Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 41:8 - ພຣະຄຳພີສັກສິ

8 ແຕ່​ມີ​ຊາຍ​ສິບ​ຄົນ​ໃນ​ໝວດ​ນັ້ນ​ໄດ້​ເວົ້າ​ຕໍ່​ອິດຊະມາເອນ​ວ່າ, “ຢ່າ​ສູ່​ຂ້າ​ພວກ​ຂ້ານ້ອຍ​ທ້ອນ ພວກ​ຂ້ານ້ອຍ​ມີ​ເຂົ້າບາເລ, ເຂົ້າເດືອຍ, ນໍ້າມັນ​ໝາກກອກເທດ ແລະ​ນໍ້າເຜິ້ງ​ຊຶ່ງ​ພວກ​ຂ້ານ້ອຍ​ໄດ້​ເຊື່ອງ​ໄວ້​ຢູ່​ໃນ​ນາ.” ສະນັ້ນ ລາວ​ຈຶ່ງ​ໄວ້​ຊີວິດ​ຄົນ​ເຫຼົ່ານີ້.

Uka jalj uñjjattʼäta Copia luraña




ເຢເຣມີຢາ 41:8
9 Jak'a apnaqawi uñst'ayäwi  

ມານຊາຕານ​ຈຶ່ງ​ໂຕ້​ຕອບ​ພຣະເຈົ້າຢາເວ​ຄືນ​ວ່າ, “ມະນຸດ​ຍ່ອມ​ສະລະ​ທຸກສິ່ງ​ເພື່ອ​ໃຫ້​ຊີວິດ​ຕົນ​ຍັງ​ຢູ່.


ຄົນ​ຮັ່ງມີ​ອາດ​ໃຊ້​ເງິນ​ໄຖ່​ຊີວິດ​ໄວ້​ໄດ້, ແຕ່​ຄົນ​ຍາກຈົນ​ບໍ່​ຄ່ອຍ​ມີ​ຄົນ​ຂູ່ເຂັນ.


ເຮົາ​ຈະ​ມອບ​ຂຸມຊັບ​ຈາກ​ທີ່​ມືດ​ລັບລີ້​ທັງຫລາຍ ໃຫ້​ເຈົ້າ​ເປັນ​ຜູ້​ຄຸ້ມຄອງ​ຊັບສົມບັດ​ເຫຼົ່ານັ້ນ; ແລ້ວ​ເຈົ້າ​ກໍ​ຈະ​ຮູ້​ວ່າ​ເຮົາ​ຄື​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ໄດ້​ເອີ້ນ​ເອົາ​ເຈົ້າ​ໂດຍ​ນາມຊື່​ຂອງເຈົ້າ.


ນໍ້າສ້າງ​ທີ່​ອິດຊະມາເອນ​ໂຍນ​ຊາກສົບ​ຂອງ​ຄົນ​ທີ່​ລາວ​ໄດ້​ຂ້າ​ລົງ​ໄປ​ໃນ​ນັ້ນ ເປັນ​ນໍ້າສ້າງ​ໃຫຍ່ ທີ່​ກະສັດ​ອາສາ​ໄດ້​ຂຸດ​ຄາວ​ທີ່​ເພິ່ນ​ໄດ້​ຖືກ​ກະສັດ​ບາອາຊາ​ແຫ່ງ​ອິດສະຣາເອນ​ໂຈມຕີ. ອິດຊະມາເອນ​ລູກຊາຍ​ຂອງ​ເນທານີຢາ​ຈຶ່ງ​ໃຊ້​ດິນ​ຖົມ​ນໍ້າສ້າງ​ນີ້​ພ້ອມ​ກັບ​ຊາກສົບ​ເຫຼົ່ານີ້.


ຖ້າ​ຄົນ​ໃດ​ຄົນ​ໜຶ່ງ​ຈະ​ໄດ້​ຊັບສົມບັດ​ໝົດ​ທັງ​ໂລກ ແຕ່​ຕ້ອງ​ເສຍ​ຊີວິດ​ອັນ​ແທ້​ຂອງຕົນ ຄົນ​ນັ້ນ​ຈະ​ໄດ້​ປະໂຫຍດ​ອັນ​ໃດ? ຫລື​ຄົນ​ນັ້ນ​ຈະ​ເອົາ​ສິ່ງໃດ​ມາ​ແລກ​ເອົາ​ຊີວິດ​ອັນ​ແທ້ຈິງ​ຂອງຕົນ​ຄືນ​ໄດ້?


“ດັ່ງນັ້ນ ເຮົາ​ຈຶ່ງ​ບອກ​ພວກເຈົ້າ ບໍ່​ໃຫ້​ກະວົນ​ກະວາຍ​ເຖິງ​ເລື່ອງ​ອາຫານ​ສຳລັບ​ຊີວິດ​ຕົນ​ວ່າ, ຈະ​ກິນ​ຫຍັງ ຈະ​ດື່ມ​ຫຍັງ ຫລື​ເຖິງ​ເລື່ອງ​ເຄື່ອງນຸ່ງຫົ່ມ​ສຳລັບ​ຮ່າງກາຍ ຊີວິດ​ສຳຄັນ​ກວ່າ​ອາຫານ ແລະ​ຮ່າງກາຍ​ກໍ​ສຳຄັນ​ກວ່າ​ເຄື່ອງນຸ່ງຫົ່ມ​ບໍ່ແມ່ນ​ບໍ?


Jiwasaru arktasipxañani:

Anuncios ukanaka


Anuncios ukanaka