ເຢເຣມີຢາ 4:30 - ພຣະຄຳພີສັກສິ30 ເຖິງຄາວເຄາະກຳສາແລ້ວ ນະຄອນເຢຣູຊາເລັມເອີຍ ເປັນຫຍັງເຈົ້າຈຶ່ງນຸ່ງເຄື່ອງສີແດງແຈດເຊັ່ນນັ້ນ? ເປັນຫຍັງເຈົ້າຈຶ່ງໃສ່ເຄື່ອງເອ້ ແຕ້ມຄິ້ວແຕ້ມຕາ? ເຈົ້າຕົບແຕ່ງໃຫ້ງາມໂດຍບໍ່ມີປະໂຫຍດ ຄູ່ຮັກຂອງເຈົ້ານັ້ນໄດ້ປະຖິ້ມເຈົ້າໄປແລ້ວເດ ແລະລາວຍັງຢາກຈະຂ້າເຈົ້າຖິ້ມຊໍ້າ. Uka jalj uñjjattʼäta |
ເຈົ້າເຄີຍໄດ້ຢູ່ໃນເອເດນສວນຂອງພຣະເຈົ້າ ທັງປະດັບກາຍດ້ວຍເພັດພອຍນາໆຊະນິດເຊັ່ນ: ທັບທີມແລະເພັດນິນຈິນດາ; ພອຍເຫລືອງ, ນິນ, ມະນີໂຊດ ແລະໂມລາ; ນິນສີຄາມ, ມໍຣະກົດ ແລະໂກເມນ. ເຈົ້າມີເຄື່ອງເອ້ເປັນຄຳຢ່າງຫລວງຫລາຍ. ສິ່ງເຫຼົ່ານີ້ໄດ້ເຮັດໄວ້ສຳລັບເຈົ້າ ຕັ້ງແຕ່ມື້ທີ່ ເຈົ້າໄດ້ຖືກສ້າງຂຶ້ນມາ.
ພັນທະມິດຂອງພວກເຈົ້າໄດ້ຫລອກລວງພວກເຈົ້າສາແລ້ວ; ພວກເຂົາໄດ້ໄລ່ໃຫ້ໜີຈາກດິນແດນຂອງພວກເຈົ້າເອງແລ້ວ. ປະຊາຊົນທີ່ເຄີຍຢູ່ຢ່າງສະຫງົບສຸກກັບພວກເຈົ້າ ມາບັດນີ້ ພວກເຂົາກໍໄດ້ຕີຊະນະພວກເຈົ້າສາແລ້ວ. ພວກເພື່ອນເຫຼົ່ານັ້ນທີ່ໄດ້ກິນເຂົ້າຮ່ວມກັນ ຕ່າງກໍໄດ້ຫ້າງແຮ້ວດັກຈັບພວກເຈົ້າ; ພວກເຂົາຕ່າງກໍໄດ້ເວົ້າກ່ຽວກັບເຈົ້າວ່າ, ‘ຄວາມຫລັກແຫລມທີ່ລາວມີນັ້ນໄປໃສໝົດ?’