Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 4:20 - ພຣະຄຳພີສັກສິ

20 ໄພພິບັດ​ໜຶ່ງ​ແລ້ວ ໄພພິບັດ​ອື່ນ​ຊໍ້າ​ຕິດຕາມ​ມາ ຈົນ​ໝົດ​ປະເທດ​ຖືກ​ປ່ອຍປະ​ໃຫ້​ຮົກຮ້າງ​ເພພັງ​ສິ້ນ. ຜ້າເຕັນ​ຂອງ​ພວກເຮົາ​ກໍໄດ້​ຖືກ​ທຳລາຍ​ຢ່າງ​ໄວວາ ຜ້າກັ້ງ​ຂອງ​ເຕັນ​ກໍ​ຖືກ​ຈີກ​ໃຫ້​ຂາດ​ເປັນ​ຕ່ອນໆ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 4:20
29 Jak'a apnaqawi uñst'ayäwi  

ຂໍ​ໃຫ້​ພຣະນາມ​ອັນ​ຊົງຣິດ​ຂອງ​ພຣະອົງ​ນັ້ນ ຈົ່ງ​ເປັນ​ທີ່​ຍ້ອງຍໍ​ສັນລະເສີນ​ຕະຫລອດໄປ ຂໍ​ໃຫ້​ພຣະ​ສະຫງ່າຣາສີ ຈົ່ງ​ເຕັມ​ໄປ​ທົ່ວ​ແຜ່ນດິນ​ໂລກ. ອາແມນ ອາແມນ.


ພຣະເຈົ້າຢາເວ​ໄດ້​ສັ່ງ​ໂມເຊ​ໃຫ້​ບອກ​ພວກເຂົາ​ວ່າ, “ພວກເຈົ້າ​ເປັນ​ຄົນ​ໃຈ​ແຂງ​ກະດ້າງ​ດື້ດຶງ. ຖ້າ​ເຮົາ​ໄປ​ກັບ​ພວກເຈົ້າ​ພຽງ​ເວລາ​ໜ້ອຍ​ດຽວ ເຮົາ​ອາດ​ທຳລາຍ​ພວກເຈົ້າ​ຈົນ​ໝົດ​ສິ້ນ​ກໍໄດ້. ບັດນີ້​ຈົ່ງ​ປົດ​ເຄື່ອງ​ເອ້​ຂອງ​ພວກເຈົ້າ​ອອກ​ສາ ແລະ​ເຮົາ​ຈະ​ຕັດສິນໃຈ​ວ່າ ຄວນ​ເຮັດ​ຢ່າງ​ໃດ​ດີ​ກັບ​ພວກເຈົ້າ​ໃນ​ຂັ້ນ​ຕໍ່ໄປ.”


ຮ້ອງ​ຄວນຄາງ​ດ້ວຍ​ຄວາມ​ເຈັບປວດ​ສາເຖີດ ວັນ​ຂອງ​ພຣະເຈົ້າຢາເວ​ມາ​ໃກ້​ແລ້ວ ຄື​ມື້​ທີ່​ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ນຳ​ໄພພິບັດ​ມາ.


ຈິດໃຈ​ຂອງຂ້ອຍ​ຮໍ່າຮ້ອງ​ເຖິງ​ດິນແດນ​ໂມອາບ ປະຊາຊົນ​ພາກັນ​ປົບໜີໄປ​ທີ່​ເມືອງ​ໂຊອາ ແລະ​ໄປ​ທີ່​ເມືອງ​ເອັກລາດ-ເຊລິດຊີຢາ. ບາງຄົນ​ຍ່າງ​ຂຶ້ນຄ້ອຍ ຕ່າງ​ຮ້ອງໄຫ້​ໄປ​ທີ່​ເມືອງ​ລູຫິດ; ບາງຄົນ​ປົບໜີໄປ​ທີ່​ເມືອງ​ໂຮໂຣນາອິມ ທັງ​ຄວນຄາງ​ສຽງດັງ​ອຶກກະທຶກ.


ເບິ່ງ​ທີ່​ພູເຂົາ​ຊີໂອນ​ພຸ້ນດູ ນະຄອນ​ທີ່​ພວກເຮົາ​ສະຫລອງ​ເທດສະການ​ຕ່າງໆ. ເບິ່ງ​ນະຄອນ​ເຢຣູຊາເລັມ​ພຸ້ນດູ ຊ່າງ​ເປັນ​ບ່ອນ​ປອດໄພ​ທີ່​ໜ້າຢູ່​ແທ້ໆ ເປັນ​ດັ່ງ​ຜ້າເຕັນ​ທີ່​ຈະ​ບໍ່​ຖືກ​ຍົກຍ້າຍ​ຈັກເທື່ອ ຊຶ່ງ​ຫລັກສຽບ​ບໍ່ເຄີຍ​ຖອນ​ອອກ ແລະ​ເຊືອກເໜັ່ງ​ກໍ​ບໍ່ເຄີຍ​ຂາດ.


ແຕ່​ພຽງ​ບຶດດຽວ​ເທົ່ານັ້ນ ພຽງແຕ່​ໃນ​ມື້ດຽວ ເຫດການ​ເຫຼົ່ານີ້​ທັງສອງ​ກໍ​ຈະ​ເກີດຂຶ້ນ: ເຖິງ​ວ່າ​ຈະ​ໃຊ້​ເວດມົນ​ຄາຖາ​ທັງໝົດ​ກໍຕາມ ເຈົ້າ​ກໍ​ຈະ​ສູນເສຍ​ຜົວ ແລະ​ລູກ​ຂອງເຈົ້າ.


ຈົ່ງ​ເຮັດ​ຜ້າເຕັນ​ຂອງ​ເຈົ້າ​ໃຫ້​ກວ້າງຂວາງ, ຕໍ່​ເຊືອກເຕັນ​ໃຫ້​ຍາວ​ທັງ​ສຽບ​ຫລັກ​ລົງ​ໃຫ້​ແໜ້ນ.


ພວກເຂົາ​ເຮັດ​ໃຫ້​ດິນແດນ​ນັ້ນ​ຮົກຮ້າງ​ຫວ່າງເປົ່າ​ໄປ ໃຫ້​ນອນ​ຢຽດ​ຢູ່​ຕໍ່ໜ້າ​ເຮົາ​ຢ່າງ​ໂສກເສົ້າ. ດິນແດນ​ຈຶ່ງ​ກາຍເປັນ​ຖິ່ນ​ແຫ້ງແລ້ງ​ກັນດານ ບໍ່ມີ​ຜູ້ໃດ​ກັງວົນ​ສົນໃຈ​ນຳ​ມັນ​ອີກ.


ຈົ່ງ​ນຳ​ຄວາມ​ອັບອາຍ​ຂາຍໜ້າ​ມາ​ສູ່​ຄົນ​ທີ່​ຂົ່ມເຫັງ​ຂ້ານ້ອຍ​ແດ່ທ້ອນ; ແຕ່​ຂໍ​ຊົງ​ໂຜດ​ໄວ້​ຊີວິດ​ຂອງ​ຂ້ານ້ອຍ​ດ້ວຍ​ເທີ້ນ. ຈົ່ງ​ກະທຳ​ໃຫ້​ພວກເຂົາ​ຕົກໃຈ​ຢ້ານ​ຢ່າງໃຫຍ່ ແຕ່​ຢ່າ​ເຮັດ​ໃຫ້​ຂ້ານ້ອຍ​ຢ້ານກົວ​ເລີຍ. ຈົ່ງ​ນຳ​ໄພພິບັດ​ມາ​ສູ່​ພວກເຂົາ ແລະ​ທຳລາຍ​ພວກເຂົາ​ໃຫ້​ໝຸ່ນ​ທະລາຍ​ດ້ວຍ​ເຖີດ.


ຂ້ານ້ອຍ​ຈະ​ຕ້ອງ​ເຫັນ​ການ​ສູ້ຮົບ​ຢ່າງນີ້​ດົນ​ປານໃດ? ຍິນ​ສຽງ​ແກ​ດັງ​ກ້ອງ​ຢູ່​ດົນນານ​ປານໃດ​ອີກ?


ພຣະເຈົ້າຢາເວ​ໄດ້​ກ່າວ​ວ່າ ແຜ່ນດິນ​ໂລກ​ທັງໝົດ​ຈະ​ກາຍເປັນ​ບ່ອນ​ຮົກຮ້າງ​ຫວ່າງເປົ່າ ແຕ່​ພຣະອົງ​ຈະ​ບໍ່​ທຳລາຍ​ແຜ່ນດິນ​ໂລກ​ໃຫ້​ຈົນກ້ຽງ.)


ຈົ່ງ​ໃຫ້​ສັນຍານ​ໄພ​ແກ່​ບ່ອນ​ໃກ້ໆ​ພູເຂົາ​ຊີໂອນ ຈົ່ງ​ແລ່ນ​ໜີ​ໄປ​ໃຫ້​ປອດໄພ ຢ່າ​ຊັກຊ້າ, ເຮົາ​ກຳລັງ​ນຳ​ໄພພິບັດ​ມາ ການທຳລາຍ​ອັນ​ໃຫຍ່​ມາ​ແຕ່​ທິດເໜືອ.


ແລ້ວ​ປະຊາຊົນ​ກໍໄດ້​ພາກັນ​ເວົ້າ​ວ່າ, “ຈົ່ງ​ບອກ​ພວກເຂົາ​ຟ້າວ​ຮ້ອງເພງ​ປົງສົບ​ໃຫ້​ສາ ຈົນກວ່າ​ເບົ້າຕາ​ພວກເຮົາ​ນັ້ນ​ເຕັມ​ດ້ວຍ​ນໍ້າຕາ ແລະ​ຂົນຕາ​ພວກເຮົາ​ປຽກຊຸ່ມ​ເພາະ​ຮ້ອງໄຫ້.”


ພວກ​ຂ້ານ້ອຍ​ໄດ້​ຖືກ​ພິນາດ​ແລະ​ຈິບຫາຍ ໃຊ້​ຊີວິດ​ຢູ່​ໃນ​ບ່ອນ​ອັນຕະລາຍ​ແລະ​ຢ້ານ.


“ເຫດວ່າ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້: ເຮົາ​ຈະ​ສົ່ງ​ການລົງໂທດ​ອັນ​ຮ້າຍແຮງ​ທີ່ສຸດ​ສີ່​ຢ່າງ​ມາ​ສູ່​ນະຄອນ​ເຢຣູຊາເລັມ​ເຊັ່ນ: ສົງຄາມ, ການອຶດຢາກ, ເຫຼົ່າ​ສັດປ່າ​ທັງຫລາຍ ແລະ​ການ​ເຈັບໄຂ້​ໄດ້ປ່ວຍ ເພື່ອ​ທຳລາຍ​ມະນຸດ​ກັບ​ຝູງສັດ​ທັງຫລາຍ.


ວັນ​ຂອງ​ພຣະເຈົ້າຢາເວ​ຫຍັບ​ເຂົ້າ​ມາ​ໃກ້​ທຸກ​ທີ ຄື​ວັນ​ທີ່​ອົງ​ຊົງຣິດ​ຍິ່ງໃຫຍ່​ຈະ​ນຳ​ການທຳລາຍ​ມາ​ໃຫ້ ເປັນ​ການທຳລາຍ​ໃຫຍ່​ທີ່​ໜ້າຢ້ານກົວ​ຫລາຍ ວັນນັ້ນ ຈະ​ໜ້າຢ້ານກົວ​ແທ້ໆ.


ຖ້າ​ເຖິງ​ຂັ້ນ​ນີ້​ແລ້ວ​ພວກເຈົ້າ​ຍັງ​ບໍ່​ຍອມ​ເຊື່ອຟັງ​ເຮົາ ເຮົາ​ກໍ​ຈະ​ລົງໂທດ​ບາບກຳ​ຂອງ​ພວກເຈົ້າ​ຕື່ມ​ອີກ​ເຈັດ​ເທົ່າ.


ຖ້າ​ພວກເຈົ້າ​ຍັງ​ສືບຕໍ່​ຕໍ່ຕ້ານ​ເຮົາ ແລະ​ປະຕິເສດ​ທີ່​ຈະ​ຍອມ​ເຊື່ອຟັງ​ເຮົາ; ເຮົາ​ກໍ​ຈະ​ເພີ່ມ​ໂທດກຳ​ໃຫ້​ແກ່​ພວກເຈົ້າ ຕາມ​ໂທດກຳ​ທີ່​ພວກເຈົ້າ​ສົມຄວນ​ໄດ້​ຮັບ​ອີກ​ເຖິງ​ເຈັດ​ເທົ່າ.


ເຮົາ​ກໍ​ຈະ​ຫັນ​ມາ​ຕໍ່ສູ້​ພວກເຈົ້າ ແລະ​ເຮົາ​ຈະ​ລົງໂທດ​ບາບກຳ​ຂອງ​ພວກເຈົ້າ​ໃຫ້​ໜັກ​ກວ່າເກົ່າ​ອີກ​ເຖິງ​ເຈັດ​ເທົ່າ.


ຕໍ່ໄປ​ເຮົາ​ຈະ​ຫັນ​ມາ​ລົງໂທດ​ພວກເຈົ້າ​ຢ່າງ​ໂຫດຮ້າຍ​ທາລຸນ ໃຫ້​ໜັກ​ຕື່ມຂຶ້ນ​ກວ່າເກົ່າ​ອີກ​ເຈັດ​ເທົ່າ.


ຂ້ານ້ອຍ​ເຫັນ​ຊາວ​ກູຊານ​ພາກັນ​ຢ້ານກົວ ແລະ​ຊາວ​ມີດີອານ​ກໍ​ພາກັນ​ສັ່ນເຊັນ​ດ້ວຍ.


“ຈົ່ງ​ຖ່ອຍໜີ​ຈາກ​ປະຊາຊົນ​ເຫຼົ່ານີ້ ເຮົາ​ຈະ​ທຳລາຍ​ພວກເຂົາ​ດຽວ​ນີ້.”


“ຈົ່ງ​ຖອຍ​ອອກ​ຫ່າງ​ຈາກ​ປະຊາຊົນ​ເຫຼົ່ານີ້​ສາ ເພາະ​ເຮົາ​ຈະ​ທຳລາຍ​ພວກເຂົາ​ກັບ​ບ່ອນນີ້.” ທັງສອງ​ພາກັນ​ໝູບ​ໜ້າ​ລົງ​ດິນ


ຢ່າສູ່ຢ້ານ​ຜູ້​ທີ່​ຂ້າ​ໄດ້​ແຕ່​ຮ່າງກາຍ, ແຕ່​ຂ້າ​ຈິດວິນຍານ​ບໍ່ໄດ້, ແຕ່​ຈົ່ງ​ຢ້ານ​ພຣະເຈົ້າ​ຜູ້​ທີ່​ທຳລາຍ​ໄດ້ ທັງ​ຮ່າງກາຍ ແລະ​ຈິດວິນຍານ​ໃນ​ໄຟ​ນະຣົກ.


ພຣະເຈົ້າ​ຈະ​ເຮັດ​ໃຫ້​ພວກເຂົາ​ຖືກ​ທົນທຸກ​ແລະ​ໄດ້​ຮັບ​ໂທດ ແລະ​ຖືກ​ທຳລາຍ​ຕະຫລອດໄປ ຄື​ຖືກ​ແຍກ​ຈາກ​ອົງພຣະ​ຜູ້​ເປັນເຈົ້າ ແລະ​ຈາກ​ຣິດທານຸພາບ ສະຫງ່າຣາສີ​ອັນ​ຮຸ່ງເຮືອງ​ຂອງ​ພຣະອົງ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka