ເຢເຣມີຢາ 40:5 - ພຣະຄຳພີສັກສິ5 ເມື່ອຂ້າພະເຈົ້າບໍ່ຕອບ ເນບູຊາຣາດານກໍເວົ້າຂຶ້ນວ່າ, “ຈົ່ງກັບຄືນເມືອຫາເກດາລີຢາ ລູກຊາຍຂອງອາຮີກຳ ແລະຫລານຊາຍຂອງຊາຟານ ຜູ້ທີ່ກະສັດແຫ່ງບາບີໂລນໄດ້ແຕ່ງຕັ້ງລາວ ໃຫ້ເປັນຜູ້ສຳເລັດຣາຊການຂອງເມືອງຂອງຢູດາຍແທນເພິ່ນ. ເຈົ້າອາດຢູ່ກັບລາວ ແລະອາໄສຢູ່ທ່າມກາງປະຊາຊົນກໍໄດ້ ຫລືເຈົ້າຈະໄປທີ່ໃດກໍໄດ້ ຕາມທີ່ເຈົ້າຄິດເຫັນວ່າເໝາະສົມ.” ແລ້ວເພິ່ນກໍມອບຂອງຂວັນ ແລະອາຫານບາງສ່ວນໃຫ້ຂ້າພະເຈົ້າເອົາໄປນຳ ແລະປ່ອຍໃຫ້ຂ້າພະເຈົ້າໄປຕາມທາງຂອງຂ້າພະເຈົ້າ. Uka jalj uñjjattʼäta |
ປະໂຣຫິດຮິນກີຢາ, ອາຮີກຳ, ອັກໂບ, ຊາຟານ ແລະອາສາອີຢາ ໄດ້ໄປປຶກສາຜູ້ທຳນວາຍຍິງຄົນໜຶ່ງຢູ່ທາງເຂດໃໝ່ຂອງນະຄອນເຢຣູຊາເລັມຊື່ວ່າ ຮຸນດາ. (ຜົວຂອງນາງຮຸນດາຊື່ວ່າຊານລູມ ລູກຊາຍຂອງຕິກວາ ແລະຫລານຊາຍຂອງຮາກຮາ; ຊານລູມເປັນຜູ້ຮັກສາເສື້ອຄຸມປະຈຳພຣະວິຫານ.) ຄົນເຫຼົ່ານີ້ໄດ້ເລົ່າເຫດການສູ່ນາງຟັງ.
ເອຊະຣາເປັນຜູ້ຮອບຮູ້ດ້ານກົດບັນຍັດ ຊຶ່ງພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນໄດ້ມອບໃຫ້ໂມເຊ. ຍ້ອນເອຊະຣາເປັນຜູ້ມີພຣະພອນຂອງພຣະເຈົ້າຢາເວ ພຣະເຈົ້າຂອງເພິ່ນ ກະສັດຈຶ່ງໃຫ້ທຸກສິ່ງຕາມທີ່ລາວຂໍຮ້ອງ. ໃນຣາຊການປີທີເຈັດຂອງກະສັດອາກຕາເຊເຊັດ ເອຊະຣາໄດ້ເດີນທາງຈາກບາບີໂລນມາສູ່ນະຄອນເຢຣູຊາເລັມ ພ້ອມທັງຊາວອິດສະຣາເອນພວກໜຶ່ງ ທີ່ປະກອບດ້ວຍບັນດາປະໂຣຫິດຊາວເລວີ, ພວກນັກດົນຕຼີປະຈຳວິຫານ, ພວກເຝົ້າຍາມພຣະວິຫານ ແລະພວກຄົນງານ.
ຂ້າແດ່ ອົງພຣະຜູ້ເປັນເຈົ້າເອີຍ ບັດນີ້ ຂໍພຣະອົງຮັບຟັງຄຳພາວັນນາອະທິຖານຂອງຂ້ານ້ອຍ ແລະຄຳພາວັນນາອະທິຖານຂອງບັນດາຜູ້ຮັບໃຊ້ຄົນອື່ນໆຂອງພຣະອົງ ຜູ້ທີ່ຢຳເກງໃຫ້ກຽດນາມຊື່ຂອງພຣະອົງແດ່ທ້ອນ. ໃນວັນນີ້ ຂໍພຣະອົງໂຜດປະທານໄຊຊະນະໃຫ້ແກ່ຂ້ານ້ອຍ ໂດຍບັນດານໃຫ້ເພິ່ນເມດຕາຂ້ານ້ອຍດ້ວຍເຖີດ.” ໃນສະໄໝນັ້ນ ຂ້າພະເຈົ້າໄດ້ເປັນຜູ້ຢາຍເຫຼົ້າອະງຸ່ນປະຈຳໂຕະຂອງກະສັດ.