9 ພຣະເຈົ້າຢາເວໄດ້ກ່າວວ່າ, “ໃນວັນນັ້ນ ບັນດາກະສັດ ແລະພວກຂ້າຣາຊການຈະສູນເສຍຄວາມກ້າຫານ; ພວກປະໂຣຫິດຈະສະທ້ານຕົກໃຈກົວ ແລະພວກຜູ້ທຳນວາຍກໍຈະແປກໃຈຍິ່ງ.”
ເຖິງແມ່ນວ່າຊາວບາບີໂລນໄດ້ປິດລ້ອມເມືອງໄວ້ກໍຕາມ ພວກທະຫານທັງໝົດກໍລັກໜີໄປໄດ້ໃນເວລາກາງຄືນ. ພວກເຂົາໄດ້ໜີໄປທາງສວນຂອງກະສັດ ຜ່ານໄປທາງປະຕູເມືອງທີ່ຕິດກັບກຳແພງສອງດ້ານ ແລະປົບໄປທາງຮ່ອມພູຈໍແດນ.
ຂ້ານ້ອຍຖືກຕີຈົນລົ້ມດັ່ງຫຍ້າທີ່ຫ່ຽວແຫ້ງໄປ ຂ້ານ້ອຍບໍ່ຢາກກິນຫຍັງທັງເຂົ້າແລະນໍ້າ.
ເມື່ອເວລານັ້ນມາເຖິງ ປະຊາຊົນຊາວເອຢິບຈະເປັນດັ່ງພວກຜູ້ຍິງ. ພວກເຂົາຈະສັ່ນເຊັນດ້ວຍຄວາມຢ້ານກົວ ເມື່ອເຫັນພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ຢຽດມືອອກເພື່ອລົງໂທດພວກເຂົາ.
ເຮົາກຳລັງຈະເຮັດໃຫ້ແຜນການຂອງຊາວເອຢິບບໍ່ສົມຫວັງ ແລະເຮັດໃຫ້ພວກເຂົາເສຍຂວັນ. ພວກເຂົາຈະໄປຂໍໃຫ້ຮູບເຄົາຣົບຊ່ວຍເຫລືອພວກເຂົາ ແລະຈະໄປປຶກສາໝໍຜີ ແລະຈະໄປຖາມເອົາຄວາມນຳຄົນຕາຍ.
ມັນຈະກະທົບພວກເຈົ້າອີກຫລາຍເທື່ອ ຕອນເຊົ້າແລ້ວຕອນເຊົ້າອີກ. ພວກເຈົ້າຈະຕ້ອງອົດທົນເອົາທັງກາງເວັນແລະກາງຄືນ. ຖ້ອຍຄຳໃໝ່ໆຈາກພຣະເຈົ້າແຕ່ລະເທື່ອ ຈະນຳຄວາມຢ້ານກົວອັນໃຫຍ່ຢ່າງໃໝ່ມາໃຫ້
ອົງພຣະຜູ້ເປັນເຈົ້າກ່າວວ່າ, “ຂະໂມຍເມື່ອຖືກຈັບໄດ້ ລາວຈະລະອາຍຫລາຍສັນໃດ; ຊາວອິດສະຣາເອນທຸກຄົນກໍຈະໄດ້ຖືກອັບອາຍຫລາຍສັນນັ້ນ ເປັນຕົ້ນ: ບັນດາກະສັດ, ພວກຂ້າຣາຊການ ພວກປະໂຣຫິດ ແລະພວກຜູ້ທຳນວາຍຂອງພວກເຈົ້າ.
ບັນດາພວກຜູ້ລ້ຽງແກະເອີຍ ຈົ່ງຮ້ອງໄຫ້ສາ ພວກເຈົ້າທີ່ເປັນຜູ້ລ້ຽງແກະຂອງເຮົາເອີຍ ຈົ່ງຮ້ອງໄຫ້ຄໍ່າຄວນສາ ຈົ່ງໄວ້ທຸກແລະກິ້ງເກືອກຢູ່ໃນຂີ້ຝຸ່ນດິນ. ເວລາກໍມາເຖິງແລ້ວ ທີ່ພວກເຈົ້າຕ້ອງຖືກປະຫານໝູ່ ແລະພວກເຈົ້າຈະຖືກຂ້າຖິ້ມດັ່ງຂ້າຝູງແກະເຖິກ.
ພວກຜູ້ທຳນວາຍທີ່ເຕືອນທ່ານວ່າ ກະສັດແຫ່ງບາບີໂລນຈະບໍ່ມາໂຈມຕີທ່ານ ຫລືອານາຈັກນີ້ ພາກັນໄປໃສໝົດແລ້ວ?
ແລະເມືອງຕະຫລອດທັງປ້ອມປ້ອງກັນເມືອງຈະຖືກຢຶດເອົາໝົດ. ໃນມື້ນັ້ນ ພວກທະຫານຂອງໂມອາບກໍຈະຕົກສະທ້ານຢ້ານກົວດັ່ງຜູ້ຍິງຄອດລູກ.
ຄືບັນດາຜູ້ທຳນວາຍກໍເວົ້າແຕ່ຄຳບໍ່ຈິງ ພວກປະໂຣຫິດກໍປົກຄອງຕາມຄຳສັ່ງຂອງພວກຜູ້ທຳນວາຍ ແລະປະຊາຊົນຂອງເຮົາກໍບໍ່ໄດ້ຄັດຄ້ານຫຍັງເລີຍ. ແຕ່ພວກເຂົາຈະເຮັດຢ່າງໃດໃນບັ້ນປາຍ?”
ກຳແພງເມືອງຈຶ່ງໄດ້ຖືກພັງທະລາຍ. ເຖິງແມ່ນວ່າຊາວບາບີໂລນໄດ້ປິດລ້ອມເມືອງໄວ້ກໍຕາມ; ແຕ່ທະຫານທັງໝົດກໍຍັງໜີໄປໃນຕອນກາງຄືນ. ພວກເຂົາໄດ້ປົບໜີທາງສວນຂອງກະສັດ ໂດຍຜ່ານທາງປະຕູລະຫວ່າງກຳແພງເມືອງທັງສອງ ແລະມຸ່ງໜ້າໄປສູ່ຮ່ອມພູຂອງແມ່ນໍ້າຈໍແດນ.
‘ຈົ່ງເບິ່ງເຖີດ ຄົນທີ່ມັກປະໝາດນິນທາ ຈົ່ງປະຫລາດໃຈແລະຈິບຫາຍໄປສາເຖີດ ດ້ວຍວ່າ, ສິ່ງທີ່ເຮົາກະທຳຢູ່ໃນວັນນີ້ ແມ່ນສິ່ງທີ່ພວກເຈົ້າຈະບໍ່ຍອມ ເຊື່ອຟັງເປັນແນ່ ເຖິງແມ່ນວ່າມີບາງຄົນ ມາອະທິບາຍໃຫ້ຟັງແລ້ວກໍຕາມ.”’