17 ແລະປິດລ້ອມນະຄອນເຢຣູຊາເລັມໄວ້ດັ່ງຄົນກຳລັງເຝົ້າທົ່ງນາ ເພາະປະຊາຊົນໃນດິນແດນໄດ້ກະບົດຕໍ່ສູ້ເຮົາ. ພຣະເຈົ້າຢາເວກ່າວດັ່ງນີ້ແຫລະ.
ແຕ່ພວກເພິ່ນພັດຄິດຄົດ ແລະບໍ່ເຊື່ອຟັງ ກົດບັນຍັດ ແລະໄດ້ຫັນຫລັງໃຫ້ພຣະເຈົ້າ. ພວກເພິ່ນຂ້າຜູ້ທຳນວາຍທີ່ໄດ້ກ່າວຕັກເຕືອນ ໃຫ້ພວກເພິ່ນຕ່າວຄືນມາຫາພຣະອົງ. ແຕ່ພວກເພິ່ນຊໍ້າປະໝາດດູຖູກພຣະອົງ ຫລາຍຄັ້ງຫລາຍຄາວສືບມາເລື້ອຍໆ.
ເປັນເວລາຫລາຍປີແລ້ວ ທີ່ພຣະອົງໄດ້ຕັກເຕືອນພວກເພິ່ນ ໂດຍບັນດານໃຈຜູ້ທຳນວາຍໃຫ້ກ່າວຕັກເຕືອນພວກເພິ່ນ; ແຕ່ປະຊາຊົນຂອງພຣະອົງຫູໜວກ ແລະຫູຕຶງ ສະນັ້ນ ພຣະອົງຈຶ່ງປ່ອຍໃຫ້ພວກເພິ່ນຖືກພ່າຍແພ້.
ມີແຕ່ນະຄອນເຢຣູຊາເລັມເທົ່ານັ້ນທີ່ເຫຼືອຢູ່; ແຕ່ພັດເປັນເມືອງທີ່ຖືກປິດລ້ອມ, ຂາດສິ່ງປ້ອງກັນ ແລະເປັນດັ່ງຕູບຂອງຄົນເຝົ້າສວນອະງຸ່ນ ຫລືເປັນດັ່ງຖຽງໄຮ່ຂອງສວນໝາກແຕງກວາທີ່ບໍ່ມີຄົນເຝົ້າ.
ພວກເຂົາກະບົດຕໍ່ສູ້ພຣະເຈົ້າຢູ່ສະເໝີ, ຕົວະພຣະເຈົ້າຢູ່ສະເໝີ, ບໍ່ຍອມເຊື່ອຟັງຄຳສັ່ງສອນຂອງພຣະເຈົ້າຢາເວຢູ່ສະເໝີ.
ແຕ່ສຳລັບປະຊາຊົນດັ່ງພວກເຈົ້າແລ້ວ ພວກເຈົ້າດື້ດຶງ ແລະເປັນກະບົດ ໂດຍຫັນໜີ ແລະປະຖິ້ມເຮົາໄປ.
ດັ່ງນັ້ນ ເຈົ້າເນບູກາດເນັດຊາແຫ່ງບາບີໂລນຈຶ່ງໄດ້ຍົກທັບຂອງຕົນ ມາໂຈມຕີນະຄອນເຢຣູຊາເລັມໃນເດືອນທີສິບ ແຫ່ງຣາຊການປີທີເກົ້າຂອງເຈົ້າເຊເດກີຢາ. ເພິ່ນໄດ້ຕັ້ງຄ້າຍພັກຢູ່ນອກເມືອງ ພ້ອມທັງໄດ້ສ້າງຂຸມກຳບັງອ້ອມເມືອງ
ແຕ່ພຣະເຈົ້າຢາເວຊົງຊອບທຳ ເພາະຂ້ອຍບໍ່ໄດ້ເຊື່ອຟັງພຣະອົງຈຶ່ງເປັນຢູ່ຢ່າງນີ້. ຈົ່ງຟັງຂ້ອຍເທີ້ນ ປະຊາຊົນທົ່ວທຸກບ່ອນເອີຍ ຈົ່ງຫລຽວເບິ່ງດູຄວາມເຈັບປວດຂອງຂ້ອຍ. ຊາຍໜຸ່ມແລະຍິງສາວທີ່ຂ້ອຍມີຢູ່ທັງໝົດ ກໍຖືກຈັບໄປເປັນຊະເລີຍທັງສິ້ນ.
ກຽດສັກສີທີ່ເຄີຍມີນັ້ນກໍສູນສິ້ນໝົດໄປ ນາງເປືອຍຕົວແລະຖືກຄົນດູໝິ່ນປະໝາດ. ນາງຄໍ່າຄວນແລະລີ້ໜ້າດ້ວຍຄວາມອັບອາຍ ນະຄອນເຢຣູຊາເລັມເປັນມົນທິນດ້ວຍຕົນເຮັດບາບ.
ຕັ້ງແຕ່ມື້ທີ່ຂ້າພະເຈົ້າໄດ້ຮູ້ຈັກພວກເຈົ້າ ພວກເຈົ້າໄດ້ກະບົດຕໍ່ສູ້ພຣະເຈົ້າຢາເວຕະຫລອດມາ.