Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 4:1 - ພຣະຄຳພີສັກສິ

1 ພຣະເຈົ້າຢາເວ​ກ່າວ​ວ່າ, “ປະຊາຊົນ​ຊາດ​ອິດສະຣາເອນ​ເອີຍ ຖ້າ​ພວກເຈົ້າ​ຢາກ​ຈະ​ກັບຄືນ​ມາ ກໍ​ຈົ່ງ​ກັບຄືນ​ມາ​ຫາ​ເຮົາ​ເທີ້ນ. ຖ້າ​ພວກເຈົ້າ​ໂຍນ​ຮູບເຄົາຣົບ​ທີ່​ເຮົາ​ກຽດຊັງ​ຖິ້ມ ແລະ​ສັດຊື່​ຕໍ່​ເຮົາ

Uka jalj uñjjattʼäta Copia luraña




ເຢເຣມີຢາ 4:1
38 Jak'a apnaqawi uñst'ayäwi  

ດັ່ງນັ້ນ ຢາໂຄບ​ຈຶ່ງ​ບອກ​ຄົນ​ຢູ່​ໃນ​ຄອບຄົວ ແລະ​ທຸກຄົນ​ທີ່​ອາໄສ​ຢູ່​ນຳ​ຕົນ​ວ່າ, “ຈົ່ງ​ຖິ້ມ​ຮູບ​ພະ​ຂອງ​ຄົນຕ່າງຊາດ​ທີ່​ພວກເຈົ້າ​ມີ​ຢູ່​ນັ້ນ; ຈົ່ງ​ຊຳລະ​ຕົວ​ໃຫ້​ໝົດ​ມົນທິນ ແລະ​ນຸ່ງ​ຫົ່ມ​ເຄື່ອງ​ທີ່​ສະອາດ.


ກະສັດ​ໂຢສີຢາ​ໄດ້​ທຳລາຍ​ແທ່ນບູຊາ​ຕ່າງໆ​ທີ່​ກະສັດ​ໂຊໂລໂມນ​ໄດ້​ສ້າງ​ຂຶ້ນ ຢູ່​ທາງທິດ​ຕາເວັນອອກ​ຂອງ​ນະຄອນ​ເຢຣູຊາເລັມ ຄື​ທາງທິດໃຕ້​ຂອງ​ພູເຂົາ​ໝາກກອກເທດ ຊຶ່ງ​ເປັນ​ບ່ອນ​ສຳລັບ​ຂາບໄຫວ້​ຮູບເຄົາຣົບ​ທີ່​ໜ້າກຽດຊັງ​ຄື: ຮູບ​ເຈົ້າແມ່​ອັດສະຕາກ​ຂອງ​ຊາວ​ຊີໂດນ, ພະ​ເຄໂມດ​ຂອງ​ຊາວ​ໂມອາບ ແລະ​ພະ​ມິນກົມ​ຂອງ​ຊາວ​ອຳໂມນ.


ເພື່ອ​ບັງຄັບ​ປະຊາຊົນ​ໃຫ້​ປະຕິບັດ​ຕາມ​ກົດບັນຍັດ​ທີ່​ມີ​ຂຽນ​ໄວ້​ໃນ​ປື້ມ ຊຶ່ງ​ມະຫາ​ປະໂຣຫິດ​ຮິນກີຢາ​ໄດ້​ພົບ​ຢູ່​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ​ນັ້ນ; ກະສັດ​ໂຢສີຢາ​ໄດ້​ກຳຈັດ​ພະຕ່າງໆ ແລະ​ສິ່ງ​ທີ່​ໃຊ້​ຂາບໄຫວ້ ໃຫ້​ສິ້ນ​ຈາກ​ນະຄອນ​ເຢຣູຊາເລັມ ແລະ​ສ່ວນ​ອື່ນໆ​ຂອງ​ຢູດາຍ ເຊັ່ນ: ໝໍ​ຜີ, ໝໍ​ມໍ, ພະ​ປະຈຳ​ເຮືອນ, ຮູບເຄົາຣົບ ແລະ​ທຸກສິ່ງ​ທີ່​ໃຊ້​ໃນ​ການ​ຂາບໄຫວ້​ພະ​ຕ່າງຊາດ.


ເມື່ອ​ອາສາ​ໄດ້ຍິນ​ຖ້ອຍຄຳ​ທັງຫຼາຍ​ນີ້ ແລະ​ຄຳທຳນວາຍ​ຂອງ​ອາຊາຣີຢາ​ລູກຊາຍ​ຂອງ ໂອເດັດ​ແລ້ວ ເພິ່ນ​ກໍ​ມີ​ກຳລັງ​ໃຈ​ຫລາຍ​ຂຶ້ນ. ເພິ່ນ​ໄດ້​ທຳລາຍ​ຮູບເຄົາຣົບ​ທັງໝົດ​ໃນ​ດິນແດນ​ຢູດາຍ​ແລະ​ເບັນຢາມິນ ພ້ອມ​ທັງ​ຮູບເຄົາຣົບ​ທັງໝົດ​ຢູ່​ໃນ​ເມືອງ​ຕ່າງໆ​ທີ່​ເພິ່ນ​ຢຶດ​ໄດ້​ໃນ​ແຖບ​ເນີນພູ​ເອຟຣາອິມ. ເພິ່ນ​ຍັງ​ໄດ້​ສ້ອມແປງ​ແທ່ນບູຊາ​ຂອງ​ພຣະເຈົ້າຢາເວ​ທີ່​ໄດ້​ຕັ້ງ​ຢູ່​ໃນ​ລະບຽງ​ເດີ່ນ​ຂອງ​ວິຫານ​ຂອງ​ພຣະເຈົ້າຢາເວ.


ແລະ​ຖ້າ​ປະຊາຊົນ​ອິດສະຣາເອນ​ເຮັດ​ຕາມ​ຂໍ້ຄຳສັ່ງ​ທັງໝົດ​ຂອງເຮົາ ແລະ​ຮັກສາ​ກົດບັນຍັດ​ທີ່​ໂມເຊ ຂ້າຮັບໃຊ້​ຂອງເຮົາ​ໄດ້​ມອບ​ໃຫ້​ແກ່​ພວກເຂົາ ແລ້ວ​ເຮົາ​ກໍ​ຈະ​ບໍ່​ອະນຸຍາດ​ໃຫ້​ພວກເຂົາ​ຖືກ​ຂັບໄລ່​ອອກ​ໜີໄປ​ຈາກ​ດິນແດນ​ທີ່​ເຮົາ​ໄດ້​ມອບ​ໃຫ້​ແກ່​ບັນພະບຸລຸດ​ຂອງ​ພວກເຂົາ.”


ກະສັດ​ໂຢສີຢາ​ໄດ້​ທຳລາຍ​ຮູບເຄົາຣົບ​ອັນ​ໜ້າລັງກຽດ​ທັງໝົດ ຊຶ່ງ​ມີ​ຢູ່​ໃນ​ດິນແດນ​ທີ່​ເປັນ​ຂອງ​ຊາວ​ອິດສະຣາເອນ. ເພິ່ນ​ກໍ​ຮຽກຮ້ອງ​ປະຊາຊົນ​ໃນ​ອິດສະຣາເອນ​ໃຫ້​ຮັບໃຊ້​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ. ຕະຫລອດ​ຣາຊການ​ຂອງ​ເພິ່ນ ພວກເຂົາ​ບໍ່ໄດ້​ຫັນໜີ​ຈາກ​ການ​ຕິດຕາມ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ບັນພະບຸລຸດ​ພວກເຂົາ.


ພຣະເຈົ້າ​ກ່າວ​ວ່າ, “ປະຊາຊົນ​ຊາດ​ອິດສະຣາເອນ​ເອີຍ ພວກເຈົ້າ​ໄດ້​ເຮັດ​ບາບ​ຕໍ່ສູ້​ເຮົາ​ແລະ​ຕໍ່ຕ້ານ​ເຮົາ, ແຕ່​ບັດນີ້ ຈົ່ງ​ກັບ​ມາ​ຫາ​ເຮົາ​ເທີ້ນ


ກ່ຽວກັບ​ຄຳຖາມ​ນີ້​ພຣະເຈົ້າຢາເວ​ຕອບ​ຄືນ​ວ່າ, “ຖ້າ​ເຈົ້າ​ກັບ​ມາ ເຮົາ​ກໍ​ຈະ​ຮັບ​ເອົາ​ເຈົ້າ​ເປັນ​ຜູ້ຮັບໃຊ້​ຂອງເຮົາ​ອີກ. ຖ້າ​ເຈົ້າ​ບໍ່​ເວົ້າ​ສິ່ງ​ທີ່​ບໍ່​ເປັນ​ປະໂຫຍດ ແລະ​ປະກາດ​ແຕ່​ຖ້ອຍຄຳ​ຂອງເຮົາ ເຈົ້າ​ກໍ​ຈະ​ໄດ້​ເປັນ​ຜູ້ທຳນວາຍ​ຂອງເຮົາ​ອີກ. ປະຊາຊົນ​ຈະ​ກັບຄືນ​ມາ​ຫາ​ເຈົ້າ ແລະ​ເຈົ້າ​ບໍ່​ຕ້ອງ​ໄປ​ຫາ​ພວກເຂົາ.


ເຮົາ​ຈະ​ໃຫ້​ທຸກ​ຊົນຊາດ​ທົ່ວໂລກ​ຕົກໃຈ​ຢ້ານ​ໃນ​ເຫດການ ທີ່​ເກີດຂຶ້ນ​ກັບ​ພວກເຂົາ​ກໍ​ເພາະ​ສິ່ງ​ທີ່​ມານາເຊ​ລູກຊາຍ​ຂອງ​ເຮເຊກີຢາ ໄດ້​ເຮັດ​ໃນ​ນະຄອນ​ເຢຣູຊາເລັມ ເມື່ອ​ລາວ​ໄດ້​ເປັນ​ກະສັດ​ແຫ່ງ​ຢູດາຍ.”


ແລ້ວ​ບັດນີ້ ຈົ່ງ​ບອກ​ປະຊາຊົນ​ຢູດາ ແລະ​ຊາວ​ນະຄອນ​ເຢຣູຊາເລັມ​ວ່າ ພຣະເຈົ້າຢາເວ​ກ່າວ​ດັ່ງນີ້: ເຮົາ​ກຳລັງ​ວາງແຜນ​ຕໍ່ສູ້​ພວກເຂົາ ແລະ​ກຳລັງ​ຕຽມພ້ອມ​ທີ່​ຈະ​ລົງໂທດ​ພວກເຂົາ. ຈົ່ງ​ບອກ​ພວກເຂົາ​ໃຫ້​ເຊົາ​ດຳເນີນ​ຊີວິດ​ໃນ​ທາງ​ບາບ​ນັ້ນ​ສາ ຄື​ໃຫ້​ປ່ຽນ​ວິທີ​ດຳເນີນ​ຊີວິດ​ແລະ​ສິ່ງ​ທີ່​ພວກເຂົາ​ກຳລັງ​ເຮັດ​ຢູ່​ນັ້ນ.


ເຮົາ​ຈະ​ນຳ​ໄພພິບັດ​ມາ​ສູ່​ພວກເຂົາ ຈົນ​ຊົນຊາດ​ທັງຫລາຍ​ຈະ​ເກີດ​ຢ້ານກົວ​ຫຼາຍ. ປະຊາຊົນ​ຈະ​ຫົວເລາະ​ໃສ່​ພວກເຂົາ, ເວົ້າ​ສຽດສີ​ພວກເຂົາ, ເວົ້າ​ເຍາະເຍີ້ຍ​ພວກເຂົາ ແລະ​ໃຊ້​ຊື່​ຂອງ​ພວກເຂົາ​ເປັນ​ຄຳສາບແຊ່ງ ໃນ​ທົ່ວ​ທຸກບ່ອນ​ທີ່​ພວກເຂົາ​ກະຈັດ​ກະຈາຍ​ໄປ.


ພວກເພິ່ນ​ໄດ້​ບອກ​ພວກທ່ານ​ໃຫ້​ປ່ຽນ​ຈາກ​ການ​ດຳເນີນ​ຊີວິດ​ອັນ​ບໍ່​ດີ ແລະ​ຈາກ​ການ​ຊົ່ວຊ້າ​ທັງຫລາຍ​ທີ່​ພວກທ່ານ​ກຳລັງ​ເຮັດ​ຢູ່ ເພື່ອ​ວ່າ​ພວກທ່ານ​ຈະ​ໄດ້​ອາໄສ​ຢູ່​ໃນ​ດິນແດນ ຊຶ່ງ​ພຣະເຈົ້າຢາເວ​ໄດ້​ມອບ​ແກ່​ພວກທ່ານ ແລະ​ບັນພະບຸລຸດ​ຂອງ​ພວກທ່ານ ໃຫ້​ເປັນ​ກຳມະສິດ​ອັນ​ຕະຫລອດໄປ.


“ຖ້າ​ຊາຍ​ຜູ້ໜຶ່ງ​ປະ​ເມຍ​ຂອງຕົນ ແລະ​ນາງ​ໜີ​ຈາກ​ລາວ​ໄປ​ເປັນ​ເມຍ​ຂອງ​ຊາຍ​ອື່ນ ລາວ​ກໍ​ເອົາ​ນາງ​ກັບຄືນ​ມາ​ບໍ່ໄດ້​ອີກ. ເລື່ອງ​ແບບ​ນີ້​ເຮັດ​ໃຫ້​ດິນແດນ​ເປັນ​ມົນທິນ​ຢ່າງ​ໝົດສິ້ນ. ແຕ່​ຊາດ​ອິດສະຣາເອນ​ເອີຍ ເຈົ້າ​ມີ​ຄູ່ຮັກ​ຫລາຍ​ຄົນ ແລະ​ບັດນີ້ ພັດ​ຢາກ​ກັບຄືນ​ມາ​ຫາ​ເຮົາ. ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ພຣະອົງ​ໄດ້​ບອກ​ຂ້າພະເຈົ້າ​ໄປ​ກ່າວ​ຕໍ່​ຊາດ​ອິດສະຣາເອນ​ວ່າ, “ພຣະເຈົ້າຢາເວ​ກ່າວ​ດັ່ງນີ້: ຊາດ​ອິດສະຣາເອນ​ຜູ້​ບໍ່​ສັດຊື່​ເອີຍ ຈົ່ງ​ກັບຄືນ​ມາ​ຫາ​ເຮົາ​ເຖີດ. ພຣະເຈົ້າຢາເວ​ກ່າວ​ວ່າ ເຮົາ​ມີ​ຄວາມ​ເມດຕາປານີ ແລະ​ເຮົາ​ຈະ​ບໍ່​ໂກດຮ້າຍ; ພຣະເຈົ້າຢາເວ​ກ່າວ​ວ່າ ເຮົາ​ຈະ​ບໍ່​ໂກດຮ້າຍ​ເຈົ້າ​ຕະຫລອດໄປ.


“ປະຊາຊົນ​ຜູ້​ທີ່​ບໍ່​ສັດຊື່​ເອີຍ ຈົ່ງ​ກັບຄືນ​ມາ​ຫາ​ເຮົາ​ເຖີດ, ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ ເພາະ​ພວກເຈົ້າ​ເປັນ​ຂອງເຮົາ. ເຮົາ​ຈະ​ເອົາ​ຄົນ​ໜຶ່ງ​ໃນ​ພວກເຈົ້າ​ຈາກ​ແຕ່ລະ​ເມືອງ ແລະ​ສອງ​ຄົນ​ຈາກ​ແຕ່ລະ​ຕະກຸນ ແລະ​ເຮົາ​ຈະ​ນຳ​ພວກເຈົ້າ​ກັບຄືນ​ມາ​ສູ່​ພູເຂົາ​ຊີໂອນ.


ພວກ​ປະຊາຊົນ​ທີ່​ບໍ່​ສັດຊື່​ເອີຍ ຈົ່ງ​ກັບຄືນ​ມາ ເຮົາ​ຈະ​ປິ່ນປົວ​ພວກເຈົ້າ​ໃຫ້​ດີ​ຈາກ​ການ​ບໍ່​ສັດຊື່. ພວກເຈົ້າ​ກ່າວ​ວ່າ, “ແມ່ນແລ້ວ ພວກ​ຂ້ານ້ອຍ​ກຳລັງ​ມາ​ຫາ​ພຣະອົງ ເພາະ​ພຣະອົງ​ເປັນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ.


ເຮົາ​ໄດ້​ສືບຕໍ່​ສົ່ງ​ຜູ້ທຳນວາຍ​ທຸກຄົນ ຜູ້ຮັບໃຊ້​ຂອງເຮົາ​ມາ​ຫາ​ພວກເຈົ້າ ແລະ​ບອກ​ພວກເຈົ້າ​ໃຫ້​ຫັນໜີ​ຈາກ​ວິທີ​ດຳເນີນ​ຊີວິດ​ອັນ​ຊົ່ວຊ້າ ແລະ​ມາ​ເຮັດ​ໃນ​ສິ່ງ​ທີ່​ຖືກຕ້ອງ. ພວກເຂົາ​ໄດ້​ເຕືອນ​ພວກເຈົ້າ​ບໍ່​ໃຫ້​ຂາບໄຫວ້ ແລະ​ຮັບໃຊ້​ບັນດາ​ພະອື່ນ ເພື່ອ​ພວກເຈົ້າ​ຈະ​ໄດ້​ອາໄສ​ຢູ່​ໃນ​ດິນແດນ ທີ່​ເຮົາ​ໄດ້​ມອບ​ໃຫ້​ພວກເຈົ້າ ແລະ​ບັນພະບຸລຸດ​ຂອງ​ພວກເຈົ້າ​ນັ້ນ. ແຕ່​ພວກເຈົ້າ​ບໍ່​ຟັງ​ເຮົາ​ກ່າວ​ຫລື​ເອົາໃຈໃສ່​ຕໍ່​ເຮົາ.


ບາງທີ ເມື່ອ​ປະຊາຊົນ​ຢູດາ​ໄດ້ຍິນ​ເລື່ອງ​ການທຳລາຍ ທີ່​ເຮົາ​ຕັ້ງໃຈ​ຈະ​ນຳ​ມາ​ສູ່​ພວກເຂົາ​ນັ້ນ ພວກເຂົາ​ອາດ​ຈະ​ຫັນ​ຈາກ​ທາງ​ຊົ່ວຮ້າຍ​ກໍໄດ້. ແລ້ວ​ເຮົາ​ກໍ​ຈະ​ຍົກໂທດ​ຄວາມ​ຊົ່ວຮ້າຍ ແລະ​ການບາບ​ທີ່​ພວກເຂົາ​ໄດ້​ເຮັດ.”


ຊາວ​ຢູດາ ແລະ​ຊາວ​ນະຄອນ​ເຢຣູຊາເລັມ​ເອີຍ ຈົ່ງ​ຮັກສາ​ພັນທະສັນຍາ​ທີ່​ພວກເຈົ້າ​ມີ​ກັບ​ເຮົາ ຜູ້​ທີ່​ເປັນ​ພຣະເຈົ້າຢາເວ​ຂອງ​ພວກເຈົ້າ ແລະ​ຈົ່ງ​ອຸທິດຕົວ​ພວກເຈົ້າ​ເອງ​ແກ່​ເຮົາ. ຖ້າ​ພວກເຈົ້າ​ບໍ່​ຍອມ​ຟັງ ຄວາມ​ໂກດຮ້າຍ​ຂອງເຮົາ​ກໍ​ຈະ​ລຸກໄໝ້​ດັ່ງ​ໄຟ ເພາະ​ສິ່ງ​ຊົ່ວຮ້າຍ​ຕ່າງໆ​ຊຶ່ງ​ພວກເຈົ້າ​ໄດ້​ເຮັດ​ນັ້ນ ໄຟ​ຈະ​ໄໝ້​ເຜົາຜານ​ໃຫຍ່ ແລະ​ຈະ​ບໍ່ມີ​ຜູ້ໃດ​ມອດ​ໄດ້.”


ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ໄດ້​ກ່າວ​ດັ່ງນີ້​ວ່າ, ຈົ່ງ​ປ່ຽນທາງ​ດຳເນີນ​ຊີວິດ ແລະ​ການກະທຳ​ຂອງ​ພວກເຈົ້າ​ສາ ແລະ​ເຮົາ​ຈະ​ໃຫ້​ພວກເຈົ້າ​ອາໄສ​ຢູ່​ໃນ​ບ່ອນ​ນີ້.


ຈົ່ງ​ປ່ຽນ​ທາງ​ດຳເນີນ​ຊີວິດ ແລະ​ການ​ກະທຳ​ຂອງ​ພວກເຈົ້າ​ສາ. ຈົ່ງ​ປະຕິບັດ​ຕໍ່​ກັນແລະກັນ​ຢ່າງ​ຍຸດຕິທຳ.


ຖ້າ​ພວກເຈົ້າ​ປ່ຽນແປງ ເຮົາ​ກໍ​ຈະ​ໃຫ້​ພວກເຈົ້າ​ອາໄສ​ຢູ່​ໃນ​ດິນແດນ​ນີ້ ຊຶ່ງ​ເຮົາ​ໄດ້​ມອບ​ໃຫ້​ເປັນ​ກຳມະສິດ​ອັນ​ຖາວອນ​ສຳລັບ​ບັນພະບຸລຸດ​ຂອງ​ພວກເຈົ້າ.


ເມື່ອ​ພວກເຂົາ​ກັບຄືນ​ມາ ພວກເຂົາ​ຈະ​ກຳຈັດ​ຮູບເຄົາຣົບ​ອັນ​ເປິເປື້ອນ ແລະ​ໜ້າກຽດຊັງ​ທັງໝົດ​ທີ່​ພວກເຂົາ​ພົບເຫັນ​ນັ້ນ​ໃຫ້​ສິ້ນໄປ.


ແລະ​ໃຫ້​ຄົນ​ຢືມ​ເງິນ​ໂດຍ​ຄິດ​ດອກເບ້ຍ. ລາວ​ຈະ​ມີ​ຊີວິດ​ຢູ່​ບໍ? ບໍ່ແມ່ນ​ດອກ ລາວ​ຈະ​ບໍ່ມີ​ຊີວິດ​ຢູ່. ລາວ​ເຮັດ​ແຕ່​ສິ່ງ​ທີ່​ໜ້າກຽດຊັງ; ສະນັ້ນ ລາວ​ຈະ​ຕ້ອງ​ຕາຍ. ລາວ​ຈະ​ຕ້ອງ​ຮັບຜິດຊອບ​ຕໍ່​ການຕາຍ​ເອົາ​ເອງ.


ບັດນີ້ ພວກເຂົາ​ຕ້ອງ​ເຊົາ​ຂາບໄຫວ້​ພະອື່ນໆ ແລະ​ຍົກຍ້າຍ​ຊາກສົບ​ຂອງ​ບັນດາ​ກະສັດ​ຂອງ​ພວກເຂົາ ອອກ​ໄປ ຖ້າ​ພວກເຂົາ​ເຮັດ ເຮົາ​ຈະ​ຢູ່​ໃນ​ທ່າມກາງ​ພວກເຂົາ​ຕະຫລອດໄປ.”


ປະຊາຊົນ​ອິດສະຣາເອນ​ເອີຍ ຈົ່ງ​ກັບຄືນ​ມາ​ຫາ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ສາ. ບາບ​ຂອງ​ພວກເຈົ້າ​ໄດ້​ເຮັດ​ໃຫ້​ພວກເຈົ້າ​ຊູນ​ສະດຸດ​ແລະ​ລົ້ມລົງ.


ລູກ​ເອີຍ ຈົ່ງ​ຮ້ອງຂໍ​ຕໍ່​ແມ່​ຂອງເຈົ້າ ເຖິງ​ແມ່ນ​ວ່າ​ນາງ​ບໍ່ແມ່ນ​ເມຍ​ຂອງເຮົາ​ອີກ​ຕໍ່ໄປ​ກໍຕາມ ແລະ​ເຮົາ​ກໍ​ບໍ່ແມ່ນ​ຜົວ​ຂອງ​ນາງ​ອີກ​ກໍດີ. ຈົ່ງ​ຮ້ອງຂໍ​ໃຫ້​ນາງ​ເຊົາ​ຫລີ້ນຊູ້​ແລະ​ເຊົາ​ເປັນ​ໂສເພນີ.


ພວກເຂົາ​ສືບຕໍ່​ຫັນໜີ​ຈາກ​ເຮົາ​ໄປ​ຫາ​ພະອື່ນ​ທີ່​ບໍ່ມີ​ຣິດອຳນາດ. ພວກເຂົາ​ເປັນ​ຜູ້​ທີ່​ວາງໃຈ​ບໍ່ໄດ້​ເລີຍ​ເໝືອນ​ໜ້າທະນູ​ຄົດ. ເພາະ​ພວກ​ຜູ້ນຳ​ຂອງ​ພວກເຂົາ​ເວົ້າ​ອວດ​ຢ່າງ​ຈອງຫອງ ພວກເຂົາ​ຈະ​ຕາຍ​ຢ່າງ​ທາລຸນ ແລະ​ຊາວ​ເອຢິບ​ກໍ​ຈະ​ຫົວຂວັນ​ພວກເຂົາ.”


ພຣະເຈົ້າຢາເວ​ກ່າວ​ວ່າ, “ແຕ່​ມາ​ດຽວ​ນີ້ ຈົ່ງ​ກັບໃຈໃໝ່​ຢ່າງ​ແທ້ຈິງ​ສາ​ເຖີດ ແລະ​ຈົ່ງ​ກັບຄືນ​ມາ​ຫາ​ເຮົາ​ຢ່າງ​ເຕັມໃຈ ດ້ວຍ​ການ​ອົດອາຫານ​ແລະ​ຮ້ອງໄຫ້​ໄວ້ທຸກ.


‘ຢ່າ​ສູ່​ເປັນ​ດັ່ງ​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ ນານ​ມາ​ແລ້ວ​ບັນດາ​ຜູ້ທຳນວາຍ​ໄດ້​ບອກ​ວ່າ ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ບອກ​ພວກເຈົ້າ​ບໍ່​ໃຫ້​ດຳເນີນ​ຊີວິດ​ໃນ​ທາງ​ຊົ່ວຊ້າ​ແລະ​ໃນ​ທາງ​ບາບ​ຕໍ່ໄປ.’ ແຕ່​ພວກເຂົາ​ບໍ່ໄດ້​ເຊື່ອຟັງ​ຫລື​ເຮັດ​ຕາມ​ສິ່ງ​ທີ່​ເຮົາ​ໄດ້​ບອກ. ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


‘ຄຳສາບແຊ່ງ​ເປັນ​ຂອງ​ທຸກໆ​ຄົນ ທີ່​ໃຊ້​ຫີນ, ໄມ້ ແລະ​ໂລຫະ ເຮັດ​ຮູບເຄົາຣົບ​ແລະ​ຂາບໄຫວ້​ຮູບ​ນັ້ນ​ຢ່າງ​ລັບລີ້; ພຣະເຈົ້າຢາເວ​ກຽດຊັງ​ການ​ຂາບໄຫວ້​ຮູບເຄົາຣົບ.’ ແລະ​ປະຊາຊົນ​ທັງໝົດ​ຈະ​ພ້ອມ​ກັນ​ຕອບ​ວ່າ, ‘ອາແມນ.’


ເມື່ອ​ພວກເຈົ້າ​ເດືອດຮ້ອນ​ແລະ​ປະເຊີນ​ກັບ​ສິ່ງ​ທັງໝົດ​ເຫຼົ່ານີ້​ແລ້ວ; ໃນທີ່ສຸດ ພວກເຈົ້າ​ກໍ​ຈະ​ກັບຄືນ​ມາ​ຫາ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ແລະ​ເຊື່ອຟັງ​ພຣະອົງ.


ແລະ​ບັດນີ້ ຈົ່ງ​ຍົກຍໍ​ໃຫ້ກຽດ​ພຣະເຈົ້າຢາເວ ແລະ​ບົວລະບັດ​ຮັບໃຊ້​ພຣະອົງ​ຢ່າງ​ຈິງໃຈ​ແລະ​ສັດຊື່. ຈົ່ງ​ປະຖິ້ມ​ບັນດາ​ພະ​ທີ່​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ​ເຄີຍ​ຂາບໄຫວ້​ໃນ​ເມໂຊໂປຕາເມຍ ແລະ​ໃນ​ປະເທດ​ເອຢິບ​ນັ້ນ​ສາ ແລະ​ຈົ່ງ​ບົວລະບັດ​ຮັບໃຊ້​ແຕ່​ພຣະເຈົ້າຢາເວ​ເທົ່ານັ້ນ.


ດັ່ງນັ້ນ ພວກເຂົາ​ຈຶ່ງ​ເຊົາ​ເຊື່ອຖື​ບັນດາ​ພະ​ຕ່າງຊາດ ແລະ​ກັບ​ມາ​ນະມັດສະການ​ພຣະເຈົ້າຢາເວ​ອີກ. ແລ້ວ​ພຣະອົງ​ກໍ​ທຸກຮ້ອນໃຈ ທີ່​ເຫັນ​ຄວາມ​ລຳບາກ​ຂອງ​ຊາດ​ອິດສະຣາເອນ.


ຊາມູເອນ​ໄດ້​ກ່າວ​ແກ່​ປະຊາຊົນ​ອິດສະຣາເອນ​ວ່າ, “ຖ້າ​ພວກເຈົ້າ​ກັບຄືນ​ມາ​ຫາ​ພຣະເຈົ້າຢາເວ​ດ້ວຍ​ສຸດໃຈ​ຂອງ​ພວກເຈົ້າ ພວກເຈົ້າ​ຈະ​ຕ້ອງ​ກຳຈັດ​ບັນດາ​ພະ​ຂອງ​ຊາວ​ຕ່າງຊາດ ແລະ​ຮູບ​ຂອງ​ເຈົ້າແມ່​ອັດສະຕາກ. ຈົ່ງ​ອຸທິດ​ພວກເຈົ້າ​ເອງ​ແກ່​ພຣະເຈົ້າຢາເວ​ດ້ວຍ​ສຸດໃຈ​ແລະ​ຮັບໃຊ້​ແຕ່​ພຣະອົງ​ເທົ່ານັ້ນ ແລະ​ພຣະອົງ​ກໍ​ຈະ​ຊ່ວຍ​ເອົາ​ພວກເຈົ້າ​ໃຫ້​ພົ້ນ​ຈາກ​ອຳນາດ​ຂອງ​ພວກ​ຟີລິດສະຕິນ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka