ເຢເຣມີຢາ 4:29 - ພຣະຄຳພີສັກສິ29 ເມື່ອໄດ້ຍິນສຽງທະຫານຂີ່ມ້າແລະນັກຍິງທະນູ ທຸກໆຄົນກໍຈະພາກັນແລ່ນປົບໜີໄປທັງນັ້ນ. ບາງຄົນກໍຈະແລ່ນໄປສູ່ປ່າດົງພົງໄພ ບາງຄົນກໍຈະປີນຂຶ້ນຕາມໂງ່ນຫີນດ້ວຍ. ທຸກໆເມືອງກໍຈະຖືກປະໃຫ້ຮ້າງເປົ່າທັງໝົດ ແລະຈະບໍ່ມີຜູ້ໃດອາໄສຢູ່ທີ່ນັ້ນຕໍ່ໄປອີກ. Uka jalj uñjjattʼäta |
ຂ້າພະເຈົ້າໄດ້ເຫັນພຣະເຈົ້າຢາເວຢືນຢູ່ຂ້າງແທ່ນບູຊາ. ພຣະອົງໄດ້ສັ່ງວ່າ, “ຈົ່ງທຸບຕີຍອດເສົາວິຫານໃຫ້ແຮງໆ ຈົນພື້ນຂອງມັນສະເທືອນຫວັ່ນໄຫວ. ຈົ່ງຫັກເສົາລົງເປັນທ່ອນໆທັບຫົວປະຊາຊົນ. ສ່ວນຄົນທີ່ຍັງເຫລືອນັ້ນ ເຮົາຈະຂ້າພວກເຂົາໃນສະໜາມຮົບ. ເຮົາຈະບໍ່ໃຫ້ຜູ້ໃດແລ່ນປົບໜີໄປໄດ້ແມ່ນແຕ່ຜູ້ດຽວ.