Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 40:10 - ພຣະຄຳພີສັກສິ

10 ຂ້ອຍເອງ​ຈະ​ຢູ່​ທີ່​ເມືອງ​ມີຊະປາ​ນີ້​ເປັນ​ຜູ້​ຕາງໜ້າ​ຂອງ​ພວກເຈົ້າ ເມື່ອ​ພວກ​ບາບີໂລນ​ມາ​ທີ່ນີ້, ແຕ່​ພວກເຈົ້າ​ຮວບຮວມ ແລະ​ສະສົມ​ເຫຼົ້າ​ອະງຸ່ນ, ຜົນລະໄມ້ ແລະ​ນໍ້າມັນ​ໝາກກອກເທດ ແລະ​ອາໄສ​ຢູ່​ໃນ​ໝູ່ບ້ານ​ທີ່​ພວກເຈົ້າ​ຄຸ້ມຄອງ​ນັ້ນ​ໄດ້.”

Uka jalj uñjjattʼäta Copia luraña




ເຢເຣມີຢາ 40:10
15 Jak'a apnaqawi uñst'ayäwi  

ເມື່ອ​ກະສັດ​ດາວິດ​ຍ່າງ​ກາຍ​ເນີນພູ​ໄປ​ນ້ອຍ​ໜຶ່ງ ໃນທັນໃດ ຊີບາ​ຄົນ​ຮັບໃຊ້​ຂອງ​ເມຟີໂບເຊັດ​ກໍ​ມາ​ພົບ​ເພິ່ນ. ຊີບາ​ມີ​ລໍ​ຢູ່​ຄູ່​ໜຶ່ງ​ຊຶ່ງ​ບັນທຸກ​ເຂົ້າຈີ່​ສອງຮ້ອຍ​ກ້ອນ, ໝາກອະງຸ່ນ​ແຫ້ງ​ຮ້ອຍ​ມັດ, ໝາກໄມ້​ສົດ​ຮ້ອຍ​ມັດ ແລະ​ນໍ້າ​ອະງຸ່ນ​ເຕັມ​ໜຶ່ງ​ຖົງ.


ບັນດາ​ຄົນ ຂອງທ່ານ​ກໍ​ເປັນ​ສຸກ​ແທ້ ແລະ​ພວກ​ທີ່​ລໍ​ຮັບໃຊ້​ທ່ານ​ກໍ​ເປັນ​ສຸກ ທີ່​ມີ​ໂອກາດ​ໄດ້ຍິນ​ຖ້ອຍຄຳ​ແຫ່ງ​ປັນຍາ​ຂອງທ່ານ.


ຈົ່ງ​ນຳ​ເອົາ​ຄົນ​ທີ່​ເຮັດ​ວຽກ​ດີ​ມາ​ໃຫ້​ຂ້ອຍ​ເບິ່ງ ແລະ​ຂ້ອຍ​ຈະ​ໃຫ້​ເຈົ້າ​ເຫັນ​ຜູ້​ທີ່​ເຮັດ​ວຽກ​ດີ​ຍອດຢ້ຽມ ແລະ​ສົມ​ທີ່​ຈະ​ເປັນ​ເພື່ອນ​ຂອງ​ບັນດາ​ກະສັດ.


ຈົ່ງ​ຕັດ​ຫຍ້າ​ທີ່​ທົ່ງ ແລະ​ຕັດ​ຫຍ້າ​ແຫ້ງ​ທີ່​ເນີນພູ​ໃນ​ຂະນະທີ່​ຫຍ້າ​ອ່ອນ​ປົ່ງ​ຂຶ້ນ​ໃໝ່.


ບັດນີ້ ຂ້າພະເຈົ້າ​ຮ້ອງໄຫ້​ເພື່ອ​ຕົ້ນອະງຸ່ນ​ຂອງ​ເມືອງ​ສິບມາ ເໝືອນ​ດັ່ງ​ຮ້ອງໄຫ້​ເພື່ອ​ເມືອງ​ຢາເຊ. ນໍ້າຕາ​ຂອງ​ຂ້າພະເຈົ້າ​ຫລັ່ງໄຫລ ເຖິງ​ເມືອງ​ເຮັດຊະໂບນ​ແລະ​ເມືອງ​ເອເລອາເລ ຍ້ອນ​ທີ່​ນັ້ນ​ບໍ່ມີ​ການ​ເກັບກ່ຽວ​ພໍ​ເຮັດ​ໃຫ້​ປະຊາຊົນ​ເບີກບານ​ໃຈ​ເລີຍ.


ສະນັ້ນ ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ຈຶ່ງ​ສັນຍາ​ວ່າ, ‘ໂຢນາດາບ​ລູກຊາຍ​ເຣກາບ​ຈະ​ມີ​ເຊື້ອສາຍ​ເປັນ​ເພດ​ຊາຍ ບົວລະບັດ​ຮັບໃຊ້​ເຮົາ​ຕະຫລອດໄປ.”’


ລາວ​ປະ​ໄວ້​ແຕ່​ຄົນ​ຍາກຈົນ​ຈຳນວນ​ບໍ່​ເທົ່າໃດ​ຄົນ ຄື​ຜູ້​ທີ່​ບໍ່ມີ​ຊັບສົມບັດ​ຫຍັງ​ໃນ​ອານາຈັກ ແລະ​ລາວ​ໄດ້​ມອບ​ສວນອະງຸ່ນ ແລະ​ໄຮ່​ນາ​ໃຫ້​ພວກເຂົາ​ເຮັດ.


ສະນັ້ນ ພວກເຂົາ​ຈຶ່ງ​ອອກ​ໜີ​ຈາກ​ບ່ອນ​ຕ່າງໆ ທີ່​ພວກຕົນ​ໄດ້​ກະຈັດ​ກະຈາຍ​ໄປ​ນັ້ນ ແລະ​ກັບຄືນ​ມາ​ຢູດາຍ. ພວກເຂົາ​ໄດ້​ມາ​ຫາ​ເກດາລີຢາ​ທີ່​ເມືອງ​ມີຊະປາ; ໃນ​ທີ່ນັ້ນ ພວກເຂົາ​ໄດ້​ຮວບຮວມ​ເຫຼົ້າ​ອະງຸ່ນ ແລະ​ຜົນລະໄມ້​ໄວ້​ເປັນ​ຈຳນວນ​ຫລວງຫລາຍ.


ຂ້າພະເຈົ້າ​ໄດ້​ໄປ​ຢູ່​ກັບ​ເກດາລີຢາ​ໃນ​ເມືອງ​ມີຊະປາ ແລະ​ອາໄສ​ຢູ່​ໃນ​ທ່າມກາງ​ປະຊາຊົນ​ທີ່​ຍັງເຫລືອ​ຢູ່​ໃນ​ດິນແດນ​ນັ້ນ.


ແລ້ວ​ໂຢຮານານ​ລູກຊາຍ​ຂອງ​ກາເຣຢາ ແລະ​ຜູ້ນຳ​ຝ່າຍ​ທະຫານ​ທັງໝົດ​ກໍໄດ້​ພາ​ທຸກໆ​ຄົນ ທີ່​ເຫຼືອ​ຢູ່​ໃນ​ດິນແດນ​ຢູດາຍ​ໜີໄປ​ປະເທດ​ເອຢິບ ພ້ອມ​ດ້ວຍ​ປະຊາຊົນ​ທັງໝົດ​ທີ່​ໄດ້​ກັບ​ມາ​ແຕ່​ປະເທດ​ຕ່າງໆ ທີ່​ພວກເຂົາ​ໄດ້​ຖືກ​ກະຈັດ​ກະຈາຍ​ໄປ​ນັ້ນ​ມີ​ດັ່ງນີ້:


ເຮົາ​ຈະ​ຮ້ອງໄຫ້​ໃຫ້​ປະຊາຊົນ​ສິບມາ ຫລາຍກວ່າ​ປະຊາຊົນ​ຢາເຊ​ອີກ. ເມືອງ​ສິບມາ​ເອີຍ ເຈົ້າ​ເປັນ​ດັ່ງ​ຕົ້ນອະງຸ່ນ​ຊຶ່ງ​ງ່າ​ໄປ​ຈຸ​ຮອດ​ທະເລຕາຍ ແລະ​ໄປ​ໄກ​ຈົນຮອດ​ເມືອງ​ຢາເຊ, ແຕ່​ບັດນີ້​ໝາກໄມ້​ລະດູ​ຮ້ອນ ແລະ​ໝາກອະງຸ່ນ​ຂອງ​ພວກເຈົ້າ​ຖືກ​ທຳລາຍ​ສາ​ແລ້ວ.


ໝົດຫວັງ​ສາ​ແລ້ວ ຂ້າພະເຈົ້າ​ເປັນ​ດັ່ງ​ຄົນ​ອຶດຫິວ​ຜູ້ໜຶ່ງ ທີ່​ຫາ​ໝາກໄມ້​ລະດູ​ຮ້ອນ​ກິນ ແຕ່​ບໍ່​ພົບ ແລະ​ໝາກອະງຸ່ນ​ໃນ​ສວນ​ກໍ​ບໍ່ມີ​ເລີຍ. ໝາກອະງຸ່ນ​ແລະ​ໝາກເດື່ອ​ໄດ້​ຖືກ​ເກັບ​ໄປ​ໝົດ​ສາ​ແລ້ວ.


ດັ່ງນັ້ນ ຈົ່ງ​ເຝົ້າ​ລະວັງ ແລະ​ພາວັນນາ​ອະທິຖານ​ຢູ່​ທຸກ​ເວລາ, ເພື່ອ​ວ່າ ພວກເຈົ້າ​ຈະ​ມີ​ກຳລັງ​ພົ້ນ​ຈາກ​ເຫດການ​ທຸກຢ່າງ ທີ່​ໃກ້​ຈະ​ເກີດຂຶ້ນ​ນັ້ນ ແລະ​ຢືນ​ຢູ່​ຕໍ່ໜ້າ​ບຸດ​ມະນຸດ​ໄດ້.”


ແຕ່​ໂຢຊວຍ​ລູກຊາຍ​ຂອງ​ນູນ​ຜູ້​ຊ່ວຍ​ຂອງ​ເຈົ້າ ຈະ​ນຳ​ປະຊາຊົນ​ອິດສະຣາເອນ​ເຂົ້າ​ໄປ​ຢຶດຄອງ​ດິນແດນ. ສະນັ້ນ ຈົ່ງ​ໃຫ້​ກຳລັງໃຈ​ແກ່​ລາວ.’


“ຫລັງຈາກ​ຟາດ​ເຂົ້າ​ແລະ​ບີບ​ໝາກອະງຸ່ນ​ແລ້ວໆ ຈົ່ງ​ສະຫລອງ​ເທດສະການ​ປຸກຕູບຢູ່​ເປັນ​ເວລາ​ເຈັດ​ວັນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka