ເຢເຣມີຢາ 40:15 - ພຣະຄຳພີສັກສິ15 ແລ້ວໂຢຮານານລູກຊາຍຂອງກາເຣຢາກໍເວົ້າຕໍ່ເພິ່ນເປັນທາງລັບທີ່ມີຊະປາວ່າ, “ຈົ່ງໃຫ້ຂ້ານ້ອຍໄປສັງຫານອິດຊະມາເອນສາ ແລະຈະບໍ່ມີຄົນຮູ້ວ່າແມ່ນຜູ້ໃດເປັນຄົນຂ້າ. ເປັນຫຍັງຈຶ່ງຈະປ່ອຍໃຫ້ລາວມາລອບສັງຫານທ່ານ? ການກະທຳເຊັ່ນນັ້ນກໍຈະເປັນເຫດໃຫ້ຊາວຢິວທັງໝົດ ທີ່ມາເຕົ້າໂຮມກັນຢູ່ນຳທ່ານນັ້ນຕ້ອງຖືກກະຈັດກະຈາຍໄປ ຊຶ່ງຈະນຳຄວາມຈິບຫາຍຢ່າງໃຫຍ່ຫລວງ ມາສູ່ປະຊາຊົນທຸກໆຄົນທີ່ຍັງເຫລືອຢູ່ໃນຢູດາຍ.” Uka jalj uñjjattʼäta |
ແຕ່ອາບີໄຊ ລູກຊາຍຂອງນາງເຊຣູອີຢາມາຊ່ວຍກະສັດດາວິດໄວ້ທັນ ໂດຍໄດ້ໂຈມຕີຄົນຮ່າງໃຫຍ່ແລະຂ້າລາວໄດ້ໃນທີ່ສຸດ. ແລ້ວທະຫານຂອງກະສັດດາວິດກໍໄດ້ຂໍໃຫ້ກະສັດສັນຍາວ່າ ເພິ່ນຈະບໍ່ອອກໄປທີ່ສະໜາມຮົບກັບພວກເຂົາອີກເລີຍ ໂດຍບອກເພິ່ນວ່າ, “ທ່ານເປັນຄວາມຫວັງຂອງຊາດອິດສະຣາເອນ ແລະພວກຂ້ານ້ອຍບໍ່ຢາກສູນເສຍທ່ານໄປ.”
ແລະເວົ້າວ່າ, “ກະລຸນາເຮັດຕາມທີ່ພວກເຮົາຂໍຮ້ອງເຖີດ ຈົ່ງພາວັນນາອະທິຖານຕໍ່ພຣະເຈົ້າຢາເວ ພຣະເຈົ້າຂອງທ່ານໃຫ້ພວກເຮົາດ້ວຍ. ຈົ່ງພາວັນນາອະທິຖານສຳລັບພວກເຮົາທຸກຄົນທີ່ຍັງມີຊີວິດຢູ່. ຄັ້ງໜຶ່ງນັ້ນ ພວກເຮົາເຄີຍມີຫລາຍຄົນ, ແຕ່ບັດນີ້ພວກເຮົາເຫຼືອຢູ່ພຽງໜ້ອຍຄົນເທົ່ານັ້ນ ດັ່ງທີ່ທ່ານໄດ້ເຫັນນີ້ແຫລະ.