Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 40:6 - ພຣະຄຳພີສັກສິ

6 ຂ້າພະເຈົ້າ​ໄດ້​ໄປ​ຢູ່​ກັບ​ເກດາລີຢາ​ໃນ​ເມືອງ​ມີຊະປາ ແລະ​ອາໄສ​ຢູ່​ໃນ​ທ່າມກາງ​ປະຊາຊົນ​ທີ່​ຍັງເຫລືອ​ຢູ່​ໃນ​ດິນແດນ​ນັ້ນ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 40:6
8 Jak'a apnaqawi uñst'ayäwi  

ແລ້ວ​ກະສັດ​ອາສາ​ຈຶ່ງ​ເຕົ້າໂຮມ​ຄົນ​ທົ່ວ​ຢູດາຍ​ໃຫ້​ຂົນ​ຫີນ ແລະ​ໄມ້​ທ່ອນ​ທີ່​ບາອາຊາ​ໄດ້​ໃຊ້​ສ້າງ​ເມືອງ​ຣາມາ​ນັ້ນ ແລະ​ນຳ​ເອົາ​ວັດຖຸ​ທັງໝົດ​ນີ້​ໄປ​ສ້າງ​ປ້ອມ​ປ້ອງກັນ​ເມືອງ​ເກບາ​ແລະ​ມີຊະປາ.


ຈຶ່ງ​ໄດ້​ນຳ​ຂ້າພະເຈົ້າ​ມາ​ຈາກ​ເດີ່ນ​ຂອງ​ຣາຊວັງ. ພວກເຂົາ​ໄດ້​ມອບ​ຂ້າພະເຈົ້າ​ໄວ້​ຢູ່​ໃຕ້​ຄວາມ​ເບິ່ງແຍງ​ຂອງ​ເກດາລີຢາ​ລູກຊາຍ​ຂອງ​ອາຮີກຳ ແລະ​ຫລານຊາຍ​ຂອງ​ຊາຟານ ແລະ​ໃຫ້​ນຳ​ຂ້າພະເຈົ້າ​ເມືອ​ເຖິງ​ເຮືອນ​ຂອງ​ຂ້າພະເຈົ້າ​ຢ່າງ​ປອດໄພ. ດັ່ງນັ້ນ ຂ້າພະເຈົ້າ​ຈຶ່ງ​ໄດ້​ຢູ່​ນຳ​ປະຊາຊົນ​ໃນ​ທີ່ນັ້ນ.


ໃນ​ເດືອນ​ທີ​ເຈັດ​ຂອງ​ປີ​ນັ້ນ ອິດຊະມາເອນ​ລູກຊາຍ​ຂອງ​ເນທານີຢາ ແລະ​ຫລານຊາຍ​ຂອງ​ເອລີຊາມາ ເຊື້ອວົງ​ຄົນ​ໜຶ່ງ ແລະ​ນາຍ​ທະຫານ​ຄົນ​ໜຶ່ງ​ຂອງ​ກະສັດ ໄດ້​ໄປ​ທີ່​ເມືອງ​ມີຊະປາ​ພ້ອມ​ກັບ​ທະຫານ​ສິບ​ຄົນ ເພື່ອ​ພົບ​ຜູ້​ສຳເລັດ​ຣາຊການ​ເກດາລີຢາ​ລູກຊາຍ​ຂອງ​ອາຮີກຳ. ໃນ​ຂະນະທີ່​ພວກເຂົາ​ທຸກຄົນ​ກຳລັງ​ຮ່ວມ​ພາເຂົ້າ​ຢູ່​ນັ້ນ


ດີເລອານ, ມີຊະປາ, ໂຢກເທເອນ,


ມີຊະປາ, ເກຟີຣາ, ໂມຊາ,


ດັ່ງນັ້ນ ຊາວ​ອິດສະຣາເອນ​ທຸກຄົນ​ຈາກ​ເມືອງ​ດານ​ທາງ​ພາກເໜືອ ຈົນເຖິງ​ເບເອນເຊບາ​ທາງ​ພາກໃຕ້ ຕະຫລອດ​ທັງ​ພວກ​ທີ່​ມາ​ຈາກ​ດິນແດນ​ກີເລອາດ ທາງພາກ​ຕາເວັນອອກ​ຈຶ່ງ​ໄດ້​ຕອບສະໜອງ​ຄຳ​ຮຽກຮ້ອງ. ພວກເຂົາ​ໄດ້​ມາ​ເຕົ້າໂຮມ​ກັນ​ເປັນ​ນໍ້າໜຶ່ງໃຈດຽວ ຊ້ອງໜ້າ​ພຣະເຈົ້າຢາເວ​ທີ່​ເມືອງ​ມີຊະປາ.


ເມື່ອ​ພວກ​ອິດສະຣາເອນ​ປະຊຸມກັນ​ທີ່​ເມືອງ​ມີຊະປາ​ນັ້ນ ພວກເຂົາ​ໄດ້​ຕັ້ງ​ຄຳສັນຍາ​ອັນ​ໜັກແໜ້ນ​ວ່າ, “ໃນ​ພວກເຮົາ​ຈະ​ບໍ່ມີ​ໃຜ​ໃຫ້​ລູກສາວ​ຂອງຕົນ​ແຕ່ງງານ​ກັບ​ຊາວ​ເບັນຢາມິນ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka