3 ພຣະເຈົ້າຢາເວກ່າວຕໍ່ປະຊາຊົນຢູດາ ແລະຊາວນະຄອນເຢຣູຊາເລັມວ່າ, “ຈົ່ງໄຖນາເຮື້ອຂອງພວກເຈົ້າສາ; ຢ່າຫວ່ານເມັດເຂົ້າລົງໃນກໍໜາມ.
ແຜ່ນດິນຈະເກີດຫຍ້າ ແລະມີໜາມເຕັມທົ່ວໄປ; ແລະຕົວເຈົ້າຈະໄດ້ກິນພືດໃນປ່າເປັນອາຫານ.
ແຕ່ໃນປີທີເຈັດ ຈົ່ງປະໃຫ້ນານັ້ນວ່າງເປົ່າ ແລະຢ່າເກັບກ່ຽວຫຍັງທີ່ເກີດຂຶ້ນໃນນານັ້ນ. ຄົນຍາກຈົນອາດເກັບກິນສິ່ງທີ່ເກີດຂຶ້ນໃນນານັ້ນໄດ້ ແລະສັດປ່າທັງຫລາຍອາດກິນສິ່ງທີ່ເຫຼືອນັ້ນໄດ້. ຈົ່ງເຮັດຢ່າງດຽວກັນສຳລັບສວນອະງຸ່ນ ແລະສວນໝາກກອກເທດຂອງເຈົ້າ.
ເຮົາກ່າວວ່າ, ‘ຈົ່ງໄຖດິນຕອນໃໝ່ສຳລັບເຈົ້າເອງ ຈົ່ງຫວ່ານຄວາມຊອບທຳ ແລະເກັບກ່ຽວເອົາພຣະພອນຈາກການອຸທິດຕົວຂອງເຈົ້າທີ່ມີຕໍ່ເຮົາ. ເຖິງເວລາແລ້ວທີ່ເຈົ້າຈະສະແຫວງຫາພຣະເຈົ້າຢາເວ ແລ້ວເຮົາກໍຈະມາ ແລະຖອກເທພອນເທິງເຈົ້າ.’
ບາງເມັດທີ່ຕົກໃສ່ກາງຟຸ່ມໜາມ ຄືຄົນທີ່ໄດ້ຍິນພຣະທຳ ແຕ່ຍັງກັງວົນເຖິງຊີວິດຢູ່ໃນໂລກນີ້ ແລະຄວາມຢາກຮັ່ງຢາກມີຫຸ້ມຮັດພຣະທຳນັ້ນເສຍຈຶ່ງບໍ່ເກີດຜົນ.
ບາງເມັດກໍຕົກໃສ່ກາງຟຸ່ມໜາມ, ໜາມເຫຼົ່ານີ້ກໍໃຫຍ່ຂຶ້ນຫຸ້ມຮັດພືດນັ້ນໃຫ້ເສຍໄປ.
ບາງເມັດຕົກໃສ່ກາງພຸ່ມໜາມ ແລ້ວພຸ່ມໜາມເຫຼົ່ານີ້ກໍໃຫຍ່ຂຶ້ນ ແລະຫຸ້ມຮັດພືດເຫຼົ່ານັ້ນໄວ້ຈຶ່ງເກີດຜົນບໍ່ໄດ້.
ເມັດທີ່ຕົກໃສ່ທ່າມກາງພຸ່ມໜາມ ໄດ້ແກ່ພວກທີ່ໄດ້ຍິນພຣະທຳ, ແຕ່ພວກເຂົາປ່ອຍໃຫ້ຄວາມກັງວົນນຳຊັບສົມບັດ ຕະຫລອດທັງຄວາມສະໜຸກຂອງຊີວິດນີ້ ໄດ້ເຂົ້າມາຫຸ້ມຮັດພວກເຂົາໄວ້ ແລະຜົນຂອງພວກເຂົາກໍບໍ່ສຸກຈັກເທື່ອ.
ບາງເມັດກໍຕົກໃສ່ທ່າມກາງພຸ່ມໜາມ ແລ້ວພຸ່ມໜາມກໍໃຫຍ່ຂຶ້ນຫຸ້ມຮັດເສຍ.