Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 39:6 - ພຣະຄຳພີສັກສິ

6 ກະສັດ​ເນບູ​ກາດເນັດຊາ​ໄດ້​ປະຫານ​ຊີວິດ​ພວກ​ລູກຊາຍ​ຂອງ​ເຈົ້າ​ເຊເດກີຢາ ຢູ່​ທີ່​ເມືອງ​ຣິບລາ​ຕໍ່ໜ້າ​ຂອງ​ເຈົ້າ​ເຊເດກີຢາ​ເອງ ແລະ​ເພິ່ນ​ກໍໄດ້​ປະຫານ​ບັນດາ​ຂ້າຣາຊການ​ແຫ່ງ​ຢູດາຍ​ເຊັ່ນກັນ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 39:6
19 Jak'a apnaqawi uñst'ayäwi  

ຂ້ານ້ອຍ​ຈະ​ກັບຄືນ​ເມືອ​ຫາ​ພໍ່​ໄດ້​ຢ່າງ​ໃດ ໃນ​ເມື່ອ​ບໍ່ມີ​ເດັກ​ຄົນ​ນີ້​ເມືອ​ນຳ? ຂ້ານ້ອຍ​ທົນ​ເບິ່ງ​ເພິ່ນ​ທໍລະມານ​ໃຈ​ຕາຍ​ບໍ່ໄດ້ດອກ.”


ເພາະສະນັ້ນ ການ​ລົງໂທດ​ທີ່​ເຮົາ​ກຳລັງ​ຈະ​ນຳ​ມາ​ສູ່​ນະຄອນ​ເຢຣູຊາເລັມ​ນີ້ ຈະ​ບໍ່​ມາ​ເຖິງ​ຈົນກວ່າ​ເຈົ້າ​ຈະ​ຕາຍໄປ. ເຮົາ​ຈະ​ໃຫ້​ເຈົ້າ​ຕາຍໄປ​ຢ່າງ​ສະຫງົບສຸກ.”’ ແລ້ວ​ຊາຍ​ເຫຼົ່ານັ້ນ​ກໍ​ນຳ​ເອົາ​ຖ້ອຍຄຳ​ນີ້​ໄປ​ບອກ​ກະສັດ​ໂຢສີຢາ.


ພວກ​ລູກຊາຍ​ຂອງ​ເພິ່ນ​ໄດ້​ຖືກ​ຂ້າ​ຕໍ່ໜ້າ​ເພິ່ນ; ແລ້ວ​ເນບູກາເນັດຊາ​ກໍໄດ້​ໃຫ້​ເຂົາ​ເຈາະ​ໜ່ວຍຕາ​ເຊເດກີຢາ, ລ່າມໂສ້​ເພິ່ນ​ໄວ້ ແລະ​ນຳ​ເພິ່ນ​ໄປ​ສູ່​ນະຄອນ​ບາບີໂລນ.


ແລະ​ການລົງໂທດ​ທີ່​ເຮົາ​ຈະ​ນຳ​ມາ​ສູ່​ນະຄອນ​ເຢຣູຊາເລັມ​ນັ້ນ ຈະ​ບໍ່​ມາ​ເຖິງ​ເຈົ້າ ຈົນກວ່າ​ເຈົ້າ​ຕາຍໄປ. ເຮົາ​ຈະ​ໃຫ້​ເຈົ້າ​ຕາຍ​ຢ່າງ​ສະຫງົບສຸກ.” ແລ້ວ​ພວກເຂົາ​ກໍ​ກັບຄືນ​ມາ​ບອກ​ກະສັດ​ໂຢສີຢາ​ຕາມ​ນັ້ນ.


ຂ້ານ້ອຍ​ຈະ​ທົນ​ຢູ່​ໄດ້​ຢ່າງໃດ ຖ້າ​ຄວາມພິນາດ​ນີ້​ມາ​ເຖິງ​ຊົນຊາດ​ຂອງ​ຂ້ານ້ອຍ ແລະ​ຍາດຕິພີ່ນ້ອງ​ຂອງ​ຂ້ານ້ອຍ​ຕ້ອງ​ຖືກ​ຂ້າ?”


ໃນ​ຂະນະທີ່​ພວກເຂົາ​ແນມຫາ​ທີ່​ເພິ່ງ​ຢ່າງ​ສິ້ນຫວັງ​ນັ້ນ ລູກ​ນ້ອຍ​ຂອງ​ພວກເຂົາ​ຈະ​ຖືກ​ຕີ​ຈົນຕາຍ, ເຮືອນ​ຂອງ​ພວກເຂົາ​ຈະ​ຖືກ​ປຸ້ນ ແລະ​ເມຍ​ຂອງ​ພວກເຂົາ​ຈະ​ຖືກ​ຂົ່ມຂືນ.”


ໃນ​ໂລກນີ້​ຈະ​ບໍ່ມີ​ກະສັດ​ປົກຄອງ ແລະ​ພວກ​ຜູ້ນຳ​ກໍ​ຈະ​ໝົດສິ້ນໄປ.


ພຣະເຈົ້າຢາເວ​ເອງ​ໄດ້​ກ່າວ​ວ່າ, ‘ເຮົາ​ຈະ​ເຮັດ​ໃຫ້​ເຈົ້າ​ກັບ​ມິດ​ສະຫາຍ​ຂອງເຈົ້າ​ຕົກໃຈ​ຢ້ານ ແລະ​ເຈົ້າ​ກໍ​ຈະ​ເຫັນ​ພວກເຂົາ​ທັງໝົດ​ຖືກ​ຂ້າ​ດ້ວຍ​ດາບ​ຂອງ​ເຫຼົ່າ​ສັດຕູ. ເຮົາ​ຈະ​ມອບ​ປະຊາຊົນ​ຢູດາ​ທັງໝົດ​ໃຫ້​ຢູ່​ໃຕ້​ອຳນາດ​ຂອງ​ກະສັດ​ແຫ່ງ​ບາບີໂລນ; ລາວ​ຈະ​ຈັບ​ເອົາ​ບາງຄົນ​ໄປ​ເປັນ​ຊະເລີຍ​ທີ່​ປະເທດ​ຂອງ​ລາວ ຫລື​ສັງຫານ​ບາງຄົນ​ເສຍ.


ແຕ່​ສຳລັບ​ເຈົ້າ ບັນດາ​ຂ້າຣາຊການ​ຂອງເຈົ້າ ແລະ​ປະຊາຊົນ​ທີ່​ລອດຕາຍ​ຈາກ​ສົງຄາມ, ຈາກ​ການ​ຕາຍອຶດ​ຕາຍຫິວ ແລະ​ຈາກ​ການ​ເຈັບໄຂ້​ໄດ້ປ່ວຍ​ນັ້ນ ເຮົາ​ຈະ​ໃຫ້​ເນບູ​ກາດເນັດຊາ​ກະສັດ​ແຫ່ງ​ບາບີໂລນ ແລະ​ເຫຼົ່າ​ສັດຕູ​ທີ່​ຢາກ​ຈະ​ຂ້າ​ພວກເຈົ້າ​ນັ້ນ​ຈັບ​ໄປ. ເນບູ​ກາດເນັດຊາ​ຈະ​ຂ້າ​ພວກເຈົ້າ. ລາວ​ຈະ​ບໍ່​ໄວ້​ຊີວິດ​ຜູ້ໃດ​ເລີຍ ຫລື​ເມດຕາປານີ​ຜູ້ໃດ​ທັງສິ້ນ. ເຮົາ​ຄື​ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫລະ.”


ເຈົ້າ​ຈະ​ປົບໜີ​ໄປ​ບໍ່ໄດ້; ເຈົ້າ​ຈະ​ຖືກ​ຈັບ​ໄປ​ມອບ​ໃຫ້​ລາວ. ເຈົ້າ​ຈະ​ເຫັນ​ລາວ​ໜ້າຕໍ່ໜ້າ​ແລະ​ກ່າວ​ກັບ​ລາວ​ຕົວຕໍ່ຕົວ; ແລ້ວ​ເຈົ້າ​ກໍ​ຈະ​ຖືກ​ນຳ​ໄປ​ທີ່​ບາບີໂລນ.


ແລ້ວ​ຂ້າພະເຈົ້າ​ກໍໄດ້​ກ່າວ​ຕື່ມ​ວ່າ, “ນາງ​ສະໜົມ​ທັງໝົດ​ພ້ອມ​ດ້ວຍ​ລູກໆ​ຂອງທ່ານ ຈະ​ຖືກ​ນຳ​ໄປ​ມອບ​ໃຫ້​ຊາວ​ບາບີໂລນ; ທ່ານເອງ​ຈະ​ປົບໜີໄປ​ຈາກ​ພວກເຂົາ​ບໍ່ໄດ້. ສ່ວນ​ທ່ານເອງ​ກໍ​ຈະ​ຖືກ​ກະສັດ​ແຫ່ງ​ບາບີໂລນ​ຈັບ​ໄປ​ເປັນ​ຊະເລີຍເສິກ ແລະ​ເມືອງ​ນີ້​ທັງໝົດ​ຈະ​ຖືກ​ຈູດເຜົາ​ໃຫ້​ພັງ​ພິນາດ​ຈົນກ້ຽງ.”


ກະສັດ​ແຫ່ງ​ບາບີໂລນ​ໄດ້​ຕັດສິນ ໃຫ້​ປະຫານ​ພວກ​ລູກຊາຍ​ຂອງ​ເຈົ້າ​ເຊເດກີຢາ ທີ່​ເມືອງ​ຣິບລາ​ຕໍ່ໜ້າຕໍ່ຕາ​ຂອງ​ເຈົ້າ​ເຊເດກີຢາ ທັງ​ໄດ້​ໃຫ້​ປະຫານ​ພວກ​ຂ້າຣາຊການ​ຂອງ​ຢູດາຍ​ດ້ວຍ.


ພວກເຂົາ​ຈະ​ໂຈມຕີ​ເຈົ້າ​ຈາກ​ທາງ​ທິດເໜືອ ໂດຍ​ນຳ​ກອງທັບ​ໃຫຍ່ ພ້ອມ​ທັງ​ລົດຮົບ​ກັບ​ກອງກວຽນ​ສະບຽງ​ອາຫານ​ມາ​ດ້ວຍ. ທະຫານ​ເຫຼົ່ານີ້​ມີ​ທັງ​ໂລ້​ແລະ​ໝວກ​ເຫຼັກ​ປ້ອງກັນ ພວກເຂົາ​ຈະ​ປິດລ້ອມ​ເຈົ້າ​ໄວ້. ເຮົາ​ຈະ​ມອບ​ເຈົ້າ​ໃຫ້​ແກ່​ພວກເຂົາ ແລະ​ພວກເຂົາ​ຈະ​ຕັດສິນ​ເຈົ້າ​ຕາມ​ກົດໝາຍ​ຂອງ​ພວກເຂົາ​ເອງ.


ຈົ່ງ​ໃຊ້​ຕ່ອນ​ຊີ້ນ​ຂອງ​ແກະ​ໂຕ​ດີທີ່ສຸດ ແລະ​ກອງ​ຟືນ ໃສ່​ລຸ່ມ​ໝໍ້ຂາງ​ນັ້ນ. ຈົ່ງ​ປະ​ໃຫ້​ນໍ້າ​ຟົດ​ເດືອດ​ຂຶ້ນ​ມາ ຕົ້ມ​ກະດູກ​ແລະ​ຕ່ອນ​ຊີ້ນ​ດ້ວຍ.”


“ແລະ​ໃນ​ວັນ​ຖວາຍບູຊາ​ຂອງ​ພຣະເຈົ້າຢາເວ​ນັ້ນ ເຮົາ​ຈະ​ລົງໂທດ​ບັນດາ​ຂ້າຣາຊການ, ບັນດາ​ລູກຊາຍ​ຂອງ​ກະສັດ ແລະ​ທຸກຄົນ​ທີ່​ປະຕິບັດ​ຕາມ​ຂະໜົບທຳນຽມ​ຕ່າງໆ​ຂອງ​ຊາວ​ຕ່າງດ້າວ.


ຄວາມ​ທົນທຸກ​ນີ້​ຈະ​ເຮັດ​ໃຫ້​ພວກເຈົ້າ​ເສຍຈິດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka