ເຢເຣມີຢາ 4:2 - ພຣະຄຳພີສັກສິ2 ການທີ່ພວກເຈົ້າຈະສາບານໃນນາມຂອງພຣະເຈົ້າຢາເວອົງຊົງພຣະຊົນຢູ່ກໍເປັນການຖືກຕ້ອງແລ້ວ ທຸກໆຊົນຊາດກໍຈະຂໍເຮົາອວຍພອນພວກເຂົາ ແລະພວກເຂົາກໍຈະສັນລະເສີນເຮົາ.” Uka jalj uñjjattʼäta |
ໂຊໂລໂມນຕອບວ່າ, “ພຣະອົງໄດ້ສຳແດງຄວາມຮັກອັນຍິ່ງໃຫຍ່ຕໍ່ກະສັດດາວິດພໍ່ຂອງຂ້ານ້ອຍ ຜູ້ຮັບໃຊ້ຂອງພຣະອົງເລື້ອຍມາ. ພໍ່ຂອງຂ້ານ້ອຍເປັນຄົນດີ, ຈົງຮັກພັກດີ ແລະສັດຊື່ຕໍ່ຄວາມສຳພັນທີ່ມີກັບພຣະອົງ. ພຣະອົງສືບຕໍ່ສຳແດງຄວາມຮັກອັນຍິ່ງໃຫຍ່ແລະໝັ້ນຄົງຕໍ່ເພິ່ນ ໂດຍໃຫ້ເພິ່ນມີລູກຊາຍເປັນຜູ້ປົກຄອງສືບແທນເພິ່ນໃນວັນນີ້.
ຖ້າພວກເຂົາຍອມຮັບເອົາວິທີທາງດຳເນີນຊີວິດ ຂອງປະຊາຊົນຂອງເຮົາດ້ວຍໝົດຈິດໝົດໃຈ ແລະຈະສາບານໃນນາມຂອງພຣະເຈົ້າຢາເວອົງຊົງພຣະຊົນຢູ່ ດັ່ງພວກເຂົາໄດ້ສັ່ງສອນປະຊາຊົນຂອງເຮົາໃຫ້ສາບານຕໍ່ພະບາອານນັ້ນ ແລ້ວພວກເຂົາກໍຈະເປັນສ່ວນໜຶ່ງຂອງປະຊາຊົນຂອງເຮົາເໝືອນກັນ ແລະພວກເຂົາຈະຈະເລີນຮຸ່ງເຮືອງດ້ວຍ.
ຂ້າແດ່ພຣະເຈົ້າຢາເວ ພຣະອົງແມ່ນຜູ້ທີ່ປົກປ້ອງຄຸ້ມຄອງຂອງຂ້ານ້ອຍ ແລະໃຫ້ກຳລັງວັງຊາແກ່ຂ້ານ້ອຍ; ພຣະອົງໄດ້ຊ່ວຍຂ້ານ້ອຍໃນຍາມເດືອດຮ້ອນ. ຊົນຊາດທັງຫລາຍຈະມາຫາພຣະອົງຈາກສົ້ນສຸດແຜ່ນດິນໂລກ ແລະກ່າວວ່າ, “ບັນພະບຸລຸດຂອງພວກຂ້ານ້ອຍບໍ່ມີຫຍັງເລີຍ; ມີແຕ່ພະປອມເທົ່ານັ້ນຄືຮູບເຄົາຣົບທັງຫລາຍທີ່ບໍ່ມີປະໂຫຍດ.
ນະຄອນເຢຣູຊາເລັມຈະເປັນບໍ່ແຫ່ງຄວາມຊົມຊື່ນຍິນດີ, ກຽດສັກສີ ແລະຄວາມພາກພູມໃຈໃຫ້ແກ່ເຮົາ ແລະທຸກໆຊົນຊາດໃນໂລກຈະຢ້ານກົວແລະສັ່ນເຊັນ ເມື່ອພວກເຂົາໄດ້ຍິນເຖິງສິ່ງດີທັງຫລາຍ ຊຶ່ງເຮົາເຮັດໃຫ້ແກ່ຊາວນະຄອນເຢຣູຊາເລັມ ແລະທັງໄດ້ຍິນເຖິງຄວາມຈະເລີນຮຸ່ງເຮືອງທີ່ເຮົາໄດ້ນຳມາສູ່ນະຄອນນີ້.”
ນາມຊື່ຂອງເຮົາເປັນທີ່ຍິ່ງໃຫຍ່ໃນທ່າມກາງບັນດາປະຊາຊາດທົ່ວໂລກ ຈາກທິດຕາເວັນອອກເຖິງທິດຕາເວັນຕົກ. ໃນທຸກທີ່ທຸກບ່ອນມີຄົນເຜົາເຄື່ອງຫອມຖວາຍແກ່ນາມຊື່ຂອງເຮົາ ແລະໄດ້ນຳເຄື່ອງບູຊາທີ່ບໍຣິສຸດມາຖວາຍແກ່ນາມຊື່ຂອງເຮົາ. ເພາະນາມຊື່ຂອງເຮົາເປັນທີ່ຍິ່ງໃຫຍ່ໃນທ່າມກາງບັນດາປະຊາຊາດ.” ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ.
ຄືນນີ້ ຈົ່ງນອນຢູ່ບ່ອນນີ້ແຫຼະ ແລະໃນມື້ອື່ນເຊົ້າ ພວກເຮົາຈະຕ້ອງຖາມລາວເບິ່ງວ່າ ລາວຈະເປັນຜູ້ຮັບຜິດຊອບເບິ່ງແຍງເຈົ້າຫລືບໍ່? ຖ້າລາວຮັບກໍເປັນການດີຫລາຍ; ຖ້າລາວບໍ່ຮັບ ຂ້ອຍຂໍສາບານຕໍ່ພຣະເຈົ້າຢາເວອົງຊົງຊີວິດຢູ່ວ່າ ຂ້ອຍຈະຮັບຜິດຊອບໃນເລື່ອງນີ້. ຈົ່ງນອນສາ ແລະຢູ່ທີ່ນີ້ຈົນເຖິງມື້ອື່ນເຊົ້າ.”
ແຕ່ດາວິດຕອບວ່າ, “ພໍ່ຂອງເຈົ້າຮູ້ດີວ່າເຈົ້ານິຍົມຊົມຊອບຂ້ອຍຫລາຍເທົ່າໃດ ເພິ່ນຄົງບໍ່ກ້າບອກແຜນການທີ່ເພິ່ນຈະເຮັດໃຫ້ເຈົ້າຮູ້ນຳດອກ ເພາະເຈົ້າອາດໂສກເສົ້າເສຍໃຈ. ຂ້ອຍຂໍສາບານໂດຍພຣະເຈົ້າຢາເວອົງຊົງຊີວິດຢູ່ແລະຕໍ່ເຈົ້າວ່າ ຂ້ອຍເອງຢູ່ຫ່າງຈາກຄວາມຕາຍແຕ່ພຽງກ້າວດຽວເທົ່ານັ້ນ.”