ເຢເຣມີຢາ 39:5 - ພຣະຄຳພີສັກສິ5 ແຕ່ກອງທັບພວກບາບີໂລນໄດ້ໄລ່ຕາມພວກເຂົາໄປ ແລະຈັບກະສັດເຊເດກີຢາໄດ້ໃນທົ່ງພຽງໃກ້ກັບເມືອງເຢຣິໂກ. ແລ້ວພວກເຂົາກໍນຳເພິ່ນໄປມອບໃຫ້ກະສັດເນບູກາດເນັດຊາແຫ່ງບາບີໂລນ ທີ່ເມືອງຣິບລາໃນເຂດແດນຮາມັດ; ຢູ່ທີ່ນັ້ນ ກະສັດເນບູກາດເນັດຊາໄດ້ພິພາກສາລົງໂທດເພິ່ນ. Uka jalj uñjjattʼäta |
ກະສັດອັດຊີເຣຍໄດ້ນຳເອົາປະຊາຊົນແຕ່ເມືອງຕ່າງໆຂອງນະຄອນບາບີໂລນ, ເມືອງກຸດ, ເມືອງອີວາ, ເມືອງຮາມັດ ແລະເມືອງເສຟາກວາອິມ ໃຫ້ມາຕັ້ງຖິ່ນຖານຢູ່ເມືອງຕ່າງໆຂອງນະຄອນຊາມາເຣຍ ແທນພວກອິດສະຣາເອນທີ່ໄດ້ຖືກກວາດໄປເປັນຊະເລີຍນັ້ນ. ພວກເຂົາໄດ້ເຂົ້າມາຄອບຄອງດິນແດນ ແລະອາໄສຢູ່ໃນເມືອງເຫຼົ່ານີ້.
ແຕ່ສຳລັບເຈົ້າ ບັນດາຂ້າຣາຊການຂອງເຈົ້າ ແລະປະຊາຊົນທີ່ລອດຕາຍຈາກສົງຄາມ, ຈາກການຕາຍອຶດຕາຍຫິວ ແລະຈາກການເຈັບໄຂ້ໄດ້ປ່ວຍນັ້ນ ເຮົາຈະໃຫ້ເນບູກາດເນັດຊາກະສັດແຫ່ງບາບີໂລນ ແລະເຫຼົ່າສັດຕູທີ່ຢາກຈະຂ້າພວກເຈົ້ານັ້ນຈັບໄປ. ເນບູກາດເນັດຊາຈະຂ້າພວກເຈົ້າ. ລາວຈະບໍ່ໄວ້ຊີວິດຜູ້ໃດເລີຍ ຫລືເມດຕາປານີຜູ້ໃດທັງສິ້ນ. ເຮົາຄືພຣະເຈົ້າຢາເວກ່າວດັ່ງນີ້ແຫລະ.”