Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 39:4 - ພຣະຄຳພີສັກສິ

4 ເມື່ອ​ກະສັດ​ເຊເດກີຢາ ແລະ​ທະຫານ​ທັງໝົດ​ຂອງ​ເພິ່ນ ໄດ້​ເຫັນ​ເຫດການ​ເຊັ່ນນັ້ນ ຈຶ່ງ​ພະຍາຍາມ​ປົບໜີ​ອອກ​ຈາກ​ເມືອງ​ໃນ​ເວລາ​ກາງຄືນ. ພວກເຂົາ​ໜີໄປ​ທາງ​ສວນ​ຂອງ​ກະສັດ ໂດຍ​ທາງ​ປະຕູ​ລະຫວ່າງ​ກຳແພງ​ເມືອງ​ທັງສອງ ແລະ​ປົບໜີໄປ​ທາງ​ຮ່ອມພູ​ຈໍແດນ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 39:4
17 Jak'a apnaqawi uñst'ayäwi  

ກະສັດ​ຍັງ​ໄດ້​ສ້ອມແປງ​ກຳແພງ​ປ້ອງກັນ​ເມືອງ​ໃຫ້​ເຂັ້ມແຂງ​ຂຶ້ນ ໂດຍ​ສ້າງ​ຫໍຄອຍ​ໄວ້​ຕາມ​ເທິງ​ກຳແພງ ແລະ​ກໍ່ສ້າງ​ກຳແພງ​ຮອບ​ນອກ​ອີກ. ນອກຈາກນີ້ ເພິ່ນ​ຍັງ​ໄດ້​ສ້ອມແປງ​ບ່ອນ​ປ້ອງກັນ​ທີ່​ມີ​ຢູ່​ທົ່ວ​ໄປ ທາງ​ດ້ານ​ທິດ​ຕາເວັນອອກ​ຂອງ​ນະຄອນ​ເຢຣູຊາເລັມ ຕາມ​ບໍລິເວນ​ທີ່​ເກົ່າແກ່. ເພິ່ນ​ຍັງ​ເຮັດ​ຫອກ​ແລະ​ໂລ້​ເປັນ​ຈຳນວນ​ຫລວງຫລາຍ​ໄວ້​ອີກ.


ພວກເຈົ້າ​ໄດ້​ສ້າງ​ອ່າງນໍ້າ​ໄວ້​ຢູ່​ພາຍ​ໃນ​ເມືອງ ເພື່ອ​ກັກ​ນໍ້າ​ທີ່​ໄຫລ​ມາ​ແຕ່​ສະ​ນໍ້າ​ເກົ່າ, ແຕ່​ພວກເຈົ້າ​ບໍ່​ເອົາໃຈໃສ່​ຕໍ່​ພຣະເຈົ້າ ຜູ້​ທີ່​ໄດ້​ວາງແຜນ​ສິ່ງ​ທັງໝົດ​ນີ້​ແຕ່​ດົນນານ​ມາ​ແລ້ວ ແລະ​ຜູ້​ທີ່​ໄດ້​ບັນດານ​ໃຫ້​ເຫດການ​ຕ່າງໆ​ເກີດຂຶ້ນ.


ບັນດາ​ຜູ້ນຳ​ທັງໝົດ​ໄດ້​ແລ່ນ​ປົບໜີໄປ ແລະ​ຖືກ​ຈັບ​ໄດ້​ກ່ອນ​ຖືກ​ຍິງ​ດ້ວຍ​ລູກທະນູ.


ແລ້ວ​ພຣະເຈົ້າ​ຈະ​ນຳ​ເອົາ​ຄວາມ​ຈິບຫາຍ​ມາ​ສູ່​ນະຄອນ​ທີ່​ເອີ້ນ​ວ່າ, “ແທ່ນບູຊາ​ຂອງ​ພຣະເຈົ້າ.” ໃນ​ທີ່ນັ້ນ​ຈະ​ມີ​ແຕ່​ສຽງ​ຮ້ອງໄຫ້​ຮໍ່າໄຮ ແລະ​ທົ່ວ​ທັງ​ນະຄອນ​ກໍ​ຈະ​ເປັນ​ດັ່ງ​ແທ່ນບູຊາ​ທີ່​ນອງ​ໄປ​ດ້ວຍ​ເລືອດ.


ແລະ​ກະສັດ​ເຊເດກີຢາ​ແຫ່ງ​ຢູດາຍ​ກໍ​ຈະ​ປົບໜີໄປ​ບໍ່ໄດ້. ລາວ​ຈະ​ຖືກ​ຈັບ​ສົ່ງ​ໄປ​ໃຫ້​ກະສັດ​ແຫ່ງ​ບາບີໂລນ; ລາວ​ຈະ​ໄດ້​ເຫັນ​ກະສັດ​ແຫ່ງ​ບາບີໂລນ​ໜ້າຕໍ່ໜ້າ ທັງ​ຈະ​ເວົ້າ​ກັບ​ລາວ​ຕົວຕໍ່ຕົວ.


ເຊເດກີຢາ​ຈະ​ຖືກ​ຈັບ​ໄປ​ບາບີໂລນ ແລະ​ລາວ​ຈະ​ຢູ່​ທີ່​ນັ້ນ ຈົນກວ່າ​ເຮົາ​ຈະ​ຈັດການ​ກັບ​ລາວ.’ ພຣະເຈົ້າຢາເວ​ກ່າວ​ວ່າ, ‘ເຖິງ​ແມ່ນ​ວ່າ​ລາວ​ຈະ​ສູ້ຮົບ​ຊາວ​ບາບີໂລນ ແຕ່​ກໍ​ຈະ​ບໍ່​ສຳເລັດ​ຜົນ.”’


ເຈົ້າຊາຍ​ທີ່​ປົກຄອງ​ພວກເຂົາ​ນັ້ນ​ຈະ​ແບກ​ພົກ​ເຄື່ອງຂອງ​ໃສ່​ບ່າ​ຂອງຕົນ ແລະ​ປົບໜີໄປ​ໃນ​ກາງຄືນ​ໂດຍ​ຜ່ານ​ທາງ​ຮູ​ທີ່​ພວກເຂົາ​ໄດ້​ເຈາະ​ເອງ​ທີ່​ກຳແພງ​ເມືອງ. ພວກເຂົາ​ຈະ​ເອົາ​ຜ້າ​ບັງ​ໜ້າ​ຕົນເອງ​ໄວ້ ແລະ​ຈະ​ບໍ່​ເຫັນ​ວ່າ​ຕົນ​ກຳລັງ​ໄປ​ໃສ.


ໃນ​ຂະນະທີ່​ຍັງ​ເວັນ​ຢູ່ ຈົ່ງ​ຫໍ່​ເອົາ​ເຂົ້າຂອງ​ສຳລັບ​ໜີໄປ​ຕ່າງຖິ່ນ ເພື່ອ​ວ່າ​ພວກເຂົາ​ຈະ​ເຫັນ​ເຈົ້າ​ໄດ້, ແຕ່​ແລ້ວ​ໃຫ້​ພວກເຂົາ​ເຝົ້າເບິ່ງ​ເຈົ້າ​ໃນ​ຕອນແລງ ເໝືອນ​ກັບ​ວ່າ​ເຈົ້າ​ກຳລັງ​ຖືກ​ກວາດໄປ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ.


ເຮົາ​ຈະ​ຫັນ​ມາ​ຕໍ່ສູ້​ພວກເຈົ້າ​ເພື່ອ​ວ່າ​ພວກເຈົ້າ​ຈະ​ພ່າຍແພ້ ແລະ​ຜູ້​ທີ່​ຊັງ​ພວກເຈົ້າ​ກໍ​ຈະ​ປົກຄອງ​ພວກເຈົ້າ; ພວກເຈົ້າ​ຈະ​ຕື່ນ​ຕົກໃຈ​ຢ້ານກົວ ຈົນ​ແລ່ນ​ເປີດ​ໜີໄປ​ຢ່າງ​ບໍ່​ຮູ້ສຶກ​ຕົວ​ໂດຍ​ບໍ່ມີ​ໃຜ​ໄລ່​ຕິດຕາມ.


ເຮົາ​ຈະ​ໃຫ້​ຫລາຍ​ຄົນ​ໃນ​ພວກເຈົ້າ ຄື​ຜູ້​ທີ່​ຢູ່​ໃນ​ຕ່າງຖິ່ນ​ອົກສັ່ນ​ຂວັນເສຍ ຈົນ​ສຽງ​ລົມ​ພັດ​ໃບ​ໄມ້​ກໍ​ເຮັດ​ໃຫ້​ພວກເຈົ້າ​ແລ່ນ​ເປີດ​ໜີໄປ. ພວກເຈົ້າ​ຈະ​ແລ່ນ​ປົບໜີ​ເໝືອນ​ດັ່ງ​ກັບ​ວ່າ ຖືກ​ສັດຕູ​ໄລ່​ຕິດຕາມ​ໃນ​ສະໜາມຮົບ ແລະ​ພວກເຈົ້າ​ຈະ​ລົ້ມ​ລົງ​ໃນ​ບ່ອນ​ທີ່​ບໍ່ມີ​ສັດຕູ​ໃດໆ​ໄລ່​ມາ​ໃກ້​ພວກເຈົ້າ.


ຜູ້​ທີ່​ວ່ອງໄວ​ທີ່ສຸດ​ກໍ​ບໍ່​ສາມາດ​ແລ່ນ​ໜີ​ພົ້ນ​ໄປ​ໄດ້; ຜູ້​ທີ່​ແຂງແຮງ​ກໍ​ຈະ​ສູນເສຍ​ກຳລັງ ແລະ​ພວກ​ນາຍ​ທະຫານ​ກໍ​ບໍ່​ສາມາດ​ຊ່ວຍ​ຊີວິດ​ຂອງຕົນ​ໃຫ້​ພົ້ນ​ໄດ້.


ພຣະເຈົ້າຢາເວ​ຈະ​ໃຫ້​ສັດຕູ​ມາ​ຊະນະ​ພວກເຈົ້າ. ພວກເຈົ້າ​ຈະ​ໂຈມຕີ​ພວກເຂົາ​ທາງ​ທິດດຽວ ແຕ່​ພວກເຈົ້າ​ຈະ​ແລ່ນ​ເປີດ​ໜີໄປ​ທຸກ​ທິດ​ທຸກ​ທາງ ແລະ​ປະຊາຊົນ​ທັງໝົດ​ເທິງ​ແຜ່ນດິນ​ໂລກ​ຈະ​ອົກສັ່ນ​ຂວັນເສຍ ເມື່ອ​ພວກເຂົາ​ໄດ້ຍິນ​ສິ່ງ​ທີ່​ເກີດຂຶ້ນ​ກັບ​ພວກເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka