Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 40:2 - ພຣະຄຳພີສັກສິ

2 ຜູ້​ບັນຊາການ​ທະຫານ​ໄດ້​ພາ​ຂ້າພະເຈົ້າ​ແວະ​ອອກ​ມາ ແລະ​ເວົ້າ​ວ່າ, “ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເຈົ້າ​ໄດ້​ຂູ່​ວ່າ ຈະ​ກະທຳ​ໃຫ້​ດິນແດນ​ນີ້​ຈິບຫາຍ

Uka jalj uñjjattʼäta Copia luraña




ເຢເຣມີຢາ 40:2
12 Jak'a apnaqawi uñst'ayäwi  

ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ໄດ້​ປູກຝັງ​ອິດສະຣາເອນ ແລະ​ຢູດາ, ແຕ່​ບັດນີ້​ເຮົາ​ນາບຂູ່​ພວກເຂົາ​ດ້ວຍ​ຄວາມ​ຈິບຫາຍ. ພວກເຂົາ​ໄດ້​ນຳ​ເອົາ​ຄວາມ​ຈິບຫາຍ​ນີ້​ມາ​ສູ່​ພວກ​ເຂົາເອງ​ຍ້ອນ​ໄດ້​ເຮັດ​ຜິດ; ພວກເຂົາ​ໄດ້​ເຮັດ​ໃຫ້​ເຮົາ​ໂກດຮ້າຍ​ໂດຍ​ຖວາຍບູຊາ​ແກ່​ພະບາອານ.”


ພວກເຂົາ​ຖືກ​ທຳລາຍ​ຈາກ​ທຸກໆຄົນ​ທີ່​ໄດ້​ພົບ​ເຫັນ​ພວກເຂົາ. ເຫຼົ່າ​ສັດຕູ​ຂອງ​ພວກເຂົາ​ເວົ້າ​ວ່າ, ‘ສິ່ງ​ທີ່​ພວກເຮົາ​ໄດ້​ເຮັດ​ບໍ່​ຜິດ ເພາະ​ພວກເຂົາ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ ອົງ​ເປັນ​ທີ່ຢູ່​ອັນ​ແທ້ຈິງ; ຕໍ່ສູ້​ພຣະເຈົ້າຢາເວ ອົງ​ເປັນ​ຄວາມຫວັງ​ຂອງ​ບັນພະບຸລຸດ​ຂອງ​ພວກເຂົາ.’


ແຕ່​ເນບູຊາຣາດານ​ໄດ້​ປະ​ໄວ້​ໃນ​ຢູດາຍ ມີ​ປະຊາຊົນ​ທີ່​ຍາກຈົນ​ທີ່ສຸດ​ບາງສ່ວນ ຄື​ຄົນ​ທີ່​ບໍ່ມີ​ຊັບສົມບັດ​ໃດໆ ແລະ​ລາວ​ໃຫ້​ພວກເຂົາ​ເຮັດ​ວຽກ​ໃນ​ສວນອະງຸ່ນ​ແລະ​ໃນ​ນາ.


“ແຕ່​ຖ້າ​ພວກເຈົ້າ​ບໍ່​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງເຮົາ ພວກເຈົ້າ​ກໍ​ຈະ​ໄດ້​ຮັບ​ໂທດກຳ.


“ແຕ່​ຖ້າ​ພວກເຈົ້າ​ບໍ່​ເຊື່ອຟັງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ແລະ​ບໍ່​ຢຶດຖື​ຢ່າງ​ຕັ້ງ​ໜ້າ​ຄຳສັ່ງ​ທຸກ​ຂໍ້​ຂອງ​ພຣະອົງ ພ້ອມ​ກັບ​ກົດບັນຍັດ​ທັງຫລາຍ​ທີ່​ຂ້າພະເຈົ້າ​ກຳລັງ​ໃຫ້​ພວກເຈົ້າ​ໃນວັນນີ້ ແລ້ວ​ຄຳສາບແຊ່ງ​ທັງໝົດ​ເຫຼົ່ານີ້​ຈະ​ເກີດຂຶ້ນ​ກັບ​ພວກເຈົ້າ​ດັ່ງນີ້:


ເມື່ອ​ສິ່ງ​ນັ້ນ​ເກີດຂຶ້ນ ເຮົາ​ຈະ​ຄຽດຮ້າຍ​ພວກເຂົາ ເຮົາ​ຈະ​ປະຖິ້ມ​ພວກເຂົາ​ແລະ​ພວກເຂົາ​ຈະ​ຖືກ​ທຳລາຍ. ໄພພິບັດ​ອັນ​ຮ້າຍແຮງ​ຫລາຍ​ຢ່າງ​ຈະ​ມາ​ເຖິງ​ພວກເຂົາ ແລ້ວ​ພວກເຂົາ​ຈະ​ຮູ້​ແນ່ແທ້​ວ່າ ສິ່ງ​ເຫຼົ່ານີ້​ທີ່​ເກີດຂຶ້ນ​ກັບ​ພວກເຂົາ ກໍ​ຍ້ອນ​ວ່າ​ເຮົາ​ຄື​ພຣະເຈົ້າ​ຂອງ​ພວກເຂົາ​ບໍ່​ຢູ່​ນຳ​ພວກເຂົາ​ອີກ​ຕໍ່ໄປ.


ເມື່ອ​ພຣະເຈົ້າຢາເວ​ເຫັນ​ເຊັ່ນນີ້ ພຣະອົງ​ຈຶ່ງ​ໂກດຮ້າຍ​ຫລາຍ ຈຶ່ງ​ບໍ່​ຮັບ​ຊາຍ​ຍິງ​ເຫຼົ່ານີ້ ເປັນ​ບຸດ​ຂອງ​ພຣະເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka