Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 4:23 - ພຣະຄຳພີສັກສິ

23 ຂ້ານ້ອຍ​ຈ້ອງ​ຕາ​ເບິ່ງ​ແຜ່ນດິນ​ໂລກ ເຫັນ​ເປັນ​ທີ່​ຮ້າງ​ຫວ່າງເປົ່າ​ທັງໝົດ ແລະ​ແນມເບິ່ງ​ຟ້າ​ສະຫວັນ​ກໍ​ບໍ່​ເຫັນ ແສງ​ສະຫວ່າງ​ໃດໆ​ທັງສິ້ນ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 4:23
19 Jak'a apnaqawi uñst'ayäwi  

ໂລກ​ບໍ່ທັນ​ມີ​ຮູບຮ່າງ​ແລະ​ຍັງ​ວ່າງ​ເປົ່າ​ຢູ່. ຄວາມມືດ​ໄດ້​ຫຸ້ມຫໍ່​ມະຫາສະໝຸດ​ອັນ​ກວ້າງໃຫຍ່​ໄພສານ ແລະ​ພຣະວິນຍານ​ຂອງ​ພຣະເຈົ້າ ໄດ້​ປົກຄຸມ​ຢູ່​ເທິງ​ໜ້າ​ນໍ້າ.


ດວງດາວ​ທັງຫລາຍ​ແຫ່ງ​ຟ້າ​ສະຫວັນ​ຈະ​ຢຸດ​ສ່ອງແສງ ດວງອາທິດ​ຈະ​ມືດດຳ​ໄປ ເມື່ອ​ມັນ​ຂຶ້ນ​ສູ່​ຂອບຟ້າ ແລະ​ດວງເດືອນ​ກໍ​ຈະ​ບໍ່​ສ່ອງແຈ້ງ.


ເມື່ອ​ວັນ​ນັ້ນ​ມາ​ເຖິງ ພວກເຂົາ​ຈະ​ໂຮຮ້ອງ​ໃສ່​ຊາດ​ອິດສະຣາເອນ​ດັ່ງ​ຄື້ນ​ອຶກກະທຶກ​ຂອງ​ທະເລ. ເບິ່ງ​ປະເທດ​ນີ້​ແມ ຊ່າງ​ມືດມິດ ແລະ​ທຸກລະທົມ​ແທ້ ຄວາມ​ສະຫວ່າງ​ກາຍເປັນ​ມືດມົວ​ສາແລ້ວ.


ສະນັ້ນ ເຮົາ​ຈຶ່ງ​ສັ່ງ​ຟ້າ​ສະຫວັນ​ໃຫ້​ດັງ​ກ້ອງ​ຫວັ່ນໄຫວ ເພື່ອ​ເຮັດ​ໃຫ້​ແຕກຕື່ນ​ຕົກໃຈ​ແລະ​ມີ​ການ​ງຶດງໍ້. ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ຂ້ານ້ອຍ​ກ່າວ​ວ່າ, “ຂ້ານ້ອຍ​ຈະ​ໄວ້ທຸກ​ໃຫ້​ໜ່ວຍ​ພູເຂົາ ແລະ​ຮ້ອງໄຫ້​ຮໍ່າໄຮ​ໃຫ້​ທົ່ງຫຍ້າ​ດ້ວຍ ເພາະ​ມັນ​ໄດ້​ຫ່ຽວແຫ້ງ ແລະ​ຕາຍໄປ​ໝົດ ບໍ່ມີ​ຜູ້ໃດ​ທ່ອງທ່ຽວ​ໄປ​ຕາມ​ບ່ອນ​ທີ່​ກ່າວ​ນັ້ນ. ບໍ່ໄດ້ຍິນ​ສຽງ​ຝູງ​ສັດລ້ຽງ​ຮ້ອງ​ຕໍ່ໄປ​ອີກ​ເລີຍ ຝູງນົກ​ແລະ​ສັດປ່າ​ປົບໜີໄປ​ໝົດ​ສາ​ແລ້ວ.”


ພຣະອົງ​ໄດ້​ຊຸກ​ຂ້ອຍ​ໃຫ້​ອອກໜ້າ​ຍ່າງ​ໄປ ໃນ​ມືດ​ແຕ່​ບໍ່ແມ່ນ​ໃນແຈ້ງ


ແຜ່ນດິນ​ໂລກ​ແລະ​ຟ້າ​ສະຫວັນ​ກໍ​ສັ່ນສະເທືອນ ເມື່ອ​ມັນ​ພາກັນ​ບຸກໜ້າ​ເຂົ້າ​ໄປ​ນັ້ນ; ດວງອາທິດ​ແລະ​ດວງຈັນ​ກໍ​ຄ່ອຍ​ມືດດຳໄປ ດວງດາວ​ບໍ່​ສ່ອງແສງ​ຕໍ່ໄປ​ອີກ.


ໃນ​ວັນນັ້ນ ເຮົາ​ຈະ​ໃຫ້​ຕາເວັນຕົກ​ໃນ​ຍາມ​ທ່ຽງ ແລະ​ແຜ່ນດິນ​ໂລກ​ຈະ​ມືດມົນ​ໃນ​ຍາມ​ກາງເວັນ. ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ.


ເມື່ອ​ວັນ​ນັ້ນ​ມາ​ເຖິງ ຈະ​ບໍ່ມີ​ໜາວ​ຫລື​ມີ​ນໍ້າ​ກ້າມ


“ພໍ​ໝົດ​ຄວາມ​ທຸກ​ລຳບາກ​ຂອງ​ວັນ​ເຫຼົ່ານັ້ນ​ແລ້ວ ດວງອາທິດ​ຈະ​ມືດ​ໄປ ດວງຈັນ​ຈະ​ບໍ່​ສ່ອງແສງ​ຕໍ່ໄປ, ດວງດາວ​ທັງຫລາຍ​ຈະ​ຕົກລົງ​ຈາກ​ທ້ອງຟ້າ ແລະ​ສິ່ງ​ທີ່​ມີ​ອຳນາດ​ໃນ​ທ້ອງຟ້າ​ກໍ​ຈະ​ສັ່ນ​ສະທ້ານ​ຫວັ່ນໄຫວ.


ຟ້າ​ແລະ​ດິນ​ກໍ​ຈະ​ລ່ວງພົ້ນ​ໄປ, ແຕ່​ຖ້ອຍຄຳ​ຂອງເຮົາ​ຈະ​ບໍ່​ລ່ວງພົ້ນ​ໄປ​ຈັກເທື່ອ.”


ແລ້ວ​ຂ້າພະເຈົ້າ​ກໍໄດ້​ເຫັນ​ພຣະ​ບັນລັງ​ໃຫຍ່​ສີ​ຂາວ ທັງ​ເຫັນ​ພຣະອົງ​ຜູ້​ທີ່​ນັ່ງ​ຢູ່​ເທິງ​ບັນລັງ​ນັ້ນ. ເມື່ອ​ພຣະອົງ​ຊົງ​ປາກົດ, ແຜ່ນດິນ​ໂລກ ແລະ​ທ້ອງຟ້າ​ກໍ​ພ່າຍ​ໜີ ແລະ​ບ່ອນ​ຢູ່​ສຳລັບ​ແຜ່ນດິນ​ໂລກ ແລະ​ທ້ອງຟ້າ​ນັ້ນ​ກໍ​ບໍ່​ເຫັນ​ອີກ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka