ເມື່ອພວກນາຍທະຫານ ແລະພົນທະຫານຢູດາທີ່ບໍ່ໄດ້ຍອມຈຳນົນ ໄດ້ຍິນເຖິງເລື່ອງນີ້ ພວກເຂົາກໍໄປສົມທົບກັບເກດາລີຢາທີ່ເມືອງມີຊະປາ. ພວກນາຍທະຫານນີ້ມີດັ່ງນີ້: ອິດຊະມາເອນລູກຊາຍຂອງເນທານີຢາ, ໂຢຮານານລູກຊາຍຂອງກາເຣຢາ, ເສຣາອີຢາລູກຊາຍຂອງຕັນຮູເມັດຊາວເມືອງເນໂຕຟາ ແລະຢາອາຊານີຢາ ຊາວເມືອງມາອາກາ.