Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 40:8 - ພຣະຄຳພີສັກສິ

8 ສະນັ້ນ ອິດຊະມາເອນ​ລູກຊາຍ​ຂອງ​ເນທານີຢາ, ໂຢຮານານ​ລູກຊາຍ​ຂອງ​ກາເຣຢາ, ເສຣາອີຢາ​ລູກຊາຍ​ຂອງ​ຕັນຮູເມັດ, ບັນດາ​ລູກຊາຍ​ຂອງ​ເອຟາອີ​ຈາກ​ເມືອງ​ເນໂຕຟາ ແລະ​ຢາອາຊານີຢາ ຈາກ​ເມືອງ​ມາອາກາ ຈຶ່ງ​ໄດ້​ນຳ​ຄົນ​ຂອງ​ພວກ​ຕົນ​ໄປ​ຫາ​ເກດາລີຢາ​ທີ່​ເມືອງ​ມີຊະປາ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 40:8
29 Jak'a apnaqawi uñst'ayäwi  

ຊາວ​ອຳໂມນ​ຮູ້ຕົວ​ວ່າ​ພວກຕົນ​ໄດ້​ສ້າງ​ສັດຕູ​ກັບ​ກະສັດ​ດາວິດ. ດັ່ງນັ້ນ ພວກເຂົາ​ຈຶ່ງ​ໄປ​ຈ້າງ​ເອົາ​ທະຫານ​ຊີເຣຍ ຊາວພັນ​ຄົນ ຈາກ​ເມືອງ​ເບັດເຣໂຮບ ແລະ​ເມືອງ​ໂຊບາ ສິບສອງພັນ​ຄົນ ຈາກ​ເມືອງ​ໂຕບ ແລະ​ກະສັດ​ແຫ່ງ​ມາອາກາ​ພ້ອມ​ກັບ​ທະຫານ​ໜຶ່ງພັນ​ຄົນ.


ຊາວ​ອຳໂມນ​ໄດ້​ເຄື່ອນທັບ​ໄປ​ຕັ້ງ​ທີ່ໝັ້ນ​ຢູ່​ທາງ​ເຂົ້າ​ຣັບບາ ເມືອງ​ເອກ​ຂອງ​ພວກເຂົາ; ໃນຂະນະ​ດຽວກັນ​ນັ້ນ ພວກ​ອື່ນ​ຄື​ຊາວ​ຊີເຣຍ​ກັບ​ທະຫານ​ຈາກ​ເມືອງ​ໂຕບ ແລະ​ມາອາກາ ກໍ​ຕັ້ງ​ທີ່ໝັ້ນ​ຢູ່​ນອກເມືອງ.


ເອລີເຟເລດ ລູກຊາຍ​ອາຮາສະໄບ ຊາວ​ມາອາກາ; ເອລີອາມ ລູກຊາຍ​ຂອງ​ອາຮີໂຕເຟນ ຊາວ​ກີໂລ.


ເມື່ອ​ພວກ​ນາຍ​ທະຫານ ແລະ​ພົນທະຫານ​ຢູດາ​ທີ່​ບໍ່ໄດ້​ຍອມ​ຈຳນົນ ໄດ້ຍິນ​ເຖິງ​ເລື່ອງ​ນີ້ ພວກເຂົາ​ກໍ​ໄປ​ສົມທົບ​ກັບ​ເກດາລີຢາ​ທີ່​ເມືອງ​ມີຊະປາ. ພວກ​ນາຍ​ທະຫານ​ນີ້​ມີ​ດັ່ງນີ້: ອິດຊະມາເອນ​ລູກຊາຍ​ຂອງ​ເນທານີຢາ, ໂຢຮານານ​ລູກຊາຍ​ຂອງ​ກາເຣຢາ, ເສຣາອີຢາ​ລູກຊາຍ​ຂອງ​ຕັນຮູເມັດ​ຊາວ​ເມືອງ​ເນໂຕຟາ ແລະ​ຢາອາຊານີຢາ ຊາວ​ເມືອງ​ມາອາກາ.


ແຕ່​ໃນ​ເດືອນ​ທີ​ເຈັດ​ຂອງ​ປີ​ນັ້ນ ອິດຊະມາເອນ​ລູກຊາຍ​ຂອງ​ເນທານີຢາ ແລະ​ຫລານຊາຍ​ຂອງ​ເອລີຊາມາ ຜູ້​ທີ່​ເປັນ​ເຊື້ອສາຍ​ຂອງ​ກະສັດ​ພ້ອມ​ທັງ​ທະຫານ​ສິບ​ຄົນ​ໄດ້​ເຂົ້າ​ໄປ​ໃນ​ເມືອງ​ມີຊະປາ ແລະ​ໂຈມຕີ​ເກດາລີຢາ​ແລ້ວ​ຂ້າ​ເພິ່ນ​ເສຍ. ລາວ​ຍັງ​ໄດ້​ຂ້າ​ຊາວ​ອິດສະຣາເອນ​ແລະ​ຊາວ​ບາບີໂລນ​ທີ່​ຢູ່​ໃນ​ບ່ອນ​ນັ້ນ​ດ້ວຍ.


ມະຫາໄຣ ຊາວ​ເນໂຕຟາ, ເຮເລັດ ລູກຊາຍ​ຂອງ​ບາອານາ ຊາວ​ເນໂຕຟາ,


ກາເລັບ​ມີ​ເມຍນ້ອຍ​ຜູ້​ອື່ນ​ອີກ​ຊື່​ວ່າ ມາອາກາ ແລະ​ນາງ​ໄດ້​ເກີດ​ລູກຊາຍ​ໃຫ້​ເພິ່ນ​ສອງ​ຄົນ ດັ່ງນີ້: ເຊເບ ແລະ​ຕີຮານາ.


ສານມາ ຜູ້​ທີ່​ໄດ້​ສ້າງ​ເມືອງ​ເບັດເລເຮັມ ຊາວ​ເນໂຕຟັດ ຊາວ​ອາໂຣດ​ເບັດ​ໂຢອາບ ແລະ​ເຄິ່ງ​ໜຶ່ງ​ຂອງ​ຊາວ​ມານາຮາດ​ກັບ​ຊາວ​ໂຊເຣ.


ບັນດາ​ຜູ້ນຳ​ຂອງ​ພວກເຂົາ​ມີ​ດັ່ງນີ້: ເຊຣຸບບາເບນ, ເຢຊູອາ, ເນເຫມີຢາ, ເສຣາອີຢາ, ເຣເອລາອີຢາ, ມໍເດໄກ, ບິນຊານ, ມີຊະປາ, ບິກໄຫວ, ເຣຫຸມ ແລະ​ບາອານາ. ຕໍ່ໄປນີ້​ແມ່ນ​ລາຍຊື່​ຂອງ​ຕະກຸນ​ຕ່າງໆ​ຂອງ​ຊາດ​ອິດສະຣາເອນ ພ້ອມ​ທັງ​ຈຳນວນ​ຄົນ​ຂອງ​ແຕ່ລະ​ຕະກຸນ ທີ່​ໄດ້​ກັບຄືນ​ມາ​ຈາກ​ການ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ:


ເນໂຕຟາ - 56 ຄົນ


ຄົນ​ທີ່​ບັນພະບຸລຸດ​ໄດ້​ອາໄສ​ຢູ່​ຕາມ​ເມືອງ​ດັ່ງ​ຕໍ່ໄປນີ້ ກໍໄດ້​ກັບຄືນ​ມາ​ຄື​ກັນ: ເບັດເລເຮັມ​ແລະ​ເນໂຕຟາ - 188 ຄົນ


ພວກເຂົາ​ຈຶ່ງ​ຄຽດແຄ້ນ​ໃຫຍ່​ພ້ອມ​ທັງ​ຂ້ຽນຕີ​ຂ້າພະເຈົ້າ ແລະ​ກັກຂັງ​ຂ້າພະເຈົ້າ​ໄວ້​ໃນ​ເຮືອນ​ຂອງ​ໂຢນາທານ ເລຂາທິການ​ຂອງ​ກະສັດ ຊຶ່ງ​ບ່ອນ​ນີ້​ໄດ້​ຖືກ​ດັດແປງ​ໃຫ້​ເປັນ​ຄຸກ.


ຂ້າແດ່​ພະຣາຊາ ບັດນີ້​ຂໍ​ທ່ານ​ຟັງ ແລະ​ເຮັດ​ຕາມ​ຂ້ານ້ອຍ​ຂໍຮ້ອງ​ດ້ວຍ. ຢ່າ​ສົ່ງ​ຂ້ານ້ອຍ​ກັບຄືນ​ໄປ​ຄຸກ​ທີ່​ຢູ່​ເຮືອນ​ຂອງ​ໂຢນາທານ​ເລີຍ. ຖ້າ​ທ່ານ​ຂືນ​ສົ່ງ​ໄປ ຂ້ານ້ອຍ​ຈະ​ຕ້ອງ​ຕາຍ​ຢູ່​ທີ່​ນັ້ນ​ເປັນແນ່.”


ຈົ່ງ​ບອກ​ພວກເຂົາ​ພຽງແຕ່​ວ່າ ເຈົ້າ​ຂໍຮ້ອງ​ເຮົາ​ບໍ່​ໃຫ້​ສົ່ງ​ເຈົ້າ​ກັບຄືນ​ໄປ​ຕາຍ​ທີ່​ຄຸກ​ເທົ່ານັ້ນ.”


ໃນຂະນະ​ດຽວກັນ​ນັ້ນ ຊາວ​ອິດສະຣາເອນ​ທັງໝົດ​ທີ່​ໄດ້​ອາໄສ​ຢູ່​ໃນ​ໂມອາບ, ອຳໂມນ, ເອໂດມ ແລະ​ດິນແດນ​ອື່ນ​ອີກ​ໄດ້ຍິນ​ວ່າ ກະສັດ​ແຫ່ງ​ບາບີໂລນ​ໄດ້​ອະນຸຍາດ​ໃຫ້​ຊາວ​ອິດສະຣາເອນ​ບາງຄົນ​ອາໄສ​ຢູ່​ໃນ​ຢູດາຍ​ໄດ້ ແລະ​ເພິ່ນ​ແຕ່ງຕັ້ງ​ເກດາລີຢາ​ລູກຊາຍ​ຂອງ​ອາຮີກຳ ແລະ​ຫລານຊາຍ​ຂອງ​ຊາຟານ​ໃຫ້​ເປັນ​ຜູ້​ສຳເລັດ​ຣາຊການ​ຂອງ​ພວກເຂົາ.


ຫລັງຈາກ​ນີ້ ໂຢຮານານ​ລູກຊາຍ​ຂອງ​ກາເຣຢາ ແລະ​ບັນດາ​ຜູ້ນຳ​ຝ່າຍ​ທະຫານ​ທີ່​ບໍ່​ຍອມ​ຈຳນົນ ໄດ້​ມາ​ຫາ​ເກດາລີຢາ​ທີ່​ເມືອງ​ມີຊະປາ


ແລະ​ກ່າວ​ແກ່​ເພິ່ນ​ວ່າ, “ທ່ານ​ບໍ່​ຮູ້​ຫລື​ວ່າ ກະສັດ​ບາອາລີ​ແຫ່ງ​ອຳໂມນ​ໄດ້​ໃຊ້​ອິດຊະມາເອນ​ລູກຊາຍ​ຂອງ​ເນທານີຢາ​ມາ​ລອບ​ສັງຫານ​ທ່ານ?” ແຕ່​ເກດາລີຢາ​ລູກຊາຍ​ຂອງ​ອາຮີກຳ​ບໍ່​ເຊື່ອ​ພວກເຂົາ.


ແລ້ວ​ໂຢຮານານ​ລູກຊາຍ​ຂອງ​ກາເຣຢາ​ກໍ​ເວົ້າ​ຕໍ່​ເພິ່ນ​ເປັນ​ທາງ​ລັບ​ທີ່​ມີຊະປາ​ວ່າ, “ຈົ່ງ​ໃຫ້​ຂ້ານ້ອຍ​ໄປ​ສັງຫານ​ອິດຊະມາເອນ​ສາ ແລະ​ຈະ​ບໍ່ມີ​ຄົນ​ຮູ້ວ່າ​ແມ່ນ​ຜູ້ໃດ​ເປັນ​ຄົນ​ຂ້າ. ເປັນຫຍັງ​ຈຶ່ງ​ຈະ​ປ່ອຍ​ໃຫ້​ລາວ​ມາ​ລອບ​ສັງຫານ​ທ່ານ? ການກະທຳ​ເຊັ່ນນັ້ນ​ກໍ​ຈະ​ເປັນ​ເຫດ​ໃຫ້​ຊາວຢິວ​ທັງໝົດ ທີ່​ມາ​ເຕົ້າໂຮມ​ກັນ​ຢູ່​ນຳ​ທ່ານ​ນັ້ນ​ຕ້ອງ​ຖືກ​ກະຈັດ​ກະຈາຍ​ໄປ ຊຶ່ງ​ຈະ​ນຳ​ຄວາມ​ຈິບຫາຍ​ຢ່າງ​ໃຫຍ່ຫລວງ ມາ​ສູ່​ປະຊາຊົນ​ທຸກໆຄົນ​ທີ່​ຍັງເຫລືອ​ຢູ່​ໃນ​ຢູດາຍ.”


ຂ້າພະເຈົ້າ​ໄດ້​ໄປ​ຢູ່​ກັບ​ເກດາລີຢາ​ໃນ​ເມືອງ​ມີຊະປາ ແລະ​ອາໄສ​ຢູ່​ໃນ​ທ່າມກາງ​ປະຊາຊົນ​ທີ່​ຍັງເຫລືອ​ຢູ່​ໃນ​ດິນແດນ​ນັ້ນ.


ໃນ​ເດືອນ​ທີ​ເຈັດ​ຂອງ​ປີ​ນັ້ນ ອິດຊະມາເອນ​ລູກຊາຍ​ຂອງ​ເນທານີຢາ ແລະ​ຫລານຊາຍ​ຂອງ​ເອລີຊາມາ ເຊື້ອວົງ​ຄົນ​ໜຶ່ງ ແລະ​ນາຍ​ທະຫານ​ຄົນ​ໜຶ່ງ​ຂອງ​ກະສັດ ໄດ້​ໄປ​ທີ່​ເມືອງ​ມີຊະປາ​ພ້ອມ​ກັບ​ທະຫານ​ສິບ​ຄົນ ເພື່ອ​ພົບ​ຜູ້​ສຳເລັດ​ຣາຊການ​ເກດາລີຢາ​ລູກຊາຍ​ຂອງ​ອາຮີກຳ. ໃນ​ຂະນະທີ່​ພວກເຂົາ​ທຸກຄົນ​ກຳລັງ​ຮ່ວມ​ພາເຂົ້າ​ຢູ່​ນັ້ນ


ໂຢຮານານ​ລູກຊາຍ​ຂອງ​ກາເຣຢາ ແລະ​ຜູ້ນຳ​ຝ່າຍ​ທະຫານ​ທັງໝົດ​ໄດ້ຍິນ​ເຖິງ​ອາດຊະຍາກຳ ທີ່​ອິດຊະມາເອນ​ລູກຊາຍ​ຂອງ​ເນທານີຢາ​ໄດ້​ກໍ່​ຂຶ້ນ.


ອິດຊະມາເອນ​ແລະ​ທະຫານ​ສິບ​ຄົນ​ທີ່​ມາ​ນຳ​ຕົນ ກໍ​ຊັກ​ດາບ​ອອກ ແລະ​ຂ້າ​ເກດາລີຢາ​ລູກຊາຍ​ຂອງ​ອາຮີກຳ​ຫຼານຊາຍ​ຂອງ​ຊາຟານ.


ແລ້ວ​ບັນດາ​ຜູ້ນຳ​ຝ່າຍ​ທະຫານ​ທັງໝົດ​ຮ່ວມ​ກັບ​ໂຢຮານານ​ລູກຊາຍ​ຂອງ​ກາເຣຢາ ແລະ​ອາຊາຣີຢາ ລູກຊາຍ​ຂອງ​ໂຮຊາອີຢາ ກໍໄດ້​ພາ​ປະຊາຊົນ​ທຸກ​ຊົນຊັ້ນ​ມາ​ຫາ​ຂ້າພະເຈົ້າ


ດັ່ງນັ້ນ ຂ້າພະເຈົ້າ​ຈຶ່ງ​ເອີ້ນ​ໂຢຮານານ​ລູກຊາຍ​ຂອງ​ກາເຣຢາ ແລະ​ບັນດາ​ຜູ້ນຳ​ຝ່າຍ​ທະຫານ​ທຸກໆ​ຄົນ​ທີ່​ມາ​ນຳ​ລາວ​ນັ້ນ ພ້ອມທັງ​ປະຊາຊົນ​ອື່ນໆ​ອີກ​ທັງໝົດ​ມາ​ໂຮມກັນ.


ອາຊາຣີຢາ​ລູກຊາຍ​ຂອງ​ໂຮຊາອີຢາ ແລະ​ໂຢຮານານ​ລູກຊາຍ​ຂອງ​ກາເຣຢາ ພ້ອມ​ດ້ວຍ​ຄົນ​ອວດດີ​ອື່ນໆ​ທັງໝົດ​ໄດ້​ເວົ້າ​ຕໍ່​ຂ້າພະເຈົ້າ​ວ່າ, “ເຈົ້າ​ເວົ້າ​ບໍ່​ຈິງ. ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ ບໍ່ໄດ້​ໃຊ້​ເຈົ້າ​ມາ​ບອກ​ພວກເຮົາ​ບໍ່​ໃຫ້​ໄປ​ອາໄສ​ຢູ່​ທີ່​ປະເທດ​ເອຢິບ.


ແລ້ວ​ໂຢຮານານ​ລູກຊາຍ​ຂອງ​ກາເຣຢາ ແລະ​ຜູ້ນຳ​ຝ່າຍ​ທະຫານ​ທັງໝົດ​ກໍໄດ້​ພາ​ທຸກໆ​ຄົນ ທີ່​ເຫຼືອ​ຢູ່​ໃນ​ດິນແດນ​ຢູດາຍ​ໜີໄປ​ປະເທດ​ເອຢິບ ພ້ອມ​ດ້ວຍ​ປະຊາຊົນ​ທັງໝົດ​ທີ່​ໄດ້​ກັບ​ມາ​ແຕ່​ປະເທດ​ຕ່າງໆ ທີ່​ພວກເຂົາ​ໄດ້​ຖືກ​ກະຈັດ​ກະຈາຍ​ໄປ​ນັ້ນ​ມີ​ດັ່ງນີ້:


ຢາອີ​ຜູ້​ທີ່​ເປັນ​ຄົນ​ໃນ​ເຜົ່າ​ມານາເຊ ໄດ້​ຢຶດຄອງ​ຂົງ​ເຂດ​ອັກໂກບ​ທັງໝົດ ຄື​ບາຊານ ໄກ​ອອກ​ໄປ​ຈົນ​ຮອດ​ຊາຍແດນ​ຂອງ​ເກຊູ​ແລະ​ມາອາກາ. ລາວ​ໃສ່​ຊື່​ໝູ່ບ້ານ​ເຫຼົ່ານັ້ນ​ຕາມ​ຊື່​ຂອງຕົນ ຊຶ່ງ​ຍັງ​ເປັນ​ທີ່​ຮູ້ຈັກ​ກັນ​ວ່າ​ໝູ່ບ້ານ​ຂອງ​ຢາອີ.)


ອານາຈັກ​ຂອງ​ເພິ່ນ​ນັ້ນ​ມີ​ດັ່ງນີ້: ພູເຂົາ​ເຮີໂມນ, ສາເລກາ ແລະ​ທົ່ວ​ທັງ​ບາຊານ​ໄກ​ອອກ​ໄປ, ຈົນເຖິງ​ເຂດແດນ​ຂອງ​ພວກ​ເກຊູ​ແລະ​ພວກ​ມາອາກາ ລວມທັງ​ເຄິ່ງ​ໜຶ່ງ​ຂອງ​ກີເລອາດ​ໄກ​ອອກ​ໄປ​ຈົນເຖິງ​ເຂດແດນ​ຂອງ​ເຈົ້າ​ສີໂຫນ ກະສັດ​ແຫ່ງ​ເຮັດຊະໂບນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka