Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 40:13 - ພຣະຄຳພີສັກສິ

13 ຫລັງຈາກ​ນີ້ ໂຢຮານານ​ລູກຊາຍ​ຂອງ​ກາເຣຢາ ແລະ​ບັນດາ​ຜູ້ນຳ​ຝ່າຍ​ທະຫານ​ທີ່​ບໍ່​ຍອມ​ຈຳນົນ ໄດ້​ມາ​ຫາ​ເກດາລີຢາ​ທີ່​ເມືອງ​ມີຊະປາ

Uka jalj uñjjattʼäta Copia luraña




ເຢເຣມີຢາ 40:13
5 Jak'a apnaqawi uñst'ayäwi  

ສະນັ້ນ ພວກເຂົາ​ຈຶ່ງ​ອອກ​ໜີ​ຈາກ​ບ່ອນ​ຕ່າງໆ ທີ່​ພວກຕົນ​ໄດ້​ກະຈັດ​ກະຈາຍ​ໄປ​ນັ້ນ ແລະ​ກັບຄືນ​ມາ​ຢູດາຍ. ພວກເຂົາ​ໄດ້​ມາ​ຫາ​ເກດາລີຢາ​ທີ່​ເມືອງ​ມີຊະປາ; ໃນ​ທີ່ນັ້ນ ພວກເຂົາ​ໄດ້​ຮວບຮວມ​ເຫຼົ້າ​ອະງຸ່ນ ແລະ​ຜົນລະໄມ້​ໄວ້​ເປັນ​ຈຳນວນ​ຫລວງຫລາຍ.


ແລະ​ກ່າວ​ແກ່​ເພິ່ນ​ວ່າ, “ທ່ານ​ບໍ່​ຮູ້​ຫລື​ວ່າ ກະສັດ​ບາອາລີ​ແຫ່ງ​ອຳໂມນ​ໄດ້​ໃຊ້​ອິດຊະມາເອນ​ລູກຊາຍ​ຂອງ​ເນທານີຢາ​ມາ​ລອບ​ສັງຫານ​ທ່ານ?” ແຕ່​ເກດາລີຢາ​ລູກຊາຍ​ຂອງ​ອາຮີກຳ​ບໍ່​ເຊື່ອ​ພວກເຂົາ.


ສະນັ້ນ ອິດຊະມາເອນ​ລູກຊາຍ​ຂອງ​ເນທານີຢາ, ໂຢຮານານ​ລູກຊາຍ​ຂອງ​ກາເຣຢາ, ເສຣາອີຢາ​ລູກຊາຍ​ຂອງ​ຕັນຮູເມັດ, ບັນດາ​ລູກຊາຍ​ຂອງ​ເອຟາອີ​ຈາກ​ເມືອງ​ເນໂຕຟາ ແລະ​ຢາອາຊານີຢາ ຈາກ​ເມືອງ​ມາອາກາ ຈຶ່ງ​ໄດ້​ນຳ​ຄົນ​ຂອງ​ພວກ​ຕົນ​ໄປ​ຫາ​ເກດາລີຢາ​ທີ່​ເມືອງ​ມີຊະປາ.


ໃນ​ເດືອນ​ທີ​ເຈັດ​ຂອງ​ປີ​ນັ້ນ ອິດຊະມາເອນ​ລູກຊາຍ​ຂອງ​ເນທານີຢາ ແລະ​ຫລານຊາຍ​ຂອງ​ເອລີຊາມາ ເຊື້ອວົງ​ຄົນ​ໜຶ່ງ ແລະ​ນາຍ​ທະຫານ​ຄົນ​ໜຶ່ງ​ຂອງ​ກະສັດ ໄດ້​ໄປ​ທີ່​ເມືອງ​ມີຊະປາ​ພ້ອມ​ກັບ​ທະຫານ​ສິບ​ຄົນ ເພື່ອ​ພົບ​ຜູ້​ສຳເລັດ​ຣາຊການ​ເກດາລີຢາ​ລູກຊາຍ​ຂອງ​ອາຮີກຳ. ໃນ​ຂະນະທີ່​ພວກເຂົາ​ທຸກຄົນ​ກຳລັງ​ຮ່ວມ​ພາເຂົ້າ​ຢູ່​ນັ້ນ


ແລ້ວ​ບັນດາ​ຜູ້ນຳ​ຝ່າຍ​ທະຫານ​ທັງໝົດ​ຮ່ວມ​ກັບ​ໂຢຮານານ​ລູກຊາຍ​ຂອງ​ກາເຣຢາ ແລະ​ອາຊາຣີຢາ ລູກຊາຍ​ຂອງ​ໂຮຊາອີຢາ ກໍໄດ້​ພາ​ປະຊາຊົນ​ທຸກ​ຊົນຊັ້ນ​ມາ​ຫາ​ຂ້າພະເຈົ້າ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka