7 ພໍເມື່ອພວກເຂົາໄດ້ເຂົ້າໄປໃນເມືອງແລ້ວ ອິດຊະມາເອນລູກຊາຍຂອງເນທານີຢາແລະຄົນຂອງຕົນກໍຂ້າພວກເຂົາຖິ້ມ ແລະໂຍນຊາກສົບຂອງພວກເຂົາລົງໃນນໍ້າສ້າງ.
ຕໍ່ມາ ໄດ້ມີນາຍທະຫານໃນກອງທັບຂອງກະສັດເປກາຮີຢາຜູ້ໜຶ່ງຊື່ ວ່າເປກາ ລູກຊາຍຂອງເຣມາລີຢາໄດ້ວາງແຜນກັບຊາວກີເລອາດຫ້າສິບຄົນ, ສັງຫານກະສັດເປກາຮີຢາທີ່ປ້ອມຍາມຂ້າງໃນຂອງຣາຊວັງ ໃນນະຄອນຊາມາເຣຍ ແລະຕັ້ງຕົນເອງຂຶ້ນເປັນກະສັດປົກຄອງແທນ.
ຂ້າແດ່ພຣະເຈົ້າ ພຣະອົງຈະນຳຜູ້ທີ່ຂ້າຄົນແລະຄົນຂີ້ຕົວະ ໃຫ້ເຂົ້າໄປສູ່ຂຸມຝັງສົບພຸ້ນ ກ່ອນທີ່ອາຍຸເຄິ່ງໜຶ່ງຂອງພວກເຂົາໝົດໄປ ສ່ວນຂ້ານ້ອຍໄວ້ວາງໃຈໃນພຣະອົງ.
ເພາະຕີນຂອງພວກເຂົາແລ່ນໄປຫາຄວາມຊົ່ວຮ້າຍ ແລະຟ້າວຟັ່ງເຮັດໃຫ້ເລືອດຕົກ.
ແຕ່ເຈົ້າພັດບໍ່ມີຂຸມຝັງສົບ. ຊາກສົບຂອງເຈົ້າຖືກໂຍນອອກໄປ ປະໃຫ້ເປື່ອຍເນົ່າຢູ່ລຸ່ມຊາກສົບຂອງພວກທະຫານຊຶ່ງຖຶກຂ້າໃນສະໜາມຮົບ ແລະໄດ້ຖືກໂຍນລົງພ້ອມກັນໄປໃນເຫວແລະຖືກຢຽບຢໍ່າ.
ພວກເຈົ້າຄິດແຜນການຊົ່ວຢູ່ສະເໝີ ແລະອົດທີ່ຈະເຮັດຕາມແຜນການນັ້ນຈົນບໍ່ໄຫວ. ພວກເຈົ້າບໍ່ເຄີຍລັ່ງເລໃຈທີ່ຈະຂ້າຄົນທີ່ບໍ່ມີຄວາມຜິດ. ບໍ່ວ່າໄປທີ່ໃດພວກເຈົ້າກໍຈະສ້າງຄວາມຈິບຫາຍໄວ້ທີ່ນັ້ນ
ບັນດາເຈົ້ານາຍຂອງອິດສະຣາເອນເປັນດັ່ງໝາປ່າທີ່ກຳລັງຈີກສັດ ຊຶ່ງພວກຕົນໄດ້ຂ້ານັ້ນເປັນຕ່ອນໆ. ພວກເຂົາກໍ່ການຄາດຕະກຳເພື່ອສ້າງຮັ່ງຄູນມີໃຫ້ແກ່ຕົນ.
“ຕີນຂອງພວກເຂົາວ່ອງໄວ ໃນການເຮັດໃຫ້ນອງເລືອດ,