9 ໃນທີ່ສຸດ ເນບູຊາຣາດານ ຜູ້ບັນຊາການທະຫານ ກໍຈັບປະຊາຊົນທີ່ເຫຼືອຢູ່ໃນເມືອງລວມທັງຄົນທີ່ໜີເຂົ້າມາມອບຕົວຕໍ່ເພິ່ນ ໄປເປັນຊະເລີຍທີ່ບາບີໂລນ.
ໃນເວລາດຽວກັນນັ້ນໃນປະເທດເອຢິບ ຊາວມາດີອານໄດ້ຂາຍໂຢເຊັບໃຫ້ໂປຕີຟາ ນາຍທະຫານຄົນໜຶ່ງທີ່ເປັນຫົວໜ້າຮັກສາວັງຂອງກະສັດ.
ລູກຊາຍຂອງທ່ານເອງບາງຄົນກໍຈະຖືກຈັບໄປ ແລະກາຍເປັນຊາຍຕອນ ເພື່ອຮັບໃຊ້ຢູ່ໃນວັງຂອງກະສັດແຫ່ງບາບີໂລນ.”
ແລ້ວເນບູຊາຣາດານກໍຈັບປະຊາຊົນທີ່ຍັງເຫຼືອຄ້າງຢູ່ໃນເມືອງ, ພວກຄົນງານທີ່ມີຝີມືດີ ທີ່ຍັງເຫລືອຢູ່ ແລະພວກທີ່ມາຍິນຍອມຕໍ່ພວກບາບີໂລນ ໄປເປັນຊະເລີຍທີ່ບາບີໂລນ;
ເນບູຊາຣາດານໄດ້ຈັບພວກເຂົາໄປຫາກະສັດແຫ່ງບາບີໂລນທີ່ເມືອງຣິບລາ
ສະນັ້ນ ພວກເຈົ້າຈະຖືກຈັບໄປເປັນຊະເລີຍເສິກ. ບັນດາຜູ້ນຳຂອງພວກເຈົ້າຈະຕາຍຍ້ອນຫິວເຂົ້າ ແລະຄົນສາມັນທຳມະດາຈະຕາຍຍ້ອນຫິວນໍ້າ.
ເພາະພຣະເຈົ້າຢາເວກ່າວດັ່ງນີ້ວ່າ, “ເຮົາກຳລັງຈະໂຍນພວກເຈົ້າອອກໄປຈາກດິນແດນນີ້; ເຮົາກຳລັງຈະຢຽບຢໍ່າພວກເຈົ້າລົງ ຈົນບໍ່ມີຜູ້ໃດເຫລືອຢູ່.”
ສະນັ້ນ ເຮົາຈຶ່ງຈະໂຍນພວກເຈົ້າອອກຈາກດິນແດນນີ້ ເຂົ້າໄປໃນດິນແດນໜຶ່ງ ທີ່ທັງພວກເຈົ້າເອງແລະບັນພະບຸລຸດຂອງພວກເຈົ້າ ບໍ່ເຄີຍຮູ້ຈັກມາກ່ອນ. ຢູ່ໃນທີ່ນັ້ນ ພວກເຈົ້າຈະຮັບໃຊ້ບັນດາພະອື່ນທັງເວັນທັງຄືນ ແລະເຮົາຈະບໍ່ເມດຕາພວກເຈົ້າເລີຍ.”’
ສຳລັບກະສັດເຊເດກີຢາແຫ່ງຢູດາຍ, ບັນດາພວກເຈົ້ານາຍຂອງລາວ ແລະປະຊາຊົນໃນນະຄອນເຢຣູຊາເລັມທີ່ຍັງເຫລືອຢູ່ ຄືຜູ້ທີ່ໄດ້ອາໄສຢູ່ໃນດິນແດນ ຫລືໄດ້ຍົກຍ້າຍໄປປະເທດເອຢິບນັ້ນ; ພຣະເຈົ້າຢາເວກ່າວວ່າ ເຮົາຈະປະຕິບັດຕໍ່ພວກເຂົາ ດັ່ງໝາກເດື່ອບໍ່ດີຈົນກິນບໍ່ໄດ້.
ແຕ່ກະສັດຕອບວ່າ, “ເຮົາຢ້ານຄົນຢູ່ໃນຊາດຂອງພວກເຮົາເອງ ຄືພວກທີ່ໄດ້ແຕກໜີໄປຫາຊາວບາບີໂລນ. ເຮົາອາດຈະຖືກມອບໃຫ້ພວກເຂົາ ແລະຖືກພວກເຂົາທໍລະມານກໍໄດ້.”
ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າ ຫລັງຈາກເນບູຊາຣາດານ ຜູ້ບັນຊາການທະຫານໄດ້ປ່ອຍຂ້າພະເຈົ້າແລ້ວທີ່ເມືອງຣາມາ. ຂ້າພະເຈົ້າໄດ້ຖືກນຳຕົວໄປທີ່ນັ້ນ ໂດຍຖືກລ່າມໂສ້ໄປພ້ອມກັບປະຊາຊົນຄົນອື່ນໆຈາກນະຄອນເຢຣູຊາເລັມ ແລະຢູດາຍ ຄືພວກທີ່ໄດ້ຖືກຈັບເປັນຊະເລີຍເສິກໄປສູ່ບາບີໂລນ.
ຍັງມີນາຍທະຫານແລະທະຫານບາງຄົນທີ່ບໍ່ຍອມຈຳນົນ. ພວກເຂົາໄດ້ຍິນວ່າກະສັດແຫ່ງບາບີໂລນໄດ້ແຕ່ງຕັ້ງເກດາລີຢາ ໃຫ້ເປັນຜູ້ສຳເລັດຣາຊການປະເທດ ແລະໃຫ້ເພິ່ນກຳກັບພວກທີ່ບໍ່ໄດ້ຖືກຈັບໄປເປັນຊະເລີຍທີ່ບາບີໂລນ ຄືປະຊາຊົນທັງໝົດຜູ້ຍາກຈົນທີ່ສຸດຢູ່ໃນອານາຈັກ.
ເນບູຊາຣາດານໄດ້ຈັບພວກເຂົາໄປຫາກະສັດແຫ່ງບາບີໂລນ
ຢູ່ທີ່ເມືອງຣິບລາໃນເຂດແດນຮາມັດ. ກະສັດໄດ້ຂ້ຽນແລະປະຫານຊີວິດພວກເຂົາໃນທີ່ນັ້ນ. ສະນັ້ນ ປະຊາຊົນຢູດາຈຶ່ງຖືກກວາດຈາກດິນແດນຂອງພວກຕົນ ໄປເປັນຊະເລີຍໃນຕ່າງຖິ່ນ.
ຕໍ່ມາ ດານີເອນໄດ້ໄປຫາອາຣີໂອກ ຜູ້ບັນຊາການທະຫານຍາມປະຈຳກະສັດ ຄືຜູ້ທີ່ຮັບສັ່ງໃຫ້ດຳເນີນການປະຫານ. ດານີເອນໄດ້ໃຊ້ຄຳເວົ້າຢ່າງລະມັດລະວັງ
ເຮົາຈະເອົາການລົບລາຂ້າຟັນກັນມາສູ່ພວກເຈົ້າ ແລະເຮັດໃຫ້ພວກເຈົ້າແຕກກະຈັດກະຈາຍໄປຢູ່ໃນປະເທດຕ່າງໆ. ດິນແດນຂອງພວກເຈົ້າຈະຮົກຮ້າງວ່າງເປົ່າ ແລະຕົວເມືອງທັງຫລາຍຂອງພວກເຈົ້າກໍຈະຖືກປະໃຫ້ເປັນເມືອງຮ້າງ.
ພຣະເຈົ້າຢາເວຈະເຮັດໃຫ້ພວກເຈົ້າ ກະຈັດກະຈາຍໄປຢູ່ໃນຊົນຊາດອື່ນໆ ບ່ອນທີ່ພວກເຈົ້າພຽງແຕ່ໜ້ອຍຄົນເທົ່ານັ້ນຈະຍັງມີຊີວິດຢູ່.