16 ແຕ່ເກດາລີຢາລູກຊາຍຂອງອາຮີກຳໄດ້ຕອບໂຢຮານານລູກຊາຍຂອງກາເຣຢາວ່າ, “ຢ່າເຮັດເລີຍ ສິ່ງທີ່ເຈົ້າກຳລັງເວົ້າກ່ຽວກັບອິດຊະມາເອນນັ້ນ ບໍ່ເປັນຄວາມຈິງດອກ.”
ອິດຊະມາເອນແລະທະຫານສິບຄົນທີ່ມານຳຕົນ ກໍຊັກດາບອອກ ແລະຂ້າເກດາລີຢາລູກຊາຍຂອງອາຮີກຳຫຼານຊາຍຂອງຊາຟານ.
ຖ້າດັ່ງນັ້ນ ເປັນຫຍັງເຮົາຈຶ່ງບໍ່ເຮັດຊົ່ວ ເພື່ອຄວາມດີຈະເກີດຂຶ້ນຈາກຄວາມຊົ່ວນັ້ນ ຕາມທີ່ມີບາງຄົນໄດ້ໝິ່ນປະໝາດ ແລະກ່າວຫາວ່າເຮົາໃນທຳນອງນີ້ແລ້ວ ການລົງໂທດຄົນຢ່າງນັ້ນກໍຍຸດຕິທຳແລ້ວ.
ບໍ່ເຮັດການອັນບໍ່ສຸພາບ ບໍ່ຄິດເຫັນປະໂຫຍດສ່ວນຕົວແຕ່ຝ່າຍດຽວ ບໍ່ມີໃຈຮ້າຍງ່າຍ ບໍ່ມັກຈົດຈຳຄວາມຜິດ