Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 4:7 - ພຣະຄຳພີສັກສິ

7 ດັ່ງ​ໂຕສິງ​ກຳລັງ​ອອກ​ມາ​ແຕ່​ບ່ອນ​ລີ້​ຂອງມັນ ຜູ້​ທຳລາຍ​ຊົນຊາດ​ທັງຫລາຍ​ອອກ​ມາ​ສາ​ແລ້ວ. ມັນ​ກຳລັງ​ອອກ​ມາ​ຈາກ​ບ່ອນ​ຫລົບລີ້​ຂອງມັນ ເພື່ອ​ຮຸກຮານ​ຢູດາຍ ແລະ​ທຳລາຍ​ດິນແດນ​ໃຫ້​ກ້ຽງ ເມືອງ​ຂອງ​ຢູດາຍ​ຈະ​ຖືກ​ປະ​ໃຫ້​ຮົກຮ້າງ​ເພພັງ ແລະ​ຈະ​ບໍ່ມີ​ຄົນ​ອາໄສ​ຢູ່​ໃນ​ເມືອງ​ເຫຼົ່ານັ້ນ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 4:7
33 Jak'a apnaqawi uñst'ayäwi  

ໃນ​ຂະນະທີ່​ເຈົ້າ​ເຢໂຮຍອາກິມ​ເປັນ​ກະສັດ ເຈົ້າ​ເນບູ​ກາດເນັດຊາ​ກະສັດ​ແຫ່ງ​ບາບີໂລນ​ໄດ້​ບຸກຮຸກ​ຢູດາຍ ແລະ​ກະສັດ​ເຢໂຮຍອາກິມ​ໄດ້​ຖືກ​ບັງຄັບ​ໃຫ້​ຍອມ​ຢູ່​ພາຍໃຕ້​ການປົກຄອງ​ຂອງ​ເພິ່ນ ເປັນ​ເວລາ​ສາມ​ປີ ແລ້ວ​ເພິ່ນ​ກໍໄດ້​ກະບົດ.


ແລ້ວ​ເຈົ້າ​ເຊເດກີຢາ​ກໍໄດ້​ກະບົດ​ຕໍ່​ກະສັດ​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ; ດັ່ງນັ້ນ ເນບູ​ກາດເນັດຊາ​ຈຶ່ງ​ໄດ້​ຍົກທັບ​ມາ​ໂຈມຕີ​ນະຄອນ​ເຢຣູຊາເລັມ​ໃນ​ວັນ​ທີ​ສິບ ເດືອນ​ສິບ ປີ​ທີ​ເກົ້າ ໃນ​ຣາຊການ​ຂອງ​ກະສັດ​ເຊເດກີຢາ. ພວກເຂົາ​ໄດ້​ຕັ້ງ​ຄ້າຍ​ຕາມ​ນອກເມືອງ ແລະ​ກໍ່ສ້າງ​ກຳແພງ​ປິດລ້ອມ​ເມືອງ​ໄວ້.


ດິນແດນ​ຂອງ​ພວກເຈົ້າ​ໄດ້​ຖືກ​ທຳລາຍ ແລະ​ບ້ານເມືອງ​ຂອງ​ພວກເຈົ້າ​ກໍໄດ້​ຖືກ​ເຜົາຜານ​ຈົນ​ໝົດກ້ຽງ. ຊາວ​ຕ່າງດ້າວ​ໄດ້​ເຂົ້າ​ຢຶດຄອງ​ດິນແດນ ແລະ​ທຳລາຍ​ທຸກສິ່ງ ຕໍ່ໜ້າຕໍ່ຕາ​ຂອງ​ພວກເຈົ້າ​ຈົນ​ໝົດກ້ຽງ.


ຂ້າພະເຈົ້າ​ໄດ້ຍິນ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ, “ເຮືອນ​ຫລັງ​ໃຫຍ່ໆ​ແລະ​ງາມໆ​ເຫຼົ່ານີ້​ຈະ​ເປົ່າຮ້າງ​ແລະ​ເພພັງ​ລົງ.


ຂ້າພະເຈົ້າ​ຈຶ່ງ​ຖາມ​ວ່າ, “ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ເຫດການ​ເຊັ່ນ​ນັ້ນ​ຈະ​ເປັນ​ຢູ່​ຢ່າງນີ້​ເຫິງນານ​ປານໃດ?” ພຣະອົງ​ຕອບ​ວ່າ, “ຈົນກວ່າ​ເມືອງ​ຕ່າງໆ​ຖືກ​ທຳລາຍ​ແລະ​ຮ້າງເປົ່າ ໝູ່ບ້ານ​ທັງຫລາຍ​ບໍ່ມີ​ຄົນ​ຢູ່​ອາໄສ​ແລະ​ຜືນ​ແຜ່ນດິນ​ງຽບເຫງົາ​ເປົ່າປ່ຽວ.


ພວກເຂົາ​ຮ້ອງ​ແຜດສຽງ​ໃສ່​ລາວ ດັ່ງ​ໂຕສິງ ດິນແດນ​ຂອງ​ລາວ​ກາຍເປັນ​ຖິ່ນ​ແຫ້ງແລ້ງ​ກັນດານ​ແລ້ວ ແລະ​ເມືອງ​ຕ່າງໆ​ກໍ​ຮົກຮ້າງ​ເພພັງ ທັງ​ຖືກ​ປະຖິ້ມ​ໄປ​ຢ່າງ​ສິ້ນເຊີງ​ສາ​ແລ້ວ.


ພຣະເຈົ້າຢາເວ​ກ່າວ​ເຖິງ​ເຊື້ອສາຍ​ຂອງ​ກະສັດ​ແຫ່ງ​ຢູດາຍ​ວ່າ, “ເຖິງ​ແມ່ນ​ເຮົາ​ເຫັນ​ວ່າ ວັງ​ຂອງ​ກະສັດ​ແຫ່ງ​ຢູດາຍ​ງົດງາມ ເທົ່າກັບ​ດິນແດນ​ກີເລອາດ ແລະ​ພູ​ຂອງ​ເລບານອນ​ກໍຕາມ; ແຕ່​ເຮົາ​ກໍ​ຈະ​ເຮັດ​ໃຫ້​ເປັນ​ບ່ອນ​ຮົກຮ້າງ​ຫວ່າງເປົ່າ​ທີ່​ບໍ່ມີ​ຜູ້ໃດ​ອາໄສ​ຢູ່.


ເຮົາ​ຈະ​ລະດົມ​ຄົນ​ມາ​ເພື່ອ​ທຳລາຍ​ມັນ​ຖິ້ມ. ພວກເຂົາ​ທັງໝົດ​ຈະ​ເອົາ​ຂວານ​ມາ​ນຳ ເພື່ອ​ປໍ້າ​ເສົາ​ໄມ້ແປກ​ອັນ​ສວຍງາມ​ລົງ ແລະ​ໂຍນ​ມັນ​ໃສ່​ໄຟ.


ພຣະອົງ​ໄດ້​ປະຖິ້ມ​ປະຊາຊົນ​ຂອງ​ພຣະອົງ​ສາ​ແລ້ວ ດັ່ງ​ໂຕສິງ​ໜີ​ຈາກ​ບ່ອນ​ທີ່​ມັນ​ຊ້ອນຕົວ​ຢູ່. ການ​ຢ້ານກົວ​ສົງຄາມ​ແລະ​ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າຢາເວ ໄດ້​ປ່ຽນ​ປະເທດ​ນີ້​ໃຫ້​ເປັນ​ຖິ່ນ​ແຫ້ງແລ້ງ​ກັນດານ.


‘ເຮົາ​ຈະ​ເອີ້ນ​ເອົາ​ຊົນຊາດ​ທັງໝົດ​ຈາກ​ທາງ​ທິດເໜືອ​ມາ ພ້ອມ​ກະສັດ​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ​ຜູ້ຮັບໃຊ້​ຂອງເຮົາ. ເຮົາ​ຈະ​ນຳ​ພວກເຂົາ​ໄປ​ຕໍ່ສູ້​ອານາຈັກ​ຢູດາຍ​ພ້ອມ​ກັບ​ພົນລະເມືອງ​ທັງໝົດ ແລະ​ຕໍ່ສູ້​ປະເທດ​ໃກ້ຄຽງ​ທັງໝົດ​ດ້ວຍ. ເຮົາ​ຈະ​ທຳລາຍ​ປະເທດ​ນີ້ ແລະ​ປະເທດ​ໃກ້ຄຽງ​ທັງຫລາຍ​ໃຫ້​ຮົກຮ້າງ​ເພພັງ​ຕະຫລອດໄປ ຊຶ່ງ​ຈະ​ເປັນ​ສະພາບ​ຕົກ​ສະທ້ານ​ຢ້ານກົວ​ໃຈ​ຫລາຍ​ເມື່ອ​ໄດ້​ພົບເຫັນ. ເຮົາ​ຄື​ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ເປັນຫຍັງ​ເຈົ້າ​ຈຶ່ງ​ໄດ້​ເວົ້າ​ໃນ​ນາມ​ຂອງ​ພຣະເຈົ້າຢາເວ​ວ່າ ວິຫານ​ຂອງ​ພຣະເຈົ້າຢາເວ​ນີ້​ຈະ​ກາຍເປັນ​ດັ່ງ​ເມືອງ​ຊີໂລ ແລະ​ກ່າວ​ວ່າ​ນະຄອນ​ນີ້​ຈະ​ຖືກ​ທຳລາຍ ແລະ​ບໍ່ມີ​ຜູ້ໃດ​ຢູ່​ອາໄສ?” ແລ້ວ​ປະຊາຊົນ​ກໍ​ພາກັນ​ລ້ອມ​ຂ້າພະເຈົ້າ​ໄວ້.


ແຕ່​ຖ້າ​ປະເທດ​ຫລື​ອານາຈັກ​ໃດ​ທີ່​ບໍ່​ຍອມ​ຢູ່ໃຕ້​ການປົກຄອງ​ຂອງ​ລາວ ແລ້ວ​ເຮົາ​ກໍ​ຈະ​ລົງໂທດ​ປະເທດ​ນັ້ນ​ໂດຍ​ໃຫ້​ເກີດ​ສົງຄາມ, ເກີດ​ການ​ຕາຍອຶດ​ຕາຍຫິວ ແລະ​ການ​ເຈັບໄຂ້​ໄດ້ປ່ວຍ. ພຣະເຈົ້າຢາເວ​ກ່າວ​ວ່າ ຈົນເຖິງ​ຂັ້ນ​ເຮົາ​ອະນຸຍາດ​ໃຫ້​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ​ທຳລາຍ​ປະເທດ​ຢ່າງ​ໝົດສິ້ນ.


ພຣະເຈົ້າຢາເວ​ໄດ້​ກ່າວ​ວ່າ, “ປະຊາຊົນ​ກຳລັງ​ເວົ້າ​ວ່າ ບ່ອນ​ນີ້​ເປັນ​ດັ່ງ​ຖິ່ນ​ແຫ້ງແລ້ງ​ກັນດານ; ໃນ​ທີ່ນັ້ນ​ບໍ່ມີ​ແມ່ນແຕ່​ຄົນ ແລະ​ສັດ​ອາໄສ​ຢູ່. ເຂົາ​ເວົ້າ​ຖືກ​ແລ້ວ; ເມືອງ​ຂອງ​ຢູດາຍ​ກັບ​ຕາມ​ທ້ອງ​ຖະໜົນ​ຂອງ​ນະຄອນ​ເຢຣູຊາເລັມ​ກໍ​ຫວ່າງເປົ່າ; ບໍ່ມີ​ຄົນ​ຫລື​ສັດ​ອາໄສ​ຢູ່​ເລີຍ, ແຕ່​ໃນ​ບ່ອນ​ເຫຼົ່ານີ້ ພວກເຈົ້າ​ຈະ​ໄດ້ຍິນ​ອີກ​ເທື່ອ​ໃໝ່


ພຣະເຈົ້າຢາເວ​ກ່າວ​ວ່າ, ເຮົາ​ຈະ​ສັ່ງ​ພວກເຂົາ ແລະ​ພວກເຂົາ​ຈະ​ກັບຄືນ​ມາ​ເມືອງ​ນີ້​ໂລດ. ພວກເຂົາ​ຈະ​ໂຈມຕີ​ເມືອງ​ທັງ​ຢຶດ ແລະ​ຈູດ​ເມືອງ​ຖິ້ມ. ເຮົາ​ຈະ​ເຮັດ​ໃຫ້​ເມືອງ​ຂອງ​ຢູດາຍ​ເປັນ​ບ່ອນ​ທີ່​ບໍ່ມີ​ຜູ້ໃດ​ອາໄສ​ຢູ່ ດັ່ງ​ຖິ່ນ​ແຫ້ງແລ້ງ​ກັນດານ.”


ເມື່ອ​ໄດ້ຍິນ​ສຽງ​ທະຫານ​ຂີ່​ມ້າ​ແລະ​ນັກຍິງທະນູ ທຸກໆ​ຄົນ​ກໍ​ຈະ​ພາກັນ​ແລ່ນ​ປົບໜີໄປ​ທັງນັ້ນ. ບາງຄົນ​ກໍ​ຈະ​ແລ່ນ​ໄປ​ສູ່​ປ່າດົງ​ພົງໄພ ບາງຄົນ​ກໍ​ຈະ​ປີນ​ຂຶ້ນ​ຕາມ​ໂງ່ນຫີນ​ດ້ວຍ. ທຸກໆ​ເມືອງ​ກໍ​ຈະ​ຖືກ​ປະ​ໃຫ້​ຮ້າງເປົ່າ​ທັງໝົດ ແລະ​ຈະ​ບໍ່ມີ​ຜູ້ໃດ​ອາໄສ​ຢູ່​ທີ່​ນັ້ນ​ຕໍ່ໄປ​ອີກ.


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ໄດ້​ກ່າວ​ວ່າ, “ພວກເຈົ້າ​ເອງ​ໄດ້​ເຫັນ​ການທຳລາຍ​ທີ່​ເຮົາ​ໄດ້​ນຳ​ມາ​ສູ່​ນະຄອນ​ເຢຣູຊາເລັມ ແລະ​ສູ່​ທຸກ​ເມືອງ​ຂອງ​ຢູດາຍ. ຈົນເຖິງ​ດຽວ​ນີ້ ເມືອງ​ເຫຼົ່ານັ້ນ​ກໍ​ຍັງ​ຮົກຮ້າງ​ເພພັງ ແລະ​ບໍ່ມີ​ຜູ້ໃດ​ຢູ່​ອາໄສ


ອົງ​ຜູ້​ມີ​ນາມ​ວ່າ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ເປັນ​ອົງ​ກະສັດ​ແລະ​ເປັນ​ອົງ​ຊົງ​ພຮະຊົນຢູ່​ແທ້ຈິງ. ຫໍ​ທີ່​ພູ​ຕາໂບ​ສູງ​ກວ່າ​ພູ​ທັງຫລາຍ​ສັນໃດ ພູ​ກາເມນ​ກໍ​ຕັ້ງ​ຢູ່​ສູງ​ເໜືອ​ນໍ້າ​ທະເລ​ສັນນັ້ນ; ຜູ້​ທີ່​ຈະ​ໂຈມຕີ​ພວກເຈົ້າ​ກໍ​ຢ່າງນັ້ນ​ແຫລະ ຄື​ຊົງ​ມີ​ພະລັງ​ອັນ​ເຂັ້ມແຂງ.


“ສິງ​ອອກ​ຈາກ​ປ່າຕຶບ​ມາ​ສູ່​ແຄມ​ແມ່ນໍ້າ​ຈໍແດນ​ທີ່​ມີ​ຫຍ້າຂຽວ​ສັນໃດ; ເຮົາ​ກໍ​ຈະ​ມາ​ເຮັດ​ໃຫ້​ຊາວ​ເອໂດມ ແລ່ນ​ໜີ​ຈາກ​ດິນແດນ​ຂອງ​ພວກເຂົາ​ຢ່າງ​ກະທັນຫັນ​ສັນນັ້ນ. ແລ້ວ​ຜູ້ນຳ​ທີ່​ເຮົາ​ເລືອກເອົາ​ກໍ​ຈະ​ປົກຄອງ​ດິນແດນ. ຜູ້ໃດ​ແດ່​ທຽບເທົ່າ​ກັບ​ເຮົາ​ໄດ້? ຜູ້ໃດ​ແດ່​ກ້າ​ທ້າທາຍ​ເຮົາ​ໄດ້? ນັກ​ປົກຄອງ​ຜູ້ໃດ​ແດ່​ຕ້ານທານ​ເຮົາ​ໄດ້?


ສະນັ້ນ ຝູງ​ໂຕສິງ​ຈາກ​ປ່າ​ຈະ​ກັດກິນ​ພວກເຂົາ ໝາປ່າ​ແຕ່​ຖິ່ນ​ແຫ້ງແລ້ງ​ກັນດານ​ຈະ​ຈີກ​ພວກເຂົາ​ເປັນ​ຕ່ອນ ແລະ​ເສືອດາວ​ຈະ​ດັກສະກັດ​ຢູ່​ຕາມ​ເມືອງ​ຂອງ​ພວກເຂົາ ຖ້າ​ອອກ​ໄປ ພວກເຂົາ​ຈະ​ຖືກ​ພວກມັນ​ຈີກ​ເປັນ​ຕ່ອນໆ; ເພາະ​ການບາບ​ທີ່​ພວກເຂົາ​ກະທຳ​ມີ​ຢ່າງ​ຫລວງຫລາຍ ພວກເຂົາ​ໄດ້​ຫັນໜີ​ຈາກ​ພຣະເຈົ້າ​ເທື່ອແລ້ວ​ເທື່ອອີກ.


“ປະຊາຊົນ​ອິດສະຣາເອນ​ປຽບ​ດັ່ງ​ຝູງແກະ ທີ່​ຖືກ​ໂຕສິງ​ໄລ່​ໃຫ້​ກະຈັດ​ກະຈາຍ​ໄປ. ທຳອິດ ພວກເຂົາ​ຖືກ​ຈັກກະພັດ​ອັດຊີເຣຍ​ໂຈມຕີ; ຕໍ່ມາ ກະສັດ​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ​ໄດ້​ຫັກ​ກະດູກ​ພວກເຂົາ.”


ສິງ​ກຳລັງ​ອອກ​ມາ​ຈາກ​ປ່າຕຶບ​ຂອງ​ແຄມ​ແມ່ນໍ້າ​ຈໍແດນ ສູ່​ທົ່ງຫຍ້າ​ຂຽວ​ສັນໃດ; ເຮົາ​ກໍ​ກຳລັງ​ອອກ​ມາ​ເຮັດ​ໃຫ້​ຊາວ​ບາບີໂລນ ແລ່ນ​ໜີ​ຈາກ​ເມືອງ​ຂອງ​ພວກເຂົາ​ຢ່າງ​ກະທັນຫັນ​ສັນນັ້ນ. ແລ້ວ​ພວກ​ເຈົ້ານາຍ​ທີ່​ເຮົາ​ເລືອກໄວ້​ກໍ​ຈະ​ປົກຄອງ​ປະເທດ. ຜູ້ໃດ​ປຽບທຽບ​ກັບ​ເຮົາ​ໄດ້​ແດ່? ຜູ້ໃດ​ທ້າທາຍ​ກັບ​ເຮົາ​ໄດ້​ແດ່? ມີ​ຜູ້ປົກຄອງ​ຄົນໃດ​ຕ້ານທານ​ເຮົາ​ໄດ້?


ເຫຼົ່າ​ສັດຕູ​ຂອງ​ພວກເຮົາ​ໄດ້​ມາຮອດ​ເມືອງ​ດານ​ແລ້ວ ເພາະ​ພວກເຮົາ​ໄດ້ຍິນ​ສຽງ​ມ້າ​ຂອງ​ພວກເຂົາ​ຫາຍໃຈ. ດິນແດນ​ທັງໝົດ​ກໍ​ສັ່ນສະເທືອນ ເມື່ອ​ມ້າ​ຂອງ​ພວກເຂົາ​ຮ້ອງ. ເຫຼົ່າ​ສັດຕູ​ໄດ້​ມາ​ທຳລາຍ​ດິນແດນ​ຂອງ​ພວກເຮົາ ພ້ອມ​ກັບ​ທຸກສິ່ງ​ໃນ​ດິນແດນ ຄື​ຕະຫລອດ​ທັງ​ເມືອງ ແລະ​ປະຊາຊົນ​ທຸກຄົນ​ດ້ວຍ.”


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ເຮົາ​ຈະ​ໃຫ້​ນະຄອນ​ເຢຣູຊາເລັມ​ເປັນ​ກອງ​ສິ່ງ​ເພພັງ ເປັນ​ບ່ອນ​ໜຶ່ງ​ທີ່​ຝູງ​ໝາປ່າ​ພາກັນ​ອາໄສ​ຢູ່; ເມືອງ​ຢູດາຍ​ຈະ​ກາຍເປັນ​ຖິ່ນ​ແຫ້ງແລ້ງ​ກັນດານ ເປັນ​ບ່ອນ​ໜຶ່ງ​ຊຶ່ງ​ບໍ່ມີ​ຄົນ​ອາໄສ​ຢູ່.”


ບັດນີ້ ເມືອງ​ຕ່າງໆ​ທີ່​ເຕັມ​ໄປ​ດ້ວຍ​ປະຊາຊົນ​ຈະ​ຖືກ​ທຳລາຍ​ຖິ້ມ ແລະ​ປະເທດ​ກໍ​ຈະ​ກາຍເປັນ​ຖິ່ນ​ແຫ້ງແລ້ງ​ກັນດານ. ແລ້ວ​ພວກເຂົາ​ກໍ​ຈະ​ຮູ້​ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ.”’


ພວກເຈົ້າ​ຈະ​ໄດ້​ຊີມ​ຣິດ​ແຫ່ງ​ຄວາມ​ໂກດຮ້າຍ​ຂອງເຮົາ ເມື່ອ​ເຮົາ​ໂມໂຫ​ດັ່ງ​ໄຟ​ເຜົາຜານ. ເຮົາ​ຈະ​ມອບ​ພວກເຈົ້າ​ໃຫ້​ແກ່​ຄົນ​ທີ່​ໂຫດຫ້ຽມ ຄື​ຜູ້ຊ່ຽວຊານ​ໃນ​ການທຳລາຍ.


“ມະນຸດ​ເອີຍ ຈົ່ງ​ຕັກເຕືອນ​ກະສັດ​ແຫ່ງ​ເອຢິບ​ຢ່າງ​ໜັກແໜ້ນ. ຈົ່ງ​ມອບ​ຖ້ອຍຄຳ​ຂອງເຮົາ​ນີ້​ໃຫ້​ລາວ​ວ່າ, ‘ເຈົ້າ​ປະພຶດ​ຕົນ​ດັ່ງ​ສິງ​ໂຕໜຶ່ງ​ໃນ​ທ່າມກາງ​ຊົນຊາດ​ທັງຫລາຍ. ແຕ່​ເຈົ້າ​ກໍ​ເປັນ​ດັ່ງ​ແຂ້​ທີ່​ກຳລັງ​ຟາດ​ຫາງ​ໃສ່​ແມ່ນໍ້າ. ເຈົ້າ​ໃຊ້​ຕີນ​ກວນ​ນໍ້າ​ໃຫ້​ຂຸ່ນ ແລະ​ເຮັດ​ໃຫ້​ແມ່ນໍ້າ​ຕ່າງໆ​ເປິເປື້ອນ.


ເພິ່ນ​ເປັນ​ຜູ້​ຍິ່ງໃຫຍ່​ຈົນ​ປະຊາຊົນ​ໃນ​ທຸກ​ຊົນຊາດ, ທຸກ​ເຊື້ອຊາດ ແລະ​ທຸກ​ພາສາ​ຢ້ານກົວ​ຕົວ​ສັ່ນ​ຕໍ່ໜ້າ​ເພິ່ນ. ຖ້າ​ເພິ່ນ​ປະສົງ​ຈະ​ຂ້າ​ຄົນ​ໜຶ່ງ ຫລື​ຈະ​ໃຫ້​ຄົນ​ໜຶ່ງ​ມີ​ຊີວິດ​ຢູ່ ເພິ່ນ​ກໍ​ເຮັດ​ໄປ​ໂລດ. ເພິ່ນ​ໃຫ້ກຽດ ແລະ​ຖອນ​ກຽດ​ຄົນໃດ​ກໍໄດ້​ຕາມ​ທີ່​ເພິ່ນ​ຕ້ອງການ.


ໂຕ​ທຳອິດ​ເບິ່ງ​ຄ້າຍ​ຄື​ສິງ ແຕ່​ມີ​ປີກ​ເໝືອນ​ນົກອິນຊີ. ໃນ​ຂະນະທີ່​ຂ້າພະເຈົ້າ​ຫລຽວ​ເບິ່ງ​ຢູ່​ນັ້ນ ປີກ​ຂອງ​ມັນ​ກໍ​ຖືກ​ຫລົກ​ອອກ. ສັດ​ໂຕ​ນັ້ນ​ຖືກ​ຍົກ​ຂຶ້ນ ແລະ​ໃຫ້​ຢືນ​ຢູ່​ເໝືອນ​ຄົນ. ແລ້ວ​ມັນ​ກໍໄດ້​ຮັບ​ຈິດໃຈ​ດັ່ງ​ມະນຸດ.


ເຮົາ​ຈະ​ປ່ຽນ​ເມືອງ​ທັງຫລາຍ​ຂອງ​ພວກເຈົ້າ​ໃຫ້​ເປັນ​ບ່ອນ​ຮົກຮ້າງ​ຫວ່າງເປົ່າ ແລະ​ຈະ​ທຳລາຍ​ສະຖານທີ່​ນະມັດສະການ​ຂອງ​ພວກເຈົ້າ​ດ້ວຍ. ເຮົາ​ຈະ​ບໍ່​ຍອມ​ຮັບ​ເອົາ​ເຄື່ອງ​ບູຊາ​ຂອງ​ພວກເຈົ້າ.


ເຮົາ​ຈະ​ເອົາ​ການ​ລົບລາ​ຂ້າຟັນ​ກັນ​ມາ​ສູ່​ພວກເຈົ້າ ແລະ​ເຮັດ​ໃຫ້​ພວກເຈົ້າ​ແຕກ​ກະຈັດ​ກະຈາຍ​ໄປ​ຢູ່​ໃນ​ປະເທດ​ຕ່າງໆ. ດິນແດນ​ຂອງ​ພວກເຈົ້າ​ຈະ​ຮົກຮ້າງ​ວ່າງເປົ່າ ແລະ​ຕົວເມືອງ​ທັງຫລາຍ​ຂອງ​ພວກເຈົ້າ​ກໍ​ຈະ​ຖືກ​ປະ​ໃຫ້​ເປັນ​ເມືອງ​ຮ້າງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka