28 ສະນັ້ນ ແຜ່ນດິນໂລກຈຶ່ງຈະໄວ້ທຸກກັນ ແລະໃນຟ້າສະຫວັນທົ່ວໄປກໍຈະມືດມົວໄປສິ້ນ. ເຮົາກ່າວໄປແລ້ວຈະບໍ່ມີການປ່ຽນໃຈ ເມື່ອເຮົາໄດ້ຕັດສິນໃຈຈະບໍ່ມີການປ່ຽນແປງອີກ.
ແຜ່ນດິນໂລກຈະແຫ້ງແລ້ງ ແລະທຸກສິ່ງຈະຫ່ຽວແຫ້ງໄປ; ທົ່ວທັງໂລກຈະອ່ອນລົງ ທັງແຜ່ນດິນໂລກ ແລະຟ້າສະຫວັນ ກໍຈະເສື່ອມເສຍໄປ.
ດວງອາທິດ, ດວງຈັນ ແລະດວງດາວທັງຫລາຍຈະໝຸ່ນເປັນຂີ້ຝຸ່ນດິນ. ທ້ອງຟ້າຈະດັບສູນໄປດັ່ງໜັງສືມ້ວນທີ່ໄດ້ມ້ວນໄວ້ ແລະດວງດາວຈະຕົກລົງດັ່ງໃບໄມ້ທີ່ຫລົ່ນຈາກເຄືອອະງຸ່ນແລະກົກໝາກເດື່ອ.
ເມື່ອວັນນັ້ນມາເຖິງ ພວກເຂົາຈະໂຮຮ້ອງໃສ່ຊາດອິດສະຣາເອນດັ່ງຄື້ນອຶກກະທຶກຂອງທະເລ. ເບິ່ງປະເທດນີ້ແມ ຊ່າງມືດມິດ ແລະທຸກລະທົມແທ້ ຄວາມສະຫວ່າງກາຍເປັນມືດມົວສາແລ້ວ.
ເຮົາໄດ້ຫົ່ມຟ້າສະຫວັນ ໃຫ້ມືດມົວສະຫລົວໄປ ດັ່ງເປັນການໄວ້ທຸກໃຫ້ຄົນທີ່ຕາຍໄປແລ້ວ.”
ພວກເຂົາເຮັດໃຫ້ດິນແດນນັ້ນຮົກຮ້າງຫວ່າງເປົ່າໄປ ໃຫ້ນອນຢຽດຢູ່ຕໍ່ໜ້າເຮົາຢ່າງໂສກເສົ້າ. ດິນແດນຈຶ່ງກາຍເປັນຖິ່ນແຫ້ງແລ້ງກັນດານ ບໍ່ມີຜູ້ໃດກັງວົນສົນໃຈນຳມັນອີກ.
ດິນແດນນັ້ນຈະແຫ້ງແລ້ງຢູ່ຢ່າງນີ້ບໍ? ຫຍ້າຕາມທົ່ງນາຈະແຫ້ງຢູ່ຢ່າງນີ້ດົນປານໃດ? ຝູງສັດ ຝູງນົກລົ້ມຕາຍຍ້ອນປະຊາຊົນຊົ່ວຊາມ ຄືຜູ້ທີ່ເວົ້າວ່າ, ‘ພຣະເຈົ້າບໍ່ເຫັນພວກເຮົາເຮັດດອກ.”’
“ຢູດາກຳລັງຢູ່ໃນສະພາບໄວ້ທຸກ ເພາະຄົນໃນເມືອງກຳລັງລົ້ມຕາຍ ປະຊາຊົນໃນເມືອງກໍໂສກເສົ້ານອນຕາມຂີ້ດິນ ແລະນະຄອນເຢຣູຊາເລັມກໍຮ້ອງຂໍໃຫ້ຊ່ວຍ.
ຄົນທີ່ບໍ່ສັດຊື່ເຕັມຢູ່ໃນດິນແດນ ໃຊ້ຊີວິດອັນຊົ່ວຊາມ ແລະໃຊ້ອຳນາດຜິດໆດ້ວຍ. ເພາະຄຳສາບແຊ່ງມາຖືກ ດິນແດນຈຶ່ງໄວ້ທຸກ ແລະທົ່ງຫຍ້າກໍຫ່ຽວແຫ້ງໝົດ.
ຄວາມໂກດຮ້າຍຂອງພຣະເຈົ້າຢາເວຈະບໍ່ເຊົາພັດ ຈົນກວ່າຜູ້ນັ້ນຈະເຮັດທຸກສິ່ງຕາມທີ່ພຣະອົງຕ້ອງການໃຫ້ເຮັດ. ຕໍ່ໄປພວກເຈົ້າຈະເຂົ້າໃຈເລື່ອງນີ້ຢ່າງແຈ່ມແຈ້ງ.”
ຈົ່ງໃຫ້ສັນຍານບຸກໂຈມຕີກຳແພງຂອງນະຄອນບາບີໂລນ. ຈົ່ງຈັດການເວນຍາມໃຫ້ເຂັ້ມແຂງ ໃຫ້ວາງຄົນຍາມປະຈຳທີ່ ຈົ່ງຕັ້ງຄົນດັກສະກັດໄວ້.” ພຣະເຈົ້າຢາເວໄດ້ເຮັດຕາມສິ່ງທີ່ພຣະອົງໄດ້ກ່າວວ່າ ຈະຕ້ອງເຮັດກັບປະຊາຊົນຂອງບາບີໂລນ.
ອົງພຣະຜູ້ເປັນເຈົ້າໄດ້ກ່າວວ່າ, “ເຢເຣມີຢາເອີຍ ຢ່າພາວັນນາອະທິຖານສຳລັບປະຊາຊົນເຫຼົ່ານີ້ເລີຍ. ຢ່າຮ້ອງໄຫ້ຫລືພາວັນນາອະທິຖານເພື່ອພວກເຂົາ; ຢ່າຂໍຮ້ອງເຮົາເພາະເຮົາຈະບໍ່ຟັງເຈົ້າ.
ພຣະເຈົ້າຢາເວໄດ້ກະທຳການຕາມທີ່ພຣະອົງວາງແຜນໄວ້ແລ້ວ. ຖ້ອຍຄຳຕັ້ງແຕ່ດົນນານຂອງພຣະອົງ, ພຣະອົງໄດ້ເຮັດໃຫ້ສຳເລັດແລ້ວ ຄືທຳລາຍຢ່າງບໍ່ມີຄວາມເມດຕາຕາມທີ່ພຣະອົງໄດ້ບອກ. ພຣະອົງໃຫ້ເຫຼົ່າສັດຕູໄດ້ໄຊຊະນະພວກເຮົາ ແລະໃຫ້ພວກເຂົາດີໃຈທີ່ໄດ້ເຫັນພວກເຮົາຫລົ້ມສະຫລາຍ.
ເຮົາຄືພຣະເຈົ້າຢາເວໄດ້ກ່າວດັ່ງນີ້ແຫຼະ. ເວລາທີ່ເຮົາຈະລົງມືດຳເນີນການນັ້ນມາເຖິງແລ້ວ. ເຮົາຈະບໍ່ເມີນເສີຍຕໍ່ບາບນາໆປະການຂອງເຈົ້າ ຫລືສະແດງຄວາມເມດຕາຕໍ່ເຈົ້າ. ເຈົ້າຈະຖືກລົງໂທດເພາະສິ່ງທີ່ເຈົ້າໄດ້ເຮັດນັ້ນ.” ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້ແຫຼະ.
ເຮົາຈະບໍ່ຊ່ວຍປະຊາຊົນນີ້ໃຫ້ພົ້ນຈາກພິພົບຄົນຕາຍ ຫລືຊ່ວຍກູ້ເອົາພວກເຂົາໃຫ້ພົ້ນຈາກອຳນາດຂອງຄວາມຕາຍ. ໂອ ຄວາມຕາຍເອີຍ ຈົ່ງມາພ້ອມ ກັບໄພພິບັດຂອງເຈົ້າ. ເຮົາຈະບໍ່ສົງສານປະຊາຊົນນີ້ຕໍ່ໄປອີກແລ້ວ.
ສະນັ້ນ ດິນແດນຈະແຫ້ງແລ້ງ ທຸກສິ່ງທີ່ມີຊີວິດຢູ່ໃນນັ້ນຈະຕາຍໄປໝົດ. ສັດແລະນົກທັງປວງແມ່ນແຕ່ປາກໍຈະຕາຍດ້ວຍ.”
ທົ່ງໄຮ່ທົ່ງນາກໍຖືກທຳລາຍຈົນໝົດ ທີ່ດິນກໍຈົມຢູ່ໃນຄວາມງຽບເຫງົາທັງສິ້ນ. ບໍ່ມີຮວງເຂົ້າແລະບໍ່ມີພົ້ວໝາກອະງຸ່ນ ໝາກກອກເທດກໍບໍ່ມີຢູ່ຕົ້ນ ພໍເຮັດນໍ້າມັນໄດ້.
ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວວ່າ, “ເມື່ອບັນພະບຸລຸດຂອງພວກເຈົ້າໄດ້ເຮັດໃຫ້ເຮົາໂກດຮ້າຍນັ້ນ ເຮົາໄດ້ຕັ້ງໃຈລົງໂທດພວກເຂົາແລະເຮົາບໍ່ໄດ້ປ່ຽນໃຈ ແຕ່ໄດ້ເຮັດຕາມທີ່ເຮົາໄດ້ຕັ້ງໃຈໄວ້.” ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວວ່າ,
ພຣະເຈົ້ານັ້ນບໍ່ຄືມະນຸດ ຜູ້ເວົ້າຕົວະເປັນເດີ ພຣະອົງບໍ່ປ່ຽນຄວາມຄິດເຫັນ ດັ່ງມະນຸດເຮົາຈັກເທື່ອ. ເມື່ອພຣະອົງສັນຍາເຮັດສິ່ງໃດແລ້ວ ພຣະອົງກໍເຮັດສິ່ງນັ້ນທັນທີ ເມື່ອພຣະອົງກ່າວຈາ ພຣະອົງກໍລົງມືກະທຳໂລດ.
ຕັ້ງແຕ່ເວລາທ່ຽງວັນ ທົ່ວແຜ່ນດິນກໍເກີດມືດມົວເປັນເວລາສາມຊົ່ວໂມງ.
ເມື່ອເຖິງເວລາທ່ຽງ ທົ່ວແຜ່ນດິນກໍບັງເກີດຄວາມມືດ ຈົນເຖິງບ່າຍສາມໂມງ.
ພໍປະມານທ່ຽງ ກໍເກີດມືດມົວທົ່ວແຜ່ນດິນຈົນເຖິງເວລາບ່າຍສາມໂມງ,
ໃນພຣະອົງນັ້ນ ພວກເຮົາໄດ້ຕົກເປັນສ່ວນຂອງພຣະເຈົ້າ ຕາມການຊົງຕັ້ງພຣະໄທໄວ້ກ່ອນຂອງພຣະອົງ ຜູ້ຊົງກະທຳໃຫ້ສິ່ງສາລະພັດດຳເນີນໄປ ໃຫ້ສົມກັບນໍ້າພຣະໄທຂອງພຣະອົງ.
ພຣະເຈົ້າໄດ້ຕັ້ງໃຈໄວ້ກ່ອນແລ້ວ ໃນການເຮັດໃຫ້ພວກເຮົາຮູ້ຈັກແຜນການອັນເລິກລັບ ໃນນໍ້າພຣະໄທຂອງພຣະອົງ ເພື່ອໃຫ້ສຳເລັດໂດຍທາງພຣະອົງ.
ແຕ່ພຣະອົງຊົງເປັນປະໂຣຫິດໂດຍທາງຄຳສາບານ ເມື່ອພຣະເຈົ້າຊົງກ່າວກັບພຣະອົງວ່າ, “ອົງພຣະຜູ້ເປັນເຈົ້າຊົງສາບານໄວ້ແລ້ວ ແລະຈະບໍ່ຊົງປ່ຽນພຣະໄທວ່າ, ‘ທ່ານເປັນປະໂຣຫິດ ຕະຫລອດໄປ.”’
ເມື່ອພຣະເມສານ້ອຍແກະຕາປະທັບດວງທີຫົກແລ້ວ ຂ້າພະເຈົ້າໄດ້ເຫັນແຜ່ນດິນຫວັ່ນໄຫວຢ່າງໃຫຍ່ເກີດຂຶ້ນ, ດວງຕາເວັນມືດດຳເໝືອນເຄື່ອງໄວ້ທຸກ ແລະດວງເດືອນກໍກາຍເປັນສີແດງເໝືອນເລືອດ.
ແລະອົງຊົງເປັນທີ່ເພິ່ງອັນແຂງແກ່ນຂອງຊາດອິດສະຣາເອນ ຈະບໍ່ເວົ້າຕົວະຫລືປ່ຽນໃຈ. ພຣະອົງບໍ່ແມ່ນມະນຸດ ສະນັ້ນ ພຣະອົງຈຶ່ງບໍ່ປ່ຽນໃຈ.”