Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 41:5 - ພຣະຄຳພີສັກສິ

5 ກໍ​ມີ​ແປດສິບ​ຄົນ​ມາ​ຈາກ​ເມືອງ​ຊີເຄມ, ຊີໂລ ແລະ​ຊາມາເຣຍ. ພວກເຂົາ​ທຸກຄົນ​ແຖ​ໜວດ, ຈີກ​ເຄື່ອງນຸ່ງຫົ່ມ​ຂອງຕົນ ແລະ​ປາດ​ເນື້ອ​ຕົວ​ຕົນເອງ. ພວກເຂົາ​ນຳ​ພືດຜົນ​ເປັນເມັດ ແລະ​ເຄື່ອງຫອມ​ມາ​ເພື່ອ​ຈະ​ຖວາຍ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 41:5
28 Jak'a apnaqawi uñst'ayäwi  

ເມື່ອ​ຄາວ​ກັບ​ມາ​ແຕ່​ເມໂຊໂປຕາເມຍ​ນັ້ນ ຢາໂຄບ​ໄດ້​ເດີນທາງ​ໄປ​ຢ່າງ​ປອດໄພ ຈົນ​ຮອດ​ເມືອງ​ຊີເຄມ​ຢູ່​ໃນ​ການາອານ ແລະ​ຕັ້ງ​ຄ້າຍພັກ​ຢູ່​ໃກ້​ນາ​ທົ່ງ​ໜຶ່ງ​ຂອງ​ເມືອງ​ນັ້ນ.


ເມື່ອ​ຊີເຄມ ລູກຊາຍ​ຂອງ​ຮາໂມ​ຊາວ​ຮີວີ ທີ່​ເປັນ​ຜູ້ປົກຄອງ​ໃນ​ຂົງ​ເຂດ​ນີ້ ເຫັນ​ດີນາ; ລາວ​ຈຶ່ງ​ຈັບ​ເອົາ​ນາງ​ໄປ​ຂົ່ມຂືນ.


ວັນ​ໜຶ່ງ ພວກ​ອ້າຍ​ຂອງ​ໂຢເຊັບ​ໄປ​ລ້ຽງ​ສັດ​ໃຫ້​ຢາໂຄບ​ພໍ່​ຂອງຕົນ​ທີ່​ຊີເຄມ;


ດັ່ງນັ້ນ ຮານູນ​ຈຶ່ງ​ຈັບ​ຄະນະທູດ​ຂອງ​ກະສັດ​ດາວິດ ແລະ​ສັ່ງ​ໃຫ້​ແຖ​ໜວດ​ຂ້າງ​ໜຶ່ງ​ທັງ​ຕັດ​ເຄື່ອງນຸ່ງ​ຊື່​ກັບ​ກະໂພກ​ອອກ ແລ້ວ​ສົ່ງ​ພວກເຂົາ​ກັບ​ເມືອ.


ເຣໂຫໂບອາມ​ໄດ້​ໄປ​ທີ່​ເມືອງ​ຊີເຄມ ບ່ອນ​ທີ່​ປະຊາຊົນ​ອິດສະຣາເອນ​ທາງ​ພາກເໜືອ ໄດ້​ເຕົ້າໂຮມ​ກັນ​ເພື່ອ​ແຕ່ງຕັ້ງ​ເພິ່ນ​ໃຫ້​ເປັນ​ກະສັດ.


ກະສັດ​ເຢໂຣໂບອາມ​ແຫ່ງ​ອິດສະຣາເອນ​ໄດ້​ສ້າງ​ປ້ອມ​ປ້ອງກັນ​ເມືອງ​ຊີເຄມ ໃນ​ເຂດ​ເນີນພູ​ເອຟຣາອິມ​ແລະ​ອາໄສ​ຢູ່​ທີ່​ນັ້ນ​ຊົ່ວຄາວ. ແລ້ວ​ເພິ່ນ​ກໍໄດ້​ອອກ​ຈາກ​ບ່ອນ​ນີ້​ໄປ​ສ້າງ​ປ້ອມ​ປ້ອງກັນ​ເມືອງ​ເປນູເອນ.


ແລະ​ຕໍ່ມາ ເພິ່ນ​ໄດ້​ຊື້​ເນີນພູ​ຊາມາເຣຍ​ເປັນ​ລາຄາ​ຫົກພັນ​ຫລຽນ​ເງິນ ຈາກ​ຊາຍ​ຄົນ​ໜຶ່ງ​ຊື່​ວ່າ ເຊເມ. ກະສັດ​ອົມຣີ​ໄດ້​ສ້າງ​ປ້ອມ​ປ້ອງກັນ​ອ້ອມ​ພູ​ນີ້ ແລະ​ທັງ​ສ້າງ​ເມືອງ​ຂຶ້ນ​ໃນ​ບ່ອນ​ນີ້. ເພິ່ນ​ໃສ່​ຊື່​ເມືອງ​ນີ້​ຕາມ​ຊື່​ຂອງ​ເຊເມ ເຈົ້າ​ຂອງ​ຄົນ​ເກົ່າ​ຂອງ​ເນີນພູ​ນີ້​ວ່າ ຊາມາເຣຍ.


ໃນ​ຣາຊການ​ປີ​ທີ​ສາມສິບແປດ​ຂອງ​ເຈົ້າ​ອາສາ ກະສັດ​ແຫ່ງ​ຢູດາຍ; ເຈົ້າ​ອາຮາບ ລູກຊາຍ​ຂອງ​ກະສັດ​ອົມຣີ​ໄດ້​ຂຶ້ນ​ເປັນ​ກະສັດ​ແຫ່ງ​ອິດສະຣາເອນ. ເພິ່ນ​ປົກຄອງ​ຢູ່​ທີ່​ນະຄອນ​ຊາມາເຣຍ​ເປັນ​ເວລາ​ຊາວສອງ​ປີ.


ລາວ​ໄດ້​ຈູດ​ວິຫານ​ຂອງ​ພຣະເຈົ້າຢາເວ, ຣາຊວັງ ແລະ​ເຮືອນ​ຂອງ​ບຸກຄົນ​ສຳຄັນ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ


ດັ່ງນັ້ນ ຮານູນ​ຈຶ່ງ​ຈັບ​ຄະນະທູດ​ຂອງ​ກະສັດ​ດາວິດ ແລະ​ຕັດ​ໜວດ​ຂ້າງ​ໜຶ່ງ​ອອກ ທັງ​ຕັດ​ຂາສົ້ງ​ຈົນ​ຈຳ​ກະໂພກ ແລະ​ສົ່ງ​ພວກເຂົາ​ກັບຄືນ​ເມືອ.


ພວກ​ຜູ້ຮັບໃຊ້​ຂອງ​ພຣະອົງ​ຮັກ​ເມືອງ​ນີ້​ຫລາຍ ແມ່ນ​ວ່າ​ຖືກ​ທຳລາຍ​ມາ​ແລ້ວ​ກໍຕາມ, ແຕ່​ເຂົາ​ເຫຼົ່ານັ້ນ​ກໍ​ຍັງ​ເມດຕາ​ສົງສານ ເຖິງ​ວ່າ​ເປັນ​ເມືອງ​ຮົກຮ້າງ​ເພພັງ​ກໍຕາມ.


ພຣະອົງ​ຍັງ​ໄດ້​ປະຖິ້ມ​ຫໍເຕັນ​ທີ່​ເມືອງ​ຊີໂລ ຊຶ່ງ​ເປັນ​ທີ່​ປະທັບ​ຂອງ​ພຣະອົງ​ໃນ​ທ່າມກາງ​ພວກເຂົາ.


ປະຊາຊົນ​ແຫ່ງ​ດີໂບນ ປີນຂຶ້ນ​ສູ່​ເທິງ​ພູ​ເພື່ອ​ໄປ​ຮ້ອງໄຫ້​ໃນ​ບ່ອນ​ທີ່​ມີ​ຮູບເຄົາຣົບ. ປະຊາຊົນ​ແຫ່ງ​ໂມອາບ​ຄໍ່າຄວນ​ດ້ວຍ​ຄວາມ​ໂສກເສົ້າ​ໃຫ້​ເມືອງ​ເນໂບ​ແລະ​ເມືອງ​ເມເດບາ; ພວກເຂົາ​ໄດ້​ແຖ​ຫົວ​ແລະ​ແຖ​ໜວດ​ເພື່ອ​ສະແດງ​ຄວາມ​ໂສກເສົ້າ.


ທັງ​ຄົນຮັ່ງມີ​ແລະ​ຄົນ​ຍາກຈົນ​ຈະ​ຕາຍ​ຢູ່​ໃນ​ດິນແດນ​ນີ້ ແຕ່​ບໍ່ມີ​ຜູ້ໃດ​ຈະ​ຝັງ​ພວກເຂົາ​ໄວ້ ແລະ​ໄວ້ທຸກ​ໃຫ້​ພວກເຂົາ. ບໍ່ມີ​ຜູ້ໃດ​ຈະ​ຂີດ​ຕົວ​ເອງ ຫລື​ແຖ​ຫົວ​ສະແດງ​ຄວາມ​ໂສກເສົ້າ​ຂອງຕົນ.


ວັນ​ຕໍ່ມາ ກ່ອນ​ທີ່​ຈະ​ມີ​ຜູ້ໃດ​ຜູ້ໜຶ່ງ​ຮູ້​ວ່າ​ເກດາລີຢາ​ໄດ້​ຖືກ​ລອບ​ສັງຫານ


ຄວາມ​ເສົ້າໂສກ​ໜັກ​ໄດ້​ມາ​ສູ່​ປະຊາຊົນ​ກາຊາ ປະຊາຊົນ​ອາຊະເກໂລນ​ກໍ​ພາກັນ​ມິດງຽບ. ພວກເຈົ້າ​ຜູ້​ລອດຕາຍ​ຈາກ​ພວກ​ຄົນ​ຮ່າງໃຫຍ່ ຕ່າງ​ກໍ​ຈະ​ໄວ້ທຸກ​ດົນນານ​ປານໃດ?


ພວກເຂົາ​ທຸກຄົນ​ໄດ້​ແຖ​ຫົວ ແລະ​ຕັດ​ໜວດ. ພວກເຂົາ​ທຸກຄົນ​ໄດ້​ປາດ​ມື​ຂອງຕົນເອງ ແລະ​ໄດ້​ນຸ່ງ​ຜ້າ​ກະສອບເຂົ້າ.


ຈົ່ງ​ໄປ​ທີ່​ເມືອງ​ຊີໂລ ບ່ອນ​ທີ່​ເຮົາ​ໄດ້​ເລືອກ​ໄວ້​ໃຫ້​ເປັນ​ບ່ອນ​ນະມັດສະການ​ເຮົາ​ເທື່ອ​ທຳອິດ ແລະ​ຈົ່ງ​ເບິ່ງ​ສິ່ງ​ທີ່​ເຮົາ​ໄດ້​ເຮັດ​ຕໍ່​ເມືອງ​ນັ້ນ ເພາະ​ບາບ​ຂອງ​ຊາວ​ອິດສະຣາເອນ ປະຊາຊົນ​ຂອງເຮົາ.


ສະນັ້ນ ສິ່ງ​ທີ່​ເຮົາ​ໄດ້​ເຮັດ​ຕໍ່​ເມືອງ​ຊີໂລ​ນັ້ນ ເຮົາ​ກໍ​ຈະ​ເຮັດ​ຕໍ່​ພຣະວິຫານ​ຂອງເຮົາ​ເຊັ່ນກັນ ຄື​ບ່ອນ​ທີ່​ພວກເຈົ້າ​ໄວ້ວາງໃຈ​ນັ້ນ. ໃນ​ບ່ອນ​ນີ້​ເອງ​ທີ່​ເຮົາ​ໄດ້​ຍົກ​ໃຫ້​ບັນພະບຸລຸດ​ຂອງ​ພວກເຈົ້າ​ແລະ​ພວກເຈົ້າ; ແຕ່​ເຮົາ​ຈະ​ເຮັດ​ເໝືອນກັນ​ກັບ​ທີ່​ເຮົາ​ໄດ້​ເຮັດ​ຕໍ່​ເມືອງ​ຊີໂລ.


ໃຫ້​ໃຈ​ປວດລ້າວ​ສໍ່​ໃຫ້​ເຫັນ​ເຈົ້າ​ເສົ້າ​ເສຍໃຈ ຈີກ​ເຄື່ອງນຸ່ງ​ຂອງຕົນ​ບໍ່​ເປັນ​ການ​ພຽງພໍ​ດອກ.” ຈົ່ງ​ກັບ​ມາ​ຫາ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເຈົ້າ​ສາ ພຣະອົງ​ຊົງ​ຄຸນຄວາມດີ​ແລະ​ເມດຕາ​ເຕັມ​ລົ້ນ; ພຣະອົງ​ອົດທົນ​ແລະ​ເຮັດ​ທຸກຢ່າງ​ຕາມ​ພຣະສັນຍາ ພ້ອມ​ສະເໝີ​ທີ່​ຈະ​ໃຫ້​ອະໄພ​ແລະ​ຍົກໂທດ​ໃຫ້.


“ພວກເຈົ້າ​ເປັນ​ລູກ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ. ດັ່ງນັ້ນ ຢ່າ​ປາດເນື້ອ​ເຖືອໜັງ​ຕົນເອງ ຫລື​ແຖ​ຫົວ​ທາງ​ດ້ານ​ໜ້າ​ເມື່ອ​ມີ​ຄົນ​ຕາຍ.


ຫລັງຈາກ​ທີ່​ພວກ​ອິດສະຣາເອນ​ຢຶດຄອງ​ດິນແດນ​ໄດ້​ແລ້ວ ພວກເຂົາ​ໄດ້​ມາ​ເຕົ້າໂຮມ​ກັນ​ທີ່​ເມືອງ​ຊີໂລ ແລະ​ຕັ້ງ​ຫໍເຕັນ​ບ່ອນ​ຊຸມນຸມ​ໃນທີ່ນັ້ນ.


ສ່ວນ​ກະດູກ​ຂອງ​ໂຢເຊັບ​ທີ່​ພວກ​ອິດສະຣາເອນ​ໄດ້​ນຳ​ອອກ​ມາ​ຈາກ​ປະເທດ​ເອຢິບ​ນັ້ນ ກໍໄດ້​ຖືກ​ຝັງ​ໄວ້​ທີ່​ເມືອງ​ຊີເຄມ ໃນ​ດິນ​ຕອນ​ໜຶ່ງ​ທີ່​ຢາໂຄບ​ໄດ້​ຊື້​ຈາກ​ລູກຊາຍ​ຂອງ​ຮາໂມ​ຜູ້​ເປັນ​ພໍ່​ຂອງ​ຊີເຄມ ເປັນ​ເງິນ​ໜຶ່ງຮ້ອຍ​ຫລຽນ. ທີ່ດິນ​ນີ້​ເປັນ​ມູນ​ມໍຣະດົກ​ຂອງ​ລູກຫລານ​ໂຢເຊັບ.


ຮູບເຄົາຣົບ​ຂອງ​ມີກາ​ກໍ​ຍັງ​ຢູ່​ໃນ​ທີ່ນັ້ນ​ຕະຫລອດ​ມາ ຕາບໃດ​ທີ່​ວິຫານ​ຂອງ​ພຣະເຈົ້າ​ຍັງ​ຢູ່​ໃນ​ເມືອງ​ຊີໂລ.


ຢູ່​ຕໍ່ມາ ອາບີເມເຫຼັກ ລູກຊາຍ​ຂອງ​ກີເດໂອນ ໄດ້​ໄປ​ຫາ​ພວກ​ຍາດຕິພີ່ນ້ອງ​ທາງ​ແມ່​ຂອງຕົນ​ທີ່​ເມືອງ​ຊີເຄມ


ເຫດການ​ເຊັ່ນນີ້​ເກີດຂຶ້ນ​ທຸກ​ປີ ເທື່ອໃດ​ທີ່​ພວກເຂົາ​ຂຶ້ນ​ໄປ​ທີ່​ວິຫານ​ຂອງ​ພຣະເຈົ້າຢາເວ ເທື່ອນັ້ນ​ເປນິນນາ​ກໍ​ເຮັດ​ໃຫ້​ຮັນນາ​ໂສກເສົ້າ​ເສຍໃຈ​ຢ່າງ​ຫລວງຫລາຍ ຈົນ​ນາງ​ຕ້ອງ​ຮ້ອງໄຫ້ ແລະ​ບໍ່​ກິນ​ຫຍັງ​ໝົດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka