Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 4:31 - ພຣະຄຳພີສັກສິ

31 ຂ້ານ້ອຍ​ໄດ້ຍິນ​ສຽງ​ຮ້ອງ​ດັ່ງ​ຜູ້ຍິງ​ກຳລັງ​ຄອດ​ລູກ ຄວນຄາງ​ເຈັບປວດ​ທີ່ສຸດ​ຄືກັບ​ການ​ເກີດລູກ​ກົກ. ສຽງ​ຮ້ອງ​ເກືອບ​ໃຈ​ຈະ​ຂາດ​ຂອງ​ນະຄອນ​ເຢຣູຊາເລັມ ຊຶ່ງ​ກຳລັງ​ຄວນຄາງ ແລະ​ວອນຂໍ​ໃຫ້​ຊ່ວຍ; ນາງ​ຢຽດ​ມື​ອອກ ແລະ​ເວົ້າ​ອອກ​ມາ​ວ່າ, “ເຄາະກຳ​ຂ້ອຍ​ນໍ ພວກເຂົາ​ກຳລັງ​ຈະ​ມາ​ຂ້າ​ຂ້ອຍ.”

Uka jalj uñjjattʼäta Copia luraña




ເຢເຣມີຢາ 4:31
35 Jak'a apnaqawi uñst'ayäwi  

ນາງ​ເຣເບກາ​ເວົ້າ​ຕໍ່​ອີຊາກ​ວ່າ, “ຂ້ອຍ​ເບື່ອໜ່າຍ​ທີ່​ເອຊາວ​ເອົາ​ເມຍ​ຄົນຕ່າງຊາດ. ຖ້າ​ຢາໂຄບ​ເອົາ​ສາວ​ຊາວ​ຮິດຕີ​ມາ​ເປັນ​ເມຍ​ອີກ ກໍ​ໃຫ້​ຂ້ອຍ​ຕາຍ​ເສຍ​ດີກວ່າ.”


ຂ້ານ້ອຍ​ເບື່ອໜ່າຍ​ຊີວິດ​ຂອງຕົນເອງ ໂຜດ​ຟັງ​ຄຳຈົ່ມ​ອັນ​ຂົມຂື່ນ​ແດ່ທ້ອນ.


ການ​ອາໄສ​ຢູ່​ທ່າມກາງ​ພວກເຈົ້າ​ກໍ​ຊົ່ວ​ເທົ່າ​ກັບ​ຢູ່​ນຳ ຊາວ​ເມເຊັກ​ຫລື​ນຳ​ປະຊາຊົນ​ແຫ່ງ​ເກດາ​ນັ້ນ.


ເມື່ອ​ພວກເຈົ້າ​ຍົກ​ມື​ຂຶ້ນ​ພາວັນນາ​ອະທິຖານ​ຫາ​ເຮົາ, ເຮົາ​ກໍ​ຈະ​ບໍ່​ຫລຽວເບິ່ງ​ພວກເຈົ້າ. ແມ່ນ​ວ່າ​ພວກເຈົ້າ​ຈະ​ພາວັນນາ​ອະທິຖານ​ຢ່າງໃດ​ກໍຕາມ ເຮົາ​ກໍ​ຈະ​ບໍ່​ຟັງ​ເພາະ​ມື​ພວກເຈົ້າ​ເປິເປື້ອນ​ດ້ວຍ​ເລືອດ.


ພວກເຂົາ​ທຸກຄົນ​ຈະ​ຢ້ານກົວ​ຍິ່ງ ແລະ​ເຈັບປວດ​ໜັກ ຄື​ເຈັບ​ດັ່ງ​ຜູ້ຍິງ​ຈະ​ຄອດ​ລູກ. ພວກເຂົາ​ຈະ​ເບິ່ງ​ກັນແລະກັນ​ດ້ວຍ​ຄວາມ​ຢ້ານກົວ ແລະ​ສີໜ້າ​ຂອງ​ພວກເຂົາ​ກໍ​ຮູ້ສຶກ​ເຜົາຮ້ອນ​ດ້ວຍ​ຄວາມ​ອັບອາຍ.


ສິ່ງ​ທີ່​ຂ້າພະເຈົ້າ​ໄດ້​ເຫັນ ແລະ​ໄດ້ຍິນ​ໃນ​ນິມິດ​ນັ້ນ ເຮັດ​ໃຫ້​ຂ້າພະເຈົ້າ​ຢ້ານກົວ​ເຕັມທີ ແລະ​ເຈັບປວດ​ເໝືອນ​ຜູ້ຍິງ​ຄອດ​ລູກ.


ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ໄດ້​ເຮັດ​ໃຫ້​ຄົນ​ຂອງ​ພຣະອົງ​ຮ້ອງ​ອອກ​ມາ ດັ່ງ​ຜູ້ຍິງ​ຖືພາ​ຮ້ອງ​ຢ່າງ​ເຈັບປວດ​ເມື່ອ​ຄອດ​ລູກ.


ພຣະເຈົ້າ​ກ່າວ​ວ່າ, “ດົນແລ້ວ​ທີ່​ເຮົາ​ມິດງຽບ ເຮົາ​ບໍ່​ຕອບ​ສິ່ງ​ທີ່​ປະຊາຊົນ​ຂອງເຮົາ​ໄດ້​ຂໍຮ້ອງ. ແຕ່​ບັດນີ້ ເວລາ​ທີ່​ດຳເນີນການ​ກໍໄດ້​ມາເຖິງ​ແລ້ວ ເຮົາ​ຮ້ອງ​ອອກ​ມາ​ດັ່ງ​ຍິງ​ຖືພາ​ກຳລັງ​ຈະ​ຄອດ​ລູກ.


ຂ້າພະເຈົ້າ​ເວົ້າ​ຂຶ້ນ​ວ່າ, “ຂ້ານ້ອຍ​ໝົດຫວັງ​ສາແລ້ວ ເຄາະກຳ​ເປັນ​ຂອງ​ຂ້ານ້ອຍ​ສາແລ້ວ ຍ້ອນ​ຄຳເວົ້າ​ທຸກ​ຄຳ​ທີ່​ອອກ​ຈາກ​ປາກ​ຂອງ​ຂ້ານ້ອຍ​ນັ້ນ​ລ້ວນແຕ່​ຊົ່ວ​ມົວໝອງ ຂ້ານ້ອຍ​ໄດ້​ອາໄສ​ຢູ່​ນຳ​ຊົນຊາດ​ທີ່​ເວົ້າ​ແຕ່​ສິ່ງ​ຊົ່ວຊ້າ. ບັດນີ້​ຂ້ານ້ອຍ​ໄດ້​ເຫັນ​ກະສັດ ຄື​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກັບ​ຕາ​ຂອງ​ຂ້ານ້ອຍ​ເອງ​ແລ້ວ.”


ປະຊາຊົນ​ນະຄອນ​ເຢຣູຊາເລັມ​ໄດ້​ຮ້ອງ​ອອກ​ມາ​ວ່າ, “ພວກເຮົາ​ຖືກ​ທຳຮ້າຍ​ໜັກ​ສໍ່າໃດ​ແລ້ວ ບາດແຜ​ຂອງ​ພວກເຮົາ​ນັ້ນ​ຈະ​ປິ່ນປົວ​ບໍ່​ດີ ເປັນ​ຄວາມ​ທົນທຸກ​ທີ່​ພວກເຮົາ​ຄິດວ່າ​ຕ້ອງ​ທົນ​ສູ້.


ເຈົ້າ​ຈະ​ເວົ້າ​ຢ່າງໃດ ເມື່ອ​ຄົນ​ທີ່​ເຈົ້າ​ຄິດວ່າ​ເປັນ​ມິດ ຮົບ​ຊະນະ​ເຈົ້າ ແລະ​ປົກຄອງ​ເຈົ້າ? ເຈົ້າ​ຈະ​ເຈັບປວດ​ດັ່ງ​ຜູ້ຍິງ​ກຳລັງ​ຄອດ​ລູກ.


ເມື່ອ​ຂ້ານ້ອຍ​ອອກ​ໄປ​ຕາມ​ທ້ອງ​ທົ່ງນາ ກໍ​ເຫັນ​ຊາກສົບ​ຄົນຕາຍ​ຢາຍ​ຢູ່​ໃນ​ສະໜາມຮົບ; ເມື່ອ​ຂ້ານ້ອຍ​ເຂົ້າ​ໄປ​ໃນ​ນະຄອນ ກໍ​ເຫັນ​ຄົນ​ກຳລັງ​ອຶດ​ຕາຍ​ກັນ​ທັງນັ້ນ. ຜູ້ທຳນວາຍ​ແລະ​ປະໂຣຫິດ​ກໍ​ເຮັດ​ວຽກ​ຂອງ​ພວກເຂົາ ແຕ່​ພວກເຂົາ​ບໍ່​ຮູ້ຈັກ​ສິ່ງ​ທີ່​ພວກຕົນ​ກຳລັງ​ເຮັດ​ຢູ່.”


ເປັນຫຍັງ​ຂ້ານ້ອຍ​ຈຶ່ງ​ຕ້ອງ​ທົນທຸກ​ຢູ່​ຢ່າງນີ້? ເປັນຫຍັງ​ບາດແຜ​ຂອງ​ຂ້ານ້ອຍ​ຈຶ່ງ​ບໍ່​ດີ​ຈັກເທື່ອ? ເປັນຫຍັງ​ບາດແຜ​ນັ້ນ​ຈຶ່ງ​ປິ່ນປົວ​ບໍ່​ດີ? ພຣະອົງ​ຕັ້ງໃຈ​ຈະ​ໃຫ້​ຂ້ານ້ອຍ​ຕ້ອງ​ຜິດຫວັງ ດັ່ງ​ນໍ້າ​ຫ້ວຍ​ທີ່​ບົກແຫ້ງ​ລົງ​ໃນ​ລະດູຮ້ອນ​ຊັ້ນບໍ?”


ແຕ່​ບັດນີ້ ຈົ່ງ​ໃຫ້​ລູກ​ຂອງ​ພວກເຂົາ​ອຶດຢາກ​ເຖິງ​ແກ່​ຄວາມຕາຍ; ຈົ່ງ​ໃຫ້​ພວກເຂົາ​ຖືກ​ຂ້າ​ໃນ​ສົງຄາມ. ຈົ່ງ​ໃຫ້​ພວກຜູ້ຍິງ​ສູນເສຍ​ຜົວ ແລະ​ລູກ​ຂອງ​ພວກເຂົາ; ຈົ່ງ​ໃຫ້​ພວກ​ຜູ້ຊາຍ​ຕາຍ​ຍ້ອນ​ເຈັບໄຂ້​ໄດ້ປ່ວຍ ແລະ​ພວກ​ຊາຍໜຸ່ມ​ຖືກ​ຂ້າ​ໃນ​ສະໜາມຮົບ.


ພວກເຈົ້າ​ພັກຜ່ອນ​ຢູ່​ທ່າມກາງ​ກົກ​ແປກ​ທັງຫລາຍ ຊຶ່ງ​ໄດ້​ຖືກ​ນຳ​ມາ​ຈາກ​ເລບານອນ​ພຸ້ນ; ແຕ່​ເມື່ອ​ຖືກ​ເຈັບປວດ ພວກເຈົ້າ​ຈະ​ໜ້າສົງສານ​ສໍ່າໃດ ເຈັບປວດ​ໜັກໜ່ວງ​ດັ່ງ​ຜູ້ຍິງ​ກຳລັງ​ຈະ​ຄອດ​ລູກ.


ບັດນີ້ ຈົ່ງ​ຢຸດ​ຟັງ​ແລະ​ຄິດ​ເບິ່ງ​ວ່າ ຊາຍ​ຜູ້ໜຶ່ງ​ນັ້ນ​ກຳເນີດ​ລູກ​ໄດ້​ບໍ? ເປັນຫຍັງ​ເຮົາ​ຈຶ່ງ​ເຫັນ​ຊາຍ​ທຸກຄົນ​ອູ້ມທ້ອງ​ຕົນ ໜ້າຕາ​ທຸກຄົນ​ຊີດ​ຂາວ​ດັ່ງ​ຜູ້ຍິງ​ຄອດ​ລູກ?


ແລ້ວ​ຂ້າພະເຈົ້າ​ກໍໄດ້​ບອກ​ລາວ​ວ່າ, “ບາຣຸກ​ເອີຍ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ໄດ້​ກ່າວ​ດັ່ງນີ້​ວ່າ,


ແລະ​ເມືອງ​ຕະຫລອດ​ທັງ​ປ້ອມ​ປ້ອງກັນເມືອງ​ຈະ​ຖືກ​ຢຶດເອົາ​ໝົດ. ໃນ​ມື້​ນັ້ນ ພວກ​ທະຫານ​ຂອງ​ໂມອາບ​ກໍ​ຈະ​ຕົກ​ສະທ້ານ​ຢ້ານກົວ​ດັ່ງ​ຜູ້ຍິງ​ຄອດ​ລູກ.


ສັດຕູ​ຈະ​ໂຈມຕີ​ດັ່ງ​ນົກອິນຊີ ຄື​ບິນ​ລົງ​ມາ​ເທິງ​ໂບຊະຣາ ໂດຍ​ພື​ປີກ​ອອກ​ກວມ. ໃນ​ວັນ​ນັ້ນ ທະຫານ​ເອໂດມ​ຈະ​ຕົກ​ສະທ້ານ​ຢ້ານກົວ​ດັ່ງ​ຜູ້ຍິງ​ຄອດ​ລູກ.”


ປະຊາຊົນ​ດາມັສກັດ​ອ່ອນ​ກຳລັງ ແລະ​ປົບໜີໄປ​ດ້ວຍ​ຄວາມ​ຢ້ານກົວ​ຫລາຍ. ພວກເຂົາ​ເຈັບປວດ ແລະ​ທົນທຸກ​ທໍລະມານ​ດັ່ງ​ຜູ້ຍິງ​ຄອດ​ລູກ.


ເມື່ອ​ກະສັດ​ບາບີໂລນ​ໄດ້ຍິນ​ຂ່າວ​ທີ່​ຄົນ​ນຳ​ມາ ມື​ຂອງເພິ່ນ​ກໍ​ອ່ອນເພຍ​ເປ້ຍຫລ່ອຍ​ລົງ​ໂລດ. ເພິ່ນ​ຈຶ່ງ​ຂົມຂື່ນ​ແລະ​ເປັນທຸກ​ໃນ​ຈິດໃຈ ເຈັບປວດ​ຢ່າງໜັກ​ດັ່ງ​ຍິງ​ກຳລັງ​ຈະ​ຄອດ​ລູກ.


ນະຄອນ​ຊີໂອນ​ເປັນ​ທີ່​ສວຍງາມ​ຫລາຍ ແຕ່​ກໍ​ຈະ​ຖືກ​ທຳລາຍ;


ຂ້ອຍ​ເດ່​ມື​ອອກ​ເພື່ອ​ວິ້ງວອນ​ໃຫ້​ຄົນ​ຊ່ວຍເຫລືອ ແຕ່​ກໍ​ບໍ່ມີ​ຜູ້ໃດ​ຊ່ວຍເຫລືອ​ຂ້ອຍ​ໄດ້. ພຣະເຈົ້າຢາເວ​ໄດ້​ເອີ້ນ​ໃຫ້​ສັດຕູ​ມາ​ຕໍ່ສູ້​ຂ້ອຍ​ທຸກ​ທິດທາງ ພວກເຂົາ​ເຮັດ​ຕໍ່​ຂ້ອຍ​ດັ່ງ​ເຮັດ​ກັບ​ສິ່ງ​ທີ່​ເປິເປື້ອນ.


ຂ້າແດ່​ພຣະເຈົ້າຢາເວ ຂໍ​ຊົງ​ໂຜດ​ເບິ່ງ​ຂ້ານ້ອຍ​ດ້ວຍ ເຈັບປວດ​ແລະ​ທຸກໃຈ​ເຫຼືອ​ທີ່​ຈະ​ກ່າວ ຫົວໃຈ​ຂ້ານ້ອຍ​ເຈັບປວດ​ເພາະ​ມີ​ບາບໜາ ຄົນ​ຂ້າ​ກັນ​ຕາມ​ຖະໜົນ ມີ​ຄົນ​ຕາຍ​ທີ່​ເຮືອນ​ດ້ວຍ.


ບໍ່​ວ່າ​ຄົນໜຸ່ມ​ຫລື​ຄົນ​ເຖົ້າ​ກໍ​ລົ້ມ​ລົງ​ຕາມ​ຫົນທາງ ຊາຍໜຸ່ມ​ຍິງສາວ​ກໍ​ຖືກ​ສັດຕູ​ຂ້າ​ດ້ວຍ​ດາບ. ໃນ​ວັນ​ທີ່​ພຣະອົງ​ໂກດຮ້າຍ ພຣະອົງ​ໄດ້​ຂ້າ​ພວກເຂົາ ເປັນ​ການ​ຂ້າໝູ່​ໂດຍ​ບໍ່​ເມດຕາ​ສົງສານ.


ຊາວ​ອິດສະຣາເອນ​ມີ​ໂອກາດ​ທີ່​ຈະ​ມີ​ຊີວິດ​ຢູ່, ແຕ່​ພວກເຂົາ​ປະ​ໂອກາດ​ນັ້ນ​ໄປ ເພາະ​ຄວາມ​ໂງ່ຈ້າ​ດັ່ງ​ເດັກນ້ອຍ​ທີ່​ກຳລັງ​ຈະ​ເກີດ ແຕ່​ບໍ່​ຍອມ​ອອກ​ມາ​ຈາກ​ທ້ອງ​ແມ່.


ປະຊາຊົນ​ເຢຣູຊາເລັມ​ເອີຍ ຈົ່ງ​ບິດຕົວ​ຮ້ອງ​ຄວນຄາງ ດັ່ງ​ຍິງ​ທີ່​ກຳລັງ​ອອກລູກ​ສາ ເພາະວ່າ​ບັດນີ້​ພວກເຈົ້າ​ຈະ​ຕ້ອງ​ໜີ​ຈາກ​ເມືອງ​ນີ້​ໄປ​ອາໄສ​ຢູ່​ໃນ​ທົ່ງນາ. ພວກເຈົ້າ​ຈະ​ຕ້ອງ​ໄປ​ທີ່​ນະຄອນ​ບາບີໂລນ, ແຕ່​ຢູ່​ໃນ​ທີ່ນັ້ນ ພຣະເຈົ້າຢາເວ​ຈະ​ຊົງໄຖ່​ພວກເຈົ້າ​ໃຫ້​ພົ້ນ​ຈາກ​ກຳມື​ຂອງ​ພວກ​ສັດຕູ​ຂອງເຈົ້າ.


ເປັນຫຍັງ​ເຈົ້າ​ຈຶ່ງ​ຮ້ອງ​ສຽງ​ແຮງ​ແທ້? ເປັນຫຍັງ​ເຈົ້າ​ຈຶ່ງ​ເຈັບປວດ​ເໝືອນ​ຍິງ​ທີ່​ກຳລັງ​ອອກລູກ? ບໍ່ແມ່ນ​ເຈົ້າ​ບໍ່ມີ​ກະສັດ​ປົກຄອງ​ບໍ? ບັນດາ​ທີ່ປຶກສາ​ຂອງ​ພວກເຈົ້າ​ເດ ຕາຍ​ໝົດ​ແລ້ວ​ບໍ?


ໝົດຫວັງ​ສາ​ແລ້ວ ຂ້າພະເຈົ້າ​ເປັນ​ດັ່ງ​ຄົນ​ອຶດຫິວ​ຜູ້ໜຶ່ງ ທີ່​ຫາ​ໝາກໄມ້​ລະດູ​ຮ້ອນ​ກິນ ແຕ່​ບໍ່​ພົບ ແລະ​ໝາກອະງຸ່ນ​ໃນ​ສວນ​ກໍ​ບໍ່ມີ​ເລີຍ. ໝາກອະງຸ່ນ​ແລະ​ໝາກເດື່ອ​ໄດ້​ຖືກ​ເກັບ​ໄປ​ໝົດ​ສາ​ແລ້ວ.


“ຈົ່ງ​ກ່າວ​ບອກ​ປະຊາຊົນ​ ນະຄອນ​ຊີໂອນ​ວ່າ, ‘ເບິ່ງແມ! ກະສັດ​ຂອງ​ເຈົ້າ​ກຳລັງ ສະເດັດ​ມາ​ຫາ​ເຈົ້າ ເພິ່ນ​ເປັນ​ຜູ້​ໃຈ​ອ່ອນ​ສຸພາບ ແລະ​ນັ່ງ​ເທິງ​ຫລັງ​ລໍ ຄື​ນັ່ງ​ເທິງ​ຫລັງ​ລໍ​ນ້ອຍ​ ລູກ​ສັດ​ໃຊ້​ໂຕໜຶ່ງ.”’


ເພາະ​ການ​ທີ່​ເຮົາ​ປະກາດ​ຂ່າວປະເສີດ​ນັ້ນ ເຮົາ​ບໍ່ມີ​ເຫດ​ທີ່​ຈະ​ອວດອ້າງ​ໄດ້ ເພາະ​ຄວາມ​ຈຳເປັນ​ໄດ້​ຕົກ​ໃສ່​ເຮົາ ວິບັດ​ຈະ​ເກີດ​ມີ​ແກ່​ເຮົາ ຖ້າ​ເຮົາ​ບໍ່​ປະກາດ​ຂ່າວປະເສີດ.


ເມື່ອໃດ​ພວກເຂົາ​ເວົ້າ​ວ່າ, “ສະຫງົບສຸກ ແລະ​ປອດໄພ​ດີ​ແລ້ວ” ເມື່ອນັ້ນ​ແຫຼະ ຄວາມ​ພິນາດ​ຈິບຫາຍ​ຈະ​ມາ​ເຖິງ​ພວກເຂົາ​ໃນ​ທັນທີ ເໝືອນ​ດັ່ງ​ຄວາມ​ເຈັບປວດ​ມາ​ເຖິງ​ຍິງ​ທີ່​ມີ​ທ້ອງ ແລະ​ພວກເຂົາ​ຈະ​ໜີ​ບໍ່​ພົ້ນ​ເປັນ​ແນ່.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka