15 ສ່ວນອິດຊະມາເອນລູກຊາຍຂອງເນທານີຢາແລະຄົນຂອງຕົນແປດຄົນນັ້ນ ຕ່າງກໍປົບໜີຈາກໂຢຮານານໄປສູ່ດິນແດນອຳໂມນ.
ແຕ່ລະຄົນຕ່າງກໍໄດ້ຂ້າຄູ່ຕໍ່ສູ້ຂອງຕົນ. ຝ່າຍພວກຊີເຣຍນັ້ນໄດ້ປົບໜີໄປ ແລະພວກອິດສະຣາເອນກໍໄລ່ຕິດຕາມພວກເຂົາໄປຢ່າງບໍ່ລົດລະ ແຕ່ກະສັດເບັນຮາດາດໄດ້ຂີ່ມ້າປົບໜີໄປ ໂດຍມີທະຫານມ້າບາງຄົນຕິດຕາມໄປນຳ.
ແຕ່ໃນເດືອນທີເຈັດຂອງປີນັ້ນ ອິດຊະມາເອນລູກຊາຍຂອງເນທານີຢາ ແລະຫລານຊາຍຂອງເອລີຊາມາ ຜູ້ທີ່ເປັນເຊື້ອສາຍຂອງກະສັດພ້ອມທັງທະຫານສິບຄົນໄດ້ເຂົ້າໄປໃນເມືອງມີຊະປາ ແລະໂຈມຕີເກດາລີຢາແລ້ວຂ້າເພິ່ນເສຍ. ລາວຍັງໄດ້ຂ້າຊາວອິດສະຣາເອນແລະຊາວບາບີໂລນທີ່ຢູ່ໃນບ່ອນນັ້ນດ້ວຍ.
ວ່າຄົນຊົ່ວຖືກສະຫງວນໄວ້ສຳລັບຄວາມຈິບຫາຍ ແລະພວກເຂົາຈະຖືກນຳໄປໃນວັນແຫ່ງຄວາມໂກດຮ້າຍ.
ຜູ້ມີໂທດຖານຂ້າຄົນ ກໍກຳລັງແລ່ນໄປສູ່ຂຸມຝັງສົບຢ່າພະຍາຍາມຢັບຢັ້ງລາວໄວ້.
ແລະປະຊາຊົນທັງໝົດທີ່ອິດຊະມາເອນໄດ້ຈັບໄປຈາກເມືອງມີຊະປາກໍໄດ້ຕ່າວຄືນແລະຫັນກັບໄປນຳໂຢຮານານລູກຊາຍຂອງກາເຣຢາ.
ອິດຊະມາເອນແລະທະຫານສິບຄົນທີ່ມານຳຕົນ ກໍຊັກດາບອອກ ແລະຂ້າເກດາລີຢາລູກຊາຍຂອງອາຮີກຳຫຼານຊາຍຂອງຊາຟານ.
ເມື່ອຊາວພື້ນເມືອງຂອງເກາະນີ້ ເຫັນງູຫ້ອຍຢູ່ທີ່ມືຂອງໂປໂລ ພວກເຂົາຈຶ່ງເວົ້າກັນວ່າ, “ຄົນນີ້ຄົງເປັນຜູ້ຂ້າຄົນ ເພາະເວນກຳຍັງນຳມາສະໜອງເອົາຊີວິດລາວຢູ່ ເຖິງແມ່ນວ່າລາວພົ້ນຈາກທະເລແລ້ວກໍຕາມ.”
ໃນມື້ຕໍ່ມາພໍຮຸ່ງເຊົ້າ ດາວິດກໍໂຈມຕີພວກເຂົາແລະຕໍ່ສູ້ກັນຈົນເຖິງຄໍ່າ. ມີແຕ່ຊາຍໜຸ່ມໃນພວກປຸ້ນສີ່ຮ້ອຍຄົນເທົ່ານັ້ນ ທີ່ຂີ່ອູດປົບໜີໄປໄດ້. ນອກນັ້ນຖືກຂ້າຖິ້ມໝົດ.