Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 41:10 - ພຣະຄຳພີສັກສິ

10 ຕໍ່ມາ ລາວ​ໄດ້​ເອົາ​ພວກ​ລູກສາວ​ຂອງ​ກະສັດ​ກັບ​ປະຊາຊົນ​ທັງໝົດ ທີ່​ເຫຼືອ​ຢູ່​ໃນ​ເມືອງ​ມີຊະປາ ຊຶ່ງ​ເນບູຊາຣາດານ​ຜູ້​ບັນຊາການ​ທະຫານ ໄດ້​ມອບ​ໃຫ້​ເກດາລີຢາ​ລູກຊາຍ​ຂອງ​ອາຮີກຳ​ເປັນ​ຜູ້ເບິ່ງແຍງ ໄປ​ເປັນ​ຊະເລີຍເສິກ. ອິດຊະມາເອນ​ໄດ້​ຈັບ​ພວກເຂົາ​ໄປ​ເປັນ​ຊະເລີຍ ແລະ​ອອກ​ເດີນທາງ​ມຸ່ງໜ້າ​ໄປ​ສູ່​ເຂດແດນ​ອຳໂມນ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 41:10
13 Jak'a apnaqawi uñst'ayäwi  

ແຕ່​ສານບັນລັດ​ຊາວ​ໂຮໂຣນ ແລະ​ໂຕບີຢາ​ຂ້າຣາຊການ​ຄົນ​ໜຶ່ງ​ຂອງ​ແຂວງ​ອຳໂມນ ໄດ້ຍິນ​ຂ່າວ​ວ່າ, ມີ​ບາງຄົນ​ມາ​ເຮັດ​ວຽກ​ເພື່ອ​ຫາ​ຄວາມສຸກ​ສະບາຍ​ໃຫ້​ຊາວ​ອິດສະຣາເອນ; ສະນັ້ນ ພວກເຂົາ​ຈຶ່ງ​ບໍ່​ພໍໃຈ​ຢ່າງຍິ່ງ.


ເມື່ອ​ສານບັນລັດ​ຊາວ​ໂຮໂຣນ, ໂຕບີຢາ​ຊາວ​ອຳໂມນ ແລະ​ເກເຊມ​ຊາວ​ອາຣັບ​ໄດ້ຍິນ​ສິ່ງ​ທີ່​ພວກເຮົາ​ກຳລັງ​ວາງແຜນ​ຈະ​ກະທຳ​ນັ້ນ ພວກເຂົາ​ຕ່າງ​ກໍ​ຫົວ​ເຍາະເຍີ້ຍ​ພວກເຮົາ ແລະ​ເວົ້າ​ວ່າ, “ພວກເຈົ້າ​ກຳລັງ​ຄິດ​ຈະ​ເຮັດ​ຫຍັງ​ກັນ? ພວກເຈົ້າ​ກຳລັງ​ຈະ​ກະບົດ​ຕໍ່​ກະສັດ​ຊັ້ນບໍ?”


“ຊາຍ​ຜູ້​ນີ້​ໄດ້​ຮັບ​ໂທດ​ໂດຍ​ເສຍ​ລູກ​ຂອງຕົນ ຄື​ຜູ້ໜຶ່ງ​ຈະ​ບໍ່​ປະສົບ​ຄວາມ​ສຳເລັດ​ຫຍັງ​ຈັກເທື່ອ. ລາວ​ຈະ​ບໍ່ມີ​ເຊື້ອສາຍ​ເພື່ອ​ສືບຕໍ່​ປົກຄອງ​ໃນ​ຢູດາຍ.”


ແລ້ວ​ຂ້າພະເຈົ້າ​ກໍໄດ້​ກ່າວ​ຕື່ມ​ວ່າ, “ນາງ​ສະໜົມ​ທັງໝົດ​ພ້ອມ​ດ້ວຍ​ລູກໆ​ຂອງທ່ານ ຈະ​ຖືກ​ນຳ​ໄປ​ມອບ​ໃຫ້​ຊາວ​ບາບີໂລນ; ທ່ານເອງ​ຈະ​ປົບໜີໄປ​ຈາກ​ພວກເຂົາ​ບໍ່ໄດ້. ສ່ວນ​ທ່ານເອງ​ກໍ​ຈະ​ຖືກ​ກະສັດ​ແຫ່ງ​ບາບີໂລນ​ຈັບ​ໄປ​ເປັນ​ຊະເລີຍເສິກ ແລະ​ເມືອງ​ນີ້​ທັງໝົດ​ຈະ​ຖືກ​ຈູດເຜົາ​ໃຫ້​ພັງ​ພິນາດ​ຈົນກ້ຽງ.”


ກະສັດ​ເນບູ​ກາດເນັດຊາ​ໄດ້​ປະຫານ​ຊີວິດ​ພວກ​ລູກຊາຍ​ຂອງ​ເຈົ້າ​ເຊເດກີຢາ ຢູ່​ທີ່​ເມືອງ​ຣິບລາ​ຕໍ່ໜ້າ​ຂອງ​ເຈົ້າ​ເຊເດກີຢາ​ເອງ ແລະ​ເພິ່ນ​ກໍໄດ້​ປະຫານ​ບັນດາ​ຂ້າຣາຊການ​ແຫ່ງ​ຢູດາຍ​ເຊັ່ນກັນ.


ແລະ​ກ່າວ​ແກ່​ເພິ່ນ​ວ່າ, “ທ່ານ​ບໍ່​ຮູ້​ຫລື​ວ່າ ກະສັດ​ບາອາລີ​ແຫ່ງ​ອຳໂມນ​ໄດ້​ໃຊ້​ອິດຊະມາເອນ​ລູກຊາຍ​ຂອງ​ເນທານີຢາ​ມາ​ລອບ​ສັງຫານ​ທ່ານ?” ແຕ່​ເກດາລີຢາ​ລູກຊາຍ​ຂອງ​ອາຮີກຳ​ບໍ່​ເຊື່ອ​ພວກເຂົາ.


ຍັງ​ມີ​ນາຍ​ທະຫານ​ແລະ​ທະຫານ​ບາງຄົນ​ທີ່​ບໍ່​ຍອມ​ຈຳນົນ. ພວກເຂົາ​ໄດ້ຍິນ​ວ່າ​ກະສັດ​ແຫ່ງ​ບາບີໂລນ​ໄດ້​ແຕ່ງຕັ້ງ​ເກດາລີຢາ ໃຫ້​ເປັນ​ຜູ້​ສຳເລັດ​ຣາຊການ​ປະເທດ ແລະ​ໃຫ້​ເພິ່ນ​ກຳກັບ​ພວກ​ທີ່​ບໍ່ໄດ້​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ທີ່​ບາບີໂລນ ຄື​ປະຊາຊົນ​ທັງໝົດ​ຜູ້​ຍາກຈົນ​ທີ່ສຸດ​ຢູ່​ໃນ​ອານາຈັກ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka