Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 4:14 - ພຣະຄຳພີສັກສິ

14 ນະຄອນ​ເຢຣູຊາເລັມ​ເອີຍ ຈົ່ງ​ຊຳລະລ້າງ​ຄວາມ​ຊົ່ວຊ້າ​ອອກ​ຈາກ​ຈິດໃຈ​ຂອງເຈົ້າ​ສາ ເພື່ອ​ວ່າ​ເຈົ້າ​ຈະ​ພົ້ນ​ໄດ້. ເຈົ້າ​ຈະ​ຄິດ​ບາບ​ຢູ່​ຢ່າງນີ້​ອີກ​ໄປ​ດົນນານ​ປານໃດ?

Uka jalj uñjjattʼäta Copia luraña




ເຢເຣມີຢາ 4:14
22 Jak'a apnaqawi uñst'ayäwi  

ຂ້ານ້ອຍ​ກຽດຊັງ​ຄົນ​ໜ້າໄຫວ້​ຫລັງຫລອກ​ທີ່ສຸດ ແຕ່​ຂ້ານ້ອຍ​ຮັກ​ສຸດໃຈ​ກົດບັນຍັດ​ຂອງ​ພຣະອົງ.


ໂຜດ​ຊຳລະ​ລ້າງ​ຄວາມຊົ່ວ​ຂອງ​ຂ້ານ້ອຍ​ໃຫ້​ສິ້ນໄປ ແລະ​ໃຫ້​ສະອາດ​ໝົດ​ຈາກ​ການບາບ​ດ້ວຍ.


ຖ້າ​ຂ້ອຍ​ເມີນເສີຍ​ຕໍ່​ບາບ​ທີ່​ຂ້ອຍ​ໄດ້​ເຮັດ​ເອງ ພຣະເຈົ້າຢາເວ​ກໍ​ຄົງ​ບໍ່​ຟັງ​ສຽງ​ຂ້ອຍ​ດອກ.


“ຄົນໂງ່ຈ້າ​ເອີຍ ພວກເຈົ້າ​ຢາກ​ເປັນ​ຄົນໂງ່ຈ້າ​ຢູ່​ອີກ​ເຫິງ​ປານໃດ? ພວກເຈົ້າ​ຍັງ​ຈະ​ພໍໃຈ​ກັບ​ການ​ດູໝິ່ນ​ປະໝາດ​ຄວາມຮູ້​ຢູ່​ບໍ? ພວກເຈົ້າ​ຈະ​ບໍ່​ຮໍ່າຮຽນ​ເອົາ​ຈັກເທື່ອ​ບໍ?


ຈົ່ງ​ໃຫ້​ຄົນຊົ່ວຮ້າຍ​ປະ​ວິທີ​ດຳເນີນ​ຊີວິດ​ເດີມ​ຂອງ​ພວກເຂົາ ແລະ​ປ່ຽນ​ແນວທາງ​ທີ່​ພວກເຂົາ​ເຄີຍ​ຄິດ​ນັ້ນ. ຈົ່ງ​ໃຫ້​ພວກເຂົາ​ກັບຄືນ​ມາ​ຫາ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ ພຣະອົງ​ເຕັມ​ດ້ວຍ​ຄວາມ​ເມດຕາ​ແລະ​ອະໄພ​ໃຫ້.


ພຣະອົງ​ໄດ້​ເຫັນ​ເຈົ້າ​ເຮັດ​ສິ່ງ​ຕ່າງໆ​ທີ່​ພຣະອົງ​ກຽດຊັງ. ພຣະອົງ​ໄດ້​ເຫັນ​ເຈົ້າ​ແລ່ນ​ຕາມ​ບັນດາ​ພະ​ຕ່າງຊາດ​ທີ່​ເທິງ​ເນີນພູ​ແລະ​ທີ່​ທົ່ງນາ ດັ່ງ​ຊາຍ​ຜູ້ໜຶ່ງ​ທີ່​ແລ່ນຕາມ​ເມຍ​ຂອງ​ເພື່ອນບ້ານ​ຢ່າງ​ບ້າ​ຕັນຫາ ຫລື​ດັ່ງ​ມ້າ​ຖືເຊີງ​ແລ່ນຕາມ​ມ້າ​ໂຕ​ແມ່ ຊາວ​ນະຄອນ​ເຢຣູຊາເລັມ​ເອີຍ ເຄາະກຳ​ເປັນ​ຂອງ​ພວກເຈົ້າ​ສາ​ແລ້ວ ເມື່ອໃດ​ນໍ​ພວກເຈົ້າ​ຈຶ່ງ​ຈະ​ບໍຣິສຸດ?


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ປະຊາຊົນ​ຢູດາ​ເອີຍ ບາບ​ຂອງ​ພວກເຈົ້າ​ໄດ້​ຖືກ​ຂຽນ​ໄວ້​ແລ້ວ​ໂດຍ​ໃຊ້​ປາກກາ​ເຫຼັກ​ຂຽນ; ມັນ​ໄດ້​ຖືກ​ຂຽນ​ໄວ້​ຢູ່​ໃນ​ຫົວໃຈ​ຂອງ​ພວກເຈົ້າ ໂດຍ​ໃຊ້​ເພັດ​ຄົມໆ​ແກະສະຫລັກ ແລະ​ຖືກ​ສະຫລັກ​ໄວ້​ທີ່​ແຈ​ຕ່າງໆ​ຂອງ​ແທ່ນບູຊາ​ຂອງ​ພວກເຈົ້າ.


ແລ້ວ​ບັດນີ້ ຈົ່ງ​ບອກ​ປະຊາຊົນ​ຢູດາ ແລະ​ຊາວ​ນະຄອນ​ເຢຣູຊາເລັມ​ວ່າ ພຣະເຈົ້າຢາເວ​ກ່າວ​ດັ່ງນີ້: ເຮົາ​ກຳລັງ​ວາງແຜນ​ຕໍ່ສູ້​ພວກເຂົາ ແລະ​ກຳລັງ​ຕຽມພ້ອມ​ທີ່​ຈະ​ລົງໂທດ​ພວກເຂົາ. ຈົ່ງ​ບອກ​ພວກເຂົາ​ໃຫ້​ເຊົາ​ດຳເນີນ​ຊີວິດ​ໃນ​ທາງ​ບາບ​ນັ້ນ​ສາ ຄື​ໃຫ້​ປ່ຽນ​ວິທີ​ດຳເນີນ​ຊີວິດ​ແລະ​ສິ່ງ​ທີ່​ພວກເຂົາ​ກຳລັງ​ເຮັດ​ຢູ່​ນັ້ນ.


ເຖິງ​ແມ່ນ​ເຈົ້າ​ຈະ​ລ້າງ​ດ້ວຍ​ສະບູ​ຟອງ​ແຮງ​ກໍດີ ເຮົາ​ກໍ​ຍັງ​ຈະ​ເຫັນ​ຄວາມຜິດ​ອັນ​ເປິເປື້ອນ​ຂອງເຈົ້າ​ຢູ່​ຕໍ່ໜ້າ​ເຮົາ. ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫລະ


ແຜ່ນດິນ​ໂລກ​ເອີຍ ຈົ່ງ​ຟັງ​ເທີ້ນ ເຮົາ​ກຳລັງ​ຈະ​ນຳ​ເອົາ​ໄພພິບັດ​ມາ​ສູ່​ປະຊາຊົນ​ເຫຼົ່ານີ້ ຄື​ໄພພິບັດ​ທີ່​ພວກເຂົາ​ສົມຄວນ​ໄດ້​ຮັບ ຍ້ອນ​ພວກເຂົາ​ໄດ້​ປະຖິ້ມ​ຄຳສັ່ງສອນ​ຂອງເຮົາ ແລະ​ບໍ່ໄດ້​ເຊື່ອຟັງ​ຖ້ອຍຄຳ​ຂອງເຮົາ.


ຈົ່ງ​ເລີກ​ເຮັດ​ການຊົ່ວ​ທັງໝົດ​ທີ່​ພວກເຈົ້າ​ກຳລັງ​ດຳເນີນ​ຢູ່​ນັ້ນ​ສາ ແລະ​ຈົ່ງ​ຕັ້ງ​ຄວາມຄິດ​ໃໝ່​ແລະ​ເອົາ​ຈິດໃຈ​ໃໝ່. ເປັນຫຍັງ​ຊາວ​ອິດສະຣາເອນ ພວກເຈົ້າ​ຈຶ່ງ​ຢາກ​ຕາຍ?


ຢ່າ​ສູ່​ວາງແຜນ​ຄິດ​ຄວາມຊົ່ວ​ໃນໃຈ​ຕໍ່​ກັນແລະກັນ. ຢ່າ​ສູ່​ສາບານ​ໂດຍ​ເປັນ​ພະຍານ​ບໍ່ຈິງ. ເຮົາ​ກຽດຊັງ​ການ​ເວົ້າຕົວະ, ການ​ອະຍຸດຕິທຳ ແລະ​ການ​ໂຫດຮ້າຍ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


“ຕ້ອງ​ມີ​ຕົ້ນໄມ້​ດີ​ໝາກ​ມັນ​ຈຶ່ງ​ຈະ​ດີ ຖ້າ​ຕົ້ນໄມ້​ບໍ່​ດີ ໝາກ​ມັນ​ກໍ​ບໍ່​ດີ ເພາະວ່າ​ຈະ​ໄດ້​ຮູ້ຈັກ​ຕົ້ນໄມ້​ດ້ວຍ​ໝາກ​ຂອງ​ມັນ.


ດັ່ງນັ້ນ ອົງພຣະ​ຜູ້​ເປັນເຈົ້າ​ຈຶ່ງ​ກ່າວ​ແກ່​ລາວ​ວ່າ, “ເຈົ້າ​ຄົນ​ຟາຣີຊາຍ​ເອີຍ ເຈົ້າ​ເຄີຍ​ລ້າງ​ຖ້ວຍ​ຊາມ​ໃຫ້​ສະອາດ​ແຕ່​ຂ້າງ​ນອກ ແຕ່​ຂ້າງ​ໃນ​ແລ້ວ ພວກເຈົ້າ​ເຕັມ​ແຕ່​ການ​ໂລບ​ເອົາ ແລະ​ການ​ຊົ່ວຮ້າຍ.


ຊີໂມນ​ເປໂຕ​ຕອບ​ພຣະອົງ​ວ່າ, “ຖ້າ​ເປັນ​ດັ່ງນັ້ນ ພຣະອົງເຈົ້າ​ເອີຍ ບໍ່​ແມ່ນ​ແຕ່​ຕີນ​ເທົ່ານັ້ນ ລ້າງ​ທັງ​ມື​ແລະ​ຫົວ​ຂອງ​ຂ້ານ້ອຍ​ນຳ​ດ້ວຍ.”


ສະນັ້ນ ຈົ່ງ​ກັບໃຈ​ໃໝ່​ຈາກ​ການ​ອັນ​ຊົ່ວຊ້າ​ຂອງ​ເຈົ້າ​ນີ້​ສາ ແລ້ວ​ພາວັນນາ​ອະທິຖານ​ຂໍ​ຕໍ່​ພຣະອົງເຈົ້າ ເພື່ອ​ພຣະອົງ​ຈະ​ອະໄພ​ໃຫ້​ເຈົ້າ ທີ່​ເຈົ້າ​ຄິດ​ເຊັ່ນນັ້ນ.


ເພາະ​ພວກເຂົາ​ໄດ້​ຮູ້ຈັກ​ພຣະເຈົ້າ​ແລ້ວ, ແຕ່​ພວກເຂົາ​ບໍ່ໄດ້​ຖວາຍ​ກຽດ​ແກ່​ພຣະອົງ ສົມກັບ​ການ​ຊົງ​ເປັນ​ພຣະເຈົ້າ ທັງ​ບໍ່ໄດ້​ໂມທະນາ​ພຣະຄຸນ​ຂອງ​ພຣະອົງ ກົງກັນຂ້າມ ຄວາມ​ຄິດ​ຂອງ​ພວກເຂົາ​ຊໍ້າ​ກາຍເປັນ​ສິ່ງ​ໄຮ້​ປະໂຫຍດ ແລະ​ໃຈ​ໂງ່​ຂອງ​ພວກເຂົາ​ກໍ​ມືດມົວ​ໄປ.


ແລະ​ຍັງ​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ອີກ​ວ່າ, “ອົງພຣະ​ຜູ້​ເປັນເຈົ້າ​ຮູ້​ຄວາມ​ຄິດ​ຂອງ​ຄົນມີ​ປັນຍາ​ນັ້ນ​ວ່າ ເປັນ​ຂອງ​ໄຮ້​ປະໂຫຍດ.”


ເຈົ້າ​ທັງຫລາຍ​ຈົ່ງ​ເຂົ້າ​ໃກ້​ພຣະເຈົ້າ ແລະ​ພຣະອົງ​ຈະ​ສະເດັດ​ມາ​ໃກ້​ພວກເຈົ້າ ຄົນ​ບາບ​ທັງຫລາຍ​ເອີຍ, ຈົ່ງ​ຊຳລະ​ມື​ໃຫ້​ສະອາດ ແລະ​ຄົນ​ສອງໃຈ​ເອີຍ, ຈົ່ງ​ຊຳລະ​ໃຈ​ຂອງຕົນ​ໃຫ້​ບໍຣິສຸດ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka