Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 4:27 - ພຣະຄຳພີສັກສິ

27 ພຣະເຈົ້າຢາເວ​ໄດ້​ກ່າວ​ວ່າ ແຜ່ນດິນ​ໂລກ​ທັງໝົດ​ຈະ​ກາຍເປັນ​ບ່ອນ​ຮົກຮ້າງ​ຫວ່າງເປົ່າ ແຕ່​ພຣະອົງ​ຈະ​ບໍ່​ທຳລາຍ​ແຜ່ນດິນ​ໂລກ​ໃຫ້​ຈົນກ້ຽງ.)

Uka jalj uñjjattʼäta Copia luraña




ເຢເຣມີຢາ 4:27
29 Jak'a apnaqawi uñst'ayäwi  

ເພື່ອ​ຖ້ອຍຄຳ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ລ່ວງໜ້າ ຜ່ານ​ປາກ​ຂອງ​ຜູ້ທຳນວາຍ​ເຢເຣມີຢາ​ກາຍ​ເປັນຈິງ ຄື​ວ່າ: ດິນແດນ​ຈະ​ຮ້າງ​ວ່າງເປົ່າ​ເປັນ​ເວລາ​ເຈັດສິບ​ປີ ເພື່ອ​ຊົດເຊີຍ​ການ​ພັກຜ່ອນ​ສຳລັບ​ວັນ​ຊະບາໂຕ ຊຶ່ງ​ພວກເຂົາ​ບໍ່ໄດ້​ຢຶດຖື.


ແຕ່​ຍ້ອນ​ພຣະເມດຕາ​ຊົງ​ຍິ່ງໃຫຍ່​ຫລາຍ ຈຶ່ງ​ບໍ່ໄດ້​ປະຖິ້ມ​ພວກເພິ່ນ ແລະ​ທຳລາຍ​ພວກເພິ່ນ. ພຣະອົງ​ເປັນ​ພຣະເຈົ້າ​ທີ່​ຊົງຄຸນງາມ​ຄວາມດີ ທັງ​ຊົງ​ເມດຕາ​ແລະ​ເອັນດູ​ດ້ວຍ.


ມີ​ພຽງ​ໜ້ອຍຄົນ​ເທົ່ານັ້ນ​ທີ່​ລອດຊີວິດ​ຢູ່ ແລະ​ຊາດ​ອິດສະຣາເອນ​ຈະ​ເປັນ​ດັ່ງ​ກົກ​ໝາກກອກເທດ ຊຶ່ງ​ໝາກ​ໃນ​ຕົ້ນ​ຖືກ​ປິດ​ເອົາໄປ​ໝົດ ເວັ້ນໄວ້​ແຕ່​ສອງ​ຫລື​ສາມ​ໝາກ​ທີ່​ຢູ່​ປາຍ​ກົກ​ເທົ່ານັ້ນ ຫລື​ບາງ​ໜ່ວຍ​ທີ່​ເຫຼືອ​ຢູ່​ລຸ່ມ​ງ່າ.” ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ກ່າວ​ດັ່ງນີ້ແຫລະ.


ພຣະເຈົ້າຢາເວ​ກຳລັງ​ຈະ​ທຳລາຍ​ແຜ່ນດິນ​ໂລກ ແລະ​ປະ​ໄວ້​ໃຫ້​ເປົ່າປ່ຽວ. ພຣະອົງ​ຈະ​ບິດ​ໜ້າດິນ ແລະ​ເຮັດ​ໃຫ້​ປະຊາກອນ​ກະຈັດ​ກະຈາຍ.


ພວກເຂົາ​ເຮັດ​ໃຫ້​ດິນແດນ​ນີ້​ເປັນ​ຕາ​ຢ້ານກົວ​ຫລາຍ ເປັນ​ດິນແດນ​ທີ່​ຖືກ​ອັບອາຍ​ຂາຍໜ້າ​ຕະຫລອດ. ທຸກຄົນ​ທີ່​ຜ່ານ​ໄປ​ເຫັນ​ບ່ອນ​ນັ້ນ​ຈະ​ສະດຸ້ງ​ຕົກໃຈ ຕ່າງ​ກໍ​ຈະ​ແກວ່ງຫົວ​ດ້ວຍ​ຄວາມ​ປະຫລາດ.


ດິນແດນ​ທັງໝົດ​ນີ້​ຈະ​ຖືກ​ປະປ່ອຍ​ໃຫ້​ຮົກຮ້າງ​ເພພັງ ຊຶ່ງ​ຈະ​ເປັນ​ສະພາບ​ຕົກ​ສະທ້ານ​ຢ້ານກົວ​ໃຈ​ຫລາຍ​ເມື່ອ​ໄດ້​ພົບເຫັນ; ແລະ​ປະເທດ​ໃກ້ຄຽງ​ຈະ​ຮັບໃຊ້​ກະສັດ​ແຫ່ງ​ບາບີໂລນ​ເປັນ​ເວລາ​ເຈັດສິບ​ປີ.


ພຣະເຈົ້າຢາເວ​ກ່າວ​ວ່າ ເຮົາ​ສະຖິດ​ຢູ່​ກັບ​ພວກເຈົ້າ ເພື່ອ​ຊ່ວຍ​ພວກເຈົ້າ​ໃຫ້​ພົ້ນໄພ ແລະ​ທຳລາຍ​ທຸກ​ຊົນຊາດ ໃນ​ບ່ອນ​ທີ່​ພວກເຈົ້າ​ແຕກ​ກະຈັດ​ກະຈາຍ​ໄປ​ນັ້ນ ແຕ່​ເຮົາ​ຈະ​ບໍ່​ທຳລາຍ​ພວກເຈົ້າ​ແຕ່​ປະການ​ໃດ ເຮົາ​ຈະ​ປ່ອຍ​ໃຫ້​ພວກເຈົ້າ​ໄປ​ໂດຍ​ບໍ່​ຖືກ​ໂທດ​ກໍ​ບໍ່ໄດ້; ແຕ່​ເມື່ອ​ລົງໂທດ ເຮົາ​ກໍ​ຈະ​ເຮັດ​ຢ່າງ​ທ່ຽງທຳ.”


ໄພພິບັດ​ໜຶ່ງ​ແລ້ວ ໄພພິບັດ​ອື່ນ​ຊໍ້າ​ຕິດຕາມ​ມາ ຈົນ​ໝົດ​ປະເທດ​ຖືກ​ປ່ອຍປະ​ໃຫ້​ຮົກຮ້າງ​ເພພັງ​ສິ້ນ. ຜ້າເຕັນ​ຂອງ​ພວກເຮົາ​ກໍໄດ້​ຖືກ​ທຳລາຍ​ຢ່າງ​ໄວວາ ຜ້າກັ້ງ​ຂອງ​ເຕັນ​ກໍ​ຖືກ​ຈີກ​ໃຫ້​ຂາດ​ເປັນ​ຕ່ອນໆ.


ດັ່ງ​ໂຕສິງ​ກຳລັງ​ອອກ​ມາ​ແຕ່​ບ່ອນ​ລີ້​ຂອງມັນ ຜູ້​ທຳລາຍ​ຊົນຊາດ​ທັງຫລາຍ​ອອກ​ມາ​ສາ​ແລ້ວ. ມັນ​ກຳລັງ​ອອກ​ມາ​ຈາກ​ບ່ອນ​ຫລົບລີ້​ຂອງມັນ ເພື່ອ​ຮຸກຮານ​ຢູດາຍ ແລະ​ທຳລາຍ​ດິນແດນ​ໃຫ້​ກ້ຽງ ເມືອງ​ຂອງ​ຢູດາຍ​ຈະ​ຖືກ​ປະ​ໃຫ້​ຮົກຮ້າງ​ເພພັງ ແລະ​ຈະ​ບໍ່ມີ​ຄົນ​ອາໄສ​ຢູ່​ໃນ​ເມືອງ​ເຫຼົ່ານັ້ນ.


ດັ່ງນັ້ນ ເຮົາ​ຈຶ່ງ​ເທ​ຄວາມ​ໂກດຮ້າຍ ແລະ​ຄວາມ​ໂກດເຄືອງ​ຂອງເຮົາ ໃສ່​ເມືອງ​ຂອງ​ຢູດາຍ ແລະ​ໃສ່​ຕາມ​ຖະໜົນ​ຫົນທາງ​ຂອງ​ນະຄອນ​ເຢຣູຊາເລັມ ແລະ​ເຮົາ​ກໍ​ຈູດ​ເມືອງ​ເຫຼົ່ານີ້​ຖິ້ມ​ໝົດ. ເມືອງ​ເຫຼົ່ານັ້ນ​ໄດ້​ຖືກ​ປະ​ໃຫ້​ຮົກຮ້າງ​ເພພັງ ແລະ​ກາຍເປັນ​ເປົ້າ​ສາຍຕາ​ອັນ​ໜ້າກຽດ​ໜ້າກົວ ດັ່ງ​ທີ່​ເປັນ​ຢູ່​ໃນ​ທຸກ​ວັນ​ນີ້.


ພຣະເຈົ້າຢາເວ​ໄດ້​ກ່າວ​ວ່າ, “ຢາໂຄບ​ຜູ້​ຮັບໃຊ້​ຂອງ​ເຮົາ​ເອີຍ ຢ່າ​ຢ້ານກົວ​ເລີຍ ເພາະ​ເຮົາ​ສະຖິດ​ຢູ່​ກັບ​ເຈົ້າ ເຮົາ​ຈະ​ທຳລາຍ​ຊົນຊາດ​ທັງຫລາຍ​ໃຫ້​ດັບກ້ຽງ ຄື​ບ່ອນ​ທີ່​ເຮົາ​ໄດ້​ກະຈັດ​ກະຈາຍ​ພວກເຈົ້າ​ໄປ​ຢູ່​ອາໄສ ແຕ່​ເຮົາ​ຈະ​ບໍ່​ທຳລາຍ​ພວກເຈົ້າ​ທັງໝົດ​ດອກ. ເຮົາ​ຈະ​ປ່ອຍ​ໃຫ້​ພວກເຈົ້າ​ໄປ​ລ້າໆ​ກໍ​ບໍ່​ຫ່ອນ​ເປັນ ໂດຍ​ບໍ່ໄດ້​ຮັບ​ໂທດກຳ​ທີ່​ພວກເຈົ້າ​ໄດ້​ກະທຳ​ນັ້ນ. ແຕ່​ເມື່ອ​ລົງໂທດ​ພວກເຈົ້າ ເຮົາ​ຈະ​ເຮັດ​ຢ່າງ​ຍຸດຕິທຳ.”


ເຮົາ​ຈະ​ໃຊ້​ສັດຕູ​ມາ​ຕັດ​ຕົ້ນອະງຸ່ນ​ຂອງ​ພວກເຂົາ​ລົງ ແຕ່​ບໍ່ແມ່ນ​ຈະ​ທຳລາຍ​ພວກເຂົາ​ໃຫ້​ໝົດ​ຈົນ​ສິ້ນ. ເຮົາ​ຈະ​ບອກ​ເຫຼົ່າ​ສັດຕູ​ໃຫ້​ລິ​ງ່າ​ຂອງມັນ​ອອກ​ສາ ເພາະ​ງ່າ​ເຫຼົ່ານັ້ນ​ທັງໝົດ​ບໍ່ໄດ້​ເປັນ​ຂອງພຣະເຈົ້າຢາເວ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ເຖິງ​ແມ່ນ​ເຮົາ​ຈະ​ລົງໂທດ​ພວກເຈົ້າ ໃນ​ວັນ​ເຫຼົ່ານັ້ນ​ກໍຕາມ; ແຕ່​ເຮົາ​ກໍ​ຈະ​ບໍ່​ທຳລາຍ​ປະຊາຊົນ​ຂອງເຮົາ​ຢ່າງ​ໝົດສິ້ນ.


ດິນແດນ​ຈະ​ກາຍເປັນ​ຖິ່ນ​ແຫ້ງແລ້ງ​ກັນດານ. ໃນ​ເມືອງ​ຂອງ​ຢູດາຍ ແລະ​ໃນ​ທ້ອງ​ຖະໜົນ​ຫົນທາງ​ຂອງ​ນະຄອນ​ເຢຣູຊາເລັມ ເຮົາ​ຈະ​ເຮັດ​ໃຫ້​ສຽງ​ມ່ວນຊື່ນ ແລະ​ສຽງ​ເຈົ້າບ່າວ​ເຈົ້າສາວ​ທີ່​ມີ​ຄວາມສຸກ​ໃນ​ພິທີ​ແຕ່ງງານ​ມິດງຽບ​ສິ້ນສຸດ​ລົງ.”


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ເຮົາ​ຈະ​ໃຫ້​ນະຄອນ​ເຢຣູຊາເລັມ​ເປັນ​ກອງ​ສິ່ງ​ເພພັງ ເປັນ​ບ່ອນ​ໜຶ່ງ​ທີ່​ຝູງ​ໝາປ່າ​ພາກັນ​ອາໄສ​ຢູ່; ເມືອງ​ຢູດາຍ​ຈະ​ກາຍເປັນ​ຖິ່ນ​ແຫ້ງແລ້ງ​ກັນດານ ເປັນ​ບ່ອນ​ໜຶ່ງ​ຊຶ່ງ​ບໍ່ມີ​ຄົນ​ອາໄສ​ຢູ່.”


ອົງພຣະ​ຜູ້​ເປັນເຈົ້າ​ບໍ່​ຍອມ​ຮັບ​ແທ່ນບູຊາ​ຂອງ​ພຣະອົງ ແລະ​ໄດ້​ປະຖິ້ມ​ພຣະວິຫານ​ຂອງ​ພຣະອົງ​ດ້ວຍ; ພຣະອົງ​ໃຫ້​ສັດຕູ​ທຳລາຍ​ກຳແພງ​ພຣະວິຫານ ພວກເຂົາ​ໂຮຮ້ອງ​ຍິນດີ​ເພາະ​ໄດ້​ໄຊຊະນະ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ ຄື​ໃນ​ຄັ້ງ​ໜຶ່ງ​ນັ້ນ ເປັນ​ບ່ອນ​ທີ່​ພວກເຮົາ ພາກັນ​ນະມັດສະການ​ຢ່າງ​ຊົມຊື່ນ​ຍິນດີ​ລົ້ນ.


ໃນ​ຂະນະທີ່​ຂ້າພະເຈົ້າ​ກຳລັງ​ປະກາດ​ພຣະທຳ​ຢູ່​ນັ້ນ ເປລາຕີຢາ​ກໍ​ລົ້ມລົງ​ສິ້ນໃຈ​ຕາຍ. ຂ້າພະເຈົ້າ​ຈຶ່ງ​ໝູບ​ໜ້າ​ລົງ​ກັບ​ພື້ນດິນ​ແລະ​ຮ້ອງ​ຂຶ້ນ​ວ່າ, “ຂໍ​ນຳ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ເອີຍ! ພຣະອົງ​ຈະ​ຂ້າ​ທຸກໆຄົນ​ທີ່​ຍັງເຫລືອ​ຢູ່​ໃນ​ຊາດ​ອິດສະຣາເອນ​ບໍ?”


ແຕ່​ແລ້ວ​ເຮົາ​ກໍ​ເມດຕາ​ພວກເຂົາ. ເຮົາ​ໄດ້​ຕັດສິນໃຈ​ບໍ່​ປະຫານ​ພວກເຂົາ​ໃນ​ທີ່ນັ້ນ ຄື​ທີ່​ຖິ່ນ​ແຫ້ງແລ້ງ​ກັນດານ.


ເຮົາ​ຈະ​ເຮັດ​ໃຫ້​ປະເທດ​ຮົກຮ້າງ​ຫວ່າງເປົ່າ ແລະ​ອຳນາດ​ທີ່​ພວກເຂົາ​ແສນ​ພູມໃຈ​ນັ້ນ​ກໍ​ຈະ​ໝົດສິ້ນໄປ. ພູ​ທັງຫລາຍ​ຂອງ​ຊາດ​ອິດສະຣາເອນ​ຈະ​ເປັນ​ປ່າຮົກ ຈົນ​ບໍ່ມີ​ຜູ້ໃດ​ກ້າ​ທ່ອງທ່ຽວ​ຜ່ານ​ໄປ.


ເຮົາ​ຈະ​ໃຊ້​ຣິດອຳນາດ​ຂອງເຮົາ​ທຳລາຍ​ປະເທດ​ຂອງ​ພວກເຂົາ. ເຮົາ​ຈະ​ເຮັດ​ໃຫ້​ເປັນ​ດິນແດນ​ເປົ່າຫວ່າງ, ແຕ່​ຖິ່ນ​ແຫ້ງແລ້ງ​ກັນດານ​ທາງ​ພາກໃຕ້ ຈົນຮອດ​ເມືອງ​ຣິບລາ​ທາງ​ທິດເໜືອ ໂດຍ​ຈະ​ບໍ່​ປະ​ທີ່ໃດ​ໃຫ້​ຊາວ​ອິດສະຣາເອນ​ອາໄສ​ຢູ່. ແລ້ວ​ທຸກຄົນ​ກໍ​ຈະ​ຮູ້​ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ.”


ເຮົາ​ຈະ​ປ່ຽນ​ເມືອງ​ທັງຫລາຍ​ຂອງ​ພວກເຈົ້າ​ໃຫ້​ເປັນ​ບ່ອນ​ຮົກຮ້າງ​ຫວ່າງເປົ່າ ແລະ​ຈະ​ທຳລາຍ​ສະຖານທີ່​ນະມັດສະການ​ຂອງ​ພວກເຈົ້າ​ດ້ວຍ. ເຮົາ​ຈະ​ບໍ່​ຍອມ​ຮັບ​ເອົາ​ເຄື່ອງ​ບູຊາ​ຂອງ​ພວກເຈົ້າ.


ແຕ່​ເຖິງ​ປານນັ້ນ​ກໍດີ ເມື່ອ​ພວກເຂົາ​ໄດ້​ອາໄສ​ຢູ່​ໃນ​ດິນແດນ​ຂອງ​ສັດຕູ​ນັ້ນ ເຮົາ​ຈະ​ບໍ່​ປະຖິ້ມ​ພວກເຂົາ​ຢ່າງ​ໝົດສິ້ນ ຫລື​ທຳລາຍ​ພວກເຂົາ​ໃຫ້​ໝົດ​ໄປ. ການ​ກະທຳ​ເຊັ່ນນັ້ນ ກໍ​ເທົ່າ​ກັບ​ເປັນ​ການ​ຕັດຂາດ​ຕໍ່​ພັນທະສັນຍາ​ຂອງເຮົາ​ທີ່​ມີ​ໄວ້​ກັບ​ພວກເຂົາ ເພາະ​ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ.


ໃນ​ມື້​ນັ້ນ ເມື່ອ​ພຣະເຈົ້າຢາເວ​ລະບາຍ​ຄວາມ​ໂກດຮ້າຍ​ອັນໃຫຍ່​ຂອງ​ພຣະອົງ ແມ່ນແຕ່​ເງິນ​ແລະ​ຄຳ​ທັງໝົດ​ທີ່​ພວກເຂົາ​ມີ​ຢູ່ ກໍ​ຈະ​ຊ່ວຍ​ຫຍັງ​ພວກເຂົາ​ບໍ່ໄດ້. ແຜ່ນດິນ​ໂລກ​ທັງໝົດ​ຈະ​ຖືກ​ທຳລາຍ ດ້ວຍ​ໄຟ​ແຫ່ງ​ຄວາມ​ໂກດຮ້າຍ​ຂອງ​ພຣະອົງ. ພຣະອົງ​ຈະ​ໃຫ້​ເຖິງ​ທີ່​ສິ້ນສຸດ ຄື​ການ​ສິ້ນສຸດ​ຢ່າງ​ກະທັນຫັນ​ແກ່​ທຸກໆ​ຄົນ ທີ່​ອາໄສ​ຢູ່​ເທິງ​ແຜ່ນດິນ​ໂລກ​ນີ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka