Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 40:3 - ພຣະຄຳພີສັກສິ

3 ແລະ​ບັດນີ້ ພຣະເຈົ້າຢາເວ​ກໍໄດ້​ກະທຳ​ດັ່ງ​ທີ່​ພຣະອົງ​ໄດ້​ກ່າວ​ໄວ້​ນັ້ນ. ເຫດການ​ທັງໝົດ​ທີ່​ໄດ້​ເກີດຂຶ້ນ​ນີ້ ກໍ​ເພາະ​ປະຊາຊົນ​ຂອງ​ເຈົ້າ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ ແລະ​ບໍ່ໄດ້​ເຊື່ອຟັງ​ພຣະອົງ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 40:3
12 Jak'a apnaqawi uñst'ayäwi  

ເມື່ອ​ມີ​ສັນຕິສຸກ​ພັດ​ກັບ​ເຮັດ​ບາບ​ຄືນອີກ ພຣະອົງ​ຈຶ່ງ​ໃຫ້​ເຫຼົ່າ​ສັດຕູ​ເອົາ​ຊະນະ​ພວກເພິ່ນ. ແຕ່​ເມື່ອ​ພວກເພິ່ນ​ກັບໃຈ​ໃໝ່​ແລ້ວ ແລະ​ຂໍ​ພຣະອົງ​ໃຫ້​ຄວາມ​ຊ່ວຍເຫລືອ ທີ່​ສະຫວັນ​ພຣະອົງ​ໄດ້​ຮັບ​ຟັງ ຄຳ​ຂໍຮ້ອງ​ຂອງ​ພວກເພິ່ນ​ອີກ. ພຣະອົງ​ໄດ້​ຊ່ວຍເຫລືອ​ຫລາຍ​ຄັ້ງ​ຫລາຍຄາວ ໂດຍ​ຊ່ວຍກູ້​ເອົາ​ພວກເພິ່ນ​ດ້ວຍ​ຄວາມ​ເມດຕາ​ຍິ່ງໃຫຍ່.


ຖືກຕ້ອງ​ແລ້ວ​ທີ່​ຊົງ​ລົງໂທດ​ພວກ​ຂ້ານ້ອຍ ເພາະ​ພຣະອົງ​ສັດຊື່ ໃນ​ຂະນະທີ່​ພວກ​ຂ້ານ້ອຍ​ເຮັດ​ບາບ.


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ໄດ້​ປູກຝັງ​ອິດສະຣາເອນ ແລະ​ຢູດາ, ແຕ່​ບັດນີ້​ເຮົາ​ນາບຂູ່​ພວກເຂົາ​ດ້ວຍ​ຄວາມ​ຈິບຫາຍ. ພວກເຂົາ​ໄດ້​ນຳ​ເອົາ​ຄວາມ​ຈິບຫາຍ​ນີ້​ມາ​ສູ່​ພວກ​ເຂົາເອງ​ຍ້ອນ​ໄດ້​ເຮັດ​ຜິດ; ພວກເຂົາ​ໄດ້​ເຮັດ​ໃຫ້​ເຮົາ​ໂກດຮ້າຍ​ໂດຍ​ຖວາຍບູຊາ​ແກ່​ພະບາອານ.”


ຫລັງຈາກ​ນັ້ນ ຄົນຕ່າງດ້າວ​ຢ່າງ​ຫລວງຫລາຍ​ກໍ​ຈະ​ຜ່ານ​ໄປມາ ແລະ​ຖາມ​ກັນ​ວ່າ, ‘ເປັນຫຍັງ​ພຣະເຈົ້າຢາເວ ຈຶ່ງ​ເຮັດ​ເຊັ່ນນີ້​ຕໍ່​ນະຄອນ​ໃຫຍ່​ແຫ່ງ​ນີ້.’


“ໃຫ້​ບອກ​ເອເບັດ​ເມເຫລັກ ຊາວ​ເອທີໂອເປຍ​ວ່າ, ‘ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ໄດ້​ກ່າວ​ວ່າ ເຮົາ​ຈະ​ນຳ​ຄວາມ​ຈິບຫາຍ​ມາ​ສູ່​ເມືອງ​ນີ້​ຕາມ​ທີ່​ເຮົາ​ໄດ້​ກ່າວ​ໄວ້ ແຕ່​ບໍ່ແມ່ນ​ຄວາມຈະເລີນ​ຮຸ່ງເຮືອງ. ເມື່ອ​ເຫດການ​ນີ້​ເກີດຂຶ້ນ ເຈົ້າ​ຈະ​ຢູ່​ທີ່​ນັ້ນ​ເພື່ອ​ເບິ່ງ​ເຫດການ​ນັ້ນ.


ໄພພິບັດ​ທີ່​ຕົກ​ມາ​ຖືກ​ພວກເຈົ້າ​ໃນ​ເວລາ​ນີ້ ກໍ​ຍ້ອນ​ພວກເຈົ້າ​ໄດ້​ຖວາຍບູຊາ​ແກ່​ບັນດາ​ພະອື່ນ ແລະ​ທັງ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ​ດ້ວຍ ໂດຍ​ບໍ່ໄດ້​ເຊື່ອຟັງ​ຂໍ້ຄຳສັ່ງ​ທັງໝົດ​ຂອງ​ພຣະອົງ.”


ພວກເຂົາ​ຖືກ​ທຳລາຍ​ຈາກ​ທຸກໆຄົນ​ທີ່​ໄດ້​ພົບ​ເຫັນ​ພວກເຂົາ. ເຫຼົ່າ​ສັດຕູ​ຂອງ​ພວກເຂົາ​ເວົ້າ​ວ່າ, ‘ສິ່ງ​ທີ່​ພວກເຮົາ​ໄດ້​ເຮັດ​ບໍ່​ຜິດ ເພາະ​ພວກເຂົາ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ ອົງ​ເປັນ​ທີ່ຢູ່​ອັນ​ແທ້ຈິງ; ຕໍ່ສູ້​ພຣະເຈົ້າຢາເວ ອົງ​ເປັນ​ຄວາມຫວັງ​ຂອງ​ບັນພະບຸລຸດ​ຂອງ​ພວກເຂົາ.’


ພຣະເຈົ້າຢາເວ​ໄດ້​ກະທຳ​ການ​ຕາມ​ທີ່​ພຣະອົງ​ວາງແຜນ​ໄວ້​ແລ້ວ. ຖ້ອຍຄຳ​ຕັ້ງແຕ່​ດົນນານ​ຂອງ​ພຣະອົງ, ພຣະອົງ​ໄດ້​ເຮັດ​ໃຫ້​ສຳເລັດ​ແລ້ວ ຄື​ທຳລາຍ​ຢ່າງ​ບໍ່ມີ​ຄວາມ​ເມດຕາ​ຕາມ​ທີ່​ພຣະອົງ​ໄດ້​ບອກ. ພຣະອົງ​ໃຫ້​ເຫຼົ່າ​ສັດຕູ​ໄດ້​ໄຊຊະນະ​ພວກເຮົາ ແລະ​ໃຫ້​ພວກເຂົາ​ດີໃຈ​ທີ່​ໄດ້​ເຫັນ​ພວກເຮົາ​ຫລົ້ມ​ສະຫລາຍ.


ແຕ່​ດ້ວຍ​ໃຈ​ຂອງ​ເຈົ້າ​ແຂງ​ກະດ້າງ ແລະ​ບໍ່​ຍອມ​ທີ່​ຈະ​ກັບຕົວ ເຈົ້າ​ຈຶ່ງ​ກຳລັງ​ສະສົມ​ຄວາມ​ໂກດຮ້າຍ​ໄວ້​ໃຫ້​ຕົນເອງ ໃນ​ວັນ​ຂອງ​ຄວາມ​ຮ້າຍກາດ​ນັ້ນ, ຄື​ວັນ​ທີ່​ພຣະເຈົ້າ​ຈະ​ຊົງ​ພິພາກສາ​ລົງໂທດ ຢ່າງ​ຍຸດຕິທຳ​ໃຫ້​ປາກົດ​ແຈ້ງ​ນັ້ນ.


ແຕ່​ເຮົາ​ທັງຫລາຍ​ຮູ້​ຢູ່​ວ່າ ກົດບັນຍັດ​ທຸກ​ຂໍ້​ທີ່​ໄດ້​ກ່າວ​ນັ້ນ​ກໍ​ກ່າວ​ແກ່​ຄົນ​ເຫຼົ່ານັ້ນ ທີ່​ຢູ່​ໃຕ້​ກົດບັນຍັດ​ເພື່ອ​ອັດ​ປາກ​ທຸກຄົນ ແລະ​ເພື່ອ​ໃຫ້​ມະນຸດ​ທຸກຄົນ​ໃນ​ໂລກ ຢູ່​ໃຕ້​ການ​ພິພາກສາ​ຂອງ​ພຣະເຈົ້າ.


ແລະ​ຄຳຕອບ​ກໍ​ຄື ‘ເປັນ​ເພາະ​ພວກເຂົາ​ໄດ້​ລະເມີດ​ພັນທະສັນຍາ ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ປູ່ຍ່າຕາຍາຍ​ຂອງ​ພວກເຂົາ​ໄດ້​ເຮັດ​ໄວ້​ກັບ​ພວກເຂົາ ຄາວ​ທີ່​ພຣະອົງ​ໄດ້​ນຳພາ​ພວກເຂົາ​ອອກ​ມາ​ຈາກ​ປະເທດ​ເອຢິບ​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka