Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 4:5 - ພຣະຄຳພີສັກສິ

5 ຈົ່ງ​ເປົ່າແກ​ສັນຍານ​ໄພ​ໄປ​ທົ່ວ​ດິນແດນ​ຢູດາຍ ຈົ່ງ​ຮ້ອງ​ສຽງ​ດັງໆ ອອກ​ມາ​ໃຫ້​ຊັດແຈ້ງ ຈົ່ງ​ບອກ​ຊາວ​ຢູດາ ແລະ​ຊາວ​ນະຄອນ​ເຢຣູຊາເລັມ ໃຫ້​ແລ່ນ​ໄປ​ສູ່​ເມືອງ​ທີ່​ມີ​ປ້ອມ​ປ້ອງກັນ​ໄວ້.

Uka jalj uñjjattʼäta Copia luraña




ເຢເຣມີຢາ 4:5
16 Jak'a apnaqawi uñst'ayäwi  

ມັນ​ຈະ​ກະທົບ​ພວກເຈົ້າ​ອີກ​ຫລາຍເທື່ອ ຕອນເຊົ້າ​ແລ້ວ​ຕອນເຊົ້າ​ອີກ. ພວກເຈົ້າ​ຈະ​ຕ້ອງ​ອົດທົນ​ເອົາ​ທັງ​ກາງເວັນ​ແລະ​ກາງຄືນ. ຖ້ອຍຄຳ​ໃໝ່ໆ​ຈາກ​ພຣະເຈົ້າ​ແຕ່ລະ​ເທື່ອ ຈະ​ນຳ​ຄວາມ​ຢ້ານກົວ​ອັນ​ໃຫຍ່​ຢ່າງ​ໃໝ່​ມາ​ໃຫ້


“ຈົ່ງ​ຟັງ​ເນື້ອແທ້​ຂອງ​ພັນທະສັນຍາ. ຈົ່ງ​ບອກ​ປະຊາຊົນ​ຢູດາ ແລະ​ຊາວ​ນະຄອນ​ເຢຣູຊາເລັມ​ວ່າ


ແຕ່​ເມື່ອ​ກະສັດ​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ​ໄດ້​ຮຸກຮານ​ປະເທດ ພວກເຮົາ​ໄດ້​ຕັດສິນໃຈ​ມາ​ທີ່​ນະຄອນ​ເຢຣູຊາເລັມ ເພື່ອ​ຫລົບ​ໜີ​ຈາກ​ກອງທັບ​ຂອງ​ຊາວ​ບາບີໂລນ ແລະ​ຊາວ​ຊີເຣຍ. ດ້ວຍເຫດນີ້ ພວກເຮົາ​ຈຶ່ງ​ມາ​ອາໄສ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ.”


ພຣະເຈົ້າຢາເວ​ກ່າວ​ວ່າ, “ຈົ່ງ​ປະກາດ​ຄວາມນີ້​ໃຫ້​ບັນດາ​ເຊື້ອສາຍ​ຂອງ​ຢາໂຄບ ແລະ​ຄົນ​ຂອງ​ຢູດາ​ວ່າ:


ປະຊາຊົນ​ເບັນຢາມິນ​ເອີຍ ຈົ່ງ​ແລ່ນ​ປົບໜີ​ເອົາ​ຕົວ​ລອດ​ສາ​ເຖີດ ຈົ່ງ​ປົບໜີ​ຈາກ​ນະຄອນ​ເຢຣູຊາເລັມ​ສາ ຈົ່ງ​ເປົ່າແກ​ຂຶ້ນ​ໃນ​ເມືອງ​ເຕກົວ ແລະ​ຈົ່ງ​ດັງ​ໄຟ​ຂຶ້ນ​ເປັນ​ສັນຍານ​ຢູ່​ໃນ​ເມືອງ​ເບັດ​ຮັກເກເຣັມ. ໄພພິບັດ ແລະ​ການທຳລາຍ​ຈາກ​ທາງ​ເໜືອ​ເກືອບ​ຈະ​ມາຮອດ​ແລ້ວ.


ປະຊາຊົນ​ຂອງ​ພຣະເຈົ້າ​ໄດ້​ຖາມ​ກັນ​ວ່າ, “ເປັນຫຍັງ​ຈຶ່ງ​ເມົາ​ນັ່ງ​ເສີຍ​ຢູ່? ຮິບ​ມາ​ເຖີດ ໃຫ້​ພວກເຮົາ​ແລ່ນ​ໄປ​ສູ່​ເມືອງ​ທີ່​ມີ​ປ້ອມ​ປ້ອງກັນ ແລະ​ຕາຍ​ຢູ່​ໃນ​ທີ່ນັ້ນ. ເພາະວ່າ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ​ໄດ້​ລົງໂທດ​ພວກເຮົາ​ໃຫ້​ເຖິງ​ຕາຍ​ສາ​ແລ້ວ; ພຣະອົງ​ໄດ້​ໃຫ້​ພວກເຮົາ​ດື່ມ​ຢາ​ເບື່ອ ຍ້ອນ​ພວກເຮົາ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະອົງ.


ຂ້ານ້ອຍ​ໄດ້​ຖາມ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ເປັນຫຍັງ​ດິນແດນ​ນີ້​ຈຶ່ງ​ຖືກ​ທຳລາຍ ແລະ​ແຫ້ງແລ້ງ​ດັ່ງ​ຖິ່ນ​ທຸລະກັນດານ ຈົນ​ວ່າ​ບໍ່ມີ​ຜູ້ໃດ​ທ່ອງທ່ຽວ​ຜ່ານ​ໄປມາ​ເລີຍ? ຜູ້ໃດ​ແດ່​ສະຫລາດ​ພໍ​ທີ່​ຈະ​ເຂົ້າໃຈ​ເລື່ອງນີ້​ໄດ້? ພຣະອົງ​ໄດ້​ອະທິບາຍ​ໃຫ້​ຜູ້ໃດ​ຟັງ​ແດ່ ເພື່ອ​ລາວ​ຈະ​ບອກ​ຄົນອື່ນ​ໃຫ້​ຮູ້​ໄດ້?”


ເມື່ອ​ສຽງ​ແກ​ດັງ​ຂຶ້ນ​ທຸກຄົນ​ຕ່າງ​ກໍ​ຕຽມພ້ອມ, ແຕ່​ບໍ່ມີ​ຜູ້ໃດ​ເຂົ້າ​ເຮັດ​ເສິກ ເພາະ​ຄວາມ​ໂກດຮ້າຍ​ຂອງ​ເຮົາ​ຈະ​ຕົກ​ຖືກ​ທຸກໆຄົນ​ຄືກັນ.


“ຈົ່ງ​ເປົ່າແກ​ສັນຍານ​ເຕືອນໄພ ພວກ​ສັດຕູ​ເໝືອນ​ນົກອິນຊີ​ກຳລັງ​ຢູ່​ເໜືອ​ວິຫານ​ຂອງ​ພຣະເຈົ້າຢາເວ; ປະຊາຊົນ​ຂອງເຮົາ​ໄດ້​ລະເມີດ​ພັນທະສັນຍາ​ທີ່​ເຮົາ​ໄດ້​ໃຫ້​ໄວ້​ກັບ​ພວກເຂົາ ແລະ​ທັງ​ໄດ້​ກະບົດ​ຕໍ່ສູ້​ກົດບັນຍັດ​ຂອງເຮົາ.


ຈົ່ງ​ເປົ່າແກ​ຂຶ້ນ​ເຕືອນໄພ ທີ່​ເທິງ​ພູເຂົາ​ຊີໂອນ​ສາ ພູເຂົາ​ສັກສິດ​ຂອງ​ພຣະເຈົ້າ​ເອີຍ ຈົ່ງ​ສັ່ນ​ສະທ້ານ​ເຖີດ ປະຊາຊົນ​ຢູດາ​ເອີຍ ເຖິງ​ວັນ​ຂອງ​ພຣະເຈົ້າຢາເວ​ແລ້ວ ວັນນັ້ນ​ກຳລັງ​ຫຍັບ​ເຂົ້າມາ​ໃກ້​ແລ້ວ.


ສຽງ​ແກ​ບຸກໂຈມຕີ​ດັງ​ຂຶ້ນ ໂດຍ​ບໍ່​ໃຫ້​ຊາວ​ເມືອງ​ແຕກຕື່ນ​ໄດ້​ຊັ້ນບໍ? ເປັນ​ໄດ້​ບໍ​ທີ່​ເມືອງ​ໜຶ່ງ​ຖືກ​ໄພພິບັດ ໂດຍ​ທີ່​ພຣະເຈົ້າຢາເວ​ບໍ່​ໃຫ້​ເກີດຂຶ້ນ?


ເມື່ອ​ໄດ້ຍິນ​ໂຕສິງ​ຮ້ອງ​ແຜດສຽງ​ຄຳຣາມ ຜູ້ໃດ​ເດ​ຈະ​ລະງັບ​ຄວາມ​ຢ້ານກົວ​ໄວ້​ໄດ້? ເມື່ອ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ຈາ ຜູ້ໃດ​ແດ່​ຈະ​ກ້າ​ປະຕິເສດ​ຖ້ອຍຄຳ​ຂອງ​ພຣະອົງ​ໄດ້?


“ຈົ່ງ​ເອົາ​ເງິນ​ມາ​ເຮັດ​ແກ​ສອງ​ອັນ ເພື່ອ​ໃຊ້​ເອີ້ນ​ປະຊາຊົນ​ມາ​ປະຊຸມ ແລະ​ເອີ້ນ​ໃຫ້​ມ້າງ​ຄ້າຍ.


ເມື່ອ​ແກ​ທັງສອງ​ດັງ​ສຽງ​ຍາວໆ ໃຫ້​ຊຸມຊົນ​ທັງໝົດ​ມາ​ປະຊຸມ​ກັນ​ກັບ​ເຈົ້າ ທີ່​ທາງເຂົ້າ​ຫໍເຕັນ​ບ່ອນ​ຊຸມນຸມ.


ສ່ວນ​ໂຢຊວຍ​ແລະ​ພວກ​ອິດສະຣາເອນ ກໍໄດ້​ຂ້າ​ສັດຕູ​ໂດຍ​ບໍ່ມີ​ການ​ຕໍ່ສູ້ ແຕ່​ມີ​ບາງຄົນ​ໄດ້​ຫລົບ​ໜີ​ໄປ​ບ່ອນ​ທີ່​ປອດໄພ​ຢູ່​ໃນ​ເມືອງ​ທີ່​ມີ​ປ້ອມ​ປ້ອງກັນ; ສະນັ້ນ ພວກເຂົາ​ຈຶ່ງ​ບໍ່ໄດ້​ຖືກ​ຂ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka