາເຈົ້າ.


ຈົ່ງ​ໄວ້ວາງໃຈ​ໃນ​ພຣະເຈົ້າຢາເວ​ແລະ​ເຮັດ​ດີ ຈົ່ງ​ອາໄສ​ຢູ່​ໃນ​ດິນແດນ​ຢ່າງ​ປອດໄພ​ເຖີດ.


ພຣະອົງ​ຈະ​ຊ່ວຍ​ນະຄອນ​ເຢຣູຊາເລັມ​ໃຫ້​ພົ້ນໄພ ແລະ​ສ້າງ​ເມືອງ​ຂອງ​ຢູດາ​ຂຶ້ນ​ໃໝ່. ທີ່​ນັ້ນ​ປະຊາຊົນ​ຕ່າງ​ກໍ​ຈະ​ໄດ້​ຢູ່ອາໄສ ເປັນ​ກຳມະສິດ​ດິນແດນ​ສຳລັບ​ເຂົາເຈົ້າ.


ສະນັ້ນ ພຣະເຈົ້າຢາເວ​ຈຶ່ງ​ປ່ຽນ​ການ​ຕັດສິນໃຈ ແລະ​ບໍ່ໄດ້​ນຳ​ເອົາ​ຄວາມ​ຈິບຫາຍ​ມາ​ສູ່​ປະຊາຊົນ​ຂອງ​ພຣະອົງ ຕາມ​ທີ່​ພຣະອົງ​ໄດ້​ກ່າວ​ນັ້ນ.


ເຮົາ​ຈະ​ເຝົ້າເບິ່ງ​ພວກເຂົາ ແລະ​ຈະ​ນຳ​ພວກເຂົາ​ກັບຄືນ​ມາ​ສູ່​ດິນແດນ​ນີ້. ເຮົາ​ຈະ​ກໍ່ສ້າງ ແລະ​ຫລໍ່ຫລອມ​ພວກເຂົາ​ຂຶ້ນ ແລະ​ຈະ​ບໍ່​ທຳລາຍ​ພວກເຂົາ​ລົງ; ເຮົາ​ຈະ​ປູກ​ພວກເຂົາ​ໄວ້ ແລະ​ຈະ​ບໍ່​ຫລົກ​ພວກເຂົາ​ຖິ້ມ.


ກະສັດ​ເຮເຊກີຢາ​ແລະ​ປະຊາຊົນ​ຢູດາ​ບໍ່ໄດ້​ປະຫານ​ຊີວິດ​ມີກາ. ແຕ່​ເຈົ້າ​ເຮເຊກີຢາ​ກັບ​ໄດ້​ຢຳເກງ​ພຣະເຈົ້າຢາເວ ແລະ​ໄດ້​ພະຍາຍາມ​ປະພຶດ​ຕົນ​ໃຫ້​ພຣະອົງ​ພໍໃຈ. ແລ້ວ​ພຣະເຈົ້າຢາເວ​ກໍໄດ້​ປ່ຽນ​ຄວາມ​ຕັ້ງໃຈ​ໂດຍ​ບໍ່ໄດ້​ນຳ​ໄພພິບັດ ທີ່​ພຣະອົງ​ໄດ້​ກ່າວ​ໄວ້​ນັ້ນ​ມາ​ສູ່​ພວກເຂົາ​ແຕ່​ຢ່າງໃດ. ແຕ່​ບັດນີ້ ພວກເຮົາ​ກຳລັງ​ນຳ​ໄພພິບັດ​ອັນ​ໜ້າຢ້ານກົວ​ມາ​ສູ່​ພວກເຮົາ​ເອງ.” (


ແຕ່​ຖ້າ​ປະເທດ​ໃດ​ຍອມ​ຢູ່ໃຕ້​ບັງຄັບ​ຂອງ​ກະສັດ​ແຫ່ງ​ບາບີໂລນ ແລະ​ຮັບໃຊ້​ລາວ ແລ້ວ​ເຮົາ​ກໍ​ຈະ​ປ່ອຍ​ໃຫ້​ປະເທດ​ນັ້ນ​ມີ​ດິນແດນ​ທີ່​ເປັນ​ຂອງຕົນເອງ ເພື່ອ​ເຮັດ​ໄຮ່​ໄຖ​ນາ​ແລະ​ຢູ່​ທີ່​ນັ້ນ. ເຮົາ​ຄື​ພຣະເຈົ້າຢາເວ​ໄດ້​ກ່າວ​ດັ່ງນີ້ແຫຼະ.”


ເຮົາ​ໄດ້​ຄອຍເຝົ້າ​ເພື່ອ​ຖອນຮາກ, ຫລົກ​ຖິ້ມ, ໂຄ່ນລົ້ມ, ທຳລາຍ, ແລະ​ຮື້​ພວກເຂົາ​ຖິ້ມ​ສັນໃດ ເຮົາ​ກໍ​ຈະ​ເບິ່ງແຍງ​ເພື່ອ​ປູກ​ແລະ​ກໍ່ສ້າງ​ພວກເຂົາ​ຂຶ້ນ​ສັນນັ້ນ. ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ເຮົາ​ຈະ​ເຮັດ​ໃຫ້​ອານາຈັກ​ຢູດາຍ​ກັບ​ອິດສະຣາເອນ​ຈະເລີນ​ຮຸ່ງເຮືອງ ແລະ​ເຮົາ​ຈະ​ສ້າງ​ພວກເຂົາ​ຂຶ້ນໃໝ່​ໃຫ້​ເປັນ​ດັ່ງ​ແຕ່​ກ່ອນ.


ສະນັ້ນ ຈຶ່ງ​ບໍ່ມີ​ຜູ້ໃດ​ເລີຍ​ທີ່​ເຊື່ອຟັງ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ ເພື່ອ​ອາໄສ​ຢູ່​ໃນ​ດິນແດນ​ຢູດາຍ ບໍ່​ວ່າ​ແຕ່​ໂຢຮານານ​ລູກຊາຍ​ຂອງ​ກາເຣຢາ ຫລື​ຜູ້ນຳ​ຝ່າຍ​ທະຫານ​ຜູ້ໃດ​ຜູ້ໜຶ່ງ ຫລື​ປະຊາຊົນ​ຄົນໃດ​ຄົນໜຶ່ງ.


ແລ້ວ​ຊົນຊາດ​ໃກ້ຄຽງ​ທັງຫລາຍ​ທີ່​ລອດຊີວິດ​ມາ​ໄດ້ ກໍ​ຈະ​ໄດ້​ຮູ້ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ​ຜູ້​ທີ່​ສ້າງ​ເມືອງ​ຮົກຮ້າງ​ເພພັງ​ນັ້ນ​ຂຶ້ນ​ໃໝ່ ແລະ​ປູກ​ພືດ​ໃສ່​ທົ່ງນາ​ອັນ​ຮົກຮ້າງ​ເຫຼົ່ານີ້. ເຮົາ​ຄື​ພຣະເຈົ້າຢາເວ​ໄດ້​ສັນຍາ​ວ່າ​ເຮົາ​ຈະ​ເຮັດ​ສິ່ງ​ນີ້ ແລະ​ເຮົາ​ຈະ​ເຮັດ​ແທ້.’


ເອຟຣາອິມ​ເອີຍ ເຮົາ​ຈະ​ເຊົາ​ກ່ຽວຂ້ອງ​ກັບ​ເຈົ້າ​ໄດ້​ຢ່າງໃດ? ຊາດ​ອິດສະຣາເອນ​ເອີຍ ເຮົາ​ຈະ​ປະຖິ້ມ​ເຈົ້າ​ໄປ​ໄດ້​ຢ່າງໃດ? ເຮົາ​ຈະ​ທຳລາຍ​ເຈົ້າ​ດັ່ງ​ທຳລາຍ​ອັດມາ​ກໍ​ບໍ່ໄດ້ ຫລື​ເຮັດ​ຕໍ່​ເຈົ້າ​ດັ່ງ​ທີ່​ເຮັດ​ຕໍ່​ເຊບົວອິມ​ນັ້ນ? ຈິດໃຈ​ເຮົາ​ບໍ່​ຍອມ​ໃຫ້​ເຮົາ​ເຮັດ​ດັ່ງນັ້ນ​ເລີຍ ຄວາມຮັກ​ທີ່​ເຮົາ​ມີ​ກໍ​ແຮງ​ທີ່ສຸດ​ສຳລັບ​ເຈົ້າ.


ໃຫ້​ໃຈ​ປວດລ້າວ​ສໍ່​ໃຫ້​ເຫັນ​ເຈົ້າ​ເສົ້າ​ເສຍໃຈ ຈີກ​ເຄື່ອງນຸ່ງ​ຂອງຕົນ​ບໍ່​ເປັນ​ການ​ພຽງພໍ​ດອກ.” ຈົ່ງ​ກັບ​ມາ​ຫາ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເຈົ້າ​ສາ ພຣະອົງ​ຊົງ​ຄຸນຄວາມດີ​ແລະ​ເມດຕາ​ເຕັມ​ລົ້ນ; ພຣະອົງ​ອົດທົນ​ແລະ​ເຮັດ​ທຸກຢ່າງ​ຕາມ​ພຣະສັນຍາ ພ້ອມ​ສະເໝີ​ທີ່​ຈະ​ໃຫ້​ອະໄພ​ແລະ​ຍົກໂທດ​ໃຫ້.


ພຣະເຈົ້າຢາເວ​ໄດ້​ປ່ຽນໃຈ ແລະ​ກ່າວ​ວ່າ, “ສິ່ງ​ທີ່​ເຈົ້າ​ໄດ້​ເຫັນ​ນັ້ນ​ຈະ​ບໍ່​ເກີດຂຶ້ນ.” ພຣະເຈົ້າຢາເວ​ໄດ້ກ່າວ​ດັ່ງນີ້ແຫຼະ.


ພຣະເຈົ້າຢາເວ​ໄດ້​ປ່ຽນໃຈ ແລະ​ກ່າວ​ວ່າ, “ສິ່ງ​ນີ້​ຍັງ​ຈະ​ບໍ່​ເກີດຂຶ້ນ​ມາ.” ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ໄດ້ກ່າວ​ດັ່ງນີ້ແຫຼະ.


ເມື່ອ​ພຣະເຈົ້າ​ເຫັນ​ສິ່ງ​ທີ່​ພວກເຂົາ​ໄດ້​ເຮັດ​ນັ້ນ; ພຣະອົງ​ເຫັນ​ວ່າ​ພວກເຂົາ​ເຊົາ​ປະພຶດ​ຊົ່ວ. ສະນັ້ນ ພຣະອົງ​ຈຶ່ງ​ປ່ຽນໃຈ​ແລະ​ບໍ່​ລົງໂທດ​ພວກເຂົາ ຕາມ​ທີ່​ພຣະອົງ​ໄດ້​ກ່າວຂູ່​ໄວ້.


ໂຢນາ​ໄດ້​ຕັ້ງຕົ້ນ​ຍ່າງ​ເຂົ້າ​ໄປ​ໃນເມືອງ ແລະ​ຫລັງຈາກ​ຍ່າງ​ໄດ້​ສາມ​ວັນ​ເຕັມ ເພິ່ນ​ຈຶ່ງ​ປະກາດ​ວ່າ, “ໃນ​ສີ່ສິບ​ວັນ ເມືອງ​ນີເນເວ​ຈະ​ຖືກ​ທຳລາຍ.”


ດັ່ງນັ້ນ ເພິ່ນ​ຈຶ່ງ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ໄດ້​ເວົ້າ​ກັບ​ພຣະອົງ​ແລ້ວ ກ່ອນ​ຈາກ​ເຮືອນ​ມາ​ບໍ່ແມ່ນ​ຫລື​ວ່າ ພຣະອົງ​ຈະ​ຕ້ອງ​ກະທຳ​ເຊັ່ນນີ້? ສະນັ້ນ ຂ້ານ້ອຍ​ຈຶ່ງ​ພະຍາຍາມ​ສຸດຂີດ ທີ່​ຈະ​ໜີໄປ​ຕາກຊິດ ເພາະ​ຂ້ານ້ອຍ​ຮູ້​ວ່າ ພຣະອົງ​ເປັນ​ພຣະເຈົ້າ​ທີ່​ມີ​ຄວາມຮັກ​ແລະ​ມີ​ຄວາມ​ເມດຕາ ອົດທົນ​ສະເໝີ, ໃຈດີ​ສະເໝີ, ພ້ອມ​ທີ່​ຈະ​ປ່ຽນໃຈ​ສະເໝີ​ແລະ​ບໍ່​ລົງໂທດ.


‘ພາຍ​ຫລັງ​ເຫດການ​ນີ້​ແລ້ວ​ເຮົາ​ຈະ​ກັບ​ມາ ແລະ​ສ້າງ​ຫໍເຕັນ​ຂອງ​ດາວິດ ທີ່​ເພພັງ​ນັ້ນ​ໃຫ້​ຟື້ນ​ຂຶ້ນ​ໃໝ່. ເຮົາ​ຈະ​ສ້າງ​ບ່ອນ​ທີ່ ຮົກຮ້າງ​ເພພັງ​ຂຶ້ນ​ໃໝ່ ແລະ​ຈະ​ຕັ້ງ​ຂຶ້ນ​ມາ​ອີກ.


ພຣະເຈົ້າຢາເວ​ຈະ​ຊ່ວຍ​ກູ້​ໄພ່ພົນ​ຂອງ​ພຣະອົງ ເມື່ອ​ພຣະອົງ​ເຫັນ​ວ່າ​ກຳລັງ​ຂອງ​ພວກເຂົາ​ຈວນ​ຈະ​ສິ້ນ. ພຣະອົງ​ຈະ​ເມດຕາ​ແກ່​ພວກ​ຜູ້ຮັບໃຊ້​ຂອງ​ພຣະອົງ ເມື່ອ​ພຣະອົງ​ເຫັນ​ພວກເຂົາ​ຕ້ອງການ​ກຳລັງ​ຊຸກຍູ້.


ເທື່ອໃດ​ທີ່​ພຣະເຈົ້າຢາເວ​ໂຜດ​ໃຫ້​ພວກເຂົາ​ມີ​ຜູ້ປົກຄອງ ພຣະເຈົ້າຢາເວ​ກໍ​ຊ່ວຍເຫລືອ​ຜູ້ປົກຄອງ​ເທື່ອນັ້ນ ແລະ​ຊ່ວຍເຫລືອ​ປະຊາຊົນ​ໃຫ້​ພົ້ນ​ຈາກ​ເຫຼົ່າ​ສັດຕູ​ຂອງ​ພວກເຂົາ ຕະຫລອດ​ຊົ່ວຊີວິດ​ຂອງ​ຜູ້ປົກຄອງ​ນັ້ນ. ພຣະເຈົ້າຢາເວ​ເມດຕາ​ອີດູ​ພວກເຂົາ ຍ້ອນ​ພວກເຂົາ​ຄວນຄາງ​ຢ່າງ​ທົນທຸກ​ເພາະ​ຖືກ​ເຫຼົ່າ​ສັດຕູ​ກົດຂີ່.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka