ເຢເຣມີຢາ 4:22 - ພຣະຄຳພີສັກສິ22 ອົງພຣະຜູ້ເປັນເຈົ້າຊົງກ່າວວ່າ, “ປະຊາຊົນຂອງເຮົານີ້ຊ່າງໂງ່ຈ້າຫລາຍ ພວກເຂົາຕ່າງກໍພາກັນບໍ່ຮູ້ຈັກເຮົາເລີຍ. ພວກເຂົາເປັນດັ່ງເດັກນ້ອຍທີ່ໂງ່ຈ້າເຕັມທີ ພວກເຂົາບໍ່ມີຄວາມເຂົ້າໃຈສິ່ງໃດໆ. ພວກເຂົາເປັນຜູ້ຊຳນິຊຳນານເລື່ອງການເຮັດຊົ່ວ ແຕ່ເລື່ອງການເຮັດດີ ພວກເຂົາພັດບໍ່ຮູ້ຈັກຊໍ້າ.” Uka jalj uñjjattʼäta |
ພວກເຂົາລ້ວນແຕ່ເຮັດໃຫ້ໝູ່ເພື່ອນຫລົງຜິດໄປ ບໍ່ມີແມ່ນແຕ່ຄົນດຽວບອກຄວາມຈິງໃຫ້ກັນຮູ້; ພວກເຂົາໄດ້ຝຶກແອບລີ້ນຂອງພວກເຂົາໃຫ້ເວົ້າຕົວະ ພວກເຂົາຈະບໍ່ຍອມເຊົາການບາບຂອງພວກເຂົາ. ພວກເຂົາກໍ່ຄວາມຮຸນແຮງຂຶ້ນ ແລະກໍ່ອີກເທື່ອໃໝ່ ແລະກໍ່ການຫລອກລວງຂຶ້ນ ແລະກໍ່ອີກທີ. ພວກເຂົາຕ່າງກໍພາກັນປະຕິເສດທີ່ຈະຮັບຮູ້ເຮົາ ອົງພຣະຜູ້ເປັນເຈົ້າກ່າວວ່າພວກເຂົາປະຖິ້ມພຣະອົງແລ້ວ.