Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 4:19 - ພຣະຄຳພີສັກສິ

19 ຄວາມ​ເຈັບປວດ ຂ້ານ້ອຍ​ທົນ​ຕໍ່ໄປ​ບໍ່ໄຫວ ຈິດໃຈ​ຂອງ​ຂ້ານ້ອຍ​ເຕັ້ນ​ແຮງ​ກຳລັງ​ຈະ​ແຕກ​ຢູ່​ແລ້ວ ຂ້ານ້ອຍ​ມິດງຽບ​ຢູ່​ບໍ່ໄດ້​ອີກ​ຕໍ່ໄປ ຂ້ານ້ອຍ​ໄດ້ຍິນ​ສຽງ​ແກ​ແລະ​ສຽງ​ຮ້ອງ​ການ​ສູ້ຮົບ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 4:19
48 Jak'a apnaqawi uñst'ayäwi  

ຂ້ອຍ​ຈະ​ບໍ່ມີ​ໜ້າ​ໃນ​ການ​ສົນທະນາ​ລັບ​ກັບ​ພວກເຂົາ ທັງ​ຈະ​ບໍ່​ເຂົ້າ​ໄປ​ປະຊຸມ​ບ່ອນ​ໃດໆ​ນຳ​ເດັດຂາດ ເພາະ​ພວກເຂົາ​ຂ້າ​ຄົນ​ຕັ້ງ​ຫລວງຫລາຍ ລົ້ມຕາຍ​ກັນ​ມາກມາຍ​ກໍ​ເພາະ​ຄວາມ​ໂກດຮ້າຍ. ພວກເຂົາ​ໄດ້​ໃຊ້​ມີດ​ຕັດ​ເອັນ​ຂະນ່ອງ​ງົວເຖິກ ສະໜຸກ​ດຸດດັ່ງ​ກິລາ​ຈົນ​ງົວ​ຂາ​ພິການ​ຍ້ອນ;


ໃນ​ທັນໃດນັ້ນ ລາວ​ຮ້ອງ​ໃສ່​ພໍ່​ວ່າ, “ລູກ​ເຈັບ​ຫົວ ລູກ​ເຈັບ​ຫົວ.” ຜູ້​ເປັນ​ພໍ່​ບອກ​ຄົນ​ຮັບໃຊ້​ຜູ້ໜຶ່ງ​ວ່າ, “ຈົ່ງ​ອູ້ມ​ເດັກ​ໄປ​ຫາ​ແມ່​ຂອງ​ລາວ​ສາ.”


ແລ້ວ​ເອລີຊາ​ກໍ​ຈ້ອງເບິ່ງ​ໜ້າ​ຂອງ​ຮາຊາເອນ​ດ້ວຍ​ສາຍຕາ​ອັນ​ເຂັ້ມຂືມ ຈົນ​ລາວ​ຢ້ານ​ແລະ​ຮູ້ສຶກ​ບໍ່​ສະບາຍ​ໃຈ. ທັນໃດນັ້ນ ເອລີຊາ​ກໍ​ຮ້ອງໄຫ້​ຂຶ້ນ.


ຈິດວິນຍານ​ຂອງ​ຂ້ານ້ອຍ​ເອີຍ ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ ທຸກສິ່ງ​ທີ່​ຢູ່​ພາຍ​ໃນ​ຂ້ານ້ອຍ. ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະນາມ​ບໍຣິສຸດ​ຂອງ​ພຣະອົງ


ຈິດໃຈ​ຂອງ​ຂ້ານ້ອຍ​ເອີຍ ຈົ່ງ​ເຊື່ອໝັ້ນ​ເຖີດ ເພາະ​ພຣະເຈົ້າຢາເວ​ຊົງ​ປະທານ​ຄວາມດີ​ແກ່​ເຈົ້າ​ແລ້ວ.


ນໍ້າຕາ​ຂ້ານ້ອຍ​ໄຫລຫລັ່ງ​ດັ່ງ​ສາຍ​ລຳທານ ຍ້ອນ​ມະນຸດ​ບໍ່​ເຊື່ອຟັງ​ກົດບັນຍັດ​ຂອງ​ພຣະອົງ.


ເມື່ອ​ເຫັນ​ຄົນຊົ່ວຮ້າຍ​ຝ່າຝືນ​ກົດບັນຍັດ​ຂອງ​ພຣະອົງ ຂ້ານ້ອຍ​ເອງ​ກໍ​ເຕັມ​ໄປ​ດ້ວຍ​ຄວາມ​ໂກດຮ້າຍ.


ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ ຈິດວິນຍານ​ຂອງ​ຂ້ອຍ​ເອີຍ ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ​ເຖີດ.


ຂ້ານ້ອຍ​ກ່າວ​ຕໍ່​ພຣະເຈົ້າຢາເວ​ວ່າ, “ພຣະອົງ​ເປັນ​ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ຂ້ານ້ອຍ ແລະ​ສິ່ງ​ດີ​ທຸກຢ່າງ​ທີ່​ຂ້ານ້ອຍ​ມີ​ຢູ່​ທັງໝົດ ກໍ​ລ້ວນແຕ່​ມາ​ຈາກ​ພຣະອົງ​ທັງ​ສິ້ນ.”


ຈິດໃຈ​ຂອງຂ້ອຍ​ຮໍ່າຮ້ອງ​ເຖິງ​ດິນແດນ​ໂມອາບ ປະຊາຊົນ​ພາກັນ​ປົບໜີໄປ​ທີ່​ເມືອງ​ໂຊອາ ແລະ​ໄປ​ທີ່​ເມືອງ​ເອັກລາດ-ເຊລິດຊີຢາ. ບາງຄົນ​ຍ່າງ​ຂຶ້ນຄ້ອຍ ຕ່າງ​ຮ້ອງໄຫ້​ໄປ​ທີ່​ເມືອງ​ລູຫິດ; ບາງຄົນ​ປົບໜີໄປ​ທີ່​ເມືອງ​ໂຮໂຣນາອິມ ທັງ​ຄວນຄາງ​ສຽງດັງ​ອຶກກະທຶກ.


ຂ້າພະເຈົ້າ​ຄວນຄາງ​ດ້ວຍ​ຄວາມ​ເສົ້າໝອງ​ເພື່ອ​ດິນແດນ​ໂມອາບ ແລະ​ດ້ວຍ​ຄວາມ​ຂົມຂື່ນ​ຫລາຍ​ເພື່ອ​ເມືອງ​ກີຣະເຮເຣັດ.


ສິ່ງ​ທີ່​ຂ້າພະເຈົ້າ​ໄດ້​ເຫັນ ແລະ​ໄດ້ຍິນ​ໃນ​ນິມິດ​ນັ້ນ ເຮັດ​ໃຫ້​ຂ້າພະເຈົ້າ​ຢ້ານກົວ​ເຕັມທີ ແລະ​ເຈັບປວດ​ເໝືອນ​ຜູ້ຍິງ​ຄອດ​ລູກ.


ຂ້າພະເຈົ້າ​ວິນ​ຫົວ​ແລະ​ຢ້ານກົວ​ຈົນ​ສັ່ນເຊັນ. ຂ້າພະເຈົ້າ​ລໍຖ້າ​ໃຫ້​ເຖິງ​ຕອນຄໍ່າ ແຕ່​ຄວາມ​ຢ້ານກົວ​ໃຫຍ່​ພັດ​ປົກຄຸມ​ຂ້າພະເຈົ້າ​ໄວ້.


ບັດນີ້ ຈົ່ງ​ປ່ອຍ​ໃຫ້​ຂ້າພະເຈົ້າ​ຮ້ອງໄຫ້​ຢ່າງ​ຂົມຂື່ນ ເຖິງ​ປະຊາຊົນ​ຂອງ​ຂ້າພະເຈົ້າ​ທຸກຄົນ​ທີ່​ໄດ້​ຕາຍໄປ​ນັ້ນ. ຢ່າ​ພະຍາຍາມ​ເລົ້າໂລມ​ໃຈ​ຂ້າພະເຈົ້າ.


ຖ້າ​ພວກເຈົ້າ​ບໍ່​ຍອມ​ຟັງ​ຂ້າພະເຈົ້າ​ກ່າວ ຂ້າພະເຈົ້າ​ຈະ​ລີ້​ຮ້ອງໄຫ້​ຍ້ອນ​ພວກເຈົ້າ​ຈອງຫອງ. ຂ້າພະເຈົ້າ​ຈະ​ຮ້ອງໄຫ້​ຢ່າງ​ຂົມຂື່ນ​ນໍ້າຕາ​ຫລັ່ງໄຫລ ເພາະ​ປະຊາຊົນ​ຂອງ​ພຣະເຈົ້າຢາເວ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ສາ​ແລ້ວ.


ແຕ່​ເມື່ອ​ຂ້ານ້ອຍ​ກ່າວ​ວ່າ, “ຂ້ອຍ​ຈະ​ລືມໄລ​ພຣະອົງ ທັງ​ຈະ​ບໍ່​ກ່າວ​ເຖິງ​ພຣະນາມ​ຂອງ​ພຣະອົງ​ຕໍ່ໄປ​ອີກ.” ແລ້ວ​ຖ້ອຍຄຳ​ຂອງ​ພຣະອົງ​ກໍ​ຮ້ອນຮົນ​ຢູ່​ພາຍໃນ ດັ່ງ​ໄຟ​ລຸກໄໝ້​ເຜົາຜານ​ໃນ​ຈິດໃຈ​ຂ້ານ້ອຍ​ຢູ່. ຂ້ານ້ອຍ​ຈຶ່ງ​ພະຍາຍາມ​ລະງັບ​ມັນ​ໃຫ້​ໄດ້​ຜົນ ແຕ່​ກໍ​ທົນ​ລະງັບ​ມັນ​ຕໍ່ໄປ​ບໍ່ໄດ້.


ຈິດໃຈ​ຂອງ​ຂ້ານ້ອຍ​ຖືກ​ບີບຄັ້ນ ແລະ​ຂ້ານ້ອຍ​ກຳລັງ​ສັ່ນເຊັນ ຍ້ອນ​ຖ້ອຍຄຳ​ອັນ​ສັກສິດ ຍ້ອນ​ພຣະເຈົ້າຢາເວ ຂ້ານ້ອຍ​ຈຶ່ງ​ເປັນ​ດັ່ງ​ຄົນ​ໜຶ່ງ​ທີ່​ກຳລັງ​ມືນເມົາ ທີ່​ດື່ມ​ເຫຼົ້າ​ອະງຸ່ນ​ຫລາຍໂພດ.


ຂ້ານ້ອຍ​ຈະ​ຕ້ອງ​ເຫັນ​ການ​ສູ້ຮົບ​ຢ່າງນີ້​ດົນ​ປານໃດ? ຍິນ​ສຽງ​ແກ​ດັງ​ກ້ອງ​ຢູ່​ດົນນານ​ປານໃດ​ອີກ?


ຈົ່ງ​ເປົ່າແກ​ສັນຍານ​ໄພ​ໄປ​ທົ່ວ​ດິນແດນ​ຢູດາຍ ຈົ່ງ​ຮ້ອງ​ສຽງ​ດັງໆ ອອກ​ມາ​ໃຫ້​ຊັດແຈ້ງ ຈົ່ງ​ບອກ​ຊາວ​ຢູດາ ແລະ​ຊາວ​ນະຄອນ​ເຢຣູຊາເລັມ ໃຫ້​ແລ່ນ​ໄປ​ສູ່​ເມືອງ​ທີ່​ມີ​ປ້ອມ​ປ້ອງກັນ​ໄວ້.


ແຕ່​ເມື່ອ​ເວລາ​ນັ້ນ​ມາ​ເຖິງ ພຣະເຈົ້າຢາເວ​ກ່າວ່າ, ເຮົາ​ຈະ​ເຮັດ​ໃຫ້​ປະຊາຊົນ​ທີ່​ຢູ່​ໃນ​ເມືອງ​ເອກຣັບບາ ໄດ້ຍິນ​ສຽງ​ຂອງ​ການ​ສູ້ຮົບ ແລະ​ເມືອງ​ນີ້​ຈະ​ຖືກ​ປະປ່ອຍ​ໃຫ້​ຮົກຮ້າງ​ເພພັງ ແລະ​ໝູ່ບ້ານ​ຕ່າງໆ​ກໍ​ຈະ​ຖືກ​ເຜົາຜານ​ຈົນກ້ຽງ. ແລ້ວ​ຊາດ​ອິດສະຣາເອນ​ກໍ​ຈະ​ໄດ້​ດິນແດນ​ຂອງຕົນ ຈາກ​ພວກ​ທີ່​ຢຶດເອົາ​ໄປ​ນັ້ນ​ກັບຄືນ​ມາ.


“ສຽງ​ສູ້ຮົບ​ໄດ້​ດັງ​ຂຶ້ນ​ໃນ​ດິນແດນ ແລະ​ການທຳລາຍ​ກໍ​ໜັກໜ່ວງ​ຫລາຍ.


ປະຊາຊົນ​ອິດສະຣາເອນ​ເວົ້າ​ວ່າ, “ພໍ​ພວກເຮົາ​ໄດ້ຍິນ​ຂ່າວ​ຂອງ​ເສິກ ມື​ຂອງ​ພວກເຮົາ​ກໍ​ອ່ອນເພຍ​ລົງ; ພວກເຮົາ​ເປັນທຸກໃຈ​ຫລາຍ ແລະ​ເຈັບປວດ​ໜັກ ເໝືອນ​ດັ່ງ​ແມ່ຍິງ​ທີ່​ກຳລັງ​ຈະ​ອອກລູກ.


ຄວາມທຸກໃຈ​ຂອງ​ຂ້ານ້ອຍ​ປິ່ນປົວ​ບໍ່ໄດ້​ເລີຍ ຂ້ານ້ອຍ​ເຈັບປວດ​ໜັກ​ຢູ່​ພາຍ​ໃນ​ຈິດໃຈ​ຂອງ​ຂ້ານ້ອຍ.


ຫົວໃຈ​ຂອງ​ຂ້ານ້ອຍ​ບວມຊໍ້າ​ຍ້ອນ​ປະຊາຊົນ​ຖືກ​ຢຽບຢໍ່າ​ໃດ ຂ້ານ້ອຍ​ໄວ້ທຸກ​ລະທົມ​ໃຈ​ເພາະ​ຖືກ​ກະທຳ​ໃຫ້​ທໍ້ແທ້.


“ຂ້ານ້ອຍ​ຢາກ​ໃຫ້​ຫົວ​ຂອງ​ຂ້ານ້ອຍ ເປັນ​ບໍ່​ນໍ້າພຸ​ບໍ່​ໜຶ່ງ​ເດ ແລະ​ຕາ​ຂອງ​ຂ້ານ້ອຍ​ກໍ​ຄືກັນ ເປັນ​ນໍ້າພຸ​ແຫ່ງ​ນໍ້າຕາ​ດ້ວຍ ເພື່ອ​ວ່າ​ຂ້ານ້ອຍ​ຈະ​ຮ້ອງໄຫ້​ທັງເວັນ​ທັງຄືນ ໃຫ້​ປະຊາຊົນ​ຂອງ​ຂ້ານ້ອຍ​ທີ່​ໄດ້​ຖືກ​ສັງຫານ​ຖິ້ມ.


ຂ້ານ້ອຍ​ກ່າວ​ວ່າ, “ຂ້ານ້ອຍ​ຈະ​ໄວ້ທຸກ​ໃຫ້​ໜ່ວຍ​ພູເຂົາ ແລະ​ຮ້ອງໄຫ້​ຮໍ່າໄຮ​ໃຫ້​ທົ່ງຫຍ້າ​ດ້ວຍ ເພາະ​ມັນ​ໄດ້​ຫ່ຽວແຫ້ງ ແລະ​ຕາຍໄປ​ໝົດ ບໍ່ມີ​ຜູ້ໃດ​ທ່ອງທ່ຽວ​ໄປ​ຕາມ​ບ່ອນ​ທີ່​ກ່າວ​ນັ້ນ. ບໍ່ໄດ້ຍິນ​ສຽງ​ຝູງ​ສັດລ້ຽງ​ຮ້ອງ​ຕໍ່ໄປ​ອີກ​ເລີຍ ຝູງນົກ​ແລະ​ສັດປ່າ​ປົບໜີໄປ​ໝົດ​ສາ​ແລ້ວ.”


ເຫດສະນັ້ນ ຂ້ອຍ​ຈຶ່ງ​ຮ້ອງໄຫ້​ອອກ​ມາ ຈົນ​ເບົ້າຕາ​ທັງສອງ​ນອງ​ດ້ວຍ​ນໍ້າຕາ​ທັງສິ້ນ. ບໍ່ມີ​ຜູ້ໃດ​ອອຍໃຈ​ຂ້ອຍ​ໄດ້ ບໍ່ມີ​ຜູ້ໃດ​ໃຫ້​ກຳລັງໃຈ ສັດຕູ​ໄດ້​ຊະນະ​ຂ້ອຍ ປະຊາຊົນ​ບໍ່​ເຫຼືອ​ຫຍັງ​ຈັກຢ່າງ.


ຂ້າແດ່​ພຣະເຈົ້າຢາເວ ຂໍ​ຊົງ​ໂຜດ​ເບິ່ງ​ຂ້ານ້ອຍ​ດ້ວຍ ເຈັບປວດ​ແລະ​ທຸກໃຈ​ເຫຼືອ​ທີ່​ຈະ​ກ່າວ ຫົວໃຈ​ຂ້ານ້ອຍ​ເຈັບປວດ​ເພາະ​ມີ​ບາບໜາ ຄົນ​ຂ້າ​ກັນ​ຕາມ​ຖະໜົນ ມີ​ຄົນ​ຕາຍ​ທີ່​ເຮືອນ​ດ້ວຍ.


ຂ້ອຍ​ຮ້ອງໄຫ້​ຈົນ​ຕາຕູບ​ຕາໂປ​ຢ່າງ​ອິດອ່ອນ ຂ້ອຍ​ເຈັບປວດ​ຍ້ອນ ເພາະ​ເມື່ອຍອ່ອນ​ໃນ​ຈິດໃຈ. ຂ້ອຍ​ອິດອ່ອນ​ຍ້ອນ​ເສົ້າໂສກ​ທີ່​ປະຊາຊົນ​ຖືກ​ທຳລາຍ ພວກ​ເດັກນ້ອຍ​ກໍ​ລົ້ມລົງ​ຕາມ​ທາງ​ດ້ວຍ.


ແລ້ວ​ດານີເອນ (ຜູ້​ມີ​ຊື່​ໜຶ່ງ​ອີກ​ວ່າ​ເບັນເຕຊັດຊາເຣ) ກໍ​ອຸກໃຈ​ຈົນ​ເວົ້າ​ຢ່າງໃດ​ບໍ່ໄດ້. ກະສັດ​ໄດ້​ກ່າວ​ຕໍ່​ລາວ​ວ່າ, “ເບັນເຕຊັດຊາເຣ​ເອີຍ ຢ່າ​ໃຫ້​ຄວາມຝັນ ແລະ​ສິ່ງ​ທີ່​ຈະ​ເກີດຂຶ້ນ​ນັ້ນ ເຮັດ​ໃຫ້​ເຈົ້າ​ຕົກໃຈ​ເລີຍ.” ເບັນເຕຊັດຊາເຣ​ໄດ້​ຕອບ​ວ່າ, “ຂ້າແດ່​ພະຣາຊາ ຂ້ານ້ອຍ​ຢາກ​ໃຫ້​ຄວາມຝັນ ແລະ​ຄຳ​ແກ້​ຄວາມຝັນ​ນັ້ນ​ຕົກ​ຖືກ​ພວກ​ສັດຕູ​ຂອງທ່ານ ແທນ​ທີ່​ຈະ​ຕົກ​ຖືກ​ທ່ານເອງ.


ນິມິດ​ທີ່​ຂ້າພະເຈົ້າ​ໄດ້​ເຫັນ​ນັ້ນ​ເຮັດ​ໃຫ້​ຂ້າພະເຈົ້າ​ຕື່ນ​ຕົກໃຈ ແລະ​ຂ້າພະເຈົ້າ​ກໍ​ເປັນທຸກໃຈ​ທີ່ສຸດ.


ນີ້​ແມ່ນ​ບົດ​ສຸດທ້າຍ​ຂອງ​ເລື່ອງ. ຂ້າພະເຈົ້າ​ຕົກໃຈ​ຢ້ານກົວ​ຈົນ​ໜ້າຊີດ​ໄປ ແຕ່​ຂ້າພະເຈົ້າ​ກໍ​ຍັງ​ຈື່ຈຳ​ເລື່ອງລາວ​ທັງໝົດ​ນີ້​ໄວ້​ໄດ້.


ໃນ​ເວລາ​ນັ້ນ ຂ້າພະເຈົ້າ​ກຸ້ມໃຈ​ຫລາຍ ແລະ​ເຈັບປ່ວຍ​ຢູ່​ເປັນ​ເວລາ​ຫລາຍ​ວັນ. ເມື່ອ​ໄຄ​ແດ່​ແລ້ວ ຂ້າພະເຈົ້າ​ກໍ​ລຸກ​ໄປ​ປະຕິບັດ​ພາລະກິດ ທີ່​ກະສັດ​ໄດ້​ມອບໝາຍ​ໃຫ້, ແຕ່​ຂ້າພະເຈົ້າ​ຍັງ​ງຶດງໍ້ ແລະ​ບໍ່​ເຂົ້າໃຈ​ໃນ​ນິມິດ​ນັ້ນ.


ສຽງ​ແກ​ບຸກໂຈມຕີ​ດັງ​ຂຶ້ນ ໂດຍ​ບໍ່​ໃຫ້​ຊາວ​ເມືອງ​ແຕກຕື່ນ​ໄດ້​ຊັ້ນບໍ? ເປັນ​ໄດ້​ບໍ​ທີ່​ເມືອງ​ໜຶ່ງ​ຖືກ​ໄພພິບັດ ໂດຍ​ທີ່​ພຣະເຈົ້າຢາເວ​ບໍ່​ໃຫ້​ເກີດຂຶ້ນ?


ເມື່ອ​ໄດ້ຍິນ​ສິ່ງ​ທັງໝົດ​ນີ້​ກໍ​ຕົວສັ່ນ​ເສຍຂວັນ ຮິມສົບ​ຂ້ານ້ອຍ​ກໍ​ສັ່ນເຊັນ​ເຕັມແຕ່​ຄວາມຢ້ານ. ຕົນຕົວ​ຂ້ານ້ອຍ​ນັ້ນ​ກໍ​ອ່ອນເພຍ​ເປ້ຍລ່ອຍ ແລະ​ຕີນ​ກໍ​ຄ່ອຍ​ມຶນ​ຂຶ້ນ​ຈົນ​ຄອນແຄນ​ໄປ​ໝົດ. ຂ້ານ້ອຍ​ຈະ​ລໍຖ້າ​ວັນ​ເວລາ​ມາ​ເຖິງ​ດ້ວຍ​ໃຈ​ຈົດຈໍ່ ເມື່ອ​ພຣະອົງ​ຈະ​ລົງໂທດ​ຄົນ​ທີ່​ໂຈມຕີ​ພວກເຮົາ.


ເມື່ອ​ອອກ​ໄປ​ເຮັດ​ເສິກ​ໃນ​ດິນແດນ​ຂອງ​ພວກເຈົ້າ​ທີ່​ສັດຕູ​ເຂົ້າ​ມາ​ໂຈມຕີ ຈົ່ງ​ເປົ່າແກ​ນີ້​ເປັນ​ສັນຍານ​ສູ້ຮົບ. ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຈະ​ລະນຶກ​ຄິດເຖິງ​ພວກເຈົ້າ ແລະ​ຈະ​ຊ່ວຍ​ພວກເຈົ້າ​ໃຫ້​ພົ້ນ​ຈາກ​ເຫຼົ່າ​ສັດຕູ​ທັງຫລາຍ.


ພີ່ນ້ອງ​ທັງຫລາຍ​ຂອງເຮົາ​ເອີຍ ຄວາມ​ປາຖະໜາ​ໃນ​ຈິດໃຈ​ຂອງເຮົາ ແລະ​ຄຳ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າ​ສຳລັບ​ຊາວ​ອິດສະຣາເອນ ແມ່ນ​ຂໍ​ໃຫ້​ພວກເຂົາ​ໄດ້​ພົ້ນ.


ຖ້າ​ຄົນ​ເປົ່າແກ ຫາກ​ເປົ່າ​ອອກ​ສຽງ​ບໍ່​ຄັກ ຜູ້ໃດ​ຈະ​ຕຽມຕົວ​ເຂົ້າ​ສູ່​ສະໜາມ​ຮົບ​ໄດ້​ຢ່າງ​ໃດ?


ລູກ​ນ້ອຍ​ທີ່ຮັກ​ຂອງເຮົາ​ເອີຍ, ເຮົາ​ຕ້ອງ​ເຈັບປວດ​ເພາະ​ພວກເຈົ້າ​ອີກ ເໝືອນ​ຢ່າງ​ແມ່​ທີ່​ເຈັບ​ທ້ອງ​ເກີດ​ລູກ ຈົນກວ່າ​ພຣະຄຣິດ​ຈະ​ໄດ້​ເປັນ​ທີ່​ສ້າງ​ຂຶ້ນ​ຢູ່​ໃນ​ພວກເຈົ້າ.


ນໍ້າຫ້ວຍ​ນັ້ນ​ຍັງ​ໄຫລຫລັ່ງ​ແຕ່​ໃດໆ​ມາ ຄື​ຫ້ວຍ​ກີໂຊນ​ໄຫລ​ພັດ​ເອົາ​ເຫຼົ່າ​ສັດຕູ​ໄປກ້ຽງ. ໃຫ້​ພວກເຮົາ​ບຸກໜ້າ​ກ້າວ​ໄປ​ຢ່າງ​ອົງອາດ ສູ່​ສະໜາມຮົບ​ດ້ວຍ​ສຸດ​ກຳລັງ​ພວກເຮົາ​ເດີ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka