Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 39:7 - ພຣະຄຳພີສັກສິ

7 ຫລັງຈາກ​ນັ້ນ​ແລ້ວ ເພິ່ນ​ກໍໄດ້​ຄວັດ​ໜ່ວຍ​ຕາ​ເຈົ້າ​ເຊເດກີຢາ​ອອກ ແລະ​ເອົາ​ໂສ້​ລ່າມ​ເພິ່ນ​ໄວ້​ເພື່ອ​ຈະ​ນຳ​ໄປ​ບາບີໂລນ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 39:7
10 Jak'a apnaqawi uñst'ayäwi  

ພວກ​ລູກຊາຍ​ຂອງ​ເພິ່ນ​ໄດ້​ຖືກ​ຂ້າ​ຕໍ່ໜ້າ​ເພິ່ນ; ແລ້ວ​ເນບູກາເນັດຊາ​ກໍໄດ້​ໃຫ້​ເຂົາ​ເຈາະ​ໜ່ວຍຕາ​ເຊເດກີຢາ, ລ່າມໂສ້​ເພິ່ນ​ໄວ້ ແລະ​ນຳ​ເພິ່ນ​ໄປ​ສູ່​ນະຄອນ​ບາບີໂລນ.


ຂ້ານ້ອຍ​ຈະ​ຢຶດໝັ້ນ​ຕາມ​ກົດບັນຍັດ​ຂອງ​ພຣະອົງ ຂໍ​ຢ່າ​ປະປ່ອຍ​ຂ້ານ້ອຍ​ຈັກເທື່ອ​ເລີຍ.


ພຣະເຈົ້າຢາເວ​ເອງ​ໄດ້​ກ່າວ​ວ່າ, ‘ເຮົາ​ຈະ​ເຮັດ​ໃຫ້​ເຈົ້າ​ກັບ​ມິດ​ສະຫາຍ​ຂອງເຈົ້າ​ຕົກໃຈ​ຢ້ານ ແລະ​ເຈົ້າ​ກໍ​ຈະ​ເຫັນ​ພວກເຂົາ​ທັງໝົດ​ຖືກ​ຂ້າ​ດ້ວຍ​ດາບ​ຂອງ​ເຫຼົ່າ​ສັດຕູ. ເຮົາ​ຈະ​ມອບ​ປະຊາຊົນ​ຢູດາ​ທັງໝົດ​ໃຫ້​ຢູ່​ໃຕ້​ອຳນາດ​ຂອງ​ກະສັດ​ແຫ່ງ​ບາບີໂລນ; ລາວ​ຈະ​ຈັບ​ເອົາ​ບາງຄົນ​ໄປ​ເປັນ​ຊະເລີຍ​ທີ່​ປະເທດ​ຂອງ​ລາວ ຫລື​ສັງຫານ​ບາງຄົນ​ເສຍ.


ເຈົ້າ​ຈະ​ປົບໜີ​ໄປ​ບໍ່ໄດ້; ເຈົ້າ​ຈະ​ຖືກ​ຈັບ​ໄປ​ມອບ​ໃຫ້​ລາວ. ເຈົ້າ​ຈະ​ເຫັນ​ລາວ​ໜ້າຕໍ່ໜ້າ​ແລະ​ກ່າວ​ກັບ​ລາວ​ຕົວຕໍ່ຕົວ; ແລ້ວ​ເຈົ້າ​ກໍ​ຈະ​ຖືກ​ນຳ​ໄປ​ທີ່​ບາບີໂລນ.


ພຣະເຈົ້າຢາເວ​ກ່າວວ່າ, ‘ເຮົາ​ຈະ​ມອບ​ກະສັດ​ຟາໂຣ​ໂຮຟະຣາ​ແຫ່ງ​ເອຢິບ ໃຫ້​ແກ່​ສັດຕູ​ຜູ້​ທີ່​ຢາກ​ສັງຫານ​ລາວ​ນັ້ນ ດັ່ງ​ທີ່​ເຮົາ​ໄດ້​ມອບ​ກະສັດ​ເຊເດກີຢາ​ແຫ່ງ​ຢູດາຍ ໃຫ້​ແກ່​ກະສັດ​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ ຄື​ສັດຕູ​ຜູ້​ທີ່​ຢາກ​ສັງຫານ​ລາວ.”’


ຫລັງຈາກ​ນັ້ນ ເພິ່ນ​ໄດ້​ຄວັດ​ແກ່ນຕາ​ຂອງ​ເຈົ້າ​ເຊເດກີຢາ ພ້ອມ​ທັງ​ລ່າມໂສ້​ແລະ​ນຳ​ເພິ່ນ​ໄປ​ທີ່​ນະຄອນ​ບາບີໂລນ. ເຈົ້າ​ເຊເດກີຢາ​ໄດ້​ຖືກ​ຄຸກ​ຢູ່​ໃນ​ນະຄອນ​ບາບີໂລນ​ຈົນເຖິງ​ເພິ່ນ​ຕາຍ.


ແຕ່​ເຮົາ​ຈະ​ກາງ​ຕາໜ່າງ​ດັກຈັບ​ເອົາ​ລາວ. ແລ້ວ​ເຮົາ​ຈະ​ນຳ​ລາວ​ໄປ​ສູ່​ນະຄອນ​ບາບີໂລນ ຄື​ບ່ອນ​ທີ່​ລາວ​ຈະ​ຕາຍ​ໂດຍ​ບໍ່ໄດ້​ເຫັນ​ນະຄອນ​ນີ້.


ຕໍ່ມາ ພວກ​ຟີລິດສະຕິນ​ກໍ​ຈັບ​ແຊມຊັນ​ໄດ້ ແລະ​ເຈາະ​ແກ່ນຕາ​ທັງສອງ​ຂອງ​ລາວ. ພວກເຂົາ​ໄດ້​ນຳ​ລາວ​ໄປ​ທີ່​ເມືອງ​ກາຊາ ແລະ​ໃຊ້​ໂສ້​ທີ່​ເປັນ​ທອງສຳຣິດ​ລ່າມ​ລາວ​ໄວ້ ແລະ​ທັງ​ບັງຄັບ​ລາວ​ໃຫ້​ໂມ້ແປ້ງ​ຢູ່​ໃນ​ຄຸກ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka